ພະນິມິດທີ່ເປີດເຜີຍໃຫ້ໂຢຮັນ
4 ຫຼັງຈາກນັ້ນ ຮູ້ບໍຂ້ອຍເຫັນຫຍັງ? ຂ້ອຍເຫັນປະຕູໃນສະຫວັນເປີດຢູ່. ສຽງທຳອິດທີ່ຂ້ອຍໄດ້ຍິນເປັນຄືກັບສຽງແກ. ສຽງນັ້ນເວົ້າກັບຂ້ອຍວ່າ: “ຂຶ້ນມາພີ້ ເຮົາຈະໃຫ້ເຈົ້າເຫັນສິ່ງຕ່າງໆທີ່ຈະເກີດຂຶ້ນ.” 2 ທັນໃດນັ້ນ ພະລັງຂອງພະເຈົ້າໄດ້ດົນໃຈຂ້ອຍ ແລະຂ້ອຍໄດ້ເຫັນບັນລັງຕັ້ງຢູ່ໃນສະຫວັນແລະມີຜູ້ໜຶ່ງນັ່ງເທິງບັນລັງນັ້ນ.+ 3 ຜູ້ທີ່ນັ່ງເທິງບັນລັງນັ້ນມີແສງຄືກັບຫີນແຈສະເປີ+ແລະພອຍສີແດງ ແລະມີຮຸ້ງທີ່ເປັນຄືກັບມໍລະກົດຢູ່ອ້ອມບັນລັງ.+
4 ມີບັນລັງອີກ 24 ບັນລັງຢູ່ອ້ອມບັນລັງນັ້ນ. ຂ້ອຍເຫັນຜູ້ປົກຄອງ 24 ຄົນ+ໃສ່ເສື້ອຄຸມສີຂາວແລະໃສ່ມົງກຸດຄຳນັ່ງຢູ່ເທິງບັນລັງເຫຼົ່ານັ້ນ. 5 ມີຟ້າແມບ+ ສຽງເວົ້າ ແລະສຽງຟ້າຮ້ອງ+ອອກມາຈາກບັນລັງນັ້ນ ແລະຢູ່ຕໍ່ໜ້າບັນລັງມີຕະກຽງໃຫຍ່ 7 ໜ່ວຍທີ່ມີໄຟລຸກຢູ່. ຕະກຽງໃຫຍ່ທັງ 7 ໜ່ວຍໝາຍເຖິງພະລັງທັງເຈັດຂອງພະເຈົ້າ.+ 6 ຕໍ່ໜ້າບັນລັງນັ້ນມີສິ່ງທີ່ເປັນຄືກັບທະເລທີ່ໃສໆ+ຄືແກ້ວ.
ຢູ່ທາງກາງບ່ອນທີ່ບັນລັງຕັ້ງຢູ່ແລະອ້ອມບັນລັງນັ້ນມີສິ່ງທີ່ມີຊີວິດ 4 ໂຕ+ເຊິ່ງມີຕາຢູ່ເຕັມຕົນໂຕ. 7 ສິ່ງທີ່ມີຊີວິດໂຕທີ 1 ຄືກັບສິງ+ ໂຕທີ 2 ຄືກັບງົວໂຕຜູ້+ ໂຕທີ 3+ ມີໜ້າຄືກັບຄົນ ແລະໂຕທີ 4+ ຄືກັບນົກອິນຊີທີ່ບິນຢູ່.+ 8 ສິ່ງທີ່ມີຊີວິດ 4 ໂຕນັ້ນ ແຕ່ລະໂຕມີປີກ 6 ປີກ. ປີກເຫຼົ່ານັ້ນມີຕາຢູ່ເຕັມທັງທາງໃນແລະທາງນອກ.+ ສິ່ງທີ່ມີຊີວິດເຫຼົ່ານັ້ນເວົ້າທັງເວັນທັງຄືນບໍ່ເຊົາວ່າ: “ພະເຢໂຫວາ*ພະເຈົ້າຜູ້ມີລິດເດດສູງສຸດ ເປັນຜູ້ບໍລິສຸດ ບໍລິສຸດ ບໍລິສຸດ+ ເປັນຜູ້ມີຊີວິດຢູ່ໃນອະດີດ ຜູ້ມີຊີວິດຢູ່ໃນຕອນນີ້ ແລະຜູ້ທີ່ກຳລັງຈະມາ.”+
9 ທຸກເທື່ອທີ່ສິ່ງທີ່ມີຊີວິດທັງສີ່ຍົກຍ້ອງສະຫງ່າລາສີ ຍົກຍ້ອງກຽດຕິຍົດ ແລະຂອບໃຈຜູ້ທີ່ນັ່ງເທິງບັນລັງເຊິ່ງເປັນຜູ້ທີ່ມີຊີວິດຢູ່ຕະຫຼອດໄປ+ 10 ຜູ້ປົກຄອງທັງ 24 ຄົນ+ກໍໝູບລົງຕໍ່ໜ້າຜູ້ທີ່ນັ່ງເທິງບັນລັງແລະນະມັດສະການຜູ້ມີຊີວິດຢູ່ຕະຫຼອດໄປ. ເຂົາເຈົ້າໄດ້ໂຍນມົງກຸດຂອງໂຕເອງລົງຕໍ່ໜ້າບັນລັງນັ້ນແລ້ວເວົ້າວ່າ: 11 “ພະເຢໂຫວາ*ພະເຈົ້າຂອງພວກເຮົາ ພະອົງສົມຄວນໄດ້ຮັບການຍ້ອງຍໍສັນລະເສີນ+ ຄວາມນັບຖື+ ແລະອຳນາດ+ຍ້ອນພະອົງໄດ້ສ້າງທຸກສິ່ງ.+ ທຸກສິ່ງມີຢູ່ແລະຖືກສ້າງຕາມຄວາມຕ້ອງການຂອງພະອົງ.”