ໂຢຊວຍ
14 ຫຼັງຈາກທີ່ພວກອິດສະຣາເອນໄດ້ຍຶດເອົາແຜ່ນດິນຂອງພວກການາອານແລ້ວ ປະໂລຫິດເອເລອາຊາ ໂຢຊວຍລູກຊາຍຂອງນູນ ແລະພວກຫົວໜ້າໃນຈຸ້ມເຈື້ອຂອງຕະກູນຕ່າງໆຂອງອິດສະຣາເອນກໍໄດ້ແບ່ງດິນນັ້ນໃຫ້ເຂົາເຈົ້າເປັນມູນ.+ 2 ເຂົາເຈົ້າແບ່ງດິນມູນໂດຍການຈົກສະຫຼາກ+ຕາມທີ່ພະເຢໂຫວາໄດ້ສັ່ງໄວ້ກັບ 9 ຕະກູນແລະອີກເຄິ່ງໜຶ່ງຂອງຕະກູນມານາເຊຜ່ານທາງໂມເຊ.+ 3 ດິນທີ່ຢູ່ອີກຟາກໜຶ່ງ*ຂອງແມ່ນ້ຳຈໍແດນ+ ໂມເຊໄດ້ເອົາໃຫ້ 2 ຕະກູນກັບອີກເຄິ່ງໜຶ່ງຂອງຕະກູນມານາເຊແລ້ວ. ສ່ວນພວກເລວີບໍ່ໄດ້ຮັບແຜ່ນດິນເປັນມໍລະດົກ.+ 4 ລູກຫຼານຂອງໂຢເຊັບໄດ້ແບ່ງເປັນ 2 ຕະກູນ+ຄື: ຕະກູນມານາເຊກັບຕະກູນເອຟຣາຢິມ.+ ຕະກູນອື່ນໆບໍ່ໄດ້ເອົາດິນມູນໃຫ້ຕະກູນເລວີເລີຍ ແຕ່ເຂົາເຈົ້າໄດ້ເອົາບາງເມືອງ+ໃຫ້ພວກເລວີເພື່ອໃຫ້ເປັນບ່ອນຢູ່ອາໄສ ແລະເພື່ອໃຫ້ພວກເລວີມີທົ່ງຫຍ້າລ້ຽງສັດແລະມີບ່ອນມ້ຽນເຄື່ອງຂອງຕ່າງໆ.+ 5 ພວກອິດສະຣາເອນໄດ້ແບ່ງດິນມູນຕາມທີ່ພະເຢໂຫວາໄດ້ສັ່ງໂມເຊໄວ້.
6 ຕອນທີ່ພວກອິດສະຣາເອນຢູ່ກິນການ+ ຜູ້ຊາຍບາງຄົນຈາກຕະກູນຢູດາໄດ້ໄປຫາໂຢຊວຍ. ກາເລັບ+ລູກຊາຍຂອງເຢຟຸນເນຄົນເກນິດຊີກໍເປັນຄົນໜຶ່ງໃນກຸ່ມນັ້ນ. ກາເລັບເວົ້າກັບໂຢຊວຍວ່າ: “ເຈົ້າຈື່ໄດ້ແມ່ນບໍວ່າຕອນທີ່ພວກເຮົາຢູ່ກາເດັດບາເນອາ+ ພະເຢໂຫວາໄດ້ເວົ້າ+ແນວໃດກັບໂມເຊຄົນຂອງພະເຈົ້າທ່ຽງແທ້+ກ່ຽວກັບເລື່ອງຂອງພວກເຮົາ? 7 ຕອນຂ້ອຍອາຍຸ 40 ປີ ໂມເຊຜູ້ຮັບໃຊ້ຂອງພະເຢໂຫວາໄດ້ສົ່ງຂ້ອຍຈາກກາເດັດບາເນອາເພື່ອໃຫ້ມາສອດແນມແຜ່ນດິນນີ້+ ແລ້ວຂ້ອຍກໍກັບໄປລາຍງານຢ່າງສັດຊື່ຕາມທີ່ຂ້ອຍເຫັນ.+ 8 ເຖິງວ່າພວກພີ່ນ້ອງທີ່ໄປນຳຂ້ອຍເຮັດໃຫ້ພວກອິດສະຣາເອນໝົດກຳລັງໃຈ* ແຕ່ຂ້ອຍກໍຍັງເຊື່ອຟັງພະເຢໂຫວາພະເຈົ້າຂອງຂ້ອຍສຸດຫົວໃຈ.+ 9 ໃນມື້ນັ້ນ ໂມເຊສາບານວ່າ ‘ແຜ່ນດິນທີ່ເຈົ້າເຂົ້າໄປຢຽບນັ້ນຈະເປັນມໍລະດົກຂອງເຈົ້າກັບລູກຫຼານຂອງເຈົ້າຕະຫຼອດໄປ ຍ້ອນເຈົ້າໄດ້ເຊື່ອຟັງພະເຢໂຫວາພະເຈົ້າຂອງຂ້ອຍສຸດຫົວໃຈ.’+ 10 ພະເຢໂຫວາໄດ້ສັນຍາ+ກັບໂມເຊແບບນັ້ນ ຕອນທີ່ພວກອິດສະຣາເອນຢູ່ໃນບ່ອນກັນດານ ຈົນຮອດຕອນນີ້ກໍຜ່ານໄປ 45 ປີແລ້ວ.+ ຄືກັບທີ່ພະເຢໂຫວາໄດ້ສັນຍາໄວ້ ເພິ່ນໃຫ້ຂ້ອຍຍັງມີຊີວິດຢູ່ ແລະຕອນນີ້ຂ້ອຍກໍອາຍຸ 85 ປີແລ້ວ. 11 ຕອນນີ້ ຂ້ອຍຍັງແຂງແຮງດີຄືກັບຕອນທີ່ໂມເຊໃຫ້ຂ້ອຍມາສອດແນມແຜ່ນດິນນີ້. ຂ້ອຍຍັງມີເຫື່ອມີແຮງໄປຕໍ່ສູ້ໄດ້ ແລະຍັງເຮັດວຽກອື່ນໆໄດ້ຄືກັບຕອນນັ້ນ. 12 ຄັນຊັ້ນ ຂ້ອຍຂໍດິນທີ່ຢູ່ເຂດພູນີ້ຕາມທີ່ພະເຢໂຫວາໄດ້ສັນຍາໄວ້ໃນມື້ນັ້ນ. ເຖິງເຈົ້າຈະໄດ້ຍິນວ່າຢູ່ຫັ້ນມີພວກລູກຫຼານຂອງອານາກ+ອາໄສຢູ່ໃນເມືອງທີ່ມີກຳແພງອ້ອມ+ ແຕ່ພະເຢໂຫວາຈະຢູ່ກັບຂ້ອຍແນ່ນອນ+ ແລະຂ້ອຍຈະຂັບໄລ່ພວກເຂົາອອກໄປໄດ້ຕາມທີ່ພະເຢໂຫວາໄດ້ສັນຍາໄວ້.”+
13 ໂຢຊວຍຈຶ່ງອວຍພອນໃຫ້ກາເລັບລູກຊາຍຂອງເຢຟຸນເນ ແລະເອົາເມືອງເຮັບໂຣນໃຫ້ລາວເປັນມໍລະດົກ.+ 14 ກາເລັບລູກຊາຍຂອງເຢຟຸນເນຄົນເກນິດຊີໄດ້ເມືອງເຮັບໂຣນເປັນມໍລະດົກຈົນຮອດທຸກມື້ນີ້ ຍ້ອນລາວເຊື່ອຟັງພະເຢໂຫວາພະເຈົ້າຂອງອິດສະຣາເອນສຸດຫົວໃຈ.+ 15 ແຕ່ກີ້ເມືອງເຮັບໂຣນມີຊື່ວ່າກີຣິອາດອາຣະບາ.+ (ຊື່ຂອງເມືອງນີ້ມາຈາກອາຣະບາທີ່ເປັນຄົນສຳຄັນຄົນໜຶ່ງໃນພວກລູກຫຼານຂອງອານາກ.) ແລ້ວແຜ່ນດິນຂອງພວກອິດສະຣາເອນກໍບໍ່ມີສົງຄາມ.+