ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ພະເຈົ້າ​ເວົ້າ​ເຖິງ​ສັນຍາ​ເລື່ອງ​ການ​ປົດ​ປ່ອຍ​ອີກ (1-13)

        • ຊື່​ຂອງ​ພະເຢໂຫວາ​ຍັງ​ບໍ່​ເປັນ​ທີ່​ຮູ້ຈັກ​ດີ​ເທື່ອ (2, 3)

      • ປູ່ຍ່າຕານາຍ​ແລະ​ລູກ​ຫຼານ​ຂອງ​ໂມເຊ​ກັບ​ອາໂຣນ (14-27)

      • ໂມເຊ​ໄປ​ຫາ​ຟາໂຣ​ອີກ (28-30)

ອົບພະຍົບ 6:1

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:13
  • +ອພຍ 9:3; 11:1; 12:29, 31

ອົບພະຍົບ 6:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1; 35:10, 11
  • +ພສ 83:18; ລກ 11:2; ຢຮ 12:28; ກຈກ 15:14; ພນມ 15:3
  • +ປຖກ 12:8; 28:16; ຢຣມ 32:20

ອົບພະຍົບ 6:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18; 28:4

ອົບພະຍົບ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1, 7; ອພຍ 2:24

ອົບພະຍົບ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:20
  • +ພບຍ 26:8; 1ຂຄ 17:21; ກຈກ 13:17

ອົບພະຍົບ 6:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:45; ພບຍ 7:6; 2ຊມ 7:24; ພສ 33:12

ອົບພະຍົບ 6:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:18; 26:3; 35:12; ອພຍ 32:13
  • +ອພຍ 20:2; ອຊຢ 42:8

ອົບພະຍົບ 6:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 5:21

ອົບພະຍົບ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 5:21; 6:9
  • +ອພຍ 4:10; ກຈກ 7:22

ອົບພະຍົບ 6:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 49:3
  • +ປຖກ 46:9

ອົບພະຍົບ 6:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 4:24

ອົບພະຍົບ 6:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 29:34
  • +ປຖກ 46:11; ຈຊບ 26:57

ອົບພະຍົບ 6:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:18

ອົບພະຍົບ 6:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:19

ອົບພະຍົບ 6:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:20

ອົບພະຍົບ 6:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:1; ຈຊບ 26:59
  • +1ຂຄ 23:13

ອົບພະຍົບ 6:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 16:1, 32; 26:10

ອົບພະຍົບ 6:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 10:4; ຈຊບ 3:30

ອົບພະຍົບ 6:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຣ 4:19-21; ມທ 1:4
  • +ຈຊບ 3:2

ອົບພະຍົບ 6:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 26:10, 11
  • +ຈຊບ 26:58; 1ຂຄ 9:19

ອົບພະຍົບ 6:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:32
  • +ຈຊບ 25:7; 31:6; ຢຊ 22:31; ຜຕສ 20:28
  • +ອພຍ 6:19

ອົບພະຍົບ 6:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:2, 4; 12:41; ກຈກ 7:35

ອົບພະຍົບ 6:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 77:20

ອົບພະຍົບ 6:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:10; 6:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 6:1ອພຍ 14:13
ອພຍ. 6:1ອພຍ 9:3; 11:1; 12:29, 31
ອພຍ. 6:3ປຖກ 17:1; 35:10, 11
ອພຍ. 6:3ພສ 83:18; ລກ 11:2; ຢຮ 12:28; ກຈກ 15:14; ພນມ 15:3
ອພຍ. 6:3ປຖກ 12:8; 28:16; ຢຣມ 32:20
ອພຍ. 6:4ປຖກ 15:18; 28:4
ອພຍ. 6:5ປຖກ 17:1, 7; ອພຍ 2:24
ອພຍ. 6:6ພບຍ 4:20
ອພຍ. 6:6ພບຍ 26:8; 1ຂຄ 17:21; ກຈກ 13:17
ອພຍ. 6:7ອພຍ 29:45; ພບຍ 7:6; 2ຊມ 7:24; ພສ 33:12
ອພຍ. 6:8ປຖກ 15:18; 26:3; 35:12; ອພຍ 32:13
ອພຍ. 6:8ອພຍ 20:2; ອຊຢ 42:8
ອພຍ. 6:9ອພຍ 5:21
ອພຍ. 6:12ອພຍ 5:21; 6:9
ອພຍ. 6:12ອພຍ 4:10; ກຈກ 7:22
ອພຍ. 6:14ປຖກ 49:3
ອພຍ. 6:14ປຖກ 46:9
ອພຍ. 6:151ຂຄ 4:24
ອພຍ. 6:16ປຖກ 29:34
ອພຍ. 6:16ປຖກ 46:11; ຈຊບ 26:57
ອພຍ. 6:17ຈຊບ 3:18
ອພຍ. 6:18ຈຊບ 3:19
ອພຍ. 6:19ຈຊບ 3:20
ອພຍ. 6:20ອພຍ 2:1; ຈຊບ 26:59
ອພຍ. 6:201ຂຄ 23:13
ອພຍ. 6:21ຈຊບ 16:1, 32; 26:10
ອພຍ. 6:22ລລວ 10:4; ຈຊບ 3:30
ອພຍ. 6:23ນຣ 4:19-21; ມທ 1:4
ອພຍ. 6:23ຈຊບ 3:2
ອພຍ. 6:24ຈຊບ 26:10, 11
ອພຍ. 6:24ຈຊບ 26:58; 1ຂຄ 9:19
ອພຍ. 6:25ຈຊບ 3:32
ອພຍ. 6:25ຈຊບ 25:7; 31:6; ຢຊ 22:31; ຜຕສ 20:28
ອພຍ. 6:25ອພຍ 6:19
ອພຍ. 6:26ອພຍ 7:2, 4; 12:41; ກຈກ 7:35
ອພຍ. 6:27ພສ 77:20
ອພຍ. 6:30ອພຍ 4:10; 6:12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 6:1-30

ອົບພະຍົບ

6 ແລ້ວ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ວ່າ: “ເຈົ້າ​ຊິ​ເຫັນ​ວ່າ​ເຮົາ​ຊິ​ເຮັດ​ຫຍັງ​ໃຫ້​ຟາໂຣ.*+ ເຮົາ​ຊິ​ໃຊ້ລິດ​ເດດ​ຂອງ​ເຮົາ​ບັງຄັບ​ລາວ​ໃຫ້​ປ່ອຍ​ຄົນ​ຂອງ​ເຮົາ ແລະ​ເຮັດ​ໃຫ້​ລາວ​ໄລ່​ຄົນ​ຂອງ​ເຮົາ​ໜີ​ຈາກ​ແຜ່ນດິນ​ຂອງ​ລາວ.”+

2 ພະເຈົ້າ​ເວົ້າ​ກັບ​ໂມເຊ​ວ່າ: “ເຮົາ​ແມ່ນ​ເຢໂຫວາ. 3 ເຮົາ​ເຄີຍ​ເຮັດໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ​ເຫັນ​ວ່າ​ເຮົາ​ເປັນ​ພະເຈົ້າ​ຜູ້​ມີ​ລິດ​ເດດ​ສູງ​ສຸດ.+ ແຕ່​ສຳລັບ​ຊື່​ຂອງ​ເຮົາ​ເຢໂຫວາ​ນັ້ນ+ ເຮົາ​ຍັງ​ບໍ່​ໄດ້​ເຮັດ​ໃຫ້​ເຂົາ​ເຈົ້າ​ຮູ້ຈັກ​ຄັກ​ເທື່ອ.+ 4 ເຮົາ​ໄດ້​ເຮັດ​ສັນຍາ​ກັບ​ເຂົາ​ເຈົ້າ​ວ່າ​ຊິ​ເອົາ​ແຜ່ນດິນ​ການາອານ​ໃຫ້​ເຂົາ​ເຈົ້າ ເຊິ່ງ​ເປັນ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ເຄີຍ​ຢູ່​ແບບ​ຄົນ​ຕ່າງ​ຊາດ.+ 5 ຕອນ​ນີ້ ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ທຸກ​ຂອງ​ພວກ​ອິດສະຣາເອນ​ທີ່​ເປັນ​ທາດ​ຂອງ​ພວກ​ເອຢິບ ແລະ​ເຮົາ​ບໍ່​ໄດ້​ລືມ​ຄຳ​ສັນຍາ​ຂອງ​ເຮົາ.+

6 ດັ່ງນັ້ນ ໃຫ້​ເຈົ້າ​ໄປ​ບອກ​ພວກ​ອິດສະຣາເອນ​ວ່າ: ‘ເຮົາ​ແມ່ນ​ເຢໂຫວາ. ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ບໍ່​ໃຫ້​ຖືກ​ພວກ​ເອຢິບ​ກົດ​ຂີ່ ແລະ​ຈະ​ຊ່ວຍ​ພວກ​ເຈົ້າ​ບໍ່​ໃຫ້​ເປັນ​ທາດ​ອີກ​ຕໍ່​ໄປ.+ ເຮົາ​ຈະ​ໃຊ້​ລິດ​ເດດ​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ​ຊ່ວຍ​ພວກ​ເຈົ້າ​ແລະ​ລົງໂທດ​ພວກ​ເຂົາ​ຢ່າງ​ໜັກ.+ 7 ພວກ​ເຈົ້າ​ຈະ​ເປັນ​ຄົນຂອງ​ເຮົາ​ແລະ​ເຮົາ​ຈະ​ເປັນ​ພະເຈົ້າ​ຂອງ​ພວກ​ເຈົ້າ+ ແລະ​ພວກ​ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ ຜູ້​ທີ່​ຊ່ວຍ​ພວກ​ເຈົ້າ​ບໍ່​ໃຫ້​ເປັນ​ທາດ​ໃນ​ເອຢິບ​ອີກ​ຕໍ່​ໄປ. 8 ເຮົາ​ຈະ​ພາ​ພວກ​ເຈົ້າ​ໄປ​ແຜ່ນດິນ​ທີ່​ເຮົາ​ສັນຍາ​ວ່າ​ຈະ​ໃຫ້​ອັບຣາຮາມ ອີຊາກ ແລະ​ຢາໂຄບ ແລະ​ເຮົາ​ຈະ​ເອົາ​ແຜ່ນດິນ​ນັ້ນ​ໃຫ້​ພວກ​ເຈົ້າ.+ ເຮົາ​ແມ່ນ​ເຢໂຫວາ.’”+

9 ຕໍ່ມາ ໂມເຊ​ໄດ້​ເອົາ​ເລື່ອງ​ນີ້​ໄປ​ບອກ​ພວກ​ອິດສະຣາເອນ ແຕ່​ເຂົາ​ເຈົ້າ​ບໍ່​ຟັງ​ໂມເຊ ຍ້ອນ​ເຂົາ​ເຈົ້າ​ໝົດ​ກຳລັງໃຈ​ແລະ​ຖືກ​ບັງຄັບ​ໃຫ້​ເປັນ​ທາດ​ເຮັດ​ວຽກ​ຢ່າງ​ໜັກ.+

10 ແລ້ວ​ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 11 “ໄປ​ບອກ​ຟາໂຣ​ວ່າ​ລາວ​ຕ້ອງ​ປ່ອຍ​ພວກ​ອິດສະຣາເອນ​ອອກ​ຈາກ​ແຜ່ນດິນ​ຂອງ​ລາວ.” 12 ໂມເຊ​ບອກ​ພະ​ເຢໂຫວາ​ວ່າ: “ຂະໜາດ​ພວກ​ອິດສະຣາເອນ​ຍັງ​ບໍ່​ຟັງ​ລູກ​ເລີຍ+ ແລ້ວ​ຟາໂຣ​ຊິ​ຟັງ​ລູກ​ຊັ້ນ​ບໍ? ລູກ​ແຮ່ງ​ເວົ້າບໍ່​ລ່ຽນ​ບໍ່​ໄຫຼ.”+ 13 ແຕ່​ພະ​ເຢໂຫວາ​ຍັງ​ບອກ​ໂມເຊ​ກັບ​ອາໂຣນ​ອີກ​ວ່າ​ໃຫ້​ເອົາ​ຄຳ​ສັ່ງ​ຂອງ​ເພິ່ນ​ໄປ​ບອກ​ພວກ​ອິດສະຣາເອນ ແລະ​ສັ່ງ​ຟາໂຣ​ໃຫ້​ປ່ອຍ​ພວກ​ອິດສະຣາເອນ​ອອກ​ໄປ​ຈາກ​ເອຢິບ.

14 ຕໍ່​ໄປ​ນີ້​ແມ່ນ​ລາຍຊື່​ຄົນ​ທີ່ເປັນ​ຕົ້ນ​ຕະກູນຕ່າງ​ໆ​ຂອງ​ພວກ​ອິດສະຣາເອນ: ຣູເບັນ​ແມ່ນ​ລູກກົກ​ຂອງ​ອິດສະຣາເອນ.+ ຣູເບັນ​ມີ​ລູກ​ຊາຍ​ຊື່​ຮາໂນກ ປານລູ ເຮຊະໂຣນ ແລະ​ກາມີ.+ ຄົນ​ເຫຼົ່ານີ້​ເປັນ​ລູກ​ຫຼານ​ຂອງ​ຣູເບັນ.

15 ຊີເມໂອນ​ມີ​ລູກ​ຊາຍ​ຊື່​ເຢມູເອນ ຢາມິນ ໂອຮາດ ຢາກິນ ໂຊຮາ ແລະ​ຊາອູນ. ເຂົາ​ເຈົ້າ​ເກີດ​ຈາກ​ຜູ້​ຍິງ​ການາອານ.+ ຄົນ​ເຫຼົ່າ​ນີ້​ເປັນ​ລູກ​ຫຼານ​ຂອງ​ຊີເມໂອນ.

16 ຕໍ່​ໄປ​ນີ້​ແມ່ນ​ຊື່​ລູກ​ຊາຍ​ຂອງ​ເລວີ+ຕາມຄອບຄົວ​ຂອງເຂົາ​ເຈົ້າ​ຄື: ເກໂຊນ ໂກຮາດ ແລະ​ເມຣາຣີ.+ ເລວີ​ຕາຍ​ຕອນ​ອາຍຸ 137 ປີ.

17 ເກໂຊນ​ມີ​ລູກ​ຊາຍ​ຊື່​ລິບນີ​ແລະ​ຊິເມອີ ທັງ​ສອງ​ຄົນ​ນີ້ເປັນ​ຕົ້ນ​ຕະກູນ​ລູກ​ຫຼານຂອງ​ເຂົາ​ເຈົ້າ.+

18 ໂກຮາດ​ມີ​ລູກ​ຊາຍ​ຊື່​ອຳຣາມ ອິດຊະຮາ ເຮັບໂຣນ ແລະ​ອຸດຊີເອນ.+ ໂກຮາດ​ຕາຍ​ຕອນ​ອາຍຸ 133 ປີ.

19 ເມຣາຣີ​ມີ​ລູກ​ຊາຍ​ຊື່​ມາລີ​ກັບ​ມູຊີ.

ຄົນ​ເຫຼົ່າ​ນີ້​ເປັນ​ລູກ​ຫຼານ​ຂອງ​ເລວີ​ຕາມ​ຄອບຄົວ​ຂອງ​ເຂົາ​ເຈົ້າ.+

20 ສ່ວນ​ອຳຣາມ​ໄດ້​ເອົາ​ໂຢເກເບັດ​ທີ່​ເປັນ​ນ້ອງ​ສາວ​ຂອງ​ພໍ່​ມາ​ເປັນ​ເມຍ.+ ເຂົາ​ເຈົ້າ​ມີ​ລູກ​ນຳ​ກັນ​ຊື່​ອາໂຣນ​ກັບ​ໂມເຊ.+ ອຳຣາມ​ຕາຍ​ຕອນ​ອາຍຸ 133 ປີ.

21 ອິດຊະຮາ​ມີ​ລູກ​ຊາຍ​ຊື່​ໂກຣາ+ ເນເຟັກ ແລະ​ຊິກຣີ.

22 ອຸດຊີເອນ​ມີ​ລູກ​ຊາຍ​ຊື່​ມີຊາເອນ ເອລີຊາຟັນ+ ແລະ​ສິດຣີ.

23 ສ່ວນ​ອາໂຣນ​ເອົາ​ເອລີເຊບາ​ມາ​ເປັນ​ເມຍ. ເອລີເຊບາ​ເປັນ​ລູກສາວ​ຂອງ​ອຳມີນາດາບ​ແລະ​ເປັນ​ນ້ອງ​ສາວ​ຂອງ​ນາໂຊນ.+ ອາໂຣນ​ກັບ​ເອລີເຊບາ​ມີ​ລູກ​ຊາຍ​ນຳ​ກັນ​ຊື່​ນາດາບ ອາບີຮູ ເອເລອາຊາ ແລະ​ອີທາມາ.+

24 ໂກຣາ​ມີ​ລູກ​ຊາຍ​ຊື່​ອັດສີ ເອນການາ ແລະ​ອາບີ​ອາສັບ.+ ຄົນ​ເຫຼົ່າ​ນີ້​ເປັນ​ລູກ​ຫຼານ​ຂອງ​ໂກຣາ.+

25 ລູກ​ຊາຍ​ຂອງ​ອາໂຣນ​ທີ່​ຊື່​ເອເລອາຊາ+ໄດ້​ເອົາ​ລູກສາວ​ຄົນ​ໜຶ່ງ​ຂອງ​ປູຕີເອນ​ມາ​ເປັນ​ເມຍ. ເຂົາ​ເຈົ້າ​ມີ​ລູກ​ນຳ​ກັນ​ຊື່​ຟີເນຮາດ.+

ຄົນ​ເຫຼົ່າ​ນີ້ເປັນ​ຕົ້ນ​ຕະກູນ​ທີ່ເປັນ​ລູກ​ຫຼານ​ຂອງ​ເລວີ.+

26 ອາໂຣນ​ກັບ​ໂມເຊ​ເປັນຄົນ​ຕະກູນ​ເລວີ. ພະ​ເຢໂຫວາ​ບອກ​ເຂົາ​ເຈົ້າ​ວ່າ: “ໃຫ້​ພາ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບຕາມ​ແຕ່​ລະ​ຕະກູນ.”+ 27 ອາໂຣນ​ກັບ​ໂມເຊ​ນີ້​ແຫຼະ​ເປັນ​ຜູ້​ທີ່​ໄປ​ເວົ້າ​ກັບ​ຟາໂຣ ເພື່ອ​ຈະ​ພາ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ.+

28 ໃນ​ມື້​ນັ້ນ​ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ໃນ​ແຜ່ນດິນ​ເອຢິບ. 29 ພະ​ເຢໂຫວາ​ບອກ​ໂມເຊ​ວ່າ: “ເຮົາ​ແມ່ນ​ເຢໂຫວາ. ໃຫ້​ເຈົ້າ​ໄປ​ບອກ​ກະສັດ​ຂອງ​ເອຢິບ​ທຸກ​ເລື່ອງ​ຕາມ​ທີ່​ເຮົາ​ບອກ​ເຈົ້າ.” 30 ແຕ່​ໂມເຊເວົ້າ​ກັບ​ພະ​ເຢໂຫວາ​ວ່າ: “ລູກ​ເປັນ​ຄົນ​ເວົ້າ​ບໍ່​ລ່ຽນ​ບໍ່​ໄຫຼ ຟາໂຣ​ຈະບໍ່​ຟັງ​ລູກ​ດອກ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌