ປະຖົມມະການ
50 ໂຢເຊັບກົ້ມລົງກອດສົບພໍ່+ ທັງຈູບທັງຮ້ອງໄຫ້. 2 ຫຼັງຈາກນັ້ນ ໂຢເຊັບໄດ້ສັ່ງໝໍໃຫ້ເອົານ້ຳຢາມາໃສ່ສົບພໍ່ຂອງລາວ+ ແລ້ວໝໍກໍເອົານ້ຳຢາໃສ່ສົບຂອງອິດສະຣາເອນ. 3 ເຂົາເຈົ້າໃຊ້ເວລາ 40 ມື້ເຕັມໆເພື່ອໃສ່ນ້ຳຢາແລະກຽມສົບ. ຄົນເອຢິບກໍຮ້ອງໄຫ້ໄວ້ທຸກໃຫ້ອິດສະຣາເອນ 70 ມື້.
4 ເມື່ອເວລາຮ້ອງໄຫ້ໄວ້ທຸກຜ່ານໄປແລ້ວ ໂຢເຊັບກໍເວົ້າກັບຜູ້ເບິ່ງແຍງວັງຂອງຟາໂຣ*ວ່າ: “ຂ້ອຍມີເລື່ອງຂໍຮ້ອງນຳທ່ານ. ຂໍຊ່ວຍເວົ້າກັບຟາໂຣໃຫ້ແດ່. 5 ກ່ອນພໍ່ຂອງຂ້ອຍຊິຕາຍ+ ພໍ່ໃຫ້ຂ້ອຍສາບານ+ວ່າຂ້ອຍຈະເອົາສົບພໍ່ໄປຝັງ+ໃນຖ້ຳທີ່ກຽມໄວ້ໃນແຜ່ນດິນການາອານ.+ ດັ່ງນັ້ນ ຂໍໃຫ້ຂ້ອຍໄປຝັງສົບພໍ່ຢູ່ຫັ້ນ ແລ້ວຂ້ອຍຊິກັບມາ.” 6 ຟາໂຣຕອບວ່າ: “ໃຫ້ເຈົ້າເອົາສົບພໍ່ໄປຝັງຕາມທີ່ເຈົ້າສາບານໂລດ.”+
7 ໂຢເຊັບເດີນທາງໄປຝັງສົບພໍ່ຂອງລາວ ແລະຂ້າລາຊະການຂອງຟາໂຣທຸກຄົນກໍໄປນຳລາວ ພ້ອມທັງພວກທີ່ມີຕຳແໜ່ງສູງ+ແລະພວກຫົວໜ້າທຸກຄົນໃນແຜ່ນດິນເອຢິບ. 8 ທຸກຄົນທີ່ຢູ່ໃນເຮືອນຂອງໂຢເຊັບ ກັບພວກອ້າຍນ້ອງ ແລະຄົນທີ່ຢູ່ໃນເຮືອນຂອງພໍ່ລາວກໍໄປນຳ.+ ເຫຼືອແຕ່ພວກເດັກນ້ອຍກັບຝູງສັດເທົ່ານັ້ນທີ່ຍັງຢູ່ໂກເຊັນ. 9 ເຂົາເຈົ້າເອົາລົດມ້າ+ກັບທະຫານມ້າໄປນຳ. ຂະບວນແຫ່ສົບນີ້ມີຄົນຫຼາຍແທ້ໆ. 10 ເມື່ອໄປຮອດລານຟາດເຂົ້າຢູ່ອາຕາດ ເຊິ່ງຢູ່ໃກ້ແມ່ນ້ຳຈໍແດນ ເຂົາເຈົ້າກໍພາກັນຮ້ອງໄຫ້ໂສກເສົ້າຫຼາຍ. ໂຢເຊັບຮ້ອງໄຫ້ໄວ້ທຸກໃຫ້ພໍ່ເປັນເວລາ 7 ມື້. 11 ເມື່ອພວກການາອານເຫັນການຮ້ອງໄຫ້ໄວ້ທຸກຢູ່ລານຟາດເຂົ້າທີ່ອາຕາດ ເຂົາເຈົ້າເວົ້າວ່າ: “ປ໋າໂທ້ ຂະບວນແຫ່ສົບຂອງພວກເອຢິບນີ້ ມັນຄືໃຫຍ່ແທ້!” ເຂົາເຈົ້າກໍເລີຍເອີ້ນບ່ອນນັ້ນວ່າອາເບັນມິດຊະຣາຢິມ. ບ່ອນນັ້ນຢູ່ໃນເຂດແມ່ນ້ຳຈໍແດນ.
12 ແລ້ວພວກລູກຊາຍຂອງຢາໂຄບກໍເຮັດຕາມທີ່ພໍ່ສັ່ງທຸກຢ່າງ.+ 13 ເຂົາເຈົ້າເອົາສົບຂອງລາວໄປການາອານແລະຝັງຢູ່ໃນຖ້ຳທີ່ຢູ່ມັກເປລາໃກ້ກັບມາມເຣ ເຊິ່ງເປັນດິນທີ່ອັບຣາຮາມໄດ້ຊື້ຈາກເອຟະໂຣນຄົນເຮດ ເພື່ອເອົາໄວ້ເປັນບ່ອນຝັງສົບ.+ 14 ຫຼັງຈາກທີ່ຝັງສົບຂອງພໍ່ແລ້ວໆ ໂຢເຊັບກັບພວກອ້າຍນ້ອງແລະທຸກຄົນທີ່ມານຳລາວກໍກັບຄືນໄປເອຢິບ.
15 ເມື່ອພໍ່ຕາຍແລ້ວ ພວກອ້າຍຂອງໂຢເຊັບກໍພາກັນເວົ້າວ່າ: “ບາງເທື່ອໂຢເຊັບອາດຈະໃຈຮ້າຍໃຫ້ພວກເຮົາ ແລະຄິດແກ້ແຄ້ນຄືນເພາະພວກເຮົາເຄີຍເຮັດບໍ່ດີໃຫ້ລາວ.”+ 16 ເຂົາເຈົ້າເລີຍໃຫ້ຄົນໄປເວົ້າກັບໂຢເຊັບວ່າ: “ກ່ອນພໍ່ຊິຕາຍ ເພິ່ນໄດ້ສັ່ງພວກເຮົາວ່າ 17 ‘ໃຫ້ພວກເຈົ້າບອກກັບໂຢເຊັບແນວນີ້ເດີ້. “ພໍ່ຂໍໃຫ້ເຈົ້າອະໄພໃຫ້ພວກອ້າຍທີ່ເຮັດຜິດຕໍ່ເຈົ້າ ແລະເຮັດໃຫ້ຊີວິດເຈົ້າຕ້ອງລຳບາກຫຼາຍ.”’ ດັ່ງນັ້ນ ຂໍນ້ອງຍົກໂທດໃຫ້ພວກອ້າຍ ເພາະພວກເຮົາເປັນຜູ້ຮັບໃຊ້ພະເຈົ້າຂອງພໍ່ຄືກັນ.” ເມື່ອໄດ້ຍິນພວກອ້າຍເວົ້າແນວນັ້ນໂຢເຊັບກໍຮ້ອງໄຫ້. 18 ແລ້ວພວກອ້າຍນ້ອງກໍມາຫາໂຢເຊັບແລະໝູບໜ້າລົງ ແລ້ວເວົ້າວ່າ: “ພວກເຮົາເປັນທາດຂອງເຈົ້າແລ້ວ!”+ 19 ໂຢເຊັບເວົ້າກັບເຂົາເຈົ້າວ່າ: “ບໍ່ຕ້ອງຢ້ານເດີ້. ຂ້ອຍບໍ່ແມ່ນພະເຈົ້າທີ່ຈະຕັດສິນພວກອ້າຍ. 20 ເຖິງວ່າພວກອ້າຍເຮັດແນວບໍ່ດີໃຫ້ຂ້ອຍ+ ແຕ່ໃນທີ່ສຸດພະເຈົ້າກໍເຮັດໃຫ້ທຸກຢ່າງເປັນໄປໃນທາງທີ່ດີແລະຊ່ວຍຊີວິດຫຼາຍຄົນໃຫ້ລອດ ຄືທີ່ເຫັນຢູ່ຕອນນີ້.+ 21 ພວກອ້າຍບໍ່ຕ້ອງຢ້ານເດີ້. ຂ້ອຍຍັງຊິເອົາອາຫານໃຫ້ພວກອ້າຍກັບລູກຂອງພວກອ້າຍຢູ່ຄືເກົ່າ.”+ ໂຢເຊັບເວົ້າຈົນພວກອ້າຍສະບາຍໃຈ.
22 ໂຢເຊັບກັບຄອບຄົວຂອງພໍ່ກໍຢູ່ເອຢິບຕໍ່ໄປ. ໂຢເຊັບຕາຍຕອນອາຍຸ 110 ປີ. 23 ໂຢເຊັບມີຊີວິດຢູ່ຈົນໄດ້ເຫັນຫຼານຂອງເອຟຣາຢິມ+ ແລະເຫັນລູກຂອງມາກີ+ທີ່ເປັນລູກຊາຍຂອງມານາເຊ. ໂຢເຊັບຮັກເຂົາເຈົ້າຄືກັບລູກຂອງໂຕເອງ.* 24 ໃນທີ່ສຸດ ໂຢເຊັບເວົ້າກັບພວກອ້າຍນ້ອງວ່າ: “ຂ້ອຍກຳລັງຊິຕາຍແລ້ວ ແຕ່ພະເຈົ້າຈະຢູ່ກັບພວກເຈົ້າຕໍ່ໄປ.+ ເພິ່ນຊິພາພວກເຈົ້າອອກຈາກແຜ່ນດິນນີ້ ໄປແຜ່ນດິນທີ່ເພິ່ນໄດ້ສັນຍາວ່າຊິໃຫ້ອັບຣາຮາມ ອີຊາກ ແລະຢາໂຄບ.”+ 25 ໂຢເຊັບບອກກັບພວກລູກຊາຍຂອງອິດສະຣາເອນວ່າ: “ພະເຈົ້າຈະຊ່ວຍພວກເຈົ້າແນ່ນອນ. ພວກເຈົ້າຕ້ອງເອົາກະດູກຂອງຂ້ອຍອອກຈາກບ່ອນນີ້.”+ ແລ້ວໂຢເຊັບກໍໃຫ້ເຂົາເຈົ້າສາບານກັບລາວ. 26 ໂຢເຊັບຕາຍໃນເອຢິບຕອນອາຍຸໄດ້ 110 ປີ. ເຂົາເຈົ້າເອົານ້ຳຢາມາໃສ່ສົບຂອງລາວ+ແລະໃສ່ໃນໂລງໄວ້.