ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ໂມເຊ​ແລະ​ຟຸ່ມ​ໄມ້​ທີ່​ມີ​ໄຟ​ລຸກ​ຢູ່ (1-12)

      • ພະເຢໂຫວາ​ອະທິບາຍ​ຄວາມ​ໝາຍ​ຂອງ​ຊື່​ເພິ່ນ (13-15)

      • ພະເຢໂຫວາ​ສັ່ງ​ໂມເຊ​ໃຫ້​ໄປ​ຊ່ວຍ​ພວກ​ອິດສະຣາເອນ (16-22)

ອົບພະຍົບ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 2:16; 18:1
  • +ອພຍ 24:12, 13; 1ກສ 19:8, 9

ອົບພະຍົບ 3:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 7:30-34

ອົບພະຍົບ 3:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1, 7
  • +ປຖກ 26:24
  • +ປຖກ 28:13; 32:9; ມທ 22:32; ກຈກ 7:32

ອົບພະຍົບ 3:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:11; ອຊຢ 63:9; ກຈກ 7:34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 7

    ຫໍສັງເກດການ (ສຶກສາ)

    3/2019, ໜ້າ 15

ອົບພະຍົບ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:51
  • +ຈຊບ 13:26, 27; ພບຍ 27:3
  • +ປຖກ 10:15-17; ອພຍ 33:1, 2; ພບຍ 7:1; ຢຊ 3:10; ນຮຢ 9:7, 8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 7

    ຫໍສັງເກດການ (ສຶກສາ)

    3/2019, ໜ້າ 15

ອົບພະຍົບ 3:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 1:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 7

ອົບພະຍົບ 3:10

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 105:26, 38; ກຈກ 7:34

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 7

ອົບພະຍົບ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 31:23; ຢຊ 1:5; ອຊຢ 41:10; ຣມ 8:31; ຟລປ 4:13
  • +ອພຍ 19:2; ພບຍ 4:11, 12

ອົບພະຍົບ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:3; ພສ 96:8; 135:13; ຮຊອ 12:5; ຢຮ 17:26; ຣມ 10:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 7-9

ອົບພະຍົບ 3:14

ໄຂເງື່ອນ

  • *

    ຫຼື “ເລືອກ.” ເບິ່ງ​ພາກ​ຜະໜວກ ກ4.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 23:13; ອຊຢ 14:27; ຢຮ 12:28
  • +ອພຍ 6:3, 7; ຣມ 9:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 125

    ໃກ້ຊິດ ໜ້າ 9-10

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    6/2020, ໜ້າ 6

    ໄບເບິນສອນ ໜ້າ 197

    ລາຊະອານາຈັກຂອງພະເຈົ້າປົກຄອງແລ້ວ! ໜ້າ 43

    ສະບັບແປໂລກໃໝ່ ໜ້າ 2439

ອົບພະຍົບ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:1, 7
  • +ປຖກ 26:24
  • +ປຖກ 28:13; ມທ 22:32
  • +ພສ 135:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 4

ອົບພະຍົບ 3:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 50:24; ອພຍ 13:19

ອົບພະຍົບ 3:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:13, 14; ລລວ 26:13
  • +ປຖກ 15:16
  • +ອພຍ 23:23
  • +ຈຊບ 13:27; ພບຍ 8:7-9

ອົບພະຍົບ 3:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:31
  • +ປຖກ 14:13
  • +ອພຍ 5:3; 10:25, 26

ອົບພະຍົບ 3:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 5:2; 14:8; ຣມ 9:17

ອົບພະຍົບ 3:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:3; 12:33; ພບຍ 6:22

ອົບພະຍົບ 3:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 11:2; 12:35, 36

ອົບພະຍົບ 3:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:13, 14; ອພຍ 12:36

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 3:1ອພຍ 2:16; 18:1
ອພຍ. 3:1ອພຍ 24:12, 13; 1ກສ 19:8, 9
ອພຍ. 3:2ກຈກ 7:30-34
ອພຍ. 3:6ປຖກ 17:1, 7
ອພຍ. 3:6ປຖກ 26:24
ອພຍ. 3:6ປຖກ 28:13; 32:9; ມທ 22:32; ກຈກ 7:32
ອພຍ. 3:7ອພຍ 1:11; ອຊຢ 63:9; ກຈກ 7:34
ອພຍ. 3:8ອພຍ 12:51
ອພຍ. 3:8ຈຊບ 13:26, 27; ພບຍ 27:3
ອພຍ. 3:8ປຖກ 10:15-17; ອພຍ 33:1, 2; ພບຍ 7:1; ຢຊ 3:10; ນຮຢ 9:7, 8
ອພຍ. 3:9ອພຍ 1:11
ອພຍ. 3:10ພສ 105:26, 38; ກຈກ 7:34
ອພຍ. 3:12ພບຍ 31:23; ຢຊ 1:5; ອຊຢ 41:10; ຣມ 8:31; ຟລປ 4:13
ອພຍ. 3:12ອພຍ 19:2; ພບຍ 4:11, 12
ອພຍ. 3:13ອພຍ 15:3; ພສ 96:8; 135:13; ຮຊອ 12:5; ຢຮ 17:26; ຣມ 10:13
ອພຍ. 3:14ໂຢບ 23:13; ອຊຢ 14:27; ຢຮ 12:28
ອພຍ. 3:14ອພຍ 6:3, 7; ຣມ 9:17
ອພຍ. 3:15ປຖກ 17:1, 7
ອພຍ. 3:15ປຖກ 26:24
ອພຍ. 3:15ປຖກ 28:13; ມທ 22:32
ອພຍ. 3:15ພສ 135:13
ອພຍ. 3:16ປຖກ 50:24; ອພຍ 13:19
ອພຍ. 3:17ປຖກ 15:13, 14; ລລວ 26:13
ອພຍ. 3:17ປຖກ 15:16
ອພຍ. 3:17ອພຍ 23:23
ອພຍ. 3:17ຈຊບ 13:27; ພບຍ 8:7-9
ອພຍ. 3:18ອພຍ 4:31
ອພຍ. 3:18ປຖກ 14:13
ອພຍ. 3:18ອພຍ 5:3; 10:25, 26
ອພຍ. 3:19ອພຍ 5:2; 14:8; ຣມ 9:17
ອພຍ. 3:20ອພຍ 7:3; 12:33; ພບຍ 6:22
ອພຍ. 3:21ອພຍ 11:2; 12:35, 36
ອພຍ. 3:22ປຖກ 15:13, 14; ອພຍ 12:36
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 3:1-22

ອົບພະຍົບ

3 ໂມເຊ​ເປັນ​ຄົນ​ລ້ຽງ​ແກະ​ໃຫ້​ເຢດໂຣ+ພໍ່​ເຖົ້າ​ຂອງ​ລາວ. ເຢດໂຣ​ເປັນປະໂລຫິດ​ຄົນ​ມີດີອານ. ຕອນ​ທີ່​ລາວ​ພາ​ຝູງ​ແກະ​ໄປ​ທາງ​ທິດຕາເວັນຕົກ​ໃນ​ບ່ອນ​ກັນດານ ລາວ​ກໍ​ໄປ​ຮອດ​ພູ​ໂຮເຣັບເຊິ່ງ​ເປັນ​ພູ​ຂອງ​ພະເຈົ້າ​ທ່ຽງແທ້.+ 2 ມີ​ຟຸ່ມ​ໄມ້​ຟຸ່ມ​ໜຶ່ງ​ທີ່​ມີໄຟ​ລຸກ​ຢູ່ ແລະ​ມີ​ທູດສະຫວັນ​ຂອງ​ພະ​ເຢໂຫວາ​ຢູ່​ຫັ້ນ.+ ລາວ​ແນມເບິ່ງຟຸ່ມ​ໄມ້​ນັ້ນຢູ່ດົນ​ເຕີບ ມີ​ໄຟ​ລຸກ​ຢູ່ຟຸ່ມ​ໄມ້ ແຕ່​ຟຸ່ມ​ໄມ້​ກໍ​ບໍ່​ໄໝ້​ຈັກ​ເທື່ອ. 3 ລາວ​ຄິດ​ວ່າ: “ເອີ່​ ຄື​ເປັນ​ຈັ່ງ​ຊັ້ນ ໄຟ​ກໍລຸກຢູ່ ແຕ່ມັນຄື​ບໍ່​ໄໝ້​ຟຸ່ມ​ໄມ້​ຈັກ​ເທື່ອ? ຊິ​ເຂົ້າ​ໄປ​ເບິ່ງ​ກ່ອນ.” 4 ເມື່ອ​ພະ​ເຢໂຫວາ​ເຫັນ​ລາວ​ເຂົ້າ​ມາ​ໃກ້ ເພິ່ນ​ກໍ​ເອີ້ນ​ລາວ​ຈາກ​ຟຸ່ມ​ໄມ້​ວ່າ: “ໂມເຊ! ໂມເຊ​ເອີ້ຍ!” ລາວ​ຕອບ​ວ່າ: “ໂດຍ.” 5 ເພິ່ນ​ເວົ້າ​ວ່າ: “ຢ່າ​ເຂົ້າ​ມາ​ໃກ້​ຫຼາຍ​ກວ່າ​ນີ້. ປົດ​ເກີບເຈົ້າອອກ ເພາະ​ວ່າ​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້​ເປັນ​ບ່ອນ​ບໍລິສຸດ.”

6 ເພິ່ນ​ເວົ້າ​ອີກ​ວ່າ: “ເຮົາ​ແມ່ນ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຈົ້າ ພະເຈົ້າ​ຂອງ​ອັບຣາຮາມ+ ພະເຈົ້າ​ຂອງ​ອີຊາກ+ ແລະ​ພະເຈົ້າ​ຂອງ​ຢາໂຄບ.”+ ແລ້ວ​ໂມເຊ​ກໍ​ປິດ​ໜ້າ​ໂຕ​ເອງ​ໄວ້ ເພາະ​ລາວ​ບໍ່​ກ້າ​ເບິ່ງ​ພະເຈົ້າ​ທ່ຽງແທ້. 7 ພະ​ເຢໂຫວາ​ເວົ້າ​ຕື່ມ​ອີກ​ວ່າ: “ເຮົາ​ເຫັນ​ແລ້ວ​ວ່າ​ຄົນ​ຂອງ​ເຮົາ​ຢູ່ໃນເອຢິບ​ທຸກ​ລຳບາກ​ສ່ຳ​ໃດ. ເຮົາ​ຮູ້​ວ່າ​ເຂົາ​ເຈົ້າ​ເຈັບ​ປວດ​ຫຼາຍ​ແທ້​ໆ​. ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄາງ​ຂອງ​ເຂົາ​ເຈົ້າ​ຍ້ອນ​ເຂົາ​ເຈົ້າ​ຖືກ​ບັງຄັບ​ໃຫ້​ເຮັດ​ວຽກ​ໜັກ.+ 8 ເຮົາ​ຈະ​ຊ່ວຍ​ເຂົາ​ເຈົ້າ​ໃຫ້​ພົ້ນ​ຈາກ​ພວກ​ເອຢິບ.+ ເຮົາ​ຈະ​ພາ​ເຂົາ​ເຈົ້າ​ໄປ​ໃນ​ແຜ່ນດິນ​ກວ້າງ​ໃຫຍ່​ແລະ​ອຸດົມ​ສົມບູນ​ທີ່​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.+ ບ່ອນ​ນັ້ນ​ເປັນ​ແຜ່ນດິນ​ຂອງ​ພວກ​ການາອານ ພວກ​ເຮດ ພວກ​ອາໂມ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ.+ 9 ເຮົາ​ໄດ້​ຍິນ​ສຽງ​ຮ້ອງ​ຄາງ​ຂອງ​ພວກ​ອິດສະຣາເອນ​ແລ້ວ​ ເຮົາ​ໄດ້​ເຫັນ​ພວກ​ເອຢິບ​ກົດ​ຂີ່​ຂົ່ມເຫງ​ເຂົາ​ເຈົ້າ.+ 10 ຕອນ​ນີ້ ເຮົາ​ຈະ​ໃຫ້​ເຈົ້າ​ໄປ​ຫາ​ຟາໂຣ*ແລະ​ໃຫ້​ເຈົ້າ​ຊ່ວຍ​ພວກ​ອິດສະຣາເອນ​ຄົນ​ຂອງ​ເຮົາ​ອອກ​ຈາກ​ເອຢິບ.”+

11 ແຕ່​ໂມເຊ​ບອກ​ພະເຈົ້າ​ທ່ຽງແທ້​ວ່າ: “ລູກ​ເປັນ​ພຽງ​ຄົນ​ທຳມະດາ. ລູກ​ຊິ​ໄປ​ຫາ​ຟາໂຣ​ແລະ​ຊ່ວຍ​ພວກ​ອິດສະຣາເອນ​ອອກ​ຈາກ​ເອຢິບ​ໄດ້​ຈັ່ງ​ໃດ​?” 12 ເພິ່ນ​ຕອບ​ວ່າ: “ເຮົາ​ຈະ​ຢູ່​ກັບ​ເຈົ້າ.+ ເຈົ້າ​ຈະ​ພາ​ຄົນ​ຂອງ​ເຮົາ​ອອກ​ຈາກ​ເອຢິບ. ແລ້ວ​ພວກ​ເຈົ້າ​ຈະ​ນະມັດສະການ​ເຮົາ​ຢູ່​ພູ​ໜ່ວຍ​ນີ້.+ ເຮົາ​ສັນຍາ​ກັບ​ເຈົ້າ​ແນວ​ນີ້​ແລະ​ເມື່ອ​ມັນ​ເປັນ​ໄປ​ຕາມ​ນີ້​ແທ້​ໆ​ ເຈົ້າ​ກໍ​ຈະ​ເຫັນ​ກັບ​ຕາ​ວ່າ​ພະເຈົ້າ​ທ່ຽງແທ້​ເປັນ​ຜູ້​ສົ່ງ​ເຈົ້າ​ໄປ.”

13 ແຕ່​ໂມເຊ​ເວົ້າ​ກັບ​ພະເຈົ້າ​ທ່ຽງແທ້​ວ່າ: “ຖ້າ​ລູກ​ໄປ​ຫາ​ພວກ​ອິດສະຣາເອນ​ແລະ​ບອກ​ເຂົາ​ເຈົ້າ​ວ່າ ‘ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ສົ່ງ​ຂ້ອຍ​ມາ’ ແລະ​ຖ້າ​ເຂົາ​ເຈົ້າ​ຖາມ​ລູກ​ວ່າ ‘ພະເຈົ້າ​ຜູ້​ນັ້ນ​ຊື່​ຫຍັງ?’+ ລູກ​ຊິ​ຕອບ​ເຂົາ​ເຈົ້າ​ແນວ​ໃດ?” 14 ພະເຈົ້າ​ຕອບ​ໂມເຊ​ວ່າ: “ເຮົາ​ຈະ​ເປັນຫຍັງ​ກໍ​ໄດ້ທີ່​ເຮົາ​ຢາກ*ເປັນ”+ ແລະ​ເພິ່ນ​ເວົ້າ​ຕື່ມ​ວ່າ: “ເຈົ້າ​ຕ້ອງ​ບອກ​ພວກ​ອິດສະຣາເອນ​ວ່າ ‘ພະເຈົ້າ​ທີ່​ຊື່​ວ່າ “ເຮົາ​ຈະ​ເປັນ” ໄດ້​ສົ່ງ​ຂ້ອຍ​ມາ​ຫາ​ພວກ​ເຈົ້າ.’”+ 15 ແລ້ວ​ພະເຈົ້າ​ກໍ​ເວົ້າ​ຊ້ຳ​ກັບ​ໂມເຊ​ອີກ​ວ່າ:

“ເຈົ້າ​ຕ້ອງ​ບອກ​ພວກ​ອິດສະຣາເອນ​ແນວ​ນີ້. ‘ພະ​ເຢໂຫວາ ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ພະເຈົ້າ​ຂອງ​ອັບຣາຮາມ+ ພະເຈົ້າ​ຂອງ​ອີຊາກ+ ແລະ​ພະເຈົ້າ​ຂອງ​ຢາໂຄບ+ ສົ່ງ​ຂ້ອຍ​ມາ​ຫາ​ພວກ​ເຈົ້າ.’ ຊື່ນີ້​ແມ່ນ​ຊື່​ຂອງ​ເຮົາ​ຕະຫຼອດໄປ+ ແລະ​ຄົນ​ທຸກ​ສະໄໝ​ຈະ​ຮູ້ຈັກ​ເຮົາ​ຕາມ​ຊື່​ນີ້. 16 ໃຫ້​ເຈົ້າ​ເອີ້ນ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ມາ​ລວມ​ກັນ ແລະ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ ພະເຈົ້າ​ຂອງ​ອັບຣາຮາມ ອີຊາກ ແລະ​ຢາໂຄບ ມາ​ຫາ​ຂ້ອຍແລະ​ເວົ້າ​ວ່າ “ເຮົາ​ເບິ່ງ​ພວກ​ເຈົ້າ​ຢູ່+​ແລະ​ເຫັນ​ວ່າ​ພວກ​ເອຢິບ​ກຳລັງ​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ. 17 ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ພົ້ນ​ຈາກ​ການ​ກົດ​ຂີ່​ຂົ່ມເຫງ+ຂອງ​ພວກ​ເອຢິບ ແລະ​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຢູ່​ໃນ​ແຜ່ນດິນ​ຂອງ​ພວກ​ການາອານ ພວກ​ເຮດ ພວກ​ອາໂມ+ ພວກ​ເປຣິຊີ ພວກ​ຮີວີ ແລະ​ພວກ​ເຢບຸດ.+ ໃນ​ແຜ່ນດິນ​ນັ້ນ​ຈະ​ມີ​ນ້ຳ​ນົມ​ກັບ​ນ້ຳ​ເຜີ້ງ​ຫຼາຍ.”’+

18 ເຂົາ​ເຈົ້າ​ຈະ​ຟັງ​ເຈົ້າ​ແນ່ນອນ.+ ເຈົ້າ​ກັບ​ພວກ​ຜູ້​ນຳ​ຂອງ​ຄົນ​ອິດສະຣາເອນ​ຈະ​ໄປ​ຫາ​ກະສັດ​ເອຢິບ​ແລະ​ຈະ​ບອກ​ກັບ​ກະສັດ​ວ່າ ‘ພະ​ເຢໂຫວາ ພະເຈົ້າ​ຂອງ​ຄົນ​ເຮັບເຣີ+​ໄດ້​ເວົ້າ​ກັບ​ພວກ​ເຮົາ. ພວກ​ເຮົາ​ຂໍ​ເວລາ 3 ມື້ ເພື່ອ​ໄປ​ບ່ອນ​ກັນດານ. ພວກ​ເຮົາຈະ​ເອົາ​ສັດ​ໄປ​ບູຊາໃຫ້​ພະ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຮົາ​ຢູ່​ຫັ້ນ.’+ 19 ແຕ່​ເຮົາ​ຮູ້​ວ່າ​ກະສັດ​ເອຢິບ​ຈະ​ບໍ່​ຍອມ​ໃຫ້​ພວກ​ເຈົ້າ​ໄປ​ດອກ ຈົນ​ກວ່າ​ຈະໄດ້​ເຫັນ​ລິດ​ເດດທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ.+ 20 ແລ້ວ​ເຮົາ​ຈະ​ເຮັດ​ການອັດສະຈັນ​ຫຼາຍ​ຢ່າງ​ເພື່ອ​ລົງໂທດ​ພວກ​ເອຢິບ. ຫຼັງ​ຈາກ​ນັ້ນ ກະສັດ​ຈະ​ຍອມ​ປ່ອຍ​ພວກ​ເຈົ້າ​ໄປ.+ 21 ເຮົາ​ຈະ​ເຮັດ​ໃຫ້​ພວກ​ເອຢິບ​ເຮັດ​ດີ​ຕໍ່​ພວກ​ເຈົ້າ. ເມື່ອ​ພວກ​ເຈົ້າ​ອອກ​ໄປ ພວກ​ເຂົາ​ຈະ​ເອົາ​ເຄື່ອງ​ຂອງ​ຫຼາຍ​ຢ່າງ​ໃຫ້​ພວກ​ເຈົ້າ.+ 22 ພວກ​ຜູ້​ຍິງ​ອິດສະຣາເອນ​ແຕ່​ລະ​ຄົນ​ຈະ​ຂໍ​ເຄື່ອງ​ເງິນ​ເຄື່ອງ​ຄຳ​ແລະ​ເຄື່ອງນຸ່ງ​ຈາກ​ເພື່ອນ​ບ້ານ ແລະ​ຈາກ​ຜູ້​ຍິງ​ຊາດ​ອື່ນ​ທີ່​ຢູ່​ເຮືອນ​ນຳ​ກັນ. ພວກ​ຜູ້​ຍິງ​ອິດສະຣາເອນ​ຈະ​ເອົາ​ມາ​ໃສ່​ໃຫ້​ລູກ​ຊາຍ​ກັບ​ລູກສາວ ແລະ​ພວກ​ເຈົ້າ​ຈະ​ໄດ້​ເຄື່ອງ​ຂອງ​ຫຼາຍ​ແທ້​ໆ​ຈາກ​ພວກ​ເອຢິບ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌