ໂຢຊວຍ
4 ເມື່ອພວກອິດສະຣາເອນຂ້າມແມ່ນ້ຳຈໍແດນໄປໝົດແລ້ວ ພະເຢໂຫວາບອກໂຢຊວຍວ່າ: 2 “ໃຫ້ເຈົ້າເອີ້ນພວກຜູ້ຊາຍ 12 ຄົນທີ່ເຈົ້າໄດ້ເລືອກໄວ້ຈາກແຕ່ລະຕະກູນນັ້ນມາ+ 3 ແລ້ວສັ່ງເຂົາເຈົ້າວ່າ ‘ໃຫ້ພວກເຈົ້າໄປເອົາກ້ອນຫີນ 12 ກ້ອນມາຈາກກາງແມ່ນ້ຳຈໍແດນບ່ອນທີ່ພວກປະໂລຫິດຢືນຢູ່+ ແລະໃຫ້ເອົາຫີນເຫຼົ່ານັ້ນໄປກອງໄວ້ຢູ່ບ່ອນທີ່ພວກເຈົ້າຊິພັກຄ້າງຄືນ.’”+
4 ໂຢຊວຍໄດ້ເອີ້ນພວກຜູ້ຊາຍ 12 ຄົນທີ່ລາວໄດ້ເລືອກຈາກແຕ່ລະຕະກູນຂອງພວກອິດສະຣາເອນມາ. 5 ລາວເວົ້າກັບເຂົາເຈົ້າວ່າ: “ໃຫ້ໄປເອົາຫີນມາຈາກກາງແມ່ນ້ຳຈໍແດນໃກ້ໆບ່ອນທີ່ພວກປະໂລຫິດຫາມຫີບສັນຍາຂອງພະເຢໂຫວາພະເຈົ້າຂອງເຈົ້າຢືນຢູ່. ໃຫ້ພວກເຈົ້າແບກຫີນໃສ່ບ່າມາຄົນລະກ້ອນເພື່ອຈະໄດ້ຫີນຄົບຕາມຈຳນວນຕະກູນຂອງພວກອິດສະຣາເອນ. 6 ຫີນເຫຼົ່ານີ້ຈະເປັນສິ່ງເຕືອນໃຈວ່າພະເຈົ້າໄດ້ເຮັດຫຍັງເພື່ອພວກເຈົ້າ. ຖ້າຕໍ່ມາລູກຫຼານຂອງພວກເຈົ້າຖາມວ່າ ‘ຫີນເຫຼົ່ານີ້ແມ່ນຫີນຫຍັງ?’+ 7 ພວກເຈົ້າຕ້ອງບອກເຂົາເຈົ້າວ່າ ‘ສະໄໝແຕ່ກີ້ ຕອນທີ່ພວກປະໂລຫິດຫາມຫີບ+ສັນຍາຂອງພະເຢໂຫວາຂ້າມແມ່ນ້ຳຈໍແດນ ນ້ຳໄດ້ຖືກກັ້ນໄວ້. ຫີນເຫຼົ່ານີ້ເປັນສິ່ງທີ່ຊ່ວຍໃຫ້ພວກອິດສະຣາເອນຈື່ເຫດການນັ້ນຕະຫຼອດໄປ.’”+
8 ແລ້ວຄົນອິດສະຣາເອນທັງ 12 ຄົນກໍເຮັດຕາມທີ່ໂຢຊວຍສັ່ງ. ເຂົາເຈົ້າເອົາຫີນ 12 ກ້ອນມາຈາກກາງແມ່ນ້ຳຈໍແດນຕາມຈຳນວນຕະກູນຂອງພວກອິດສະຣາເອນ ຄືກັບທີ່ພະເຢໂຫວາໄດ້ສັ່ງໂຢຊວຍ. ເຂົາເຈົ້າໄດ້ເອົາຫີນເຫຼົ່ານັ້ນໄປກອງໄວ້ໃນບ່ອນທີ່ເຂົາເຈົ້າຊິພັກຄ້າງຄືນ.
9 ໂຢຊວຍຍັງໄດ້ເອົາຫີນ 12 ກ້ອນຈາກກາງແມ່ນ້ຳຈໍແດນໄປກອງໄວ້ຢູ່ບ່ອນທີ່ພວກປະໂລຫິດຢືນຖ້າຕອນທີ່ຫາມຫີບສັນຍາ+ ແລະຫີນເຫຼົ່ານັ້ນຍັງຢູ່ຫັ້ນຈົນຮອດທຸກມື້ນີ້.
10 ພວກປະໂລຫິດທີ່ຫາມຫີບນັ້ນຢືນຢູ່ກາງແມ່ນ້ຳຈໍແດນ ຈົນປະຊາຊົນເຮັດທຸກສິ່ງທຸກຢ່າງແລ້ວໆຕາມທີ່ພະເຢໂຫວາສັ່ງໄວ້ກັບໂຢຊວຍ. ເຂົາເຈົ້າເຮັດທຸກຢ່າງຕາມທີ່ໂມເຊໄດ້ສັ່ງໂຢຊວຍໄວ້. ລະຫວ່າງທີ່ພວກປະໂລຫິດຢືນຢູ່ຫັ້ນ ປະຊາຊົນກໍຟ້າວຂ້າມແມ່ນ້ຳໄປ. 11 ຫຼັງຈາກທີ່ປະຊາຊົນຂ້າມມາໝົດແລ້ວ ເຂົາເຈົ້າກໍແນມເບິ່ງພວກປະໂລຫິດທີ່ຫາມຫີບສັນຍາຂອງພະເຢໂຫວາທີ່ກຳລັງຂ້າມມາຫາເຂົາເຈົ້າ.+ 12 ພວກທະຫານຂອງຕະກູນຣູເບັນ ຕະກູນຄາດ ແລະເຄິ່ງໜຶ່ງຂອງຕະກູນມານາເຊໄດ້ຂ້າມແມ່ນ້ຳ+ໄປກ່ອນພວກອິດສະຣາເອນ ຕາມທີ່ໂມເຊໄດ້ສັ່ງເຂົາເຈົ້າ.+ 13 ພວກທະຫານ 40.000 ຄົນທີ່ມີອາວຸດພ້ອມໄດ້ຂ້າມແມ່ນ້ຳໄປຕໍ່ໜ້າພະເຢໂຫວາ ແລະເຂົ້າໄປໃນບ່ອນກັນດານໃກ້ໆກັບເມືອງເຢຣິໂກ.
14 ໃນມື້ນັ້ນ ພະເຢໂຫວາໄດ້ເຮັດໃຫ້ພວກອິດສະຣາເອນຮູ້ວ່າເພິ່ນຊ່ວຍໂຢຊວຍ+ ແລະພວກອິດສະຣາເອນໄດ້ນັບຖືໂຢຊວຍຫຼາຍ*ຕະຫຼອດຊີວິດຂອງລາວ ຄືກັບທີ່ເຂົາເຈົ້າເຄີຍນັບຖືໂມເຊ.+
15 ແລ້ວພະເຢໂຫວາກໍບອກໂຢຊວຍວ່າ: 16 “ສັ່ງພວກປະໂລຫິດທີ່ຫາມຫີບ+ສັນຍາ*ໃຫ້ຂຶ້ນມາຈາກແມ່ນ້ຳຈໍແດນ.” 17 ໂຢຊວຍຈຶ່ງສັ່ງພວກປະໂລຫິດວ່າ: “ພວກເຈົ້າຂຶ້ນມາໄດ້ແລ້ວ.” 18 ພວກປະໂລຫິດທີ່ຫາມຫີບ+ສັນຍາຂອງພະເຢໂຫວາກໍໄດ້ຂຶ້ນມາຈາກແມ່ນ້ຳຈໍແດນ. ພໍແຕ່ຕີນຂອງເຂົາເຈົ້າຢຽບດິນແຫ້ງ ນ້ຳກໍກັບມາໄຫຼປົກກະຕິແລະຖ້ວມຕາຝັ່ງ+ຄືເກົ່າ.
19 ພວກອິດສະຣາເອນໄດ້ຂ້າມແມ່ນ້ຳຈໍແດນໃນວັນທີ 10 ຂອງເດືອນທີ 1 ແລະເຂົາເຈົ້າໄດ້ຕັ້ງຄ້າຍພັກຢູ່ກິນການ+ທີ່ຢູ່ທາງທິດຕາເວັນອອກຂອງເມືອງເຢຣິໂກ.
20 ສ່ວນຫີນ 12 ກ້ອນທີ່ເອົາມາຈາກແມ່ນ້ຳຈໍແດນນັ້ນ ໂຢຊວຍໄດ້ເອົາໄປກອງໄວ້ຢູ່ກິນການ.+ 21 ລາວເວົ້າກັບພວກອິດສະຣາເອນວ່າ: “ມື້ໜ້າ ຖ້າລູກຫຼານຂອງພວກເຈົ້າຖາມວ່າ ‘ຫີນເຫຼົ່ານີ້ແມ່ນຫີນຫຍັງ?’+ 22 ພວກເຈົ້າຕ້ອງອະທິບາຍໃຫ້ລູກໃຫ້ຫຼານຟັງວ່າ ‘ໃນສະໄໝແຕ່ກີ້ ພວກອິດສະຣາເອນໄດ້ຂ້າມແມ່ນ້ຳຈໍແດນເທິງດິນແຫ້ງ.+ 23 ຕອນນັ້ນ ພະເຢໂຫວາພະເຈົ້າຂອງລູກໄດ້ເຮັດໃຫ້ນ້ຳໃນແມ່ນ້ຳຈໍແດນແຫ້ງເພື່ອພວກເຮົາຈະຂ້າມມາໄດ້ ຄືກັບຕອນທີ່ພະເຢໂຫວາພະເຈົ້າຂອງລູກໄດ້ເຮັດໃຫ້ນ້ຳໃນທະເລແດງແຫ້ງ.+ 24 ພະເຢໂຫວາເຮັດແນວນັ້ນກໍເພື່ອໃຫ້ທຸກຄົນໃນໂລກຮູ້ວ່າເພິ່ນມີລິດເດດຫຼາຍສ່ຳໃດ+ ແລະເພື່ອລູກຈະໄດ້ຢ້ານຢຳພະເຢໂຫວາພະເຈົ້າຂອງລູກສະເໝີ.’”