ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 27
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ເພງ​ໄວ້ອາໄລ​ໃຫ້​ເຮືອ​ຂອງ​ເມືອງ​ຕີເຣ​ທີ່​ຈົມ (1-​36)

ເອເຊກຽນ 27:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 26:17

ເອເຊກຽນ 27:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 23:9; ອຊກ 28:2, 12

ເອເຊກຽນ 27:5

ໄຂເງື່ອນ

  • *

    ໄມ້​ແປກ​ຊະນິດ​ໜຶ່ງ

  • *

    ໄມ້​ແປກ​ຊະນິດ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 3:8, 9; 1ຂຄ 5:23

ເອເຊກຽນ 27:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:2, 4

ເອເຊກຽນ 27:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:2, 4

ເອເຊກຽນ 27:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:15, 18
  • +1ກສ 9:27

ເອເຊກຽນ 27:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:2, 5
  • +ອຊກ 27:27

ເອເຊກຽນ 27:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:6; ຢຣມ 46:9

ເອເຊກຽນ 27:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:2, 4; ຢນ 1:3
  • +2ຂຄ 9:21
  • +ຢຣມ 10:9

ເອເຊກຽນ 27:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 66:19
  • +ປຖກ 10:2
  • +ຢອ 3:6

ເອເຊກຽນ 27:14

ໄຂເງື່ອນ

  • *

    ລໍ​ມີ​ພໍ່​ເປັນ​ລາ​ແລະ​ມີ​ແມ່​ເປັນ​ມ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:2, 3; ອຊກ 38:6

ເອເຊກຽນ 27:15

ໄຂເງື່ອນ

  • *

    ໄມ້​ທີ່​ເນື້ອ​ເປັນ​ສີ​ດຳ​ແລະ​ລາຄາ​ແພງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:7
  • +1ກສ 10:22

ເອເຊກຽນ 27:17

ໄຂເງື່ອນ

  • *

    ເຂົ້າ​ຊະນິດ​ໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຜຕສ 11:12, 33
  • +ປຖກ 43:11
  • +ຢຣມ 8:22
  • +1ກສ 5:9; ອຊຣ 3:7; ກຈກ 12:20

ເອເຊກຽນ 27:18

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຂົນ​ແກະ​ສີ​ຂີ້ເທົ່າ​ອົມ​ສີ​ແດງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 7:8

ເອເຊກຽນ 27:19

ໄຂເງື່ອນ

  • *

    ອົບເຊີຍ​ອີກ​ຊະນິດ​ໜຶ່ງ

ເອເຊກຽນ 27:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:3

ເອເຊກຽນ 27:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 25:13
  • +2ຂຄ 17:11; ອຊຢ 60:7

ເອເຊກຽນ 27:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 10:7
  • +1ກສ 10:1, 2; ອຊຢ 60:6

ເອເຊກຽນ 27:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 11:31
  • +2ກສ 19:12; ອມ 1:5
  • +ປຖກ 25:3; ໂຢບ 6:19
  • +ປຖກ 10:22

ເອເຊກຽນ 27:25

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຈະເລີນ​ຮຸ່ງ​ເຮືອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 10:22; ອຊຢ 23:14

ເອເຊກຽນ 27:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 26:14
  • +ອຊກ 27:8, 9
  • +ອຊກ 27:10, 11

ເອເຊກຽນ 27:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 23:1; ອຊກ 26:17

ເອເຊກຽນ 27:32

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 26:5

ເອເຊກຽນ 27:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 27:14, 16
  • +ຊຄຢ 9:3

ເອເຊກຽນ 27:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 26:19
  • +ອຊກ 27:27

ເອເຊກຽນ 27:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 26:15
  • +ອຊກ 28:17

ເອເຊກຽນ 27:36

ໄຂເງື່ອນ

  • *

    ການ​ເຮັດ​ແບບ​ນີ້​ໝາຍເຖິງ​ອາການ​ຕົກໃຈ​ຫຼື​ເປັນ​ການ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 37:10

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 27:2ອຊກ 26:17
ອຊກ. 27:3ອຊຢ 23:9; ອຊກ 28:2, 12
ອຊກ. 27:5ພບຍ 3:8, 9; 1ຂຄ 5:23
ອຊກ. 27:6ປຖກ 10:2, 4
ອຊກ. 27:7ປຖກ 10:2, 4
ອຊກ. 27:8ປຖກ 10:15, 18
ອຊກ. 27:81ກສ 9:27
ອຊກ. 27:9ຢຊ 13:2, 5
ອຊກ. 27:9ອຊກ 27:27
ອຊກ. 27:10ປຖກ 10:6; ຢຣມ 46:9
ອຊກ. 27:12ປຖກ 10:2, 4; ຢນ 1:3
ອຊກ. 27:122ຂຄ 9:21
ອຊກ. 27:12ຢຣມ 10:9
ອຊກ. 27:13ອຊຢ 66:19
ອຊກ. 27:13ປຖກ 10:2
ອຊກ. 27:13ຢອ 3:6
ອຊກ. 27:14ປຖກ 10:2, 3; ອຊກ 38:6
ອຊກ. 27:15ປຖກ 10:7
ອຊກ. 27:151ກສ 10:22
ອຊກ. 27:17ຜຕສ 11:12, 33
ອຊກ. 27:17ປຖກ 43:11
ອຊກ. 27:17ຢຣມ 8:22
ອຊກ. 27:171ກສ 5:9; ອຊຣ 3:7; ກຈກ 12:20
ອຊກ. 27:18ອຊຢ 7:8
ອຊກ. 27:20ປຖກ 25:3
ອຊກ. 27:21ປຖກ 25:13
ອຊກ. 27:212ຂຄ 17:11; ອຊຢ 60:7
ອຊກ. 27:22ປຖກ 10:7
ອຊກ. 27:221ກສ 10:1, 2; ອຊຢ 60:6
ອຊກ. 27:23ປຖກ 11:31
ອຊກ. 27:232ກສ 19:12; ອມ 1:5
ອຊກ. 27:23ປຖກ 25:3; ໂຢບ 6:19
ອຊກ. 27:23ປຖກ 10:22
ອຊກ. 27:251ກສ 10:22; ອຊຢ 23:14
ອຊກ. 27:27ອຊກ 26:14
ອຊກ. 27:27ອຊກ 27:8, 9
ອຊກ. 27:27ອຊກ 27:10, 11
ອຊກ. 27:30ອຊຢ 23:1; ອຊກ 26:17
ອຊກ. 27:32ອຊກ 26:5
ອຊກ. 27:33ອຊກ 27:14, 16
ອຊກ. 27:33ຊຄຢ 9:3
ອຊກ. 27:34ອຊກ 26:19
ອຊກ. 27:34ອຊກ 27:27
ອຊກ. 27:35ອຊກ 26:15
ອຊກ. 27:35ອຊກ 28:17
ອຊກ. 27:36ພສ 37:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 27:1-36

ເອເຊກຽນ

27 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ອີກ​ວ່າ: 2 “ລູກ​ມະນຸດ​ເອີ້ຍ ໃຫ້​ເຈົ້າ​ຮ້ອງ​ເພງ​ໄວ້ອາໄລ​ໃຫ້​ເມືອງ​ຕີເຣ.+ 3 ໃຫ້​ຮ້ອງ​ວ່າ

‘ເຈົ້າ​ອາໄສ​ຢູ່​ທາງເຂົ້າ​ທະເລ.

ເຈົ້າ​ຄ້າຂາຍ​ກັບ​ຄົນ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​.

ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ

“ຕີເຣ​ເອີ້ຍ ເຈົ້າ​ເວົ້າ​ວ່າ​ເຈົ້າ​ງາມ​ທີ່ສຸດ.+

 4 ເຂດ​ຂອງ​ເຈົ້າ​ຢູ່​ກາງ​ທະເລ

ແລະ​ຜູ້​ທີ່​ສ້າງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຈົ້າ​ງາມ​ທີ່ສຸດ.

 5 ເຂົາ​ເຈົ້າ​ເອົາ​ໄມ້​ຈູນິເປີ້*​ຈາກ​ເສນີ​ມາ​ເຮັດ​ໄມ້ແປ້ນ​ຂອງ​ເຈົ້າ​ທັງ​ໝົດ+

ແລະ​ເອົາ​ໄມ້​ຊີດ້າ*​ຈາກ​ເລບານອນ​ມາ​ເຮັດ​ເສົາ​ຂອງ​ເຈົ້າ.

 6 ເຂົາ​ເຈົ້າ​ເອົາ​ໄມ້​ໂອກ​ຈາກ​ບາຊານ​ມາ​ເຮັດ​ໄມ້ພາຍ​ຂອງ​ເຈົ້າ

ແລະ​ເອົາ​ໄມ້​ແປກ​ທີ່​ຕົກ​ແຕ່ງ​ດ້ວຍ​ງາຊ້າງ​ຈາກ​ເກາະ​ກິດຕີມ+​ມາ​ເຮັດ​ຫົວ​ເຮືອ​ຂອງ​ເຈົ້າ.

 7 ເຂົາ​ເຈົ້າ​ເອົາ​ຜ້າ​ລີນິນ​ຫຼາຍ​ໆ​ສີ​ຈາກ​ເອຢິບ​ມາ​ເຮັດ​ໃບເຮືອ​ຂອງ​ເຈົ້າ

ແລະ​ເອົາ​ດ້າຍ​ສີ​ຟ້າ​ກັບ​ດ້າຍ​ຂົນແກະ​ທີ່​ຍ້ອມ​ສີ​ມ່ວງ​ຈາກ​ເກາະ​ເອລິຊາ+​ມາ​ເຮັດ​ກັນສາດ​ຂອງ​ເຈົ້າ.

 8 ພວກ​ຊີໂດນ​ກັບ​ພວກ​ອາວາດ+​ມາ​ເປັນ​ຄົນ​ພາຍ​ເຮືອ​ຂອງ​ເຈົ້າ.

ຕີເຣ​ເອີ້ຍ ຄົນ​ທີ່​ເກັ່ງ​ໆ​ກໍ​ມາ​ເປັນ​ລູກເຮືອ​ຂອງ​ເຈົ້າ.+

 9 ຄົນ​ເກບານ​ທີ່​ເກັ່ງ​ໆ​ແລະ​ມີ​ປະສົບການ+​ມາ​ເປັນ​ຄົນ​ຢາ​ຮອຍ​ຕໍ່​ເຮືອ​ຂອງ​ເຈົ້າ.+

ເຮືອ​ທຸກ​ລຳ​ໃນ​ທະເລ​ກັບ​ພວກ​ລູກເຮືອ​ຂອງ​ເຂົາເຈົ້າ​ກໍ​ມາ​ຄ້າຂາຍ​ນຳ​ເຈົ້າ.

10 ຄົນ​ເປີເຊຍ ຄົນ​ລູດີມ ຄົນ​ພຸດ+​ກໍ​ຢູ່​ໃນ​ກອງທັບ​ຂອງ​ເຈົ້າ.

ເຂົາເຈົ້າ​ເອົາ​ໂລ້​ກັບ​ໝວກ​ເກາະ​ຫ້ອຍ​ໃສ່​ເຈົ້າ​ແລະ​ເຮັດ​ໃຫ້​ເຈົ້າ​ງາມ.

11 ຄົນ​ອາວາດ​ທີ່​ຢູ່​ໃນ​ກອງທັບ​ຂອງ​ເຈົ້າ​ຢືນ​ອ້ອມ​ກຳແພງ​ຂອງ​ເຈົ້າ

ແລະ​ພວກ​ຄົນ​ທີ່​ກ້າຫານ​ເຝົ້າ​ຢູ່​ເທິງ​ປ້ອມ​ສູງ​ໆ​ຂອງ​ເຈົ້າ.

ເຂົາ​ເຈົ້າ​ເອົາ​ໂລ້​ມົນ​ໆ​ຫ້ອຍ​ອ້ອມ​ກຳແພງ​ຂອງ​ເຈົ້າ

ແລະ​ເຮັດ​ໃຫ້​ເຈົ້າ​ງາມ​ຫຼາຍ.

12 ຕາຊິດ+​ຄ້າຂາຍ​ກັບ​ເຈົ້າ​ຍ້ອນ​ເຈົ້າ​ຮັ່ງ​ຫຼາຍ.+ ເຂົາ​ເຈົ້າ​ເອົາ​ເງິນ ເຫຼັກ ຊືນ ແລະ​ກົ່ວ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.+ 13 ຢາວານ ຕູບານ+ ແລະ​ເມເຊກ+​ກໍ​ຄ້າຂາຍ​ກັບ​ເຈົ້າ. ເຂົາ​ເຈົ້າ​ເອົາ​ທາດ+​ກັບ​ເຄື່ອງ​ໃຊ້​ທີ່​ເຮັດ​ຈາກ​ທອງແດງ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 14 ຄົນ​ໂຕກາມາ+​ເອົາ​ມ້າ​ແລະ​ລໍ*​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 15 ພວກ​ເດດານ+​ຄ້າຂາຍ​ກັບ​ເຈົ້າ. ເຈົ້າ​ຈ້າງ​ພວກ​ພໍ່​ຄ້າ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​ໃຫ້​ຄ້າຂາຍ​ໃຫ້​ເຈົ້າ. ເຂົາ​ເຈົ້າ​ເອົາ​ງາຊ້າງ+​ແລະ​ໄມ້​ເນື້ອດີ*​ເສຍສ່ວຍ​ໃຫ້​ເຈົ້າ. 16 ເອໂດມ​ຄ້າຂາຍ​ກັບ​ເຈົ້າ​ຍ້ອນ​ເຈົ້າ​ມີ​ສິນຄ້າ​ຫຼາຍ. ເຂົາ​ເຈົ້າ​ເອົາ​ຫີນ​ເທີຄອຍສ໌ ດ້າຍ​ຂົນແກະ​ທີ່​ຍ້ອມ​ສີ​ມ່ວງ ຜ້າ​ແສ່ວ​ສີ​ສົດ​ໃສ ຜ້າ​ເນື້ອດີ ປະກາລັງ ແລະ​ແກ້ວ​ພິລາ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.

17 ຢູດາ​ກັບ​ແຜ່ນດິນ​ອິດສະຣາເອນ​ກໍ​ຄ້າຂາຍ​ກັບ​ເຈົ້າ. ເຂົາເຈົ້າ​ເອົາ​ເຂົ້າວີດ*​ຈາກ​ເມືອງ​ມິນນິດ+ ຂອງກິນ​ທີ່​ດີ​ໆ​ ນ້ຳເຜີ້ງ+ ນ້ຳມັນ​ໝາກກອກ ແລະ​ນ້ຳມັນ​ຫອມ+​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.+

18 ເມືອງ​ດາມາເຊ+​ຄ້າຂາຍ​ກັບ​ເຈົ້າ​ຍ້ອນ​ເຈົ້າ​ມີ​ສິນຄ້າ​ຫຼາຍ​ແລະ​ຮັ່ງ​ຫຼາຍ. ເມືອງ​ນີ້​ເອົາ​ເຫຼົ້າແວງ​ຈາກ​ເຮນໂບນ​ແລະ​ຂົນແກະ​ຈາກ​ຊາຮາ*​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 19 ເວດານ​ແລະ​ຢາວານ​ທີ່​ຢູ່​ໃກ້​ກັບ​ອູຊານ​ເອົາ​ເຄື່ອງ​ໃຊ້​ທີ່​ເຮັດ​ຈາກ​ເຫຼັກ ແຄັດເຊຍ*​ແລະ​ໄມ້ອໍ້​ຫອມ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 20 ເດດານ+​ຄ້າຂາຍ​ກັບ​ເຈົ້າ​ໂດຍ​ເອົາ​ອານມ້າ​ທີ່​ເປັນ​ຜ້າ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ. 21 ເຈົ້າ​ຈ້າງ​ພວກ​ອາຣັບ​ແລະ​ພວກ​ຫົວໜ້າ​ທຸກ​ຄົນ​ຂອງ​ເກດາ+​ໃຫ້​ຄ້າຂາຍ​ໃຫ້​ເຈົ້າ. ເຂົາ​ເຈົ້າ​ຂາຍ​ແກະ​ນ້ອຍ ແກະ​ໂຕ​ຜູ້ ແລະ​ແບ້.+ 22 ພວກ​ພໍ່​ຄ້າ​ຂອງ​ເຊບາ​ແລະ​ຣາອາມາ+​ກໍ​ຄ້າຂາຍ​ກັບ​ເຈົ້າ. ເຂົາ​ເຈົ້າ​ເອົາ​ເຄື່ອງເທດ​ທີ່​ດີ​ທີ່ສຸດ​ທຸກ​ປະເພດ ເພັດ​ນິນ​ຈິນດາ ແລະ​ຄຳ​ມາ​ແລກ​ປ່ຽນ​ກັບ​ສິນຄ້າ​ຂອງ​ເຈົ້າ.+ 23 ຮາຣານ+ ການເນ້ ເອເດັນ+ ພວກ​ພໍ່​ຄ້າ​ຂອງ​ເຊບາ+ ເມືອງ​ອັດຊູເລ+ ແລະ​ກິນມາດ​ກໍ​ຄ້າຂາຍ​ກັບ​ເຈົ້າ. 24 ເຂົາ​ເຈົ້າ​ເອົາ​ເຄື່ອງນຸ່ງ​ທີ່​ງາມ​ໆ​ ເສື້ອຄຸມ​ສີ​ຟ້າ​ທີ່​ແສ່ວ​ດ້ວຍ​ສີ​ແຈ້ງ​ໆ​ ແລະ​ພົມ​ທີ່​ມີ​ຫຼາຍ​ສີ​ມາ​ຂາຍ​ເປັນ​ມັດ​ໃຫຍ່​ໆ​ຢູ່​ຕະຫຼາດ​ຂອງ​ເຈົ້າ.

25 ເຮືອ​ຫຼາຍ​ລຳ​ຈາກ​ຕາຊິດ+​ຂົນ​ສິນຄ້າ​ໃຫ້​ເຈົ້າ.

ເຈົ້າ​ຈຶ່ງ​ລວຍ​ແລະ​ມີ​ເຄື່ອງ​ຂອງ​ຫຼາຍ*​ຢູ່​ກາງ​ທະເລ.

26 ຄົນ​ທີ່​ພາຍ​ເຮືອ​ໃຫ້​ເຈົ້າ​ພາ​ເຈົ້າ​ອອກ​ໄປ​ທະເລ​ທີ່​ມີ​ຄື້ນ​ໃຫຍ່​ໆ​.

ລົມ​ຈາກ​ທິດ​ຕາເວັນ​ອອກ​ເຮັດ​ໃຫ້​ເຈົ້າ​ຫຼົ້ມ​ຢູ່​ກາງ​ທະເລ.

27 ທຸກ​ຄົນ​ທີ່​ຢູ່​ນຳ​ເຈົ້າ

ຈະ​ຈົມ​ຢູ່​ກາງ​ທະເລ​ໃນ​ມື້​ທີ່​ເຈົ້າ​ຖືກ​ທຳລາຍ.+

ຊັບ​ສົມບັດ ສິນຄ້າ ຄົນ​ທີ່​ເຮັດ​ວຽກ​ໃນ​ເຮືອ​ຂອງ​ເຈົ້າ

ຄົນ​ທີ່​ຢາ​ຮອຍ​ຕໍ່​ເຮືອ​ຂອງ​ເຈົ້າ ຄົນ​ທີ່​ຄ້າຂາຍ​ກັບ​ເຈົ້າ+ ແລະ​ທຸກ​ຄົນ​ທີ່​ຢູ່​ໃນ​ກອງທັບ​ຂອງ​ເຈົ້າ​ຈະ​ຈົມ​ໝົດ.+

28 ເມື່ອ​ພວກ​ລູກເຮືອ​ຂອງ​ເຈົ້າ​ຮ້ອງ​ສຽງ​ດັງ​ໆ​ ແຄມ​ທະເລ​ຈະ​ສັ່ນ​ສະເທືອນ.

29 ຄົນ​ພາຍ​ເຮືອ​ກັບ​ລູກເຮືອ​ທັງໝົດ ແລະ​ທຸກ​ຄົນ​ທີ່​ເຮັດ​ວຽກ​ໃນ​ເຮືອ

ຈະ​ອອກ​ຈາກ​ເຮືອ​ແລະ​ໄປ​ຢືນ​ຢູ່​ເທິງ​ຝັ່ງ.

30 ເຂົາ​ເຈົ້າ​ຈະ​ຮ້ອງ​ສຽງ​ດັງ​ດ້ວຍ​ຄວາມ​ເສຍໃຈ​ຫຼາຍ​ໃຫ້​ເຈົ້າ.+

ເຂົາ​ເຈົ້າ​ຈະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ​ແລະ​ນອນ​ເກືອກ​ຂີ້ເທົ່າ.

31 ເຂົາ​ເຈົ້າ​ຈະ​ແຖ​ຫົວ​ແລະ​ນຸ່ງ​ຜ້າ​ເນື້ອ​ຫຍາບ.

ເຂົາ​ເຈົ້າ​ຈະ​ຮ້ອງ​ໄຫ້​ເສຍໃຈ​ດ້ວຍ​ຄວາມ​ທຸກ​ໂສກ​ໃຫ້​ເຈົ້າ.

32 ໃນ​ຕອນ​ທີ່​ເຂົາ​ເຈົ້າ​ກຳລັງ​ໂສກເສົ້າ ເຂົາ​ເຈົ້າ​ຈະ​ຮ້ອງ​ເພງ​ໄວ້ອາໄລ​ໃຫ້​ເຈົ້າ​ວ່າ

‘ມີ​ເມືອງ​ໃດ​ບໍ​ທີ່​ເປັນ​ຄື​ກັບ​ຕີເຣ​ທີ່​ຕອນ​ນີ້​ຖືກ​ທຳລາຍ​ແລ້ວ*​ຢູ່​ກາງ​ທະເລ?+

33 ເມື່ອ​ສິນຄ້າ​ຕ່າງ​ໆ​ຂອງ​ເຈົ້າ​ເຂົ້າ​ມາ​ຈາກ​ທະເລ ເຈົ້າ​ເຮັດ​ໃຫ້​ຫຼາຍ​ຊາດ​ມີ​ຄວາມສຸກ.+

ຊັບ​ສົມບັດ​ກັບ​ສິນຄ້າ​ຂອງ​ເຈົ້າ​ເຮັດ​ໃຫ້​ພວກ​ກະສັດ​ໃນ​ໂລກ​ລ່ຳລວຍ.+

34 ຕອນນີ້ ເຈົ້າ​ຈົມ​ຢູ່​ທະເລ​ເລິກ+

ແລະ​ສິນຄ້າ​ກັບ​ຄົນ​ຂອງ​ເຈົ້າ​ທັງ​ໝົດ​ກໍ​ຈົມ​ໄປ​ພ້ອມ​ກັບ​ເຈົ້າ.+

35 ຄົນ​ທີ່​ຢູ່​ຕາມ​ເກາະ​ຕ່າງ​ໆ​ຈະ​ແນມ​ເບິ່ງ​ເຈົ້າ​ດ້ວຍ​ຄວາມ​ຕົກໃຈ.+

ພວກ​ກະສັດ​ຂອງ​ເຂົາ​ເຈົ້າ​ຈະ​ຢ້ານ​ຈົນ​ໂຕ​ສັ່ນ+​ແລະ​ໜ້າ​ຂອງ​ເຂົາ​ເຈົ້າ​ຈະ​ໂສກເສົ້າ.

36 ພວກ​ພໍ່​ຄ້າ​ໃນ​ຊາດ​ຕ່າງ​ໆ​ຈະ​ພາກັນ​ຜິວປາກ*​ຍ້ອນ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ເຈົ້າ.

ຈຸດ​ຈົບ​ຂອງ​ເຈົ້າ​ຈະ​ເກີດ​ຂຶ້ນ​ແບບ​ກະທັນຫັນ​ແລະ​ເປັນ​ຕາ​ຢ້ານ

ແລະ​ເຈົ້າ​ຈະ​ດັບສູນ​ຕະຫຼອດ​ໄປ.’”’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌