ຈົດໝາຍສະບັບທຳອິດເຖິງຕີໂມທຽວ
1 ຂ້ອຍໂປໂລທີ່ເປັນອັກຄະສາວົກ*ຂອງພະຄລິດເຢຊູຕາມຄຳສັ່ງຂອງພະເຈົ້າຜູ້ຊ່ວຍໃຫ້ລອດຂອງພວກເຮົາແລະຂອງພະຄລິດເຢຊູຜູ້ເປັນຄວາມຫວັງຂອງພວກເຮົາ+ 2 ຂຽນຫາຕີໂມທຽວ*+ລູກແທ້ໆຂອງຂ້ອຍ+ໃນຄວາມເຊື່ອ.
ຂໍໃຫ້ເຈົ້າໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ ຄວາມເມດຕາ ແລະສັນຕິສຸກຈາກພະເຈົ້າຜູ້ເປັນພໍ່ແລະຈາກພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາ.
3 ຕອນທີ່ຂ້ອຍກຳລັງຈະໄປແຂວງມາເກໂດເນຍ ຂ້ອຍເຄີຍຂໍໃຫ້ເຈົ້າຢູ່ເມືອງເອເຟໂຊ ແລະຕອນນີ້ຂ້ອຍກໍຍັງຢາກໃຫ້ເຈົ້າຢູ່ຫັ້ນເພື່ອຈະສັ່ງບາງຄົນບໍ່ໃຫ້ແພ່ຄຳສອນຜິດໆ 4 ແລະບໍ່ໃຫ້ສົນໃຈເລື່ອງຕົວະ+ກັບເລື່ອງລຳດັບເຊື້ອສາຍ. ສິ່ງເຫຼົ່ານີ້ບໍ່ມີປະໂຫຍດຫຍັງ+ ມີແຕ່ຈະເຮັດໃຫ້ເດົາກັນໄປຊື່ໆແທນທີ່ຈະສົ່ງເສີມຄວາມເຊື່ອທີ່ມາຈາກພະເຈົ້າ. 5 ທີ່ຈິງ ຂ້ອຍແນະນຳ*ແບບນີ້ກໍເພື່ອໃຫ້ພວກເຮົາມີຄວາມຮັກ+ຈາກໃຈທີ່ບໍລິສຸດ ບໍ່ມີຫຍັງແອບແຝງ* ແລະເກີດຈາກຄວາມເຊື່ອທີ່ຈິງໃຈ.+ 6 ແຕ່ບາງຄົນເຊົາເຮັດສິ່ງເຫຼົ່ານີ້ ແລ້ວປ່ຽນໄປເວົ້າເລື່ອງທີ່ບໍ່ມີປະໂຫຍດ.+ 7 ເຂົາເຈົ້າຢາກເປັນຄູສອນ+ກົດໝາຍຂອງພະເຈົ້າ* ແຕ່ບໍ່ເຂົ້າໃຈເລື່ອງທີ່ໂຕເອງເວົ້າຫຼືເລື່ອງທີ່ໂຕເອງຢືນຢັນ.
8 ພວກເຮົາຮູ້ວ່າກົດໝາຍຂອງໂມເຊນັ້ນດີຖ້າໃຊ້ຢ່າງຖືກຕ້ອງ. 9 ຢ່າລືມວ່າ ກົດໝາຍນັ້ນບໍ່ໄດ້ຖືກຕັ້ງຂຶ້ນເພື່ອໃຊ້ກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງຢູ່ແລ້ວ ແຕ່ຖືກຕັ້ງຂຶ້ນເພື່ອໃຊ້ກັບຄົນທີ່ບໍ່ເຮັດຕາມກົດໝາຍ+ ຄົນດື້ດ້ານ ຄົນບໍ່ນັບຖືພະເຈົ້າ ຄົນເຮັດຜິດ ຄົນບໍ່ພັກດີ ຄົນລົບລູ່ສິ່ງບໍລິສຸດ ຄົນທີ່ຂ້າພໍ່ແມ່ຫຼືຂ້າຄົນອື່ນ 10 ຄົນເຮັດຜິດສິນລະທຳທາງເພດ* ຜູ້ຊາຍທີ່ນອນນຳຜູ້ຊາຍ* ຄົນລັກພາໂຕ ຄົນຂີ້ຕົວະ ຄົນເປັນພະຍານຕົວະ* ແລະຄົນທີ່ເຮັດສິ່ງອື່ນໆເຊິ່ງຂັດກັບຄຳສອນທີ່ເປັນປະໂຫຍດ.+ 11 ຄຳສອນນີ້ມາຈາກພະເຈົ້າຜູ້ມີຄວາມສຸກເຊິ່ງສອດຄ່ອງກັບຂ່າວດີທີ່ດີເລີດທີ່ພະເຈົ້າໃຫ້ຂ້ອຍ.+
12 ຂ້ອຍຂອບໃຈພະຄລິດເຢຊູຜູ້ເປັນນາຍຂອງພວກເຮົາທີ່ໃຫ້ກຳລັງຂ້ອຍ. ເພິ່ນມອບໝາຍວຽກຮັບໃຊ້ໃຫ້ຂ້ອຍເຮັດຍ້ອນເພິ່ນຖືວ່າຂ້ອຍເປັນຄົນສັດຊື່.+ 13 ເຖິງວ່າແຕ່ກີ້ຂ້ອຍເຄີຍເປັນຄົນໝິ່ນປະໝາດພະເຈົ້າ ຂົ່ມເຫງຄົນຂອງເພິ່ນ ແລະເປັນຄົນອວດດີ+ ແຕ່ຂ້ອຍພັດໄດ້ຮັບຄວາມເມດຕາຍ້ອນຂ້ອຍເຮັດໂດຍບໍ່ຮູ້ແລະຍັງບໍ່ມີຄວາມເຊື່ອ. 14 ຂ້ອຍໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກຜູ້ເປັນນາຍຂອງພວກເຮົາຢ່າງລົ້ນເຫຼືອ ແລະຂ້ອຍມີຄວາມເຊື່ອແລະຄວາມຮັກຍ້ອນຂ້ອຍເຂົ້າມາເປັນລູກສິດຂອງພະຄລິດເຢຊູ. 15 ຖ້ອຍຄຳເຫຼົ່ານີ້ເປັນຄວາມຈິງແລະເຊື່ອຖືໄດ້ແທ້ໆ. ພະຄລິດເຢຊູເຂົ້າມາໃນໂລກເພື່ອຊ່ວຍຄົນບາບໃຫ້ລອດ.+ ໃນຄົນບາບເຫຼົ່ານັ້ນ ຂ້ອຍຊົ່ວທີ່ສຸດ.+ 16 ແຕ່ທີ່ຂ້ອຍໄດ້ຮັບຄວາມເມດຕາທັງໆທີ່ເປັນຄົນຊົ່ວທີ່ສຸດກໍເພື່ອພະຄລິດເຢຊູຈະສະແດງວ່າເພິ່ນອົດທົນຫຼາຍສ່ຳໃດ. ເພິ່ນໃຊ້ຂ້ອຍເປັນຕົວຢ່າງສຳລັບຄົນທີ່ຈະຝາກຄວາມຫວັງໄວ້ກັບເພິ່ນເລື່ອງຊີວິດຕະຫຼອດໄປ.+
17 ຂໍໃຫ້ເພິ່ນຜູ້ເປັນກະສັດຕະຫຼອດໄປ+ ຜູ້ບໍ່ມີວັນຕາຍ*+ ຜູ້ທີ່ພວກເຮົາເບິ່ງບໍ່ເຫັນ+ ຜູ້ເປັນພະເຈົ້າແຕ່ອົງດຽວ+ໄດ້ຮັບກຽດແລະການຍ້ອງຍໍສັນລະເສີນຕະຫຼອດໄປ. ອາແມນ.*
18 ຕີໂມທຽວລູກຮັກ ເລື່ອງທີ່ຂ້ອຍສັ່ງ*ເຈົ້ານັ້ນເປັນຕາມທີ່ພະຍາກອນໄວ້ກ່ຽວກັບເຈົ້າ. ດັ່ງນັ້ນ ໃຫ້ເຈົ້າສູ້ຕໍ່ໄປໃນສົງຄາມເພື່ອຄວາມຖືກຕ້ອງນີ້.+ 19 ໃຫ້ຍຶດໝັ້ນກັບຄວາມເຊື່ອ ແລະຢ່າໃຫ້ມີຫຍັງລົບກວນໃຈຮູ້ຜິດຮູ້ຖືກ+ເຊິ່ງເປັນສິ່ງທີ່ບາງຄົນບໍ່ຍອມໃສ່ໃຈ ເຊິ່ງເຮັດໃຫ້ຄວາມເຊື່ອຂອງເຂົາເຈົ້າຖືກທຳລາຍຄືກັບເຮືອແຕກ. 20 ຮີເມນາໂອ+ກັບອາເລັກຊັນເດີກໍລວມຢູ່ໃນຄົນເຫຼົ່ານັ້ນຄືກັນ. ຂ້ອຍມອບເຂົາເຈົ້າໃຫ້ຊາຕານແລ້ວ.+ ເຂົາເຈົ້າຈະໄດ້ຮັບບົດຮຽນວ່າບໍ່ຄວນໝິ່ນປະໝາດພະເຈົ້າ.