ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ກະສັດ 5
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ກະສັດ

      • ກະສັດ​ຮີຣາມ​ກຽມ​ເຄື່ອງ​ກໍ່​ສ້າງ (1-​12)

      • ຄົນ​ທີ່​ເຮັດ​ວຽກ​ໃຫ້​ໂຊໂລໂມນ (13-​18)

1 ກະສັດ 5:1

ໄຂເງື່ອນ

  • *

    ຫຼື “ຮັກດາວິດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 27:3
  • +2ຊມ 5:11

1 ກະສັດ 5:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 2:3

1 ກະສັດ 5:3

ໄຂເງື່ອນ

  • *

    ແປຕາມໂຕວ່າ “​ຈົນໃນທີ່ສຸດ ພະ​ເຢໂຫວາໄດ້ໃຫ້ພວກສັດຕູຢູ່ພື້ນຕີນລາວ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:5; 1ຂຄ 22:7, 8

1 ກະສັດ 5:4

ໄຂເງື່ອນ

  • *

    ແປຕາມໂຕວ່າ “ພັກ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 4:24, 25
  • +ສພສ 16:7

1 ກະສັດ 5:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 7:12, 13; 1ຂຄ 22:9, 10; 2ຂຄ 2:4

1 ກະສັດ 5:6

ໄຂເງື່ອນ

  • *

    ໄມ້ແປກຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 6:9, 20
  • +2ຂຄ 2:8

1 ກະສັດ 5:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 2:11, 12

1 ກະສັດ 5:8

ໄຂເງື່ອນ

  • *

    ໄມ້ແປກຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 6:5; 1ກສ 6:15; 2ຂຄ 3:5

1 ກະສັດ 5:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 2:15, 16; ອຊຣ 3:7

1 ກະສັດ 5:11

ໄຂເງື່ອນ

  • *

    ເຂົ້າຊະນິດໜຶ່ງທີ່ໃຊ້ເຮັດເຂົ້າຈີ່ໄດ້

  • *

    4.400.000 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    4.400 ລິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 2:10

1 ກະສັດ 5:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 3:12; 4:29; ຢກບ 1:5

1 ກະສັດ 5:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:15

1 ກະສັດ 5:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 20:24; 1ກສ 4:6; 12:18

1 ກະສັດ 5:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 22:15
  • +ຢຊ 16:10; 1ກສ 9:20-22; 2ຂຄ 2:2, 17, 18; 8:7-9

1 ກະສັດ 5:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:23

1 ກະສັດ 5:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 7:9; 1ຂຄ 22:2
  • +1ກສ 6:7
  • +ພນມ 21:14

1 ກະສັດ 5:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 13:1, 5

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກສ. 5:1ອຊກ 27:3
1ກສ. 5:12ຊມ 5:11
1ກສ. 5:22ຂຄ 2:3
1ກສ. 5:32ຊມ 7:5; 1ຂຄ 22:7, 8
1ກສ. 5:41ກສ 4:24, 25
1ກສ. 5:4ສພສ 16:7
1ກສ. 5:52ຊມ 7:12, 13; 1ຂຄ 22:9, 10; 2ຂຄ 2:4
1ກສ. 5:61ກສ 6:9, 20
1ກສ. 5:62ຂຄ 2:8
1ກສ. 5:72ຂຄ 2:11, 12
1ກສ. 5:82ຊມ 6:5; 1ກສ 6:15; 2ຂຄ 3:5
1ກສ. 5:92ຂຄ 2:15, 16; ອຊຣ 3:7
1ກສ. 5:112ຂຄ 2:10
1ກສ. 5:121ກສ 3:12; 4:29; ຢກບ 1:5
1ກສ. 5:131ກສ 9:15
1ກສ. 5:142ຊມ 20:24; 1ກສ 4:6; 12:18
1ກສ. 5:151ຂຄ 22:15
1ກສ. 5:15ຢຊ 16:10; 1ກສ 9:20-22; 2ຂຄ 2:2, 17, 18; 8:7-9
1ກສ. 5:161ກສ 9:23
1ກສ. 5:171ກສ 7:9; 1ຂຄ 22:2
1ກສ. 5:171ກສ 6:7
1ກສ. 5:17ພນມ 21:14
1ກສ. 5:18ຢຊ 13:1, 5
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
1 ກະສັດ 5:1-18

ກະສັດ​ສະບັບ​ທີ​ໜຶ່ງ

5 ເມື່ອ​ຮີຣາມ​ກະສັດ​ເມືອງ​ຕີເຣ​+ໄດ້​ຍິນ​ວ່າ​ໂຊໂລໂມນ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ກະສັດ​ແທນ​ພໍ່ ລາວ​ຈຶ່ງ​ສົ່ງ​ຄົນ​ໄປ​ຫາ​ໂຊໂລໂມນ ຍ້ອນ​ຮີຣາມ​ເປັນ​ໝູ່​ກັບ​ດາວິດ*ມາ​ດົນ​ແລ້ວ.+ 2 ໂຊໂລໂມນ​ຝາກ​ຄວາມ​ໄປ​ຫາ​ຮີຣາມ​ວ່າ:+ 3 “ທ່ານ​ກໍ​ຮູ້​ດີ​ວ່າ​ດາວິດ​ພໍ່​ຂອງ​ຂ້ອຍ​ບໍ່​ສາມາດ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ເພິ່ນ​ໄດ້ ເພາະ​ເພິ່ນ​ຕ້ອງ​ເຮັດ​ສົງຄາມ​ຍ້ອນ​ວ່າ​ມີ​ພວກ​ສັດຕູ​ມາ​ໂຈມຕີ​ທຸກ​ດ້ານ ຈົນ​ໃນ​ທີ່​ສຸດ ພະ​ເຢໂຫວາ​ໄດ້​ຊ່ວຍ​ເພິ່ນ​ໃຫ້​ຊະນະ​ພວກສັດຕູ.*+ 4 ແຕ່​ຕອນ​ນີ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ໄດ້​ຊ່ວຍ​ຂ້ອຍ​ໃຫ້​ມີ​ຄວາມ​ສະຫງົບ​ສຸກ*ໃນ​ທຸກ​ດ້ານ.+ ບໍ່​ມີ​ໃຜ​ຕໍ່ຕ້ານ​ຂ້ອຍ​ແລະ​ບໍ່​ມີ​ສິ່ງ​ທີ່​ບໍ່​ດີ​ເກີດ​ຂຶ້ນ​ເລີຍ.+ 5 ດັ່ງນັ້ນ ຂ້ອຍ​ຈຶ່ງ​ຕັ້ງ​ໃຈ​ທີ່​ຈະ​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຂອງ​ຂ້ອຍ​ຕາມ​ທີ່​ພະ​ເຢໂຫວາ​ໄດ້​ສັນຍາ​ກັບ​ດາວິດ​ພໍ່​ຂອງ​ຂ້ອຍ​ໄວ້​ວ່າ ‘ລູກ​ຊາຍ​ຂອງ​ເຈົ້າ​ຜູ້​ທີ່​ເຮົາ​ຈະ​ໃຫ້​ເປັນ​ກະສັດ​ຕໍ່​ຈາກ​ເຈົ້າ​ຈະ​ເປັນ​ຜູ້​ສ້າງ​ວິຫານ​ເພື່ອ​ສັນລະເສີນ​ຊື່​ຂອງ​ເຮົາ.’+ 6 ຕອນ​ນີ້ ຂໍ​ໃຫ້​ຄົນ​ຂອງ​ທ່ານ​ໄປ​ຕັດ​ໄມ້​ຊີດ້າ*ຢູ່​ເລບານອນ+ແລ້ວ​ສົ່ງ​ມາ​ໃຫ້​ຂ້ອຍ. ຄົນ​ຂອງ​ຂ້ອຍ​ກັບ​ຄົນ​ຂອງ​ທ່ານ​ຈະ​ເຮັດ​ວຽກ​ນຳ​ກັນ​ແລະ​ຂ້ອຍ​ຈະ​ຈ່າຍ​ຄ່າ​ຈ້າງ​ໃຫ້​ຄົນ​ຂອງ​ທ່ານ​ຕາມ​ທີ່​ທ່ານ​ຕັ້ງ​ໄວ້ ທ່ານ​ກໍ​ຮູ້​ວ່າ​ພວກ​ເຮົາ​ຕັດ​ຕົ້ນ​ໄມ້​ບໍ່​ເກັ່ງ​ສ່ຳ​ກັບ​ຄົນ​ຊີໂດນ.”+

7 ເມື່ອ​ຮີຣາມ​ໄດ້​ຍິນ​ສິ່ງ​ທີ່​ໂຊໂລໂມນ​ເວົ້າ ລາວ​ກໍ​ດີ​ໃຈ​ຫຼາຍ​ແລະ​ເວົ້າ​ວ່າ: “ຂໍ​ໃຫ້​ພະ​ເຢໂຫວາ​ໄດ້​ຮັບ​ການ​ສັນລະເສີນ​ຍ້ອນ​ເພິ່ນ​ໄດ້​ໃຫ້​ດາວິດ​ມີ​ລູກ​ຊາຍ​ທີ່​ສະຫຼາດ​ປົກຄອງ​ປະຊາຊົນ​ທີ່​ມີຈຳນວນ​ຫຼາຍ.”+ 8 ຮີຣາມ​ຈຶ່ງ​ຝາກ​ຄວາມ​ໄປ​ບອກ​ໂຊໂລໂມນ​ວ່າ: “ຂ້ອຍ​ຮູ້​ເລື່ອງ​ທີ່​ທ່ານ​ສົ່ງ​ຄົນ​ມາ​ບອກ​ແລ້ວ. ຂ້ອຍ​ຈະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ທ່ານ​ຂໍ​ໃນ​ເລື່ອງ​ໄມ້​ຊີດ້າ​ແລະ​ໄມ້​ຈູນິເປີ້.*+ 9 ຄົນ​ຂອງ​ຂ້ອຍ​ຈະ​ຕັດ​ໄມ້​ມາ​ຈາກ​ເລບານອນ​ແລ້ວ​ເອົາ​ໄປ​ທະເລ. ເຂົາ​ເຈົ້າ​ຈະ​ມັດ​ທ່ອນ​ໄມ້​ໃສ່​ກັນ​ເປັນ​ແພ​ແລ້ວ​ລ່ອງ​ລົງ​ໄປ​ຫາ​ຈຸດ​ທີ່​ທ່ານ​ຈະ​ເອົາ​ໄມ້. ຄົນ​ຂອງ​ຂ້ອຍ​ຈະ​ແກ້​ທ່ອນ​ໄມ້​ຢູ່​ຫັ້ນ​ເພື່ອ​ທ່ານ​ຈະ​ເອົາ​ໄມ້​ໄປ​ໄດ້. ໃຫ້​ທ່ານ​ສົ່ງ​ຂອງ​ກິນ​ຕາມ​ທີ່​ຂ້ອຍ​ຂໍ​ມາ​ໃຫ້​ຄົນ​ໃນ​ວັງ​ຂອງ​ຂ້ອຍ+ເພື່ອ​ເປັນ​ການ​ແລກ​ປ່ຽນ.”

10 ຮີຣາມ​ໄດ້​ສົ່ງ​ໄມ້​ຊີດ້າ​ແລະ​ໄມ້​ຈູນິເປີ້​ໄປ​ໃຫ້​ຕາມ​ທີ່​ໂຊໂລໂມນ​ຕ້ອງການ. 11 ທຸກ​ໆ​ປີ​ໂຊໂລໂມນ​ໄດ້​ສົ່ງ​ເຂົ້າວີດ* 20.000 ໂຄເຣ* ແລະ​ນ້ຳມັນ​ໝາກກອກ​ທີ່​ດີ​ໆ​ 20 ໂຄເຣ*ໄປ​ໃຫ້​ຄອບຄົວ​ຂອງ​ຮີຣາມ.+ 12 ພະ​ເຢໂຫວາ​ໄດ້​ໃຫ້​ສະຕິປັນຍາ​ກັບ​ໂຊໂລໂມນ​ຕາມ​ທີ່​ເພິ່ນ​ໄດ້​ສັນຍາ​ກັບ​ລາວ.+ ມີ​ຄວາມ​ສະຫງົບ​ສຸກ​ລະຫວ່າງ​ຮີຣາມ​ກັບ​ໂຊໂລໂມນ ແລະ​ທັງ​ສອງ​ໄດ້​ເຮັດ​ສັນຍາ​ກັນ.

13 ກະສັດ​ໂຊໂລໂມນ​ໄດ້​ສັ່ງ​ຜູ້​ຊາຍ 30.000 ຄົນ​ທົ່ວ​ອິດສະຣາເອນ​ໃຫ້​ມາ​ເຮັດ​ວຽກ.+ 14 ໂຊໂລໂມນ​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ​ເຮັດ​ວຽກ​ຢູ່​ເລບານອນ​ເທື່ອ​ລະ 10.000 ຄົນ. ເຂົາ​ເຈົ້າ​ເຮັດ​ວຽກ 1 ເດືອນ​ແລ້ວ​ກໍ​ກັບ​ເມືອ​ຢູ່​ນຳ​ຄອບຄົວ 2 ເດືອນ. ອາໂດນີຣາມ+ເປັນ​ຫົວ​ໜ້າ​ຂອງ​ເຂົາ​ເຈົ້າ. 15 ໂຊໂລໂມນ​ມີ​ກຳມະກອນ 70.000 ຄົນ​ແລະ​ຄົນ​ທີ່​ໄປ​ຕັດ​ຫີນ​+ຢູ່​ເທິງ​ພູ+ 80.000 ຄົນ. 16 ນອກ​ຈາກ​ນັ້ນ ໂຊໂລໂມນ​ຍັງ​ມີ​ພວກຫົວ​ໜ້າ+ 3.300 ຄົນ​ທີ່​ເບິ່ງ​ແຍງ​ຄົນ​ທີ່​ເຮັດ​ວຽກ. 17 ກະສັດ​ໄດ້​ສັ່ງ​ພວກ​ຄົນ​ເຮັດ​ວຽກໃຫ້​ໄປ​ເຈາະ​ຫີນ​ທີ່​ໃຫຍ່​ໆ​ແລະ​ລາຄາ​ແພງ+ ແລ້ວ​ກໍ​ຕັດ​ເປັນ​ກ້ອນ+​ເພື່ອເອົາ​ມາ​ເປັນ​ຮາກ​ຖານ+ຂອງ​ວິຫານ. 18 ຄົນ​ເຮັດ​ວຽກ​ຂອງ​ໂຊໂລໂມນ​ກັບ​ຄົນ​ເຮັດ​ວຽກ​ຂອງ​ຮີຣາມ​ແລະ​ພວກ​ເກບານ​+ໄດ້​ເຮັດ​ວຽກເຈາະ​ຫີນ​ແລ້ວ​ຕັດ​ເປັນ​ຮູບ​ຊົງ ແລະ​ເຂົາ​ເຈົ້າ​ໄດ້​ກຽມ​ໄມ້​ແລະ​ຫີນ​ເພື່ອ​ສ້າງ​ວິຫານ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌