ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມາລາກີ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມາລາກີ

      • ຜູ້​ເປັນ​ນາຍ​ອົງ​ສູງ​ສຸດ​ມາ​ເຮັດ​ໃຫ້​ວິຫານ​ຂອງ​ເພິ່ນ​ສະອາດ (1-​5)

        • ຜູ້​ສົ່ງ​ຂ່າວ​ເລື່ອງ​ຄຳ​ສັນຍາ (1)

      • ກະຕຸ້ນ​ໃຫ້​ກັບ​ມາ​ຫາ​ພະ​ເຢໂຫວາ (6-​12)

        • ພະ​ເຢໂຫວາ​ບໍ່​ປ່ຽນ (6)

        • “ໃຫ້​ພວກ​ເຈົ້າ​ກັບ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ກັບ​ມາ​ຫາ​ພວກ​ເຈົ້າ” (7)

        • ‘ລອງ​ເອົາ 1 ສ່ວນ 10 ມາ ແລະ​ພະ​ເຢໂຫວາ​ຈະ​ເທ​ພອນ​ໃຫ້’ (10)

      • ຄົນ​ດີ​ກັບ​ຄົນ​ຊົ່ວ (13-​18)

        • ປຶ້ມ​ທີ່​ມີ​ຊື່​ຂອງ​ຄົນ​ທີ່​ພະເຈົ້າ​ຈື່ (16)

        • ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ດີ​ກັບ​ຄົນ​ຊົ່ວ (18)

ມາລາກີ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 3:1-3; 11:7, 10; ມຣກ 1:2-4; ລກ 1:76; ຢຮ 1:6, 23; 3:28
  • +ພສ 11:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2020, ໜ້າ 3-4

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 13-21

ມາລາກີ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 1:25; ຢຣມ 2:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 22-23

ມາລາກີ 3:3

ໄຂເງື່ອນ

  • *

    ໝາຍເຖິງ​ເຮັດ​ໃຫ້​ພະເຈົ້າ​ຍອມຮັບ ແລະ​ບໍ່​ໄດ້​ໝາຍເຖິງ​ສະອາດ​ໂດຍ​ການ​ອາບ​ນ້ຳ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 66:10; ສພສ 25:4; ຊຄຢ 13:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    12/2019, ໜ້າ 3

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 23, 100-101

ມາລາກີ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 7:1

ມາລາກີ 3:5

ໄຂເງື່ອນ

  • *

    ຫຼື “ລູກ​ກຳພ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 18:10, 12
  • +ອພຍ 20:7
  • +ສພສ 14:31; ຢກບ 5:4
  • +ພບຍ 24:17; ອຊຢ 1:17; ຢກບ 1:27
  • +ອພຍ 23:9; ຊຄຢ 7:10

ມາລາກີ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 43:10; 46:4; ຢກບ 1:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 14-15

ມາລາກີ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 9:7; ກຈກ 7:51
  • +ຢຣມ 3:12; ຊຄຢ 1:3; ຢກບ 4:8

ມາລາກີ 3:9

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພວກ​ເຈົ້າ​ກຳລັງ​ສາບແຊ່ງ​ເຮົາ”

ມາລາກີ 3:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 27:30; ພບຍ 14:28
  • +2ຂຄ 31:11; ນຮຢ 12:44; 13:10
  • +ພບຍ 28:12
  • +ລລວ 26:10; 2ຂຄ 31:10; ສພສ 3:9, 10

ມາລາກີ 3:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 11:14; ຊຄຢ 8:12

ມາລາກີ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 61:9

ມາລາກີ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 1:6

ມາລາກີ 3:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 21:14, 15; ພສ 73:13, 14; ອຊຢ 58:3; ຊຟຢ 1:12

ມາລາກີ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 12:1

ມາລາກີ 3:16

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ນັບຖື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 56:8; 69:28
  • +ອຊຢ 26:8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2022, ໜ້າ 14

    4/2022, ໜ້າ 5-6

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 36

    ຫໍສັງເກດການ (ສຶກສາ)

    7/2018, ໜ້າ 22-23, 25-26

ມາລາກີ 3:17

ໄຂເງື່ອນ

  • *

    ຫຼື “ຊັບ​ສົມບັດ​ທີ່​ມີ​ຄ່າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 62:3; 1ປຕ 2:9
  • +ຢຣມ 31:33
  • +ພສ 103:13

ມາລາກີ 3:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 58:10, 11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    7/2018, ໜ້າ 23

    1/2018, ໜ້າ 27-28

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມລກ. 3:1ມທ 3:1-3; 11:7, 10; ມຣກ 1:2-4; ລກ 1:76; ຢຮ 1:6, 23; 3:28
ມລກ. 3:1ພສ 11:4
ມລກ. 3:2ອຊຢ 1:25; ຢຣມ 2:22
ມລກ. 3:3ພສ 66:10; ສພສ 25:4; ຊຄຢ 13:9
ມລກ. 3:42ຂຄ 7:1
ມລກ. 3:5ພບຍ 18:10, 12
ມລກ. 3:5ອພຍ 20:7
ມລກ. 3:5ສພສ 14:31; ຢກບ 5:4
ມລກ. 3:5ພບຍ 24:17; ອຊຢ 1:17; ຢກບ 1:27
ມລກ. 3:5ອພຍ 23:9; ຊຄຢ 7:10
ມລກ. 3:6ອຊຢ 43:10; 46:4; ຢກບ 1:17
ມລກ. 3:7ພບຍ 9:7; ກຈກ 7:51
ມລກ. 3:7ຢຣມ 3:12; ຊຄຢ 1:3; ຢກບ 4:8
ມລກ. 3:10ລລວ 27:30; ພບຍ 14:28
ມລກ. 3:102ຂຄ 31:11; ນຮຢ 12:44; 13:10
ມລກ. 3:10ພບຍ 28:12
ມລກ. 3:10ລລວ 26:10; 2ຂຄ 31:10; ສພສ 3:9, 10
ມລກ. 3:11ພບຍ 11:14; ຊຄຢ 8:12
ມລກ. 3:12ອຊຢ 61:9
ມລກ. 3:13ມລກ 1:6
ມລກ. 3:14ໂຢບ 21:14, 15; ພສ 73:13, 14; ອຊຢ 58:3; ຊຟຢ 1:12
ມລກ. 3:15ຢຣມ 12:1
ມລກ. 3:16ພສ 56:8; 69:28
ມລກ. 3:16ອຊຢ 26:8
ມລກ. 3:17ອຊຢ 62:3; 1ປຕ 2:9
ມລກ. 3:17ຢຣມ 31:33
ມລກ. 3:17ພສ 103:13
ມລກ. 3:18ພສ 58:10, 11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ມາລາກີ 3:1-18

ມາລາກີ

3 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ “ຖ້າ​ເບິ່ງ​ເດີ້ ເຮົາ​ຈະ​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເຮົາ​ໄປ ແລະ​ລາວ​ຈະ​ກຽມ​ທາງ​ໄວ້​ໃຫ້​ເຮົາ.+ ຕອນ​ທີ່​ບໍ່​ມີ​ໃຜ​ຄາດ​ຄິດ ຜູ້​ເປັນ​ນາຍ​ສູງ​ສຸດ​ທີ່​ພວກ​ເຈົ້າ​ກຳລັງ​ຊອກຫາ​ຈະ​ມາ​ວິຫານ​ຂອງ​ເພິ່ນ+ ແລະ​ຜູ້​ສົ່ງ​ຂ່າວ​ເລື່ອງ​ຄຳ​ສັນຍາ​ທີ່​ພວກ​ເຈົ້າ​ຕັ້ງໃຈ​ລໍ​ຖ້າ​ກໍ​ຈະ​ມາ. ລາວ​ຈະ​ມາ​ແນ່ນອນ.”

2 “ແຕ່​ໃຜ​ຈະ​ພ້ອມ​ໃນ​ມື້​ທີ່​ລາວ​ມາ? ແລະ​ໃຜ​ຈະ​ທົນ​ໄດ້​ໃນ​ມື້​ທີ່​ລາວ​ປາກົດ​ໂຕ? ຍ້ອນ​ລາວ​ຈະ​ເປັນ​ຄື​ກັບ​ໄຟ​ຂອງ​ຊ່າງ​ຫຼອມ​ແລະ​ເປັນ​ຄື​ກັບ​ສະບູ+​ທີ່​ໃຊ້​ຊັກ​ເຄື່ອງ. 3 ຜູ້​ເປັນ​ນາຍ​ຈະ​ນັ່ງ​ຄື​ກັບ​ຊ່າງ​ຫຼອມ​ທີ່​ຫຼອມ​ເງິນ​ໃຫ້​ບໍລິສຸດ.+ ເພິ່ນ​ຈະ​ເຮັດ​ໃຫ້​ລູກ​ຫຼານ​ຂອງ​ເລວີ​ສະອາດ.* ເພິ່ນ​ຈະ​ຫຼອມ​ເຂົາເຈົ້າ​ຄື​ກັບ​ຫຼອມ​ເງິນ​ແລະ​ຄຳ. ແລ້ວ​ເຂົາເຈົ້າ​ຈະ​ເປັນ​ຄົນ​ສະອາດ​ທີ່​ເອົາ​ເຄື່ອງ​ບູຊາ​ມາ​ໃຫ້​ພະ​ເຢໂຫວາ. 4 ພະ​ເຢໂຫວາ​ຈະ​ພໍໃຈ​ເຄື່ອງ​ບູຊາ​ທີ່​ຢູດາ​ແລະ​ເຢຣູຊາເລັມ​ເອົາ​ມາ​ໃຫ້​ຄື​ກັບ​ທີ່​ເພິ່ນ​ພໍໃຈ​ແຕ່​ກີ້.+

5 ເຮົາ​ຈະ​ມາ​ຕັດສິນ​ພວກ​ເຈົ້າ. ເຮົາ​ຈະ​ຈັດການ​ພວກ​ໝໍ​ຄາຖາອາຄົມ+ ຄົນ​ຫຼິ້ນ​ຊູ້ ຄົນ​ທີ່​ສາບານ​ຕົວະ+ ຄົນ​ທີ່​ໂກງ​ຄ່າ​ຈ້າງ+ ຄົນ​ທີ່​ຂົ່ມເຫງ​ແມ່​ໝ້າຍ​ກັບ​ລູກ​ກຳພ້າ​ພໍ່*+ ແລະ​ຄົນ​ທີ່​ບໍ່​ຊ່ວຍ​ຄົນ​ຕ່າງ​ຊາດ.+ ຄົນ​ເຫຼົ່ານີ້​ບໍ່​ໄດ້​ຢ້ານຢຳ​ເຮົາ.” ພະເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້.

6 “ເຮົາ​ແມ່ນ​ເຢໂຫວາ ແລະ​ເຮົາ​ບໍ່​ປ່ຽນ.+ ຍ້ອນ​ແນວ​ນີ້ ພວກ​ເຈົ້າ​ທີ່​ເປັນ​ລູກ​ຫຼານ​ຂອງ​ຢາໂຄບ​ຈຶ່ງ​ຍັງ​ບໍ່​ຖືກ​ທຳລາຍ​ເທື່ອ. 7 ຕັ້ງແຕ່​ສະໄໝ​ປູ່ຍ່າຕານາຍ ພວກ​ເຈົ້າ​ປະຖິ້ມ​ຄຳສັ່ງ​ຂອງ​ເຮົາ​ແລະ​ບໍ່​ໄດ້​ເຮັດ​ຕາມ​ຄຳສັ່ງ​ນັ້ນ.+ ໃຫ້​ພວກ​ເຈົ້າ​ກັບມາ​ຫາ​ເຮົາ ແລະ​ເຮົາ​ຈະ​ກັບມາ​ຫາ​ພວກ​ເຈົ້າ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້.

ແຕ່​ພວກ​ເຈົ້າ​ຖາມ​ວ່າ: “ພວກ​ເຮົາ​ຈະ​ກັບມາ​ໄດ້​ແນວ​ໃດ?”

8 “ມະນຸດ​ຈະ​ປຸ້ນ​ພະເຈົ້າ​ໄດ້​ບໍ? ແຕ່​ພວກ​ເຈົ້າ​ກຳລັງ​ປຸ້ນ​ເຮົາ.”

ພວກ​ເຈົ້າ​ຖາມ​ອີກ​ວ່າ: “ພວກ​ເຮົາ​ປຸ້ນ​ພະອົງ​ຕອນ​ໃດ?”

“ພວກ​ເຈົ້າ​ບໍ່​ໄດ້​ເອົາ 1 ສ່ວນ 10 ແລະ​ເຄື່ອງ​ບໍລິຈາກ​ແນວ​ອື່ນ​ມາ​ໃຫ້​ເຮົາ 9 ນີ້​ກໍ​ສ່ຳ​ກັບ​ວ່າ​ພວກ​ເຈົ້າ​ກຳລັງ​ປຸ້ນ​ເຮົາ. ທີ່ຈິງ ຄົນ​ໝົດ​ຊາດ​ກຳລັງ​ປຸ້ນ​ເຮົາ​ຢູ່. ພວກ​ເຈົ້າ​ຈະ​ຖືກ​ສາບແຊ່ງ​ແນ່ນອນ.* 10 ໃຫ້​ພວກ​ເຈົ້າ​ລອງ​ເອົາ 1 ສ່ວນ 10 ມາ​ໃຫ້​ເຮົາ​ຈົນ​ຄົບ​ເບິ່ງ+ ເພື່ອ​ຈະ​ມີ​ຂອງກິນ​ຢູ່​ວິຫານ​ຂອງ​ເຮົາ.+ ແລ້ວ​ພວກ​ເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ເປີດ​ປະຕູ​ນ້ຳ​ທີ່​ຢູ່​ເທິງ​ຟ້າ+​ແລະ​ເທ​ພອນ​ມາ​ໃສ່​ພວກ​ເຈົ້າ​ຈົນ​ເຫຼືອ​ເຟືອ.”+ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ແບບ​ນີ້.

11 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ເຮົາ​ຈະ​ບໍ່​ໃຫ້​ຝູງ​ຕັກກະແຕນ​ມາ​ທຳລາຍ​ຜົນລະປູກ​ໃນ​ແຜ່ນດິນ​ຂອງ​ພວກ​ເຈົ້າ ແລະ​ເຮົາ​ຈະ​ເຮັດ​ໃຫ້​ຕົ້ນ​ໝາກ​ລະແຊັງ​ຢູ່​ສວນ​ຂອງ​ພວກ​ເຈົ້າ​ເປັນ​ໝາກ.”+

12 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ທຸກ​ຊາດ​ຈະ​ເວົ້າ​ວ່າ​ພວກ​ເຈົ້າ​ເປັນ​ຊາດ​ທີ່​ມີ​ຄວາມສຸກ+ ຍ້ອນ​ແຜ່ນດິນ​ຂອງ​ພວກເຈົ້າ​ເປັນ​ຕາ​ຢູ່.”

13 ພະ​ເຢໂຫວາ​ເວົ້າ​ວ່າ: “ພວກ​ເຈົ້າ​ເວົ້າ​ເຖິງ​ເຮົາ​ແນວ​ບໍ່​ດີ.”

ແຕ່​ພວກ​ເຈົ້າ​ຖາມ​ວ່າ: “ພວກ​ເຮົາ​ເວົ້າ​ໃຫ້​ພະອົງ​ແນວ​ໃດ?”+

14 “ພວກ​ເຈົ້າ​ເວົ້າ​ວ່າ ‘ເຖິງ​ວ່າ​ພວກ​ເຮົາ​ຮັບໃຊ້​ພະເຈົ້າ ມັນ​ກໍ​ບໍ່​ມີຄ່າ​ຫຍັງ​ດອກ.+ ເຖິງ​ວ່າ​ຈະ​ເຮັດ​ຕາມ​ຄຳສັ່ງ​ຂອງ​ເພິ່ນ ພວກເຮົາ​ກໍ​ບໍ່​ໄດ້​ຫຍັງ ແລະ​ເມື່ອ​ພວກ​ເຮົາ​ສຳນຶກ​ຜິດ​ຕໍ່​ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ກະ​ບໍ່​ເຫັນ​ວ່າ​ຊິ​ມີ​ປະໂຫຍດ​ຫຍັງ. 15 ຕັ້ງແຕ່​ນີ້​ໄປ ພວກເຮົາ​ຈະ​ເວົ້າ​ວ່າ​ຄົນ​ທີ່​ຈອງຫອງ​ມີ​ຄວາມສຸກ​ແລະ​ຄົນ​ທີ່​ເຮັດ​ຊົ່ວ​ໄດ້​ດີ.+ ເຂົາເຈົ້າ​ກ້າ​ທ້າທາຍ​ພະເຈົ້າ ແຕ່​ກໍ​ບໍ່​ເຫັນ​ວ່າ​ເຂົາເຈົ້າ​ຊິ​ເປັນ​ອີ່​ຫຍັງ.’”

16 ເມື່ອ​ເປັນ​ແນວ​ນີ້ ຄົນ​ທີ່​ຢ້ານຢຳ​ພະ​ເຢໂຫວາ​ກໍ​ລົມ​ກັນ ແລະ​ພະ​ເຢໂຫວາກໍ​ສົນໃຈ​ຟັງ​ສິ່ງ​ທີ່​ເຂົາເຈົ້າ​ເວົ້າ. ພະ​ເຢໂຫວາ​ໃຫ້​ຂຽນ​ຊື່​ຂອງ​ຄົນ​ທີ່​ເພິ່ນ​ຈື່+​ໃສ່​ປຶ້ມ​ໄວ້ ເຊິ່ງ​ກໍ​ແມ່ນ​ຄົນ​ທີ່​ຢ້ານຢຳ​ເພິ່ນ​ແລະ​ຄິດເຖິງ*​ຊື່​ຂອງ​ເພິ່ນ.+

17 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ວ່າ: “ໃນ​ມື້​ທີ່​ເຮົາ​ເຮັດ​ໃຫ້​ເຂົາເຈົ້າ​ເປັນ​ຊັບ​ສົມບັດ​ທີ່​ພິເສດ*​ຂອງ​ເຮົາ+ ເຂົາເຈົ້າ​ຈະ​ເປັນ​ປະຊາຊົນ​ຂອງ​ເຮົາ.+ ເຮົາ​ຈະ​ອີ່ຕົນ​ເຂົາເຈົ້າ​ຄື​ກັບ​ພໍ່​ອີ່ຕົນ​ລູກ​ທີ່​ເຊື່ອຟັງ.+ 18 ແລ້ວ​ພວກ​ເຈົ້າ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ຄົນ​ດີ​ກັບ​ຄົນ​ຊົ່ວ+ ແລະ​ຄົນ​ທີ່​ຮັບໃຊ້​ພະເຈົ້າ​ກັບ​ຄົນ​ທີ່​ບໍ່​ໄດ້​ຮັບໃຊ້​ເພິ່ນ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌