ໂຮເຊອາ
12 “ເອຟຣາຢິມຝາກຄວາມຫວັງໄວ້ກັບລົມ.
ເຂົາເຈົ້າແລ່ນນຳລົມທີ່ມາຈາກທິດຕາເວັນອອກໝົດມື້.
ເຂົາເຈົ້າເວົ້າຕົວະແລະເຮັດຊົ່ວຫຼາຍຂຶ້ນ.
ເຂົາເຈົ້າເຮັດສັນຍາກັບອັດຊີເຣຍ+ແລະເອົານ້ຳມັນໝາກກອກໄປໃຫ້ເອຢິບ.+
2 ພະເຢໂຫວາຈະຕັດສິນຢູດາ.+
ເພິ່ນຈະລົງໂທດຢາໂຄບຕາມສິ່ງທີ່ລາວເຮັດ.
ເພິ່ນຈະຕອບແທນລາວຕາມການກະທຳຂອງລາວ.+
4 ລາວປ້ຳສູ້ກັບທູດສະຫວັນຈົນຊະນະ.
ລາວຮ້ອງໄຫ້ແລະອ້ອນວອນເພື່ອຈະໄດ້ພອນ.+
ພະເຈົ້າເຫັນລາວຢູ່ເມືອງເບເທນແລະເພິ່ນເວົ້າກັບພວກເຮົາ*ຢູ່ຫັ້ນ.”+
5 ພະເຢໂຫວາເປັນພະເຈົ້າຜູ້ບັນຊາການກອງທັບ.+
ຄົນຈະຕ້ອງຈື່ວ່າຊື່ຂອງເພິ່ນແມ່ນເຢໂຫວາ.+
6 “ໃຫ້ກັບມາຫາພະເຈົ້າຂອງພວກເຈົ້າ.+
ໃຫ້ມີຄວາມຮັກທີ່ໝັ້ນຄົງແລະເຮັດສິ່ງທີ່ຖືກຕ້ອງ+
ແລະໃຫ້ວາງໃຈພະເຈົ້າຂອງພວກເຈົ້າສະເໝີ.
7 ພວກພໍ່ຄ້າໂກງຕາຊິງ.
ເຂົາເຈົ້າມັກສໍ້ໂກງ.+
ຂ້ອຍຮັ່ງຂ້ອຍມີກໍຍ້ອນຂ້ອຍຫາດ້ວຍເຫື່ອດ້ວຍແຮງຂອງຂ້ອຍເອງ. ຂ້ອຍບໍ່ໄດ້ເຮັດຫຍັງຜິດ.’
9 ເຮົາເຢໂຫວາເປັນພະເຈົ້າຂອງພວກເຈົ້າຕັ້ງແຕ່ຕອນພວກເຈົ້າຢູ່ເອຢິບ.+
ເຮົາຈະໃຫ້ພວກເຈົ້າໄດ້ຢູ່ໃນເຕັ້ນອີກ
ຄືກັບໃນຍາມເທດສະການ.*
10 ເຮົາເວົ້າຜ່ານທາງພວກຜູ້ພະຍາກອນ.+
ເຮົາໃຫ້ເຂົາເຈົ້າເຫັນນິມິດຫຼາຍຂຶ້ນ
ແລະເຮົາໃຫ້ຕົວຢ່າງປຽບທຽບຫຼາຍເລື່ອງໂດຍທາງເຂົາເຈົ້າ.
11 ຢູ່ເມືອງກິລຽດມີແຕ່ການຂີ້ຕົວະ+ແລະການຫຼອກລວງ.*
ຢູ່ກິນການມີຄົນເຜົາງົວເປັນເຄື່ອງບູຊາ.+
ແທ່ນບູຊາຂອງເຂົາເຈົ້າເປັນຄືກັບກອງກ້ອນຫີນທີ່ຢູ່ຄອງໄຖ.+
12 ຢາໂຄບໜີໄປແຜ່ນດິນອາຣາມ.*+
ອິດສະຣາເອນ+ເຮັດວຽກຢູ່ຫັ້ນເພື່ອຈະໄດ້ເມຍ.+
ລາວລ້ຽງແກະເພື່ອຈະໄດ້ເມຍ.+