ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 10
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ພະ​ເຢໂຫວາ​ສົ່ງ​ໄຟ​ລົງ​ມາ​ເຜົາ​ນາດາບ​ກັບ​ອາບີຮູ (1-7)

      • ຄຳ​ສັ່ງ​ສຳລັບ​ປະໂລຫິດ​ໃນ​ເລື່ອງ​ການ​ກິນ​ແລະ​ການ​ດື່ມ​ຈາກ​ເຄື່ອງ​ບູຊາ (8-20)

ລະບຽບພວກເລວີ 10:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:23; 1ຂຄ 24:2
  • +ອພຍ 30:34, 35; ລລວ 16:12
  • +ອພຍ 30:9; ລລວ 10:9; 16:1, 2

ລະບຽບພວກເລວີ 10:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 16:35
  • +ຈຊບ 26:61

ລະບຽບພວກເລວີ 10:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:22

ລະບຽບພວກເລວີ 10:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 6:18

ລະບຽບພວກເລວີ 10:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 21:10

ລະບຽບພວກເລວີ 10:7

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:41; ລລວ 8:12; 21:11, 12

ລະບຽບພວກເລວີ 10:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:21

ລະບຽບພວກເລວີ 10:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 44:23

ລະບຽບພວກເລວີ 10:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 33:10; 2ຂຄ 17:8, 9; ນຮຢ 8:7, 8; ມລກ 2:7

ລະບຽບພວກເລວີ 10:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:14, 16
  • +ລລວ 21:22

ລະບຽບພວກເລວີ 10:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:26; ຈຊບ 18:10

ລະບຽບພວກເລວີ 10:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:26-28; ລລວ 7:31, 34; 9:21
  • +ລລວ 22:13; ຈຊບ 18:11

ລະບຽບພວກເລວີ 10:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 9:13

ລະບຽບພວກເລວີ 10:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 9:3, 15

ລະບຽບພວກເລວີ 10:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:25, 26; ອຊກ 44:29

ລະບຽບພວກເລວີ 10:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:29, 30

ລະບຽບພວກເລວີ 10:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 9:8, 12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 10:1ອພຍ 6:23; 1ຂຄ 24:2
ລລວ. 10:1ອພຍ 30:34, 35; ລລວ 16:12
ລລວ. 10:1ອພຍ 30:9; ລລວ 10:9; 16:1, 2
ລລວ. 10:2ຈຊບ 16:35
ລລວ. 10:2ຈຊບ 26:61
ລລວ. 10:3ອພຍ 19:22
ລລວ. 10:4ອພຍ 6:18
ລລວ. 10:6ລລວ 21:10
ລລວ. 10:7ອພຍ 28:41; ລລວ 8:12; 21:11, 12
ລລວ. 10:9ອຊກ 44:21
ລລວ. 10:10ອຊກ 44:23
ລລວ. 10:11ພບຍ 33:10; 2ຂຄ 17:8, 9; ນຮຢ 8:7, 8; ມລກ 2:7
ລລວ. 10:12ລລວ 6:14, 16
ລລວ. 10:12ລລວ 21:22
ລລວ. 10:13ລລວ 6:26; ຈຊບ 18:10
ລລວ. 10:14ອພຍ 29:26-28; ລລວ 7:31, 34; 9:21
ລລວ. 10:14ລລວ 22:13; ຈຊບ 18:11
ລລວ. 10:151ກຣ 9:13
ລລວ. 10:16ລລວ 9:3, 15
ລລວ. 10:17ລລວ 6:25, 26; ອຊກ 44:29
ລລວ. 10:18ລລວ 6:29, 30
ລລວ. 10:19ລລວ 9:8, 12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 10:1-20

ລະບຽບພວກເລວີ

10 ຕໍ່ມາ ລູກ​ຊາຍ​ຂອງ​ອາໂຣນ​ທີ່​ຊື່​ນາດາບ​ກັບ​ອາບີຮູ+ກໍ​ເອົາແນວ​ໃສ່​ເຄື່ອງຫອມ+ມາ ແລ້ວ​ເອົາຖ່ານ​ໄຟກັບ​ເຄື່ອງຫອມ​ໃສ່​ໃນ​ຫັ້ນ. ເຂົາ​ເຈົ້າ​ພະຍາຍາມ​ເອົາເຄື່ອງ​ບູຊາ​ທີ່​ບໍ່​ໄດ້​ຮັບ​ອະນຸຍາດມາ​ເຜົາ​ຕໍ່​ໜ້າ​ພະ​ເຢໂຫວາ+ ເຊິ່ງ​ເພິ່ນ​ບໍ່​ໄດ້​ບອກ​ໃຫ້​ເຂົາ​ເຈົ້າ​ເຮັດ. 2 ພະ​ເຢໂຫວາ​ຈຶ່ງ​ສົ່ງ​ໄຟ​ລົງ​ມາ​ເຜົາ​ເຂົາ​ເຈົ້າ.+ ເຂົາ​ເຈົ້າ​ກໍ​ເລີຍ​ຕາຍ​ຕໍ່​ໜ້າ​ພະ​ເຢໂຫວາ.+ 3 ໂມເຊ​ເວົ້າ​ກັບ​ອາໂຣນ​ວ່າ: “ພະ​ເຢໂຫວາ​ເວົ້າ​ແນວ​ນີ້​ວ່າ ‘ຄົນ​ທີ່​ຢູ່​ຕໍ່​ໜ້າ​ເຮົາ+ຈະ​ຕ້ອງ​ຈື່​ວ່າເຮົາ​ເປັນ​ພະເຈົ້າ​ທີ່​ບໍລິສຸດ ແລະ​ທຸກ​ຄົນ​ຈະ​ຕ້ອງຍົກຍ້ອງ​ສັນລະເສີນ​ເຮົາ.’” ແຕ່​ອາໂຣນ​ມິດ​ຢູ່.

4 ໂມເຊ​ໄດ້​ເອີ້ນ​ມີຊາເອນ​ກັບ​ເອລີຊາຟັນ ເຊິ່ງ​ເປັນ​ລູກ​ຂອງ​ອຸດຊີເອນ+​ທີ່​ເປັນ​ອາວ​ຂອງ​ອາໂຣນ​ມາ​ຫາ ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ໃຫ້​ເອົາ​ສົບພີ່ນ້ອງຂອງ​ພວກ​ເຈົ້າ​ອອກ​ຈາກ​ທາງ​ໜ້າ​ບ່ອນ​ບໍລິສຸດ​ໄປ​ໄວ້​ນອກ​ຄ້າຍ​ພັກ.” 5 ເຂົາ​ເຈົ້າ​ກໍ​ຫຍັບ​ອອກ​ມາ ແລ້ວ​ເອົາ​ສົບ 2 ຄົນ​ນັ້ນ​ທີ່​ຍັງນຸ່ງ​ເຄື່ອງ​ປະໂລຫິດຢູ່​ອອກ​ໄປ​ນອກ​ຄ້າຍ​ຕາມ​ທີ່​ໂມເຊ​ບອກ.

6 ໂມເຊ​ເວົ້າ​ກັບ​ອາໂຣນ​ແລະ​ລູກ​ຊາຍ​ຂອງ​ລາວ​ທີ່​ຊື່​ເອເລອາຊາ​ກັບ​ອີທາມາ​ວ່າ: “ຫ້າມ​ຈົ່ງ​ຜົມ​ຍາວແລະ​ຫ້າມ​ປ່ອຍ​ໃຫ້​ມັນ​ຫຍຸ້ງ ຫຼື​ຫ້າມ​ຈີກ​ເຄື່ອງນຸ່ງ​ຂອງ​ພວກ​ເຈົ້າ+ ເພື່ອ​ພວກ​ເຈົ້າ​ຊິ​ບໍ່​ຕາຍ ແລະເພື່ອ​ພະເຈົ້າ​ຊິ​ພໍ​ໃຈຊາດ​ອິດສະຣາເອນ​ຕໍ່​ໄປ ແຕ່​ພີ່ນ້ອງ​ຂອງ​ເຈົ້າ​ທີ່​ເປັນ​ຄົນ​ອິດສະຣາເອນ​ຈະ​ຮ້ອງ​ໄຫ້​ໂສກເສົ້າ​ໃຫ້ 2 ຄົນ​ນັ້ນ​ທີ່​ພະ​ເຢໂຫວາ​ໄດ້​ເຜົາ​ດ້ວຍ​ໄຟ. 7 ພວກ​ເຈົ້າ​ຕ້ອງ​ຢູ່​ໃກ້​ໆ​ທາງເຂົ້າ​ເຕັ້ນ​ສັກສິດ*ເພື່ອ​ຈະ​ບໍ່​ຕາຍ ເພາະ​ພະ​ເຢໂຫວາ​ໄດ້​ແຕ່ງຕັ້ງ​ພວກ​ເຈົ້າ​ດ້ວຍ​ນ້ຳ​ມັນ​ແລ້ວ.”+ ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ໂມເຊ​ບອກ.

8 ພະ​ເຢໂຫວາ​ເວົ້າ​ກັບ​ອາໂຣນ​ວ່າ: 9 “ຕອນ​ທີ່​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ+ ຫ້າມ​ເຈົ້າ​ແລະ​ພວກ​ລູກ​ຊາຍ​ດື່ມ​ເຫຼົ້າແວງ​ຫຼື​ເຄື່ອງ​ດື່ມ​ທີ່​ເຮັດ​ໃຫ້​ມຶນ​ເມົາ​ເພື່ອ​ພວກ​ເຈົ້າ​ຊິ​ບໍ່​ຕາຍ. ນີ້​ແມ່ນ​ຄຳ​ສັ່ງ​ທີ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ໄປ​ຈົນ​ຮອດ​ລຸ້ນ​ລູກ​ລຸ້ນ​ຫຼານ​ຕໍ່​ໆ​ໄປ. 10 ພວກ​ເຈົ້າ​ຈະ​ແຍກ​ອອກ​ໄດ້​ລະຫວ່າງ​ສິ່ງ​ທີ່​ບໍລິສຸດ​ກັບສິ່ງ​ທີ່​ບໍ່​ບໍລິສຸດ ແລະ​ສິ່ງ​ທີ່​ສະອາດ​ກັບ​ສິ່ງ​ທີ່​ບໍ່​ສະອາດ+ 11 ແລະ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ສອນ​ພວກ​ອິດສະຣາເອນ​ໃຫ້​ຮູ້ຈັກ​ຂໍ້​ກຳນົດ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ​ຜ່ານ​ທາງ​ໂມເຊ.”+

12 ຫຼັງ​ຈາກ​ນັ້ນ ໂມເຊ​ກໍ​ເວົ້າ​ກັບ​ອາໂຣນ​ແລະ​ພວກ​ລູກ​ຊາຍ​ຂອງ​ລາວ​ທີ່​ຍັງ​ມີ​ຊີວິດ​ຢູ່​ທີ່​ຊື່​ເອເລອາຊາ​ກັບ​ອີທາມາ​ວ່າ: “ໃຫ້​ເອົາ​ສ່ວນ​ທີ່​ເຫຼືອ​ຂອງ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ​ມາ​ເຮັດ​ເປັນ​ເຂົ້າຈີ່​ບໍ່​ມີ​ເຊື້ອ ແລ້ວ​ກິນ​ຢູ່​ໃກ້​ໆ​ແທ່ນ​ບູຊາ+ ເພາະ​ນີ້​ແມ່ນ​ສິ່ງ​ທີ່​ບໍ​ລິ​ສຸດ​ແທ້​ໆ​.+ 13 ພວກ​ເຈົ້າ​ຕ້ອງ​ກິນ​ເຂົ້າຈີ່​ນັ້ນ​ໃນ​ບ່ອນ​ບໍລິສຸດ+ ເພາະ​ນີ້​ແມ່ນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ກັບ​ຂອງ​ພວກ​ລູກ​ຊາຍ​ຈາກ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ໃຫ້​ພະ​ເຢໂຫວາ. ເພິ່ນ​ສັ່ງ​ຂ້ອຍ​ມາ​ແນວ​ນີ້. 14 ນອກ​ຈາກ​ນັ້ນ ຊີ້ນ​ສ່ວນ​ເອິກ​ຂອງ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ແລະ​ຂາ​ທີ່​ເປັນ​ສ່ວນ​ແບ່ງ​ສັກສິດ+ ເຈົ້າ​ກັບ​ພວກ​ລູກ​ຊາຍ​ແລະ​ພວກ​ລູກສາວ+ກໍ​ຕ້ອງ​ກິນ​ຢູ່​ບ່ອນ​ບໍລິສຸດ​ຄື​ກັນ ເພາະ​ນີ້​ແມ່ນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ກັບ​ຂອງ​ພວກ​ລູກ​ຊາຍ​ຈາກ​ເຄື່ອງ​ບູຊາ​ສ້າງ​ຄວາມ​ສະຫງົບ​ສຸກ​ຂອງ​ພວກ​ອິດສະຣາເອນ. 15 ເຂົາ​ເຈົ້າ​ຈະ​ເອົາ​ຂາ​ທີ່​ເປັນ​ສ່ວນ​ແບ່ງ​ສັກສິດ ຊີ້ນ​ສ່ວນ​ເອິກ​ຂອງ​ເຄື່ອງ​ບູຊາ​ຊູ​ໄປ​ມາ ແລະ​ນ້ຳມັນ​ທັງ​ໝົດ​ທີ່​ເປັນ​ເຄື່ອງ​ບູຊາ​ດ້ວຍ​ໄຟ​ມາ​ຊູ​ໄປ​ຊູມາ​ຕໍ່​ໜ້າ​ພະ​ເຢໂຫວາ. ນີ້​ແມ່ນ​ສ່ວນ​ແບ່ງ​ຂອງ​ເຈົ້າ​ກັບ​ຂອງ​ພວກ​ລູກ​ຊາຍ+ຕະຫຼອດໄປ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັ່ງ.”

16 ໂມເຊ​ໄດ້​ຖາມ​ວ່າຊີ້ນ​ສ່ວນ​ທີ່​ເຫຼືອຂອງ​ແບ້​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ+​ຢູ່​ໃສ ແລະ​ມີ​ຄົນ​ບອກ​ລາວ​ວ່າ​ເຜົາ​ໄປ​ໝົດ​ແລ້ວ. ໂມເຊ​ກໍ​ເລີຍ​ໃຈ​ຮ້າຍ​ໃຫ້​ລູກ​ຊາຍ​ຂອງ​ອາໂຣນ​ທີ່​ຍັງ​ມີ​ຊີວິດ​ຢູ່​ທີ່​ຊື່​ເອເລອາຊາ​ກັບ​ອີທາມາ ແລະ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: 17 “ເປັນ​ຫຍັງ​ພວກ​ເຈົ້າ​ຄື​ບໍ່​ກິນ​ຊີ້ນ​ທີ່​ເປັນ​ສ່ວນ​ຂອງ​ເຄື່ອງ​ບູຊາ​ໄຖ່​ບາບ​ຢູ່​ບ່ອນ​ບໍລິສຸດ?+ ເພາະ​ນັ້ນ​ແມ່ນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​. ຖ້າ​ພວກ​ເຈົ້າ​ກິນ​ຊີ້ນນັ້ນ ພວກ​ເຈົ້າ​ກໍ​ຈະເອົາ​ຄວາມ​ຜິດ​ຂອງ​ພວກ​ອິດສະຣາເອນໄປ ແລະ​ໄຖ່​ໂທດ​ໃຫ້​ເຂົາ​ເຈົ້າ​ຕໍ່​ໜ້າ​ພະ​ເຢໂຫວາ​ໄດ້. 18 ເລືອດ​ຂອງ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ກໍ​ຍັງ​ບໍ່​ທັນ​ໄດ້​ເອົາ​ເຂົ້າ​ໄປ​ໃນ​ບ່ອນ​ບໍລິສຸດ.+ ພວກ​ເຈົ້າ​ຄວນ​ກິນ​ຊີ້ນ​ນັ້ນ​ຢູ່​ບ່ອນ​ບໍລິສຸດຕາມ​ທີ່​ເພິ່ນ​ໄດ້​ສັ່ງ​ຂ້ອຍ​ໃຫ້​ມາ​ບອກ​ພວກ​ເຈົ້າ.” 19 ອາໂຣນ​ຕອບ​ໂມເຊ​ວ່າ: “ຂ້ອຍ​ຮູ້​ວ່າ​ມື້​ນີ້​ພວກ​ອິດສະຣາເອນ​ໄດ້​ເອົາ​ເຄື່ອງ​ບູຊາ​ໄຖ່​ບາບ​ກັບ​ເຄື່ອງ​ບູຊາ​ເຜົາ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ.+ ແຕ່​ຫຼັງ​ຈາກ​ມີ​ເລື່ອງເກີດ​ຂຶ້ນ​ກັບ​ຂ້ອຍ ເຈົ້າ​ຄິດ​ວ່າ​ຖ້າ​ຂ້ອຍ​ກິນ​ເຄື່ອງ​ບູຊາ​ໄຖ່​ບາບ​ໃນ​ມື້​ນີ້ ພະ​ເຢໂຫວາ​ກະ​ຊິ​ພໍ​ໃຈ​ຂ້ອຍ​ບໍ?” 20 ເມື່ອ​ໄດ້​ຍິນ​ແນວ​ນັ້ນ ໂມເຊ​ກໍ​ເຂົ້າໃຈ​ເຫດຜົນ​ທີ່​ເຂົາ​ເຈົ້າ​ບໍ່​ກິນ​ຊີ້ນ​ນັ້ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌