ເພງສັນລະເສີນ
ເພງສຳລັບຍ່າງຂຶ້ນ.*
130 ພະເຢໂຫວາເອີ້ຍ ລູກຮ້ອງຫາພະອົງຈາກບ່ອນທີ່ເລິກໆ.+
2 ພະເຢໂຫວາເອີ້ຍ ຂໍພະອົງຟັງສຽງຂອງລູກ.
ຂໍພະອົງຕັ້ງໃຈຟັງຄຳອ້ອນວອນຂໍຄວາມຊ່ວຍເຫຼືອຂອງລູກ.
3 ພະເຢໂຫວາເອີ້ຍ ພະເຢໂຫວາ* ຖ້າພະອົງສົນໃຈແຕ່ຄວາມຜິດ*ຂອງພວກເຮົາ
ໃຜຈະລອດຈາກການລົງໂທດໄດ້.+
5 ລູກຫວັງໃນພະເຢໂຫວາ ລູກຫວັງວ່າພະອົງຈະຊ່ວຍລູກ.
ລູກເຊື່ອໃນຄຳສັນຍາທີ່ພະອົງບອກວ່າຈະຊ່ວຍ.
6 ລູກຕັ້ງໃຈລໍຖ້າພະເຢໂຫວາ+
ຫຼາຍກວ່າຄົນຍາມທີ່ລໍຖ້າໃຫ້ຮອດຕອນເຊົ້າ.+
ລູກຕັ້ງໃຈຍິ່ງກວ່າຄົນຍາມທີ່ລໍຖ້າໃຫ້ຮອດຕອນເຊົ້າ.
7 ໃຫ້ອິດສະຣາເອນລໍຖ້າພະເຢໂຫວາຕໍ່ໆໄປ
ຍ້ອນພະເຢໂຫວາມີຄວາມຮັກທີ່ໝັ້ນຄົງ+
ແລະເພິ່ນມີອຳນາດຍິ່ງໃຫຍ່ທີ່ຈະຊ່ວຍໃຫ້ລອດໄດ້.
8 ເພິ່ນຈະໄຖ່ພວກອິດສະຣາເອນຈາກຄວາມຜິດທັງໝົດຂອງເຂົາເຈົ້າ.