ເອເຊກຽນ
26 ໃນວັນທີ 1 ຂອງເດືອນ* ໃນປີທີ 11* ພະເຢໂຫວາເວົ້າກັບຂ້ອຍວ່າ: 2 “ລູກມະນຸດເອີ້ຍ ເມືອງຕີເຣໄດ້ເວົ້າໃຫ້ເມືອງເຢຣູຊາເລັມວ່າ+ ‘ປະຕູເມືອງທີ່ຊາດຕ່າງໆມັກໃຊ້ເຂົ້າອອກນັ້ນເພແລ້ວ.+ ທຸກສິ່ງທຸກຢ່າງຈະມາຫາຂ້ອຍ ແລະຕອນນີ້ຂ້ອຍຈະລວຍຂຶ້ນຍ້ອນວ່າເມືອງນັ້ນຖືກທຳລາຍແລ້ວ.’ 3 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດຈຶ່ງເວົ້າວ່າ ‘ເມືອງຕີເຣເອີ້ຍ ເຮົາຈະເປັນສັດຕູກັບເຈົ້າ ແລະເຮົາຈະໃຫ້ຊາດຕ່າງໆມາຕໍ່ສູ້ເຈົ້າຄືກັບທີ່ທະເລຊັດຄື້ນຂຶ້ນມາ. 4 ເຂົາເຈົ້າຈະທຳລາຍກຳແພງເມືອງແລະມ້າງປ້ອມທີ່ສູງໆຂອງເຈົ້າ.+ ເຮົາຈະຂູດດິນອອກຈາກເຈົ້າແລະເຮັດໃຫ້ເຈົ້າເປັນຫີນທີ່ແປນເອີດເຕີດ. 5 ເຈົ້າຈະກາຍເປັນເດີ່ນຕາກດາງກວາດທີ່ຢູ່ກາງທະເລ.’+
ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາໄດ້ເວົ້າໄວ້ແລ້ວ. ເຈົ້າຈະຖືກຊາດຕ່າງໆປຸ້ນ 6 ແລະປະຊາຊົນທີ່ຢູ່ຕາມບ້ານຕ່າງໆອ້ອມແອ້ມເຈົ້າ*ຈະຖືກຂ້າດ້ວຍດາບ ແລ້ວທຸກຄົນຈະຮູ້ວ່າເຮົາແມ່ນເຢໂຫວາ.’
7 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເຮົາຈະພາເນບູກາດເນັດຊາ*ກະສັດຂອງບາບີໂລນມາຈາກທິດເໜືອເພື່ອໂຈມຕີເຈົ້າ.+ ລາວເປັນກະສັດເໜືອກະສັດອື່ນໆ.+ ລາວຈະມາພ້ອມກັບມ້າ+ ລົດຮົບ+ ທະຫານມ້າ ແລະກອງທັບໃຫຍ່. 8 ລາວຈະເອົາດາບຂ້າຄົນທີ່ຢູ່ຕາມບ້ານຕ່າງໆອ້ອມແອ້ມເຈົ້າ. ລາວຈະຈັບໂລ້ໃຫຍ່ມາຕໍ່ສູ້ເຈົ້າ. ລາວຈະເຮັດກຳແພງອ້ອມເມືອງແລະເຮັດໂນນຈຸກຳແພງເພື່ອໂຈມຕີເຈົ້າ. 9 ລາວຈະໃຊ້ເຄື່ອງຈັກທຳລາຍກຳແພງຂອງເຈົ້າແລະຈະໃຊ້ຂວານທຳລາຍປ້ອມທີ່ສູງໆຂອງເຈົ້າ. 10 ມ້າຂອງລາວຈະມີຫຼາຍຈົນເຮັດໃຫ້ຂີ້ຝຸ່ນກຸ້ມເຈົ້າຢູ່. ຕອນທີ່ລາວເຂົ້າມາປະຕູເມືອງຂອງເຈົ້າ ສຽງທະຫານມ້າ ລົດມ້າ ແລະລົດຮົບຈະເຮັດໃຫ້ກຳແພງຂອງເຈົ້າສັ່ນສະເທືອນ. ມັນຈະເປັນຄືກັບຄົນບຸກເຂົ້າໄປໃນເມືອງທີ່ກຳແພງເພແລ້ວ. 11 ມ້າຂອງກອງທັບລາວຈະຢຽບຫົນທາງຂອງເຈົ້າທຸກເສັ້ນຈົນເພ.+ ລາວຈະເອົາດາບຂ້າປະຊາຊົນຂອງເຈົ້າແລະຈະທຸບເສົາທີ່ແຂງແຮງຂອງເຈົ້າໃຫ້ກອງຢູ່ພື້ນ. 12 ພວກສັດຕູຈະປຸ້ນເອົາຊັບສົມບັດແລະເຄື່ອງຂອງຂອງເຈົ້າ.+ ເຂົາເຈົ້າຈະທຳລາຍກຳແພງແລະມ້າງເຮືອນທີ່ງາມໆຂອງເຈົ້າ ແລ້ວເຂົາເຈົ້າຈະເອົາຫີນ ໄມ້ ແລະດິນຂອງເຈົ້າໄປຖິ້ມລົງນ້ຳ.’
13 ‘ເຮົາຈະເຮັດໃຫ້ສຽງເພງຂອງເຈົ້າຢຸດ ແລະຈະບໍ່ມີໃຜໄດ້ຍິນສຽງພິນຂອງເຈົ້າອີກຕໍ່ໄປ.+ 14 ເຮົາຈະເຮັດໃຫ້ເຈົ້າເປັນຫີນທີ່ແປນເອີດເຕີດ ແລະເຈົ້າຈະກາຍເປັນເດີ່ນຕາກດາງກວາດ+. ເຈົ້າຈະບໍ່ຖືກສ້າງຂຶ້ນອີກ ຍ້ອນເຮົາເຢໂຫວາໄດ້ເວົ້າໄວ້ແລ້ວ.’ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າແບບນີ້.
15 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າກັບເມືອງຕີເຣວ່າ ‘ຕອນທີ່ເຈົ້າຖືກທຳລາຍຈະມີສຽງດັງ ມີສຽງຮ້ອງຄາງຂອງຄົນໃກ້ຊິຕາຍ* ແລະມີສຽງຂ້າກັນຢູ່ໃນເຈົ້າ. ເມື່ອເປັນແບບນີ້ເກາະຕ່າງໆຈະບໍ່ຢ້ານຈົນສັ່ນບໍ?+ 16 ເຈົ້ານາຍ*ແຫ່ງທະເລທຸກຄົນຈະລົງມາຈາກບັນລັງຂອງໂຕເອງ. ເຂົາເຈົ້າຈະແກ້ເສື້ອແຂນກິ້ນກັບເຄື່ອງນຸ່ງທີ່ມີລາຍຖັກແສ່ວອອກ ແລະເຂົາເຈົ້າຈະຢ້ານຈົນໂຕສັ່ນ. ເຂົາເຈົ້າຈະນັ່ງຢູ່ພື້ນແລະສັ່ນຢູ່ບໍ່ເຊົາ ແລ້ວຈະແນມເບິ່ງເຈົ້າດ້ວຍຄວາມຕົກໃຈ.+ 17 ເຂົາເຈົ້າຈະຮ້ອງເພງໄວ້ອາໄລໃຫ້ເຈົ້າ+ແລະເວົ້າກັບເຈົ້າວ່າ:
“ເຈົ້າທີ່ເປັນເມືອງທີ່ມີຊື່ສຽງທີ່ຄົນຈາກທະເລມາອາໄສຢູ່ ເຈົ້າຈິບຫາຍໄດ້ຈັ່ງໃດ?+
ເຈົ້າກັບປະຊາຊົນຂອງເຈົ້າເຄີຍເປັນໃຫຍ່ທາງທະເລ+
ແລະຄົນທົ່ວໂລກກໍຢ້ານເຈົ້າຫຼາຍ.
18 ເກາະຕ່າງໆຈະຢ້ານຈົນໂຕສັ່ນໃນມື້ທີ່ເຈົ້າຖືກທຳລາຍ.
ເກາະຕ່າງໆໃນທະເລຈະເສຍໃຈເມື່ອເຈົ້າດັບສູນໄປ.”’+
19 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າວ່າ ‘ເມື່ອເຮົາທຳລາຍເຈົ້າໃຫ້ເປັນຄືກັບເມືອງຮ້າງ ເມື່ອເຮົາໃຫ້ນ້ຳທີ່ໄຫຼແຮງໆຊັດໃສ່ເຈົ້າ ແລະໃຫ້ນ້ຳທະເລຖ້ວມເຈົ້າ+ 20 ເຮົາຈະເອົາເຈົ້າກັບປະຊາຊົນຂອງເຈົ້າລົງໄປໃນບ່ອນຝັງສົບເຊິ່ງເປັນບ່ອນທີ່ຄົນຕາຍແຕ່ດົນແລ້ວ. ເຮົາຈະໃຫ້ເຈົ້າໄປຢູ່ບ່ອນທີ່ເລິກທີ່ສຸດນຳກັນກັບເມືອງຕ່າງໆທີ່ຖືກທຳລາຍດົນແລ້ວຄືກັບທຸກຄົນທີ່ລົງໄປໃນບ່ອນຝັງສົບ+ ເພື່ອຈະບໍ່ມີໃຜອາໄສຢູ່ໃນເຈົ້າອີກຕໍ່ໄປ. ແລ້ວເຮົາຈະຍົກຍ້ອງ*ແຜ່ນດິນຂອງຄົນທີ່ມີຊີວິດຢູ່.
21 ເຮົາຈະເຮັດໃຫ້ເຈົ້າເຈິເລື່ອງທັງໝົດນີ້ແບບກະທັນຫັນ ແລະເຈົ້າຈະດັບສູນໄປ.+ ຄົນຈະຊອກຫາເຈົ້າ ແຕ່ເຂົາເຈົ້າຈະບໍ່ເຫັນເຈົ້າອີກເລີຍ.’ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າແບບນີ້.”