ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ພະບັນຍັດ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມພະບັນຍັດ

      • ການ​ເອົາ​ຜົນລະປູກ​ຊຸດ​ທຳອິດ​ມາ​ໃຫ້​ພະເຈົ້າ (1-11)

      • ການ​ໃຫ້ 1 ສ່ວນ 10 ໃນ​ປີ​ທີ 3 (12-15)

      • ພວກ​ອິດສະຣາເອນ​ເປັນ​ຊັບ​ສົມບັດ​ພິເສດ​ຂອງ​ພະ​ເຢໂຫວາ (16-19)

ພະບັນຍັດ 26:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:19; ລລວ 23:10; ຈຊບ 18:8, 12; 2ຂຄ 6:6; 31:5; ສພສ 3:9

ພະບັນຍັດ 26:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1, 8; 26:3

ພະບັນຍັດ 26:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 28:5; ຮຊອ 12:12
  • +ປຖກ 46:3; ກຈກ 7:15
  • +ປຖກ 46:27
  • +ອພຍ 1:7; ພບຍ 10:22; ພສ 105:24

ພະບັນຍັດ 26:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:11

ພະບັນຍັດ 26:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:9; 4:31; ກຈກ 7:34

ພະບັນຍັດ 26:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:6
  • +ອພຍ 7:3; ພບຍ 4:33, 34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/10/2015, ໜ້າ 3-4

ພະບັນຍັດ 26:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 3:8; ພບຍ 8:7, 8; ອຊກ 20:6

ພະບັນຍັດ 26:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 26:2

ພະບັນຍັດ 26:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:7; 16:14

ພະບັນຍັດ 26:12

ໄຂເງື່ອນ

  • *

    ຫຼື “ລູກກຳພ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:5, 6; 14:22
  • +ພບຍ 14:28, 29; ສພສ 14:21; 1ຢຮ 3:17

ພະບັນຍັດ 26:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢກບ 1:27

ພະບັນຍັດ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 8:7, 8
  • +ອພຍ 23:25
  • +ປຖກ 15:18; 26:3

ພະບັນຍັດ 26:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 6:6; 11:1; ພສ 119:34; 1ຢຮ 5:3

ພະບັນຍັດ 26:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:46
  • +ລລວ 19:37; ປຍຈ 12:13

ພະບັນຍັດ 26:18

ໄຂເງື່ອນ

  • *

    ຫຼື “ຊັບສົມບັດ​ທີ່​ມີຄ່າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 14:2; 29:10-13

ພະບັນຍັດ 26:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:8
  • +ພບຍ 7:6; 28:1, 9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ພບຍ. 26:2ອພຍ 23:19; ລລວ 23:10; ຈຊບ 18:8, 12; 2ຂຄ 6:6; 31:5; ສພສ 3:9
ພບຍ. 26:3ປຖກ 17:1, 8; 26:3
ພບຍ. 26:5ປຖກ 28:5; ຮຊອ 12:12
ພບຍ. 26:5ປຖກ 46:3; ກຈກ 7:15
ພບຍ. 26:5ປຖກ 46:27
ພບຍ. 26:5ອພຍ 1:7; ພບຍ 10:22; ພສ 105:24
ພບຍ. 26:6ອພຍ 1:11
ພບຍ. 26:7ອພຍ 3:9; 4:31; ກຈກ 7:34
ພບຍ. 26:8ອພຍ 6:6
ພບຍ. 26:8ອພຍ 7:3; ພບຍ 4:33, 34
ພບຍ. 26:9ອພຍ 3:8; ພບຍ 8:7, 8; ອຊກ 20:6
ພບຍ. 26:10ພບຍ 26:2
ພບຍ. 26:11ພບຍ 12:7; 16:14
ພບຍ. 26:12ພບຍ 12:5, 6; 14:22
ພບຍ. 26:12ພບຍ 14:28, 29; ສພສ 14:21; 1ຢຮ 3:17
ພບຍ. 26:13ຢກບ 1:27
ພບຍ. 26:15ພບຍ 8:7, 8
ພບຍ. 26:15ອພຍ 23:25
ພບຍ. 26:15ປຖກ 15:18; 26:3
ພບຍ. 26:16ພບຍ 6:6; 11:1; ພສ 119:34; 1ຢຮ 5:3
ພບຍ. 26:17ລລວ 26:46
ພບຍ. 26:17ລລວ 19:37; ປຍຈ 12:13
ພບຍ. 26:18ພບຍ 14:2; 29:10-13
ພບຍ. 26:19ພບຍ 4:8
ພບຍ. 26:19ພບຍ 7:6; 28:1, 9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
ຄຳພີໄບເບິນສະບັບແປໂລກໃໝ່
ພະບັນຍັດ 26:1-19

ພະບັນຍັດ

26 “ເມື່ອ​ເຈົ້າ​ເຂົ້າ​ໄປ​ຍຶດ​ເອົາ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ເອົາ​ໃຫ້​ເຈົ້າ​ເປັນ​ມໍລະດົກ ແລະ​ເຈົ້າ​ໄດ້​ຢູ່​ຫັ້ນ​ແລ້ວ 2 ເຈົ້າ​ຕ້ອງ​ເອົາ​ຜົນລະປູກ​ຊຸດ​ທຳອິດ​ທີ່​ໄດ້​ຈາກ​ໄຮ່​ຈາກ​ນາ​ຂອງ​ເຈົ້າໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ເອົາ​ໃຫ້​ເຈົ້າ​ໃສ່​ໃນ​ກະຕ່າ ແລ້ວ​ເອົາ​ໄປ​ບ່ອນ​ທີ່​ພະ​ເຢໂຫວາ​ພະເຈົ້າ​ໄດ້​ເລືອກ​ໄວ້​ສຳລັບ​ຊື່​ຂອງ​ເພິ່ນ.+ 3 ເຈົ້າ​ຕ້ອງ​ໄປ​ຫາ​ປະໂລຫິດ​ທີ່​ເຮັດ​ໜ້າ​ທີ່​ໃນ​ຕອນ​ນັ້ນ​ແລະ​ບອກ​ລາວ​ວ່າ ‘ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ວ່າ​ຈະ​ເອົາ​ແຜ່ນດິນ​ນີ້​ໃຫ້​ພວກ​ເຮົາ ແລະ​ຕອນ​ນີ້​ຂ້ອຍ​ໄດ້​ມາ​ຢູ່​ໃນ​ແຜ່ນດິນ​ນີ້​ແລ້ວ. ມື້​ນີ້​ຂ້ອຍຈຶ່ງມາຂອບໃຈພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ.’+

4 ປະໂລຫິດ​ຈະ​ຮັບ​ເອົາ​ກະຕ່າ​ນຳ​ເຈົ້າ ແລະ​ເອົາ​ໄປ​ວາງ​ໄວ້​ຢູ່​ຕໍ່​ໜ້າ​ແທ່ນ​ບູຊາ​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ. 5 ຈາກ​ນັ້ນ ເຈົ້າ​ຕ້ອງ​ເວົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ວ່າ ‘ປູ່ຍ່າຕານາຍ​ຂອງ​ຂ້ອຍ​ເປັນ​ຄົນ​ອາຣາມ+ທີ່​ຍ້າຍ​ບ່ອນ​ຢູ່​ໄປ​ເລື້ອຍ​ໆ​. ເຂົາ​ເຈົ້າ​ໄດ້​ລົງ​ໄປ​ເອຢິບ+​ແລະ​ໄດ້​ຢູ່​ຫັ້ນ​ຄື​ກັບ​ຄົນ​ຕ່າງ​ຊາດ. ຕອນ​ທີ່ໄປ ເຂົາ​ເຈົ້າ​ມີ​ບໍ່ເທົ່າ​ໃດ​ຄົນ+ ແຕ່​ຕໍ່ມາ​ເຂົາ​ເຈົ້າ​ກາຍ​ເປັນ​ຊາດ​ໃຫຍ່​ທີ່​ມີ​ກຳລັງ​ແລະ​ມີ​ຄົນ​ຫຼາຍ.+ 6 ພວກ​ເອຢິບກໍເລີຍ​ຂົ່ມເຫງ​ພວກ​ເຮົາ ແລະ​ບັງຄັບ​ພວກ​ເຮົາ​ໃຫ້​ເປັນ​ທາດ.+ 7 ພວກ​ເຮົາ​ຈຶ່ງ​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ​ຊ່ວຍ. ພະ​ເຢໂຫວາ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ພວກ​ເຮົາ ແລະ​ເພິ່ນ​ເຫັນ​ວ່າ​ພວກ​ເຮົາ​ຖືກ​ກົດ​ຂີ່​ແລະ​ລຳບາກ​ຫຼາຍ.+ 8 ໃນ​ທີ່​ສຸດ ພະ​ເຢໂຫວາ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ອອກ​ຈາກ​ເອຢິບ​ດ້ວຍ​ລິດເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ເພິ່ນ.+ ເພິ່ນ​ໄດ້​ເຮັດ​ການອັດສະຈັນ​ແລະ​ສິ່ງ​ທີ່​ເປັນ​ຕາ​ຢ້ານ​ຫຼາຍ​ຢ່າງ.+ 9 ແລ້ວ​ເພິ່ນ​ກໍ​ພາ​ພວກ​ເຮົາ​ມາ​ຢູ່​ໃນ​ແຜ່ນດິນ​ນີ້​ເຊິ່ງ​ເປັນ​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.+ 10 ຕອນ​ນີ້ ຂ້ອຍຈຶ່ງເອົາ​ຜົນລະປູກ​ຊຸດ​ທຳອິດ​ຈາກ​ໄຮ່​ຈາກ​ນາ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ຂ້ອຍມາ​ໃຫ້ເພິ່ນ.’+

ເຈົ້າ​ຕ້ອງ​ວາງ​ກະຕ່າ​ໄວ້​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ ແລະ​ໝູບ​ໜ້າ​ລົງ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ. 11 ແລ້ວ​ເຈົ້າ​ຈະ​ມີ​ຄວາມ​ສຸກ​ຍ້ອນ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ຈະ​ໃຫ້​ສິ່ງ​ດີ​ໆ​ກັບ​ເຈົ້າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ ຄົນ​ເລວີ ແລະ​ຄົນ​ຕ່າງ​ຊາດ​ທີ່​ອາໄສ​ຢູ່​ນຳ​ເຈົ້າ.+

12 ໃນ​ທຸກໆປີ ເຈົ້າ​ຕ້ອງ​ແບ່ງ 1 ສ່ວນ 10 ຂອງ​ຜົນລະປູກ​ຂອງ​ປີ​ນັ້ນ​ໄວ້. ແຕ່​ໃນ​ປີ​ທີ 3 ເມື່ອ​ເຈົ້າ​ແບ່ງ 1 ສ່ວນ 10+ ຂອງ​ຜົນລະປູກ​ໄວ້​ແລ້ວ ເຈົ້າ​ຕ້ອງ​ເອົາ​ສ່ວນ​ນັ້ນ​ໄປ​ໃຫ້ຄົນເລວີ ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່* ແລະ​ແມ່​ໝ້າຍ. ເຂົາ​ເຈົ້າ​ຈະ​ໄດ້​ກິນ​ຜົນລະປູກ​ນັ້ນຈົນ​ໜຳ​ໃຈຢູ່​ໃນ​ເມືອງ​ຂອງ​ເຈົ້າ.+ 13 ຈາກ​ນັ້ນ ເຈົ້າ​ຕ້ອງ​ເວົ້າຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ວ່າ ‘ຂ້ອຍ​ໄດ້​ແບ່ງ​ເອົາ​ສ່ວນ​ທີ່​ຖື​ວ່າ​ບໍລິສຸດ​ຈາກ​ເຮືອນ​ຂອງ​ຂ້ອຍ​ໃຫ້​ຄົນ​ເລວີ ຄົນ​ຕ່າງ​ຊາດ ລູກ​ກຳພ້າ​ພໍ່ ແລະ​ແມ່​ໝ້າຍ+​ແລ້ວ ຕາມ​ທີ່​ພະອົງ​ສັ່ງ​ຂ້ອຍ. ຂ້ອຍ​ບໍ່​ໄດ້​ເຮັດ​ຜິດ​ຫຼື​ບໍ່​ໄດ້​ເບິ່ງ​ຂ້າມ​ກົດ​ໝາຍ​ຂອງ​ພະອົງ. 14 ຂ້ອຍ​ບໍ່​ໄດ້​ກິນ​ສິ່ງ​ເຫຼົ່ານີ້​ຕອນ​ທີ່​ໄວ້ທຸກ ຫຼື​ຈັບ​ສິ່ງ​ເຫຼົ່ານີ້​ຕອນ​ທີ່​ຂ້ອຍ​ບໍ່​ສະອາດ ຫຼື​ເອົາ​ສິ່ງ​ເຫຼົ່ານີ້​ໃຫ້​ຄົນ​ຕາຍ. ຂ້ອຍ​ເຊື່ອ​ຟັງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ ແລະ​ໄດ້​ເຮັດ​ທຸກ​ຢ່າງ​ຕາມ​ທີ່​ພະອົງ​ສັ່ງ​ຂ້ອຍ. 15 ຕອນ​ນີ້ ຂໍ​ໃຫ້​ພະອົງ​ແນມ​ລົງ​ມາ​ຈາກ​ສະຫວັນ​ເຊິ່ງ​ເປັນ​ບ່ອນ​ບໍລິສຸດ​ທີ່​ພະອົງ​ຢູ່ ແລະ​ອວຍພອນ​ໃຫ້​ພວກ​ອິດສະຣາເອນ​ຄົນ​ຂອງ​ພະອົງ ແລະ​ອວຍພອນ​ໃຫ້​ແຜ່ນດິນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ+​ເຊິ່ງ​ພະອົງ​ໄດ້​ເອົາ​ໃຫ້​ພວກ​ເຮົາ+ ຕາມ​ທີ່​ພະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕານາຍ​ຂອງ​ພວກ​ເຮົາ.’+

16 ມື້​ນີ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເຈົ້າ​ສັ່ງ​ໃຫ້​ເຈົ້າ​ເຮັດ​ຕາມ​ຂໍ້​ກຳນົດ​ແລະ​ຄຳ​ສັ່ງ​ຂອງ​ເພິ່ນ. ເຈົ້າ​ຕ້ອງ​ເຮັດ​ຕາມ​ທັງ​ໝົດ​ນີ້​ຢ່າງ​ສຸດ​ຫົວໃຈ+ ແລະ​ສຸດ​ຊີວິດ​ຂອງ​ເຈົ້າ. 17 ມື້​ນີ້​ພະ​ເຢໂຫວາ​ຢືນ​ຢັນ​ວ່າເພິ່ນ​ຈະ​ເປັນ​ພະເຈົ້າ​ຂອງ​ເຈົ້າ ຖ້າ​ເຈົ້າ​ໃຊ້​ຊີວິດ​ຕາມ​ແນວ​ທາງ​ຂອງ​ເພິ່ນ+ ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ຂໍ້​ກຳນົດ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ເພິ່ນ.+ 18 ມື້​ນີ້​ພະ​ເຢໂຫວາ​ໄດ້​ຮັບ​ຄຳ​ຢືນ​ຢັນ​ຈາກ​ພວກ​ເຈົ້າ​ວ່າ​ພວກ​ເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເພິ່ນ ເປັນ​ຊັບ​ສົມບັດ​ພິເສດ*+ຂອງ​ເພິ່ນ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້​ກັບ​ພວກ​ເຈົ້າ ແລະ​ພວກ​ເຈົ້າ​ຈະ​ເຮັດ​ຕາມ​ກົດ​ໝາຍ​ທັງ​ໝົດ​ຂອງ​ເພິ່ນ. 19 ແລ້ວ​ເພິ່ນ​ຈະ​ຍົກ​ພວກ​ເຈົ້າ​ໃຫ້​ສູງ​ຂຶ້ນ​ກວ່າ​ຊາດ​ອື່ນ​ໆ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ໄວ້.+ ເພິ່ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ກຽດ ຄຳ​ຍົກຍ້ອງ ແລະ​ຊື່ສຽງ ຖ້າ​ພວກ​ເຈົ້າ​ເຮັດ​ໃຫ້​ເຫັນ​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ບໍລິສຸດ​ສຳລັບ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌