ອົບພະຍົບ
5 ຈາກນັ້ນ ໂມເຊກັບອາໂຣນກໍພາກັນໄປຫາຟາໂຣ*ແລະເວົ້າວ່າ: “ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກແນວນີ້. ‘ປ່ອຍຄົນຂອງເຮົາໄປສະຫຼອງເທດສະການເພື່ອນະມັດສະການເຮົາໃນບ່ອນກັນດານ.’” 2 ແຕ່ຟາໂຣເວົ້າວ່າ: “ພະເຢໂຫວາແມ່ນໃຜ+ທີ່ຂ້ອຍຕ້ອງຟັງຄວາມລາວແລະປ່ອຍພວກອິດສະຣາເອນໄປ?+ ຂ້ອຍບໍ່ຮູ້ຈັກພະເຢໂຫວາແລະຂ້ອຍກໍຊິບໍ່ປ່ອຍພວກອິດສະຣາເອນໄປເດັດຂາດ.”+ 3 ແຕ່ເຂົາເຈົ້າບອກວ່າ: “ພະເຈົ້າຂອງພວກເຮັບເຣີໄດ້ມາຫາພວກເຮົາ. ດັ່ງນັ້ນ ຂໍອະນຸຍາດໃຫ້ພວກເຮົາເດີນທາງ 3 ມື້ເພື່ອໄປບ່ອນກັນດານແລະເອົາເຄື່ອງບູຊາໃຫ້ພະເຢໂຫວາພະເຈົ້າຂອງພວກເຮົາຢູ່ຫັ້ນ.+ ຄັນບໍ່ຊັ້ນ ເພິ່ນຊິລົງໂທດພວກເຮົາດ້ວຍພະຍາດຫຼືດ້ວຍດາບ.” 4 ກະສັດເອຢິບຕອບເຂົາເຈົ້າວ່າ: “ໂມເຊກັບອາໂຣນ ເປັນຫຍັງພວກເຈົ້າຊິພາປະຊາຊົນໃຫ້ຖິ້ມວຽກຖິ້ມງານ? ກັບໄປເຮັດວຽກທະແມ້!”+ 5 ຟາໂຣເວົ້າຕື່ມອີກວ່າ: “ຄົນຂອງພວກເຈົ້າຢູ່ນີ້ມີບັກຫຼາຍໆ ເປັນຫຍັງຂ້ອຍຕ້ອງປ່ອຍໃຫ້ພວກເຈົ້າພັກວຽກ?”
6 ໃນມື້ນັ້ນ ຟາໂຣສັ່ງພວກຫົວໜ້າແລະຜູ້ຊ່ວຍວ່າ: 7 “ຢ່າຊູ່ເອົາເຟືອງໃຫ້ພວກນັ້ນອີກ.+ ໃຫ້ພວກມັນໄປເກັບເອົາເຟືອງເອງເພື່ອຊິເຮັດດິນຈີ່. 8 ແຕ່ໃຫ້ພວກມັນເຮັດດິນຈີ່ໃຫ້ໄດ້ຈຳນວນສ່ຳເກົ່າ. ບໍ່ຕ້ອງຫຼຸດວຽກພວກມັນລົງ ເພາະພວກມັນຂີ້ຄ້ານ. ຍ້ອນແນວນັ້ນແຫຼະ ພວກມັນຈຶ່ງມາຂໍຮ້ອງວ່າ ‘ພວກເຮົາຢາກໄປເອົາເຄື່ອງບູຊາໃຫ້ພະເຈົ້າຂອງພວກເຮົາ!’ 9 ໃຫ້ພວກມັນເຮັດວຽກໜັກກວ່າເກົ່າ ບໍ່ຕ້ອງຢຸດ ບໍ່ຕ້ອງເຊົາ ເພື່ອພວກມັນຈະບໍ່ມີເວລາໄປສົນໃຈຄຳຕົວະພວກນັ້ນ.”
10 ພວກຫົວໜ້າ+ກັບພວກຜູ້ຊ່ວຍກໍໄປບອກພວກອິດສະຣາເອນວ່າ: “ຟາໂຣບອກພວກເຈົ້າແບບນີ້. ‘ຕໍ່ໄປນີ້ຊິບໍ່ເອົາເຟືອງໃຫ້ພວກເຈົ້າແລ້ວ. 11 ພວກເຈົ້າຕ້ອງໄປຊອກຫາເຟືອງເອງ. ແຕ່ວ່າຕ້ອງເຮັດດິນຈີ່ໃຫ້ໄດ້ຈຳນວນສ່ຳເກົ່າ.’” 12 ແລ້ວພວກອິດສະຣາເອນກໍພາກັນໄປຊອກຫຼົກຕໍເຟືອງທົ່ວແຜ່ນດິນເອຢິບ. 13 ພວກຫົວໜ້າກໍຄຸມເຂົາເຈົ້າຕະຫຼອດໂດຍເວົ້າວ່າ: “ແຕ່ລະມື້ ພວກເຈົ້າຕ້ອງເຮັດວຽກໃຫ້ມັນໄດ້ສ່ຳກັບຕອນທີ່ເອົາເຟືອງໃຫ້ພວກເຈົ້າເດີ້.” 14 ພວກຫົວໜ້າທີ່ເປັນຄົນຂອງຟາໂຣກໍໄດ້ເອົາແສ້ຟາດຜູ້ຊ່ວຍທີ່ເປັນຄົນອິດສະຣາເອນ.+ ເຂົາເຈົ້າເວົ້າກັບພວກຜູ້ຊ່ວຍວ່າ: “ເປັນຫຍັງພວກເຈົ້າບໍ່ເຮັດດິນຈີ່ໃຫ້ໄດ້ຕາມຈຳນວນທີ່ສັ່ງໄວ້? ມື້ວານກໍບໍ່ໄດ້ ມື້ນີ້ກໍບໍ່ໄດ້ອີກ.”
15 ພວກຜູ້ຊ່ວຍທີ່ເປັນຄົນອິດສະຣາເອນກໍໄປຈົ່ມກັບຟາໂຣວ່າ: “ເປັນຫຍັງທ່ານຄືເຮັດກັບພວກເຮົາແບບນີ້? 16 ພວກຫົວໜ້າສັ່ງພວກເຮົາໃຫ້ເຮັດດິນຈີ່ໃຫ້ໄດ້ສ່ຳເກົ່າ ແຕ່ພັດບໍ່ເອົາເຟືອງໃຫ້. ແທ້ໆແລ້ວເປັນຄວາມຜິດຂອງພວກຫົວໜ້າ ແຕ່ເຂົາເຈົ້າກໍຍັງມາຕີພວກເຮົາ.” 17 ແຕ່ຟາໂຣເວົ້າວ່າ: “ພວກເຈົ້າມັນຕັ້ງຂີ້ຄ້ານຫັ້ນແຫຼະ! ພວກເຈົ້າມັນຂີ້ຄ້ານແທ້ໆ+ກໍເລີຍບອກວ່າ ‘ພວກເຮົາຢາກໄປເອົາເຄື່ອງບູຊາໃຫ້ພະເຢໂຫວາ.’+ 18 ກັບໄປເຮັດວຽກດຽວນີ້! ບໍ່ມີໃຜເອົາເຟືອງໃຫ້ພວກເຈົ້າດອກ. ແຕ່ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຕາມຈຳນວນທີ່ກຳນົດໄວ້.”
19 ພວກຜູ້ຊ່ວຍທີ່ເປັນຄົນອິດສະຣາເອນຮູ້ວ່າໂຕເອງເຈິບັນຫາໜັກແລ້ວ ເພາະມີຄຳສັ່ງວ່າ: “ແຕ່ລະມື້ ພວກເຈົ້າຕ້ອງເຮັດດິນຈີ່ໃຫ້ໄດ້ຕາມຈຳນວນທີ່ສັ່ງໄວ້ ບໍ່ໃຫ້ຫຼຸດແມ່ນແຕ່ກ້ອນດຽວ.” 20 ຫຼັງຈາກທີ່ພົບຟາໂຣແລ້ວ ເຂົາເຈົ້າກໍໄປຫາໂມເຊກັບອາໂຣນທີ່ຢືນຖ້າເຂົາເຈົ້າຢູ່. 21 ເຂົາເຈົ້າເວົ້າກັບໂມເຊແລະອາໂຣນວ່າ: “ຂໍພະເຢໂຫວາເບິ່ງສິ່ງທີ່ພວກເຈົ້າເຮັດ ແລະລົງໂທດພວກເຈົ້າ. ຍ້ອນວ່າພວກເຈົ້າເຮັດໃຫ້ຟາໂຣແລະພວກຜູ້ຮັບໃຊ້ຊັງພວກເຮົາ. ສ່ຳກັບວ່າພວກເຈົ້າເອົາດາບໃຫ້ພວກເຂົາມາຂ້າພວກເຮົາ.”+ 22 ຈາກນັ້ນ ໂມເຊກໍອະທິດຖານເຖິງພະເຢໂຫວາໂດຍເວົ້າວ່າ: “ພະເຢໂຫວາ ເປັນຫຍັງພະອົງປ່ອຍໃຫ້ຄົນຂອງພະອົງເຈິຄວາມທຸກແບບນີ້? ເປັນຫຍັງພະອົງໃຊ້ລູກມານີ້? 23 ຕັ້ງແຕ່ລູກໄປຫາຟາໂຣແລະເວົ້າເຖິງຊື່ຂອງພະອົງ+ ຟາໂຣແຮ່ງກົດຂີ່ຂົ່ມເຫງຄົນຂອງພະອົງໜັກກວ່າເກົ່າ+ ແລະພະອົງບໍ່ໄດ້ຊ່ວຍຄົນຂອງພະອົງເລີຍ.”+