ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດຊະຣາ

      • ກະສັດ​ດາຣິອຸດ​ສັ່ງ​ໃຫ້​ຄົນ​ໄປ​ຄົ້ນ​ເບິ່ງ​ເອກະສານ​ແລະ​ອອກ​ຄຳ​ສັ່ງ (1-​12)

      • ສ້າງ​ວິຫານ​ແລ້ວ​ແລະ​ສະຫຼອງ​ອຸທິດ​ວິຫານ (13-​18)

      • ການ​ສະຫຼອງ​ປັດສະຄາ (19-​22)

ເອັດຊະຣາ 6:3

ໄຂເງື່ອນ

  • *

    26,7 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:22, 23; ອຊຣ 1:1-3
  • +1ກສ 6:2

ເອັດຊະຣາ 6:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 3:7; 5:8
  • +ອຊຣ 7:20; ອຊຢ 49:23

ເອັດຊະຣາ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:13-15; 2ຂຄ 36:7, 18; ດນອ 1:1, 2; 5:2
  • +ອຊຣ 1:8, 11

ເອັດຊະຣາ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 5:3, 6

ເອັດຊະຣາ 6:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:20; ຮກ 2:7, 8
  • +ອຊຣ 5:5

ເອັດຊະຣາ 6:9

ໄຂເງື່ອນ

  • *

    ເຂົ້າ​ຊະນິດໜຶ່ງ​ທີ່​ໃຊ້​ເຮັດ​ເຂົ້າຈີ່​ໄດ້

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:3, 5
  • +ລລວ 1:10
  • +ຈຊບ 28:3
  • +ລລວ 2:1
  • +ລລວ 2:13
  • +ຈຊບ 15:5
  • +ອພຍ 27:20; ລລວ 2:4

ເອັດຊະຣາ 6:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 7:23

ເອັດຊະຣາ 6:11

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ບ່ອນ​ຖິ້ມ​ຂີ້ເຫຍື້ອ; ກອງ​ຂີ້​ສັດ”

ເອັດຊະຣາ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 12:5, 6; 2ຂຄ 7:16

ເອັດຊະຣາ 6:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 5:6

ເອັດຊະຣາ 6:14

ໄຂເງື່ອນ

  • *

    ອາຕາເຊເຊັດ​ທີ 1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຣ 3:8; 4:3
  • +ຮກ 1:12
  • +ອຊຣ 5:1, 2; ຊຄຢ 1:1, 7; 6:15
  • +ຮກ 1:8
  • +2ຂຄ 36:23; ອຊຣ 1:2, 3; ອຊຢ 44:28
  • +ອຊຣ 6:12
  • +ອຊຣ 7:12, 13

ເອັດຊະຣາ 6:15

ໄຂເງື່ອນ

  • *

    ເບິ່ງ​ພາກ​ຜະໜວກ ຂ15

ເອັດຊະຣາ 6:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 9:2; ນຮຢ 7:73

ເອັດຊະຣາ 6:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 7:5

ເອັດຊະຣາ 6:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 23:6
  • +ຈຊບ 3:6

ເອັດຊະຣາ 6:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:2, 14; ລລວ 23:5; ພບຍ 16:1; ອສທ 3:7

ເອັດຊະຣາ 6:20

ໄຂເງື່ອນ

  • *

    ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 30:19, 20; ລລວ 21:8; 22:2, 3

ເອັດຊະຣາ 6:21

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຊອກຫາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:48; ຈຊບ 9:14

ເອັດຊະຣາ 6:22

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ທີ່​ໃຊ້​ເອີ້ນ​ກະສັດ​ເປີເຊຍ​ເຊິ່ງ​ແມ່ນ​ດາຣິອຸດ​ທີ 1. ຕອນ​ນັ້ນ​ລາວ​ປົກຄອງ​ເຂດ​ທີ່​ເຄີຍ​ເປັນ​ຂອງ​ອັດຊີເຣຍ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:17; ລລວ 23:6
  • +ອຊຣ 7:27; ສພສ 21:1

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຣ. 6:32ຂຄ 36:22, 23; ອຊຣ 1:1-3
ອຊຣ. 6:31ກສ 6:2
ອຊຣ. 6:4ອຊຣ 3:7; 5:8
ອຊຣ. 6:4ອຊຣ 7:20; ອຊຢ 49:23
ອຊຣ. 6:52ກສ 25:13-15; 2ຂຄ 36:7, 18; ດນອ 1:1, 2; 5:2
ອຊຣ. 6:5ອຊຣ 1:8, 11
ອຊຣ. 6:6ອຊຣ 5:3, 6
ອຊຣ. 6:8ອຊຣ 7:20; ຮກ 2:7, 8
ອຊຣ. 6:8ອຊຣ 5:5
ອຊຣ. 6:9ລລວ 1:3, 5
ອຊຣ. 6:9ລລວ 1:10
ອຊຣ. 6:9ຈຊບ 28:3
ອຊຣ. 6:9ລລວ 2:1
ອຊຣ. 6:9ລລວ 2:13
ອຊຣ. 6:9ຈຊບ 15:5
ອຊຣ. 6:9ອພຍ 27:20; ລລວ 2:4
ອຊຣ. 6:10ອຊຣ 7:23
ອຊຣ. 6:12ພບຍ 12:5, 6; 2ຂຄ 7:16
ອຊຣ. 6:13ອຊຣ 5:6
ອຊຣ. 6:14ອຊຣ 3:8; 4:3
ອຊຣ. 6:14ຮກ 1:12
ອຊຣ. 6:14ອຊຣ 5:1, 2; ຊຄຢ 1:1, 7; 6:15
ອຊຣ. 6:14ຮກ 1:8
ອຊຣ. 6:142ຂຄ 36:23; ອຊຣ 1:2, 3; ອຊຢ 44:28
ອຊຣ. 6:14ອຊຣ 6:12
ອຊຣ. 6:14ອຊຣ 7:12, 13
ອຊຣ. 6:161ຂຄ 9:2; ນຮຢ 7:73
ອຊຣ. 6:172ຂຄ 7:5
ອຊຣ. 6:181ຂຄ 23:6
ອຊຣ. 6:18ຈຊບ 3:6
ອຊຣ. 6:19ອພຍ 12:2, 14; ລລວ 23:5; ພບຍ 16:1; ອສທ 3:7
ອຊຣ. 6:20ອພຍ 30:19, 20; ລລວ 21:8; 22:2, 3
ອຊຣ. 6:21ອພຍ 12:48; ຈຊບ 9:14
ອຊຣ. 6:22ອພຍ 12:17; ລລວ 23:6
ອຊຣ. 6:22ອຊຣ 7:27; ສພສ 21:1
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເອັດຊະຣາ 6:1-22

ເອັດຊະຣາ

6 ກະສັດ​ດາຣິອຸດ​ສັ່ງ​ໃຫ້​ຄົນ​ໄປ​ຄົ້ນ​ເບິ່ງ​ບ່ອນ​ມ້ຽນ​ເອກະສານ​ເກົ່າ​ໆ​ທີ່​ຢູ່​ໃນ​ຄັງ​ຊັບສິນ​ຂອງ​ບາບີໂລນ. 2 ເຂົາ​ເຈົ້າ​ເຫັນ​ມ້ວນ​ໜັງສື​ມ້ວນ​ໜຶ່ງ​ຢູ່​ປ້ອມ​ໃນ​ເມືອງ​ເອັກບາທານາ​ໃນ​ແຂວງ​ຂອງ​ເມເດຍ. ມ້ວນ​ໜັງສື​ນັ້ນ​ຂຽນ​ວ່າ:

3 “ໃນ​ປີ​ທຳອິດ​ທີ່​ກະສັດ​ໄຊຣັດ​ປົກຄອງ ລາວ​ອອກ​ຄຳ​ສັ່ງ​ກ່ຽວກັບ​ວິຫານ​ຂອງ​ພະເຈົ້າ​ໃນ​ເມືອງ​ເຢຣູຊາເລັມ​ວ່າ+ ‘ໃຫ້​ຄົນຢິວສ້າງ​ວິຫານ​ຄືນໃໝ່​ເພື່ອ​ເຂົາ​ເຈົ້າ​ຈະ​ເຜົາ​ເຄື່ອງ​ບູຊາ​ຢູ່​ຫັ້ນ. ໃຫ້​ສ້າງ​ວິຫານ​ນີ້​ສູງ 60 ສອກ* ກວ້າງ 60 ສອກ+​ແລະ​ຮາກຖານ​ວິຫານ​ຕ້ອງແຂງແຮງ. 4 ສຳລັບ​ກຳແພງ ໃຫ້​ເອົາ​ຫີນ​ກ້ອນ​ໃຫຍ່​ໆ​ກໍ່​ເປັນ 3 ຊັ້ນແລະ​ອີກ​ຊັ້ນ​ໜຶ່ງ​ໃຫ້​ເປັນ​ໄມ້.+ ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ໃນ​ການ​ກໍ່​ສ້າງ​ແມ່ນ​ໃຫ້​ເອົາ​ຈາກ​ວັງ​ຂອງ​ກະສັດ.+ 5 ເຄື່ອງໃຊ້​ຕ່າງ​ໆ​ທີ່​ເປັນ​ເງິນ​ເປັນ​ຄຳ​ທີ່​ເນບູກາດເນັດຊາ​ເອົາ​ມາ​ຈາກ​ວິຫານ​ຂອງ​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ເອົາ​ມາ​ໄວ້​ຢູ່​ບາບີໂລນ+ ໃຫ້​ເອົາ​ກັບ​ໄປ​ໄວ້​ຢູ່​ວິຫານ​ຂອງ​ພະເຈົ້າ​ໃນ​ເມືອງ​ເຢຣູຊາເລັມ​ຄື​ເກົ່າ.’+

6 ຂ້ອຍກະສັດ​ດາຣິອຸດ​ອອກ​ຄຳ​ສັ່ງ​ໃຫ້​ຕັດເຕນາຍ​ທີ່​ເປັນ​ເຈົ້າ​ແຂວງ​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ+​ກັບ​ເຊທາໂບເຊນາຍ​ແລະ​ພວກ​ໝູ່​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ທີ່​ເປັນ​ຮອງ​ເຈົ້າ​ແຂວງ​ວ່າ ບໍ່​ໃຫ້​ໄປ​ກວນ​ຄົນ​ທີ່​ເຮັດ​ວຽກ​ຢູ່​ເມືອງ​ເຢຣູຊາເລັມ. 7 ຢ່າ​ໄປ​ວຸ່ນວາຍ​ໃນ​ວຽກ​ສ້າງ​ວິຫານ​ຂອງ​ພະເຈົ້າ​ເພື່ອ​ເຈົ້າ​ແຂວງ​ຄົນ​ຢິວ​ແລະ​ພວກ​ຜູ້​ນຳ​ຄົນ​ຢິວ​ຈະ​ສ້າງ​ວິຫານ​ຂອງ​ພະເຈົ້າ​ຄືນ​ໃໝ່​ໃນ​ບ່ອນ​ທີ່​ເຄີຍ​ຢູ່. 8 ນອກ​ຈາກ​ນັ້ນ ຂ້ອຍ​ອອກ​ຄຳ​ສັ່ງ​ໃຫ້​ພວກ​ເຈົ້າ​ຊ່ວຍ​ພວກ​ຜູ້​ນຳ​ຄົນ​ຢິວ​ສ້າງ​ວິຫານ​ຂອງ​ພະເຈົ້າ​ຄືນ​ໃໝ່. ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ແມ່ນ​ໃຫ້​ເອົາ​ຈາກ​ຄັງ​ຊັບສິນ​ທີ່​ຢູ່​ໃນ​ວັງ​ຂອງ​ກະສັດ+ ເຊິ່ງ​ໄດ້​ມາ​ຈາກ​ການ​ເກັບ​ພາສີ​ນຳ​ເຂດ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ. ໃຫ້​ເອົາ​ຄ່າ​ໃຊ້​ຈ່າຍ​ຕ່າງ​ໆ​ໃຫ້​ເຂົາ​ເຈົ້າ​ທັນທີ​ເພື່ອ​ເຂົາ​ເຈົ້າ​ຈະ​ເຮັດ​ວຽກ​ໄດ້​ຕໍ່​ໆ​ໄປ.+ 9 ພວກ​ເຈົ້າ​ຕ້ອງ​ເອົາ​ທຸກ​ສິ່ງ​ທີ່​ພວກ​ປະໂລຫິດ​ໃນ​ເມືອງ​ເຢຣູຊາເລັມ​ຕ້ອງການ​ໃຫ້​ເຂົາ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ງົວ​ໂຕ​ຜູ້+ ແກະ​ໂຕ​ຜູ້+ ຫຼື​ແກະ​ນ້ອຍ+​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ ຫຼື​ບໍ່​ວ່າ​ຈະ​ເປັນ​ເຂົ້າວີດ*+ ເກືອ+ ເຫຼົ້າແວງ+ ຫຼື​ນ້ຳມັນ​ໝາກກອກ+ 10 ເພື່ອ​ເຂົາ​ເຈົ້າ​ຈະ​ເຜົາ​ເຄື່ອງ​ບູຊາ​ໃຫ້​ພະເຈົ້າ​ທີ່​ຢູ່​ໃນ​ສະຫວັນ​ໃນ​ແບບ​ທີ່​ເພິ່ນ​ພໍ​ໃຈ​ຕໍ່​ໆ​ໄປ ແລະ​ເພື່ອ​ເຂົາ​ເຈົ້າ​ຈະ​ອະທິດຖານ​ໃຫ້​ກະສັດ​ກັບ​ພວກ​ລູກ​ຂອງ​ກະສັດ​ໃຫ້ຢູ່​ດີ​ມີ​ແຮງ.+ 11 ຂ້ອຍ​ອອກ​ຄຳ​ສັ່ງ​ອີກ​ວ່າ ຖ້າ​ຜູ້​ໃດ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ນີ້ ໃຫ້​ແກະ​ເອົາ​ໄມ້​ທ່ອນ​ໜຶ່ງ​ທີ່​ຢູ່​ໃນ​ເຮືອນ​ຂອງ​ລາວ​ແລະຄຶງ​ລາວ​ໄວ້​ໃຫ້​ຕາຍ​ຢູ່​ເທິງ​ໄມ້​ນັ້ນ ແລະ​ໃຫ້​ເຮືອນ​ຂອງ​ລາວ​ເປັນ​ຫ້ອງ​ນ້ຳ​ສາທາລະນະ*​ຍ້ອນ​ຄວາມ​ຜິດ​ນີ້. 12 ໃຫ້​ພະເຈົ້າ​ທີ່​ໄດ້​ເລືອກ​ບ່ອນ​ນີ້​ສຳລັບ​ຊື່​ຂອງ​ເພິ່ນ+​ຈັດການ​ກະສັດ​ແລະ​ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ເຮັດ​ຕາມ​ຄຳສັ່ງ​ນີ້​ແລະ​ພະຍາຍາມ​ທຳລາຍ​ວິຫານ​ຂອງ​ພະເຈົ້າ​ໃນ​ເມືອງ​ເຢຣູຊາເລັມ. ຂ້ອຍ​ກະສັດ​ດາຣິອຸດ​ເປັນ​ຜູ້​ອອກ​ຄຳ​ສັ່ງ​ນີ້. ໃຫ້​ທຸກ​ຄົນ​ເຮັດ​ຕາມ​ທັນທີ.”

13 ຕັດເຕນາຍ​ທີ່​ເປັນ​ເຈົ້າ​ແຂວງ​ຢູ່​ເຂດ​ທາງ​ທິດຕາເວັນຕົກ​ຂອງ​ແມ່​ນ້ຳ​ເອິຟາຣາດ​ກັບ​ເຊທາໂບເຊນາຍ+​ແລະ​ພວກ​ໝູ່​ທີ່​ເຮັດ​ວຽກ​ນຳ​ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ກະສັດ​ດາຣິອຸດ​ສັ່ງ​ທັນທີ. 14 ພວກ​ຜູ້​ນຳ​ຄົນ​ຢິວ​ເຮັດ​ວຽກ​ກໍ່​ສ້າງ​ວິຫານ​ຕໍ່​ໆ​ໄປ​ແລະ​ວຽກ​ກໍ​ກ້າວໜ້າ​ດີ+ ຍ້ອນ​ເຂົາ​ເຈົ້າ​ໄດ້​ຮັບ​ກຳລັງໃຈ​ຈາກ​ສິ່ງ​ທີ່​ຜູ້ພະຍາກອນ​ຮັກກາຍ+​ແລະ​ເຊຄາຣີຢາ+​ຫຼານ​ຊາຍ​ຂອງ​ອິດໂດເວົ້າ. ເຂົາ​ເຈົ້າ​ສ້າງ​ວິຫານ​ແລ້ວ​ຕາມ​ທີ່​ພະເຈົ້າ​ຂອງ​ອິດສະຣາເອນ​ສັ່ງ+ ແລະ​ຕາມ​ທີ່​ໄຊຣັດ+ ດາຣິອຸດ+ ແລະອາຕາເຊເຊັດ*+​ກະສັດ​ຂອງ​ເປີເຊຍ​ສັ່ງ. 15 ເຂົາ​ເຈົ້າ​ສ້າງ​ວິຫານ​ແລ້ວ​ໃນ​ວັນ​ທີ 3 ເດືອນ​ອາດາ* ເຊິ່ງ​ເປັນ​ປີ​ທີ 6 ທີ່​ກະສັດ​ດາຣິອຸດ​ປົກຄອງ.

16 ຈາກ​ນັ້ນ ພວກ​ອິດສະຣາເອນ​ທຸກ​ຄົນ​ເຊິ່ງ​ລວມ​ມີ​ພວກ​ປະໂລຫິດ ພວກ​ເລວີ+ ແລະ​ຄົນ​ອື່ນ​ໆ​ທີ່​ເຄີຍ​ເປັນ​ຊະເລີຍ​ໄດ້​ຈັດ​ງານ​ສະຫຼອງ​ອຸທິດ​ວິຫານ​ຂອງ​ພະເຈົ້າ​ດ້ວຍ​ຄວາມ​ມ່ວນ​ຊື່ນ. 17 ສັດ​ທີ່​ເຂົາ​ເຈົ້າ​ເຜົາ​ໃນ​ການ​ອຸທິດ​ວິຫານ​ຂອງ​ພະເຈົ້າ​ມີ: ງົວ​ໂຕ​ຜູ້ 100 ໂຕ ແກະ​ໂຕ​ຜູ້ 200 ໂຕ ແລະແກະ​ນ້ອຍ​ໂຕ​ຜູ້ 400 ໂຕ. ເຂົາ​ເຈົ້າ​ຍັງ​ໄດ້​ເອົາ​ແບ້​ໂຕ​ຜູ້ 12 ໂຕ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ສຳລັບ​ພວກ​ອິດສະຣາເອນ​ທຸກ​ຄົນ​ຕາມ​ຈຳນວນ​ຕະກູນ​ຂອງ​ອິດສະຣາເອນ.+ 18 ເຂົາ​ເຈົ້າ​ແບ່ງ​ກຸ່ມ​ພວກ​ປະໂລຫິດ​ແລະ​ພວກເລວີ​ຕາມ​ກຸ່ມ​ຂອງ​ໂຕເອງ​ເພື່ອ​ໃຫ້​ຮັບ​ໃຊ້​ພະເຈົ້າ​ຢູ່​ເມືອງ​ເຢຣູຊາເລັມ+​ຄື​ກັບ​ທີ່​ໂມເຊ​ໄດ້​ຂຽນ​ໄວ້​ໃນ​ປຶ້ມ​ຂອງ​ລາວ.+

19 ຄົນ​ທີ່​ເຄີຍ​ເປັນ​ຊະເລີຍ​ໄດ້​ຈັດ​ການ​ສະຫຼອງ​ປັດສະຄາ​ໃນ​ວັນ​ທີ 14 ຂອງ​ເດືອນ​ທີ 1.+ 20 ພວກ​ປະໂລຫິດ​ກັບ​ພວກເລວີ​ທຸກ​ຄົນ​ໄດ້​ເຮັດ​ໃຫ້​ໂຕເອງ​ສະອາດ.*+ ເຂົາ​ເຈົ້າ​ຂ້າ​ສັດ​ເພື່ອ​ໃຊ້​ເປັນ​ເຄື່ອງ​ບູຊາ​ໃນ​ເທດສະການ​ປັດສະຄາ​ສຳລັບ​ທຸກ​ຄົນ​ທີ່​ເຄີຍ​ເປັນ​ຊະເລີຍ ສຳລັບ​ພວກ​ປະໂລຫິດ​ຄົນ​ອື່ນ​ໆ​ ແລະ​ສຳລັບ​ໂຕເອງ. 21 ຈາກ​ນັ້ນ ພວກ​ອິດສະຣາເອນ​ທີ່​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ​ກໍ​ກິນ​ເຄື່ອງ​ບູຊາ​ນັ້ນ​ນຳ​ກັນ​ກັບ​ຄົນ​ທີ່​ເຊົາ​ເຮັດ​ຕາມ​ທຳນຽມ​ທີ່​ບໍ່​ສະອາດ​ຂອງ​ຊາດ​ຕ່າງ​ໆ​ ແລະ​ໄດ້​ປ່ຽນ​ມາ​ນະມັດສະການ*​ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ.+ 22 ເຂົາ​ເຈົ້າ​ຍັງ​ໄດ້​ສະຫຼອງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອ+​ເປັນ​ເວລາ 7 ມື້​ຢ່າງ​ມ່ວນ​ຊື່ນ ຍ້ອນ​ພະ​ເຢໂຫວາເຮັດ​ໃຫ້ເຂົາ​ເຈົ້າ​ມີ​ຄວາມສຸກ ແລະ​ຍ້ອນ​ເພິ່ນ​ໄດ້​ເຮັດ​ໃຫ້​ກະສັດ​ອັດຊີເຣຍ*​ສະໜັບສະໜູນ​ເຂົາ​ເຈົ້າ+​ໃນ​ການ​ສ້າງ​ວິຫານ​ຂອງ​ພະເຈົ້າ​ທ່ຽງແທ້​ທີ່​ເປັນ​ພະເຈົ້າ​ຂອງ​ອິດສະຣາເອນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌