ຈົດເຊັນບັນຊີ
33 ຕໍ່ໄປນີ້ແມ່ນບັນທຶກການເດີນທາງຂອງພວກອິດສະຣາເອນຕັ້ງແຕ່ເຂົາເຈົ້າອອກຈາກເອຢິບ.+ ໂມເຊກັບອາໂຣນ+ເປັນຜູ້ນຳພາເຂົາເຈົ້າເດີນທາງຈາກບ່ອນໜຶ່ງໄປອີກບ່ອນໜຶ່ງຕາມກຸ່ມຄົນຂອງເຂົາເຈົ້າ.*+ 2 ໂມເຊໄດ້ຈົດບັນທຶກວ່າເຂົາເຈົ້າໄດ້ເດີນທາງຈາກໃສຮອດໃສຕາມທີ່ພະເຢໂຫວາສັ່ງ. ການເດີນທາງຂອງເຂົາເຈົ້າຈາກບ່ອນໜຶ່ງໄປອີກບ່ອນໜຶ່ງມີດັ່ງຕໍ່ໄປນີ້.+ 3 ໃນວັນທີ 15 ຂອງເດືອນທີ 1+ ເຊິ່ງເປັນມື້ທີ່ຕໍ່ຈາກວັນປັດສະຄາ+ ພວກອິດສະຣາເອນໄດ້ເດີນທາງອອກຈາກຣາເມເສດ.+ ເຂົາເຈົ້າເດີນທາງອອກມາດ້ວຍຄວາມໝັ້ນໃຈ ໃນຂະນະທີ່ພວກເອຢິບໄດ້ແຕ່ແນມເບິ່ງເຂົາເຈົ້າ. 4 ຕອນນັ້ນ ພວກເອຢິບກຳລັງຝັງສົບລູກຊາຍຜູ້ທຳອິດຂອງພວກເຂົາທີ່ພະເຢໂຫວາໄດ້ຂ້າ+ຕອນທີ່ພະເຢໂຫວາລົງໂທດພະເຈົ້າຕ່າງໆຂອງພວກເອຢິບ.+
5 ພວກອິດສະຣາເອນເດີນທາງອອກຈາກຣາເມເສດໄປຕັ້ງຄ້າຍພັກຢູ່ສຸກໂກດ.+ 6 ຈາກສຸກໂກດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ເອທາມ+ເຊິ່ງຢູ່ແຄມເຂດແດນບ່ອນກັນດານ. 7 ຈາກເອທາມ ເຂົາເຈົ້າກັບຄືນມາປີຮາຮີໂຣດເຊິ່ງຢູ່ໃກ້ພໍທີ່ຈະແນມເຫັນບາອານເຊໂຟນ+ ແລະເຂົາເຈົ້າກໍຕັ້ງຄ້າຍພັກຢູ່ໃກ້ໆກັບມິກໂດນ.+ 8 ຈາກນັ້ນ ເຂົາເຈົ້າເດີນທາງອອກຈາກປີຮາຮີໂຣດຂ້າມທະເລ+ໄປບ່ອນກັນດານ.+ ເຂົາເຈົ້າເດີນທາງຢູ່ບ່ອນກັນດານເອທາມ+ 3 ມື້ ແລ້ວກໍໄປຕັ້ງຄ້າຍພັກຢູ່ມາຣາ.+
9 ຈາກມາລາ ເຂົາເຈົ້າເດີນທາງໄປເອລີມ ແລ້ວກໍຕັ້ງຄ້າຍພັກຢູ່ບ່ອນນັ້ນ.+ ຢູ່ເອລີມມີນ້ຳອອກບໍ່ 12 ບ່ອນ ແລະມີຕົ້ນປາມ 70 ຕົ້ນ. 10 ຈາກເອລີມ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ແຄມທະເລແດງ. 11 ຈາກທະເລແດງ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ບ່ອນກັນດານຊິນ.+ 12 ຈາກບ່ອນກັນດານຊິນ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ໂດບຟະກາ. 13 ຈາກໂດບຟະກາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ອາລູຊາ. 14 ຈາກອາລູຊາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ເຣຟີດີມ+ ແຕ່ຢູ່ບ່ອນນັ້ນບໍ່ມີນ້ຳກິນ. 15 ຈາກເຣຟີດີມ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ບ່ອນກັນດານຊີນາຍ.+
16 ຈາກບ່ອນກັນດານຊີນາຍ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ກິບໂຣດຮັດຕາວາ.+ 17 ຈາກກິບໂຣດຮັດຕາວາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ຮາເຊໂຣດ.+ 18 ຈາກຮາເຊໂຣດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ຣິດມາ. 19 ຈາກຣິດມາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ຣິມໂມນເປເຣັດ. 20 ຈາກຣິມໂມນເປເຣັດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ລິບນາ. 21 ຈາກລິບນາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ຣິດສາ. 22 ຈາກຣິດສາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ເກເຮລາທາ. 23 ຈາກເກເຮລາທາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ພູເຊເຟ.
24 ຈາກພູເຊເຟ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ຮາຣາດາ. 25 ຈາກຮາຣາດາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ມັກເຮໂລດ. 26 ຈາກມັກເຮໂລດ ເຂົາເຈົ້າອອກເດີນທາງ+ໄປຕັ້ງຄ້າຍພັກຢູ່ທາຄາດ. 27 ຈາກທາຄາດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ເຕຣາ. 28 ຈາກເຕຣາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ມີທະກາ. 29 ຈາກມີທະກາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ຮາຊະໂມນາ. 30 ຈາກຮາຊະໂມນາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ໂມເສໂຣດ. 31 ຈາກໂມເສໂຣດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ເບເນຢາອາການ.+ 32 ຈາກເບເນຢາອາການ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ໂຮເຣຮັກກິດກາດ. 33 ຈາກໂຮເຣຮັກກິດກາດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ໂຢດບາທາ.+ 34 ຈາກໂຢດບາທາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ອາບໂຣນາ. 35 ຈາກອາບໂຣນາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ເອັດຊີໂອນເກເບ.+ 36 ຈາກເອັດຊີໂອນເກເບ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ບ່ອນກັນດານຊິນ+ເຊິ່ງແມ່ນກາເດັດ.
37 ຈາກກາເດັດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ພູໂຮເຣ+ ເຊິ່ງຢູ່ໃກ້ເຂດແດນຂອງພວກເອໂດມ. 38 ປະໂລຫິດອາໂຣນໄດ້ຂຶ້ນໄປພູໂຮເຣຕາມຄຳສັ່ງຂອງພະເຢໂຫວາ ແລະລາວຕາຍຢູ່ຫັ້ນ. ລາວຕາຍໃນວັນທີ 1+ ເດືອນທີ 5 ຂອງປີທີ 40 ທີ່ພວກອິດສະຣາເອນອອກມາຈາກເອຢິບ. 39 ອາໂຣນຕາຍຢູ່ພູໂຮເຣ ຕອນທີ່ລາວອາຍຸ 123 ປີ.
40 ໃນຕອນທີ່ພວກອິດສະຣາເອນກຳລັງເດີນທາງຢູ່ ກະສັດຂອງຄົນການາອານທີ່ປົກຄອງເມືອງອາຣັດ+ທີ່ຢູ່ເນເກັບ*ໃນແຜ່ນດິນການາອານກໍໄດ້ຍິນເລື່ອງຂອງເຂົາເຈົ້າ.
41 ຈາກພູໂຮເຣ+ ພວກອິດສະຣາເອນອອກເດີນທາງໄປຕັ້ງຄ້າຍພັກຢູ່ຊັນໂມນາ. 42 ຈາກຊັນໂມນາ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ປູໂນນ. 43 ຈາກປູໂນນ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ໂອໂບດ.+ 44 ຈາກໂອໂບດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ອີເຢອາບາຣີມເຂດແດນຂອງໂມອາບ.+ 45 ຈາກອີເຢອາບາຣີມ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ດີໂບນກາດ.+ 46 ຈາກດີໂບນກາດ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ອັນໂມນດິບລະທາຢິມ. 47 ຈາກອັນໂມນດິບລະທາຢິມ ເຂົາເຈົ້າອອກເດີນທາງໄປຕັ້ງຄ້າຍພັກຢູ່ອາບາຣີມ+ໃກ້ໆກັບເນໂບ.+ 48 ໃນທີ່ສຸດ ເຂົາເຈົ້າກໍເດີນທາງອອກຈາກອາບາຣີມໄປຕັ້ງຄ້າຍພັກຢູ່ບ່ອນກັນດານໂມອາບ ບ່ອນທີ່ຢູ່ແຄມແມ່ນ້ຳຈໍແດນຄົນລະຟາກກັບເມືອງເຢຣິໂກ.+ 49 ເຂົາເຈົ້າຕັ້ງຄ້າຍພັກຕາມແຄມແມ່ນ້ຳຈໍແດນ ຕັ້ງແຕ່ເບັດເຢຊີໂມດໄປຈົນຮອດອາເບັນຊິດຕີມ+ໃນບ່ອນກັນດານໂມອາບ.
50 ຕອນທີ່ໂມເຊຢູ່ບ່ອນກັນດານໂມອາບ ບ່ອນທີ່ຢູ່ແຄມແມ່ນ້ຳຈໍແດນຄົນລະຟາກກັບເມືອງເຢຣິໂກ ພະເຢໂຫວາເວົ້າກັບລາວວ່າ: 51 “ໃຫ້ບອກພວກອິດສະຣາເອນວ່າ ‘ໃຫ້ພວກເຈົ້າຂ້າມແມ່ນ້ຳຈໍແດນເຂົ້າໄປໃນໃນແຜ່ນດິນການາອານ.+ 52 ພວກເຈົ້າຕ້ອງຂັບໄລ່ຄົນທີ່ຢູ່ແຜ່ນດິນນັ້ນອອກໄປໃຫ້ໝົດ ແລະທຳລາຍຮູບປັ້ນທີ່ແກະສະຫຼັກຈາກຫີນ+ ຮູບປັ້ນທີ່ຫຼໍ່ຂຶ້ນມາ+ ແລະບ່ອນນະມັດສະການຂອງພວກເຂົາ.+ 53 ພວກເຈົ້າຕ້ອງໄປຍຶດເອົາແຜ່ນດິນນັ້ນແລະອາໄສຢູ່ຫັ້ນ. ເຮົາຈະເອົາແຜ່ນດິນນັ້ນໃຫ້ພວກເຈົ້າຢ່າງແນ່ນອນ.+ 54 ພວກເຈົ້າຕ້ອງແບ່ງດິນໃຫ້ແຕ່ລະຕະກູນແລະແຕ່ລະຄອບຄົວໂດຍການຈົກສະຫຼາກ.+ ຄອບຄົວໃດມີຄົນຫຼາຍກໍຈະໄດ້ດິນຫຼາຍ ຄອບຄົວໃດມີຄົນໜ້ອຍກໍຈະໄດ້ດິນໜ້ອຍ.+ ແຕ່ລະຕະກູນແລະແຕ່ລະຄອບຄົວຈະໄດ້ດິນມູນຕາມທີ່ເຂົາເຈົ້າຈົກສະຫຼາກໄດ້. ທຸກຄົນຈະໄດ້ດິນມູນຈາກເຂດຂອງຕະກູນໂຕເອງ.+
55 ແຕ່ຖ້າພວກເຈົ້າບໍ່ໄດ້ຂັບໄລ່ຄົນທີ່ຢູ່ໃນແຜ່ນດິນນັ້ນອອກໄປໃຫ້ໝົດ+ ພວກເຂົາກໍຈະເປັນຄືກັບຂີ້ຝຸ່ນຢູ່ໃນຕາຂອງພວກເຈົ້າ ແລະເປັນຄືກັບໜາມທີ່ປັກຢູ່ຕາມຕົນໂຕຂອງພວກເຈົ້າ. ພວກເຂົາຈະສ້າງບັນຫາໃຫ້ພວກເຈົ້າ.+ 56 ສ່ວນເຮົາ ເຮົາຈະລົງໂທດພວກເຈົ້າຄືກັບທີ່ເຮົາເຄີຍຄິດໄວ້ວ່າຈະລົງໂທດຄົນທີ່ຢູ່ໃນແຜ່ນດິນນັ້ນກ່ອນໜ້າພວກເຈົ້າ.’”+