ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 42
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ພວກ​ອ້າຍ​ຂອງ​ໂຢເຊັບ​ໄປ​ເອຢິບ (1-4)

      • ໂຢເຊັບ​ເຈິ​ກັບ​ພວກ​ອ້າຍ​ແລະ​ທົດ​ສອບ​ເຂົາ​ເຈົ້າ (5-25)

      • ພວກ​ອ້າຍ​ກັບ​ເມືອ​ຫາ​ຢາໂຄບ (26-38)

ປະຖົມມະການ 42:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:48, 49

ປະຖົມມະການ 42:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:12

ປະຖົມມະການ 42:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:1, 2

ປະຖົມມະການ 42:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:18, 19; 42:38; 44:20
  • +ປຖກ 43:14

ປະຖົມມະການ 42:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:57; ກຈກ 7:11

ປະຖົມມະການ 42:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:44; 45:8; ພສ 105:21; ກຈກ 7:9, 10
  • +ປຖກ 47:14
  • +ປຖກ 37:7, 9

ປະຖົມມະການ 42:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:23
  • +ປຖກ 37:1; ກຈກ 7:11, 12

ປະຖົມມະການ 42:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:7-9

ປະຖົມມະການ 42:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 2:1, 2
  • +ອພຍ 1:1-4
  • +ປຖກ 35:18, 19; 42:38; 43:7
  • +ປຖກ 37:27, 35; 44:20

ປະຖົມມະການ 42:15

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:34; 43:29

ປະຖົມມະການ 42:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 45:21, 23

ປະຖົມມະການ 42:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:18, 28; 50:17; ກຈກ 7:9

ປະຖົມມະການ 42:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເລືອດ​ຂອງ​ລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:21
  • +ປຖກ 9:5

ປະຖົມມະການ 42:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:30
  • +ປຖກ 42:19
  • +ປຖກ 43:23

ປະຖົມມະການ 42:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:7, 9

ປະຖົມມະການ 42:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:11

ປະຖົມມະການ 42:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:13
  • +ປຖກ 37:28, 35
  • +ປຖກ 35:18, 19; 42:4

ປະຖົມມະການ 42:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 42:19
  • +ປຖກ 42:2

ປະຖົມມະການ 42:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 43:14
  • +ປຖກ 37:28, 35
  • +ປຖກ 42:24

ປະຖົມມະການ 42:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:22; 46:9
  • +ປຖກ 43:8, 9; 44:32

ປະຖົມມະການ 42:38

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:31-34; 44:20
  • +ພສ 89:48; ປຍຈ 9:10; ຮຊອ 13:14; ກຈກ 2:27; ພນມ 20:13
  • +ປຖກ 37:34, 35; 44:29

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 42:1ປຖກ 41:48, 49
ປຖກ. 42:2ກຈກ 7:12
ປຖກ. 42:31ຂຄ 2:1, 2
ປຖກ. 42:4ປຖກ 35:18, 19; 42:38; 44:20
ປຖກ. 42:4ປຖກ 43:14
ປຖກ. 42:5ປຖກ 41:57; ກຈກ 7:11
ປຖກ. 42:6ປຖກ 41:44; 45:8; ພສ 105:21; ກຈກ 7:9, 10
ປຖກ. 42:6ປຖກ 47:14
ປຖກ. 42:6ປຖກ 37:7, 9
ປຖກ. 42:7ປຖກ 42:23
ປຖກ. 42:7ປຖກ 37:1; ກຈກ 7:11, 12
ປຖກ. 42:9ປຖກ 37:7-9
ປຖກ. 42:131ຂຄ 2:1, 2
ປຖກ. 42:13ອພຍ 1:1-4
ປຖກ. 42:13ປຖກ 35:18, 19; 42:38; 43:7
ປຖກ. 42:13ປຖກ 37:27, 35; 44:20
ປຖກ. 42:15ປຖກ 42:34; 43:29
ປຖກ. 42:19ປຖກ 45:21, 23
ປຖກ. 42:21ປຖກ 37:18, 28; 50:17; ກຈກ 7:9
ປຖກ. 42:22ປຖກ 37:21
ປຖກ. 42:22ປຖກ 9:5
ປຖກ. 42:24ປຖກ 43:30
ປຖກ. 42:24ປຖກ 42:19
ປຖກ. 42:24ປຖກ 43:23
ປຖກ. 42:30ປຖກ 42:7, 9
ປຖກ. 42:31ປຖກ 42:11
ປຖກ. 42:32ປຖກ 42:13
ປຖກ. 42:32ປຖກ 37:28, 35
ປຖກ. 42:32ປຖກ 35:18, 19; 42:4
ປຖກ. 42:33ປຖກ 42:19
ປຖກ. 42:33ປຖກ 42:2
ປຖກ. 42:36ປຖກ 43:14
ປຖກ. 42:36ປຖກ 37:28, 35
ປຖກ. 42:36ປຖກ 42:24
ປຖກ. 42:37ປຖກ 37:22; 46:9
ປຖກ. 42:37ປຖກ 43:8, 9; 44:32
ປຖກ. 42:38ປຖກ 37:31-34; 44:20
ປຖກ. 42:38ພສ 89:48; ປຍຈ 9:10; ຮຊອ 13:14; ກຈກ 2:27; ພນມ 20:13
ປຖກ. 42:38ປຖກ 37:34, 35; 44:29
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 42:1-38

ປະຖົມມະການ

42 ເມື່ອ​ຢາໂຄບ​ຮູ້​ວ່າ​ຢູ່​ເອຢິບ​ມີ​ອາຫານ+ ລາວ​ກໍ​ເວົ້າ​ກັບ​ພວກ​ລູກ​ຊາຍ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຄື​ນັ່ງ​ເບິ່ງ​ໜ້າ​ກັນ​ຊື່​ໆ​?” 2 ລາວ​ເວົ້າ​ຕື່ມ​ວ່າ: “ພໍ່​ໄດ້​ຍິນ​ວ່າ​ຢູ່​ເອຢິບ​ມີ​ອາຫານ. ໃຫ້​ພວກ​ລູກ​ໄປ​ຊື້​ອາຫານ​ຢູ່​ຫັ້ນ ເພື່ອ​ພວກ​ເຮົາ​ຈະ​ບໍ່ອຶດ​ຕາຍ.”+ 3 ພວກ​ອ້າຍ​ຂອງ​ໂຢເຊັບ​ທັງ 10 ຄົນ+ຈຶ່ງ​ອອກ​ໄປ​ຊື້​ອາຫານ​ຢູ່​ເອຢິບ. 4 ແຕ່​ຢາໂຄບ​ບໍ່​ໃຫ້​ເບັນຢາມິນ+ທີ່​ເປັນ​ນ້ອງ​ຂອງ​ໂຢເຊັບ​ໄປ​ກັບ​ພວກ​ອ້າຍ ເພາະລາວ​ຢ້ານ​ວ່າ​ຊິ​ມີແນວ​ບໍ່​ດີ​ເກີດຂຶ້ນ​ກັບ​ເບັນຢາມິນ​ແລະ​ເຮັດ​ໃຫ້​ລາວ​ຕາຍ.+

5 ພວກ​ລູກ​ຊາຍ​ຂອງ​ອິດສະຣາເອນ​ກໍ​ເດີນ​ທາງ​ໄປ​ພ້ອມ​ກັບ​ຄົນ​ອື່ນ​ໆ​ເພື່ອ​ຊື້​ອາຫານ ເພາະ​ຄວາມ​ອຶດຢາກ​ຂະຫຍາຍ​ໄປ​ທົ່ວ​ແຜ່ນດິນ​ການາອານ.+ 6 ໂຢເຊັບ​ເປັນ​ຜູ້​ທີ່​ມີ​ອຳ​ນາດ​ໃນ​ເອຢິບ.+ ລາວເບິ່ງ​ແຍງ​ເລື່ອງ​ການ​ຂາຍອາຫານ​ໃຫ້​ຄົນ​ທີ່​ມາ​ຊື້ຈາກ​ທົ່ວ​ທຸກ​ດິນແດນ.+ ເມື່ອ​ພວກ​ອ້າຍ​ຂອງ​ໂຢເຊັບ​ມາ​ຮອດ ເຂົາ​ເຈົ້າ​ກໍ​ໝູບ​ໜ້າ​ລົງພື້ນສະແດງ​ຄວາມ​ນັບຖື​ໂຢເຊັບ.+ 7 ເມື່ອ​ໂຢເຊັບ​ເຫັນ​ພວກ​ອ້າຍ ລາວ​ກໍ​ຈື່​ໄດ້​ໂລດ. ແຕ່​ລາວ​ບໍ່​ໄດ້​ບອກ​ເຂົາ​ເຈົ້າ​ວ່າ​ລາວ​ແມ່ນ​ໃຜ.+ ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ແບບ​ສຽງ​ແຂງ​ໆ​ວ່າ: “ພວກ​ເຈົ້າ​ມາ​ແຕ່​ໃສ?” ພວກ​ອ້າຍ​ຕອບ​ວ່າ: “ພວກ​ເຮົາ​ມາ​ແຕ່​ແຜ່ນດິນ​ການາອານ ເພື່ອ​ມາ​ຂໍ​ຊື້​ອາຫານ​ນຳ​ທ່ານ.”+

8 ໂຢເຊັບ​ຈື່​ພວກ​ອ້າຍ​ໄດ້ ແຕ່​ພວກ​ອ້າຍ​ຈື່​ລາວ​ບໍ່​ໄດ້. 9 ຕອນ​ນັ້ນ ໂຢເຊັບ​ກໍ​ຈື່​ຄວາມ​ຝັນ​ກ່ຽວ​ກັບ​ພວກ​ອ້າຍ​ໄດ້.+ ລາວ​ເວົ້າ​ກັບ​ເຂົາ​ເຈົ້າ​ວ່າ: “ພວກ​ເຈົ້າ​ເປັນ​ຄົນ​ສອດແນມ! ພວກ​ເຈົ້າຊິ​ມາ​ຊອກ​ຫາ​ຈຸດ​ອ່ອນ​ໃນ​ແຜ່ນດິນ​ນີ້ແມ່ນ​ບໍ?” 10 ແລ້ວ​ພວກ​ອ້າຍ​ກໍ​ຕອບ​ວ່າ: “ບໍ່​ແມ່ນ​ເດີ້​ນາຍ​ທ່ານ ຄົນ​ຮັບໃຊ້​ຂອງ​ທ່ານ​ມາ​ເພື່ອ​ຊື້​ອາຫານ​ເທົ່າ​ນັ້ນ. 11 ພວກ​ເຮົາ​ເປັນ​ລູກ​ພໍ່​ດຽວ​ກັນ. ພວກ​ເຮົາ​ເປັນ​ຄົນ​ສັດ​ຊື່. ພວກ​ເຮົາ​ບໍ່​ແມ່ນ​ຄົນ​ສອດແນມ​ເດີ້.” 12 ແຕ່​ໂຢເຊັບ​ເວົ້າ​ວ່າ: “ຂ້ອຍ​ບໍ່​ເຊື່ອ​ດອກ! ພວກ​ເຈົ້າ​ມາ​ສືບ​ເບິ່ງ​ຈຸດ​ອ່ອນ​ໃນ​ແຜ່ນດິນ​ນີ້​ແທ້​ໆ​!” 13 ເຂົາ​ເຈົ້າ​ກໍ​ຕອບ​ວ່າ: “ຜູ້​ຮັບໃຊ້​ຂອງ​ທ່ານ​ມີ​ອ້າຍ​ນ້ອງ​ນຳ​ກັນ 12 ຄົນ+ ເປັນ​ລູກ​ຊາຍ​ພໍ່​ດຽວ​ກັນ+​ຢູ່​ໃນ​ແຜ່ນດິນ​ການາອານ. ຕອນ​ນີ້​ຜູ້​ຫຼ້າ​ຢູ່​ກັບ​ພໍ່+ ແຕ່​ອີ​ກ​ຜູ້​ໜຶ່ງ​ບໍ່​ໄດ້​ຢູ່​ແລ້ວ.”+

14 ແຕ່​ໂຢເຊັບ​ບອກ​ເຂົາ​ເຈົ້າ​ວ່າ: “ມັນ​ແມ່ນ​ຄວາມ​ຂ້ອຍ ພວກ​ເຈົ້າ​ເປັນ​ຄົນ​ສອດແນມ! 15 ຂ້ອຍ​ຊິລອງ​ເບິ່ງ​ວ່າ​ພວກ​ເຈົ້າ​ເວົ້າຄວາມ​ຈິງ​ບໍ. ຂ້ອຍ​ຂໍ​ສາບານ​ວ່າ​ຖ້າ​ຟາໂຣ*ຍັງ​ມີ​ຊີວິດ​ຢູ່ ພວກ​ເຈົ້າ​ຊິ​ບໍ່​ໄດ້​ເມືອ​ເຮືອນ​ແທ້​ໆ​ ຄັນ​ນ້ອງ​ຫຼ້າ​ຂອງ​ພວກ​ເຈົ້າ​ບໍ່​ໄດ້​ມາ​ພີ້.+ 16 ໃຫ້​ຄົນ​ໜຶ່ງ​ໃນ​ພວກ​ເຈົ້າ​ໄປ​ພາ​ນ້ອງ​ຫຼ້າ​ມາ ສ່ວນ​ຄົນ​ອື່ນ​ໆ​ຈະ​ຖືກ​ຂັງ​ໄວ້​ກ່ອນ. ເມື່ອ​ເຮັດ​ແນວ​ນີ້​ຂ້ອຍ​ຈຶ່ງ​ຊິ​ຮູ້​ວ່າ​ພວກ​ເຈົ້າ​ເວົ້າ​ຄວາມ​ຈິງ​ບໍ. ຖ້າ​ພວກ​ເຈົ້າ​ຕົວະ​ຂ້ອຍ ຂ້ອຍ​ກໍ​ຊິ​ຮູ້​ວ່າ​ພວກ​ເຈົ້າ​ເປັນ​ຄົນ​ສອດແນມ.” 17 ແລ້ວ​ໂຢເຊັບ​ກໍ​ຂັງ​ເຂົາ​ເຈົ້າ​ທຸກ​ຄົນ​ໄວ້ 3 ມື້.

18 ໃນ​ມື້​ທີ 3 ໂຢເຊັບ​ບອກ​ເຂົາ​ເຈົ້າ​ວ່າ: “ຂ້ອຍ​ເປັນ​ຄົນ​ທີ່ຢ້ານຢຳພະເຈົ້າ ຄັນ​ບໍ່​ຢາກ​ຕາຍ​ກໍ​ໃຫ້​ເຮັດ​ຕາມ​ທີ່​ຂ້ອຍ​ບອກ. 19 ຂ້ອຍ​ຊິ​ຂັງ​ຄົນ​ໜຶ່ງໄວ້​ກ່ອນ ສ່ວນ​ຄົນ​ທີ່​ເຫຼືອ​ໃຫ້​ເມືອ​ເຮືອນ​ແລະ​ເອົາ​ອາຫານ​ໄປ​ໃຫ້​ຄອບຄົວ.+ 20 ແລ້ວ​ໃຫ້​ພາ​ນ້ອງ​ຊາຍ​ຫຼ້າ​ມາ​ຫາ​ຂ້ອຍ. ຖ້າ​ພວກ​ເຈົ້າ​ເຮັດ​ຈັ່ງ​ຊີ້ ຂ້ອຍ​ຈຶ່ງ​ຊິ​ເຊື່ອ​ແລະ​ບໍ່​ຂ້າ​ພວກ​ເຈົ້າ.” ເຂົາ​ເຈົ້າ​ກໍ​ເຮັດ​ຕາມ​ທີ່​ໂຢເຊັບ​ບອກ.

21 ເຂົາ​ເຈົ້າ​ລົມ​ກັນ​ວ່າ: “ຕອນ​ນີ້​ພວກ​ເຮົາ​ຖືກ​ລົງໂທດ​ແລ້ວ+ ຍ້ອນ​ເຮັດ​ຜິດ​ຕໍ່​ນ້ອງ. ຕອນ​ທີ່​ນ້ອງ​ຮ້ອງ​ຂໍ​ໃຫ້​ອີ່ຕົນ​ລາວ ພວກ​ເຮົາ​ກໍ​ບໍ່​ຟັງ. ຕອນ​ນີ້​ບັນຫາ​ມາ​ຖືກ​ພວກ​ເຮົາ​ແລ້ວ.” 22 ແລ້ວ​ຣູເບັນ​ກໍ​ເວົ້າ​ກັບ​ພວກ​ນ້ອງ​ວ່າ: “ອ້າຍ​ບອກ​ພວກ​ເຈົ້າ​ແລ້ວ​ເດ້​ວ່າ ‘ບໍ່​ຕ້ອງ​ເຮັດ​ຫຍັງ​ໃຫ້​ນ້ອງ’ ແຕ່​ພວກ​ເຈົ້າ​ກໍ​ບໍ່​ຟັງ​ອ້າຍ.+ ຕອນ​ນີ້​ຮອດ​ເວລາ​ທີ່​ພວກ​ເຮົາ​ຕ້ອງ​ຮັບ​ໂທດທີ່​ເຮັດ​ໃຫ້​ນ້ອງ​ຕາຍ.”*+ 23 ເຂົາ​ເຈົ້າ​ບໍ່​ຮູ້​ວ່າ​ໂຢເຊັບ​ເຂົ້າ​ໃຈ​ເລື່ອງ​ທີ່​ເຂົາ​ເຈົ້າ​ລົມ​ກັນ ຍ້ອນ​ໂຢເຊັບ​ໃຊ້​ຄົນ​ມາ​ແປ​ພາສາ​ໃຫ້. 24 ໂຢເຊັບ​ຈຶ່ງ​ອອກ​ໄປ​ຮ້ອງໄຫ້+ ແລ້ວ​ກໍ​ກັບ​ມາ​ເວົ້າ​ກັບ​ເຂົາ​ເຈົ້າ​ອີ​ກ. ຈາກ​ນັ້ນ ໂຢເຊັບ​ກໍ​ເອົາ​ຊີເມໂອນ+ມາ​ມັດ​ຕໍ່​ໜ້າ​ເຂົາ​ເຈົ້າ.+ 25 ແລ້ວ​ໂຢເຊັບ​ກໍ​ສັ່ງ​ຄົນ​ຂອງ​ລາວ​ໃຫ້​ເອົາ​ອາຫານ​ໃສ່​ໃນ​ເປົາ​ຂອງ​ເຂົາ​ເຈົ້າ​ໃຫ້​ເຕັມ ເອົາ​ເງິນ​ໃສ່​ໃນ​ເປົາ​ໃຫ້​ເຂົາ​ເຈົ້າ​ຄືນ ແລະ​ເອົາ​ອາຫານ​ໃຫ້​ເຂົາ​ເຈົ້າ​ໄປ​ກິນ​ຕອນ​ເດີນ​ທາງ​ນຳ. ຄົນ​ເຫຼົ່ານັ້ນ​ກໍ​ເຮັດ​ຕາມ​ທີ່​ໂຢເຊັບ​ສັ່ງ.

26 ພວກ​ອ້າຍ​ກໍ​ເອົາ​ອາຫານ​ໃສ່​ເທິງ​ຫຼັງ​ລາ ແລ້ວ​ອອກ​ເດີນ​ທາງ. 27 ເມື່ອ​ຮອດ​ບ່ອນ​ພັກ ມີ​ຜູ້​ໜຶ່ງ​ຊິ​ເອົາ​ເຟືອງ​ໃຫ້​ລາ​ກິນ ລາວ​ຈຶ່ງເປີດ​ເບິ່ງ​ເປົາ​ອາຫານ​ແລະ​ກໍ​ເຫັນເງິນ​ຂອງ​ໂຕ​ເອງ​ຢູ່​ຫັ້ນ. 28 ລາວ​ຈຶ່ງ​ໄປ​ບອກ​ພວກ​ອ້າຍ​ນ້ອງ​ວ່າ: “ເງິນ​ຂອງ​ຂ້ອຍ​ຄື​ຍັງ​ຢູ່​ຄື​ເກົ່າ. ຂ້ອຍ​ເຫັນ​ມັນ​ຢູ່​ໃນ​ເປົາ​ອາຫານ​ຂອງ​ຂ້ອຍ.” ເມື່ອ​ເຂົາ​ເຈົ້າ​ໄດ້​ຍິນ​ແນວ​ນັ້ນ​ກໍ​ທັງ​ຢ້ານ​ທັງ​ສັ່ນ ແລະ​ລົມ​ກັນ​ວ່າ: “ເປັນ​ຫຍັງ​ພະເຈົ້າ​ຄື​ເຮັດ​ກັບ​ພວກ​ເຮົາ​ແນວ​ນີ້?”

29 ເມື່ອ​ເຂົາ​ເຈົ້າ​ມາ​ຮອດ​ການາອານ ເຂົາ​ເຈົ້າ​ກໍ​ເລົ່າ​ເລື່ອງທີ່​ເກີດຂຶ້ນ​ໃຫ້​ຢາໂຄບ​ພໍ່​ຂອງ​ເຂົາ​ເຈົ້າ​ຟັງ​ວ່າ: 30 “ຄົນ​ທີ່​ເປັນ​ເຈົ້ານາຍ​ຢູ່​ໃນ​ແຜ່ນດິນ​ນັ້ນ​ເວົ້າ​ກັບ​ພວກ​ເຮົາ​ສຽງ​ແຂງ​ໆ​+ ແລະ​ຫາ​ເລື່ອງ​ວ່າ​ພວກ​ເຮົາ​ເປັນ​ຄົນ​ສອດແນມ. 31 ແຕ່​ພວກ​ເຮົາ​ບອກ​ລາວ​ວ່າ ‘ພວກ​ເຮົາ​ເປັນ​ຄົນ​ສັດ​ຊື່. ພວກ​ເຮົາ​ບໍ່​ແມ່ນ​ຄົນ​ສອດແນມ.+ 32 ພວກ​ເຮົາ​ມີ​ອ້າຍ​ນ້ອງ​ນຳ​ກັນ 12 ຄົນ+ ເປັນ​ລູກ​ຊາຍ​ພໍ່​ດຽວ​ກັນ. ຜູ້​ໜຶ່ງ​ບໍ່​ໄດ້​ຢູ່​ນຳ​ແລ້ວ+ ແລະ​ຜູ້​ຫຼ້າ​ກໍ​ຢູ່​ການາອານ​ກັບ​ພໍ່.’+ 33 ແຕ່​ເຈົ້ານາຍ​ຂອງ​ປະເທດ​ນັ້ນ​ເວົ້າ​ວ່າ ‘ເພື່ອ​ຂ້ອຍ​ຊິ​ຮູ້​ວ່າ​ພວກ​ເຈົ້າ​ເວົ້າ​ແທ້ຫຼື​ບໍ່ ຂ້ອຍ​ຊິ​ຈັບ​ຄົນ​ໜຶ່ງ​ໃນ​ພວກ​ເຈົ້າ​ຂັງ​ໄວ້+ ສ່ວນ​ຄົນ​ທີ່​ເຫຼືອ​ໃຫ້​ເອົາ​ອາຫານ​ກັບ​ເມືອ​ຫາ​ຄົນ​ໃນ​ຄອບຄົວ​ໄດ້.+ 34 ໃຫ້​ພາ​ນ້ອງ​ຫຼ້າ​ມາ​ຫາ​ຂ້ອຍ ເພື່ອ​ຂ້ອຍ​ຈະ​ຮູ້​ວ່າ​ພວກ​ເຈົ້າ​ບໍ່​ໄດ້​ຕົວະ​ຂ້ອຍ​ແລະ​ບໍ່​ແມ່ນ​ຄົນ​ສອດແນມ. ແລ້ວ​ຂ້ອຍ​ຊິ​ສົ່ງ​ຄົນ​ທີ່ກັກໂຕໄວ້​ຄືນ​ໃຫ້​ພວກ​ເຈົ້າ ແລະ​ພວກ​ເຈົ້າກໍຊິຊື້​ອາຫານ​ໃນ​ແຜ່ນດິນ​ນີ້​ໄດ້.’”

35 ຕອນ​ທີ່​ຖອກ​ເຂົ້າ​ອອກ​ຈາກ​ເປົາ​ ເຂົາ​ເຈົ້າ​ກໍ​ເຫັນ​ຖົງ​ເງິນ​ຂອງ​ໂຕ​ເອງ​ຢູ່​ໃນ​ເປົາ​ເຂົ້າ. ເມື່ອ​ເຂົາ​ເຈົ້າ​ກັບ​ພໍ່​ເຫັນ​ຖົງ​ເງິນ​ເຫຼົ່ານັ້ນ​ກໍ​ພາ​ກັນ​ຢ້ານ. 36 ຢາໂຄບ​ຮ້ອງ​ຂຶ້ນ​ວ່າ: “ພວກ​ເຈົ້າ​ຊິ​ໃຫ້​ພໍ່​ເສຍ​ລູກ​ໄປ​ອີ​ກ​ເບາະ?+ ໂຢເຊັບ​ກໍ​ບໍ່​ຢູ່​ແລ້ວ+ ຊີເມໂອນ​ກໍ​ຖືກ​ຈັບ+ ຕອນ​ນີ້​ຊິ​ມາ​ເອົາ​ເບັນຢາມິນ​ໄປ​ອີ​ກ​ຫວະ? ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ມາ​ເຈິ​ເລື່ອງ​ແບບ​ນີ້?” 37 ແຕ່​ຣູເບັນ​ບອກ​ພໍ່​ວ່າ: “ລູກ​ຈະ​ເບິ່ງ​ແຍງ​ເບັນຢາມິນ​ແລະ​ພາ​ນ້ອງ​ກັບ​ມາ​ຫາ​ພໍ່.+ ຖ້າ​ລູກ​ບໍ່​ພາ​ນ້ອງ​ກັບ​ມາ ໃຫ້​ພໍ່​ຂ້າ​ລູກ​ຊາຍ 2 ຄົນ​ຂອງ​ລູກ​ໂລດ.”+ 38 ແຕ່​ພໍ່​ກໍ​ເວົ້າ​ວ່າ: “ພໍ່​ຊິ​ບໍ່​ໃຫ້​ລູກ​ພາ​ນ້ອງ​ໄປ​ດອກ ເພາະ​ວ່າ​ອ້າຍ​ຂອງ​ລາວ​ກໍ​ຕາຍ​ແລ້ວ ເຫຼືອ​ແຕ່​ລາວ.+ ຖ້າ​ເກີດ​ຫຍັງ​ຂຶ້ນ​ກັບ​ລາວ​ລະຫວ່າງ​ທາງ​ແລະ​ເຮັດ​ໃຫ້​ລາວ​ຕາຍ ລູກ​ຊິ​ເຮັດ​ໃຫ້​ຜູ້​ເຖົ້າ​ຫົວ​ຫງອກ​ຄື​ພໍ່​ລົງ​ໄປ​ໃນ​ບ່ອນ​ຝັງ​ສົບ*+ດ້ວຍ​ຄວາມ​ໂສກ​ເສົ້າ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌