ເຢເຣມີຢາ
3 ມີຄົນຖາມວ່າ: “ຖ້າຜູ້ຊາຍຄົນໜຶ່ງຢ່າຮ້າງກັບເມຍຂອງລາວແລະເມຍຂອງລາວກໍໄປຈາກລາວ ແລ້ວໄປເປັນເມຍຂອງຜູ້ຊາຍຄົນອື່ນ ລາວຄວນຈະກັບໄປຫາຜູ້ຍິງຄົນນັ້ນບໍ?”
ແຜ່ນດິນນັ້ນເປື້ອນຫຼາຍແລ້ວບໍ່ແມ່ນບໍ?+
“ເຈົ້າໄດ້ຂາຍໂຕໃຫ້ຜູ້ຊາຍຫຼາຍຄົນແລ້ວ+
ເຈົ້າຍັງຊິກັບມາຫາເຮົາອີກບໍ?” ພະເຢໂຫວາເວົ້າໄວ້ແນວນີ້.
2 “ເງີຍໜ້າຂຶ້ນແລະແນມເບິ່ງໂນນພູຫົວໂລ້ນຕ່າງໆແມ້!
ມີບ່ອນໃດແດ່ທີ່ເຈົ້າບໍ່ເຄີຍເອົາຜູ້ຊາຍໄປນອນນຳ?
ເຈົ້ານັ່ງລໍຖ້າເຂົາເຈົ້າຢູ່ຕາມຫົນທາງ
ຄືກັບຄົນທີ່ຍ້າຍບ່ອນຢູ່ໄປເລື້ອຍໆ*ໃນບ່ອນກັນດານ.
ເຈົ້າເຮັດໃຫ້ແຜ່ນດິນເປື້ອນຢູ່ເລື້ອຍໆ
ດ້ວຍການຂາຍໂຕແລະການເຮັດຊົ່ວຂອງເຈົ້າ.+
3 ຍ້ອນແນວນີ້ ຝົນຈຶ່ງບໍ່ຕົກ+
ແລະບໍ່ມີຝົນໃນລະດູໃບໄມ້ປົ່ງ.
ເຈົ້າໜ້າດ້ານຄືກັບເມຍທີ່ຂາຍໂຕ.
ເຈົ້າບໍ່ມີຢາງອາຍເລີຍ.+
4 ແຕ່ຕອນນີ້ ເຈົ້າພັດຮ້ອງຫາເຮົາວ່າ
‘ພໍ່ຂອງລູກເອີ້ຍ ພະອົງເປັນໝູ່ສະໜິດຂອງລູກຕັ້ງແຕ່ລູກຍັງນ້ອຍໆ.+
5 ພະອົງຈະຄຽດຕະຫຼອດໄປເລີຍບໍ?
ພະອົງຈະບໍ່ເຊົາໃຈຮ້າຍເລີຍບໍ?’
ເຈົ້າຖາມເຮົາແນວນີ້
ແຕ່ເຈົ້າກໍຍັງເຮັດຊົ່ວທຸກຢ່າງເທົ່າທີ່ເຈົ້າຈະເຮັດໄດ້.”+
6 ຕອນທີ່ໂຢສີຢາເປັນກະສັດ+ ພະເຢໂຫວາເວົ້າກັບຂ້ອຍວ່າ: “‘ເຈົ້າເຫັນບໍວ່າອິດສະຣາເອນທີ່ບໍ່ສັດຊື່ໄດ້ເຮັດຫຍັງ? ລາວຂຶ້ນໄປເທິງພູສູງທຸກໜ່ວຍແລະໄປກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນເພື່ອຂາຍໂຕ.+ 7 ເຖິງວ່າລາວໄດ້ເຮັດສິ່ງທັງໝົດນີ້ ເຮົາກໍຍັງບອກລາວຢູ່ເລື້ອຍໆວ່າໃຫ້ກັບມາຫາເຮົາ+ ແຕ່ລາວກໍບໍ່ກັບມາ ແລະຢູດາກໍແນມເບິ່ງເອື້ອຍຂອງລາວທີ່ເປັນຄົນທໍລະຍົດ.+ 8 ເມື່ອເຮົາເຫັນແນວນີ້ ເຮົາກໍເຮັດໃບຢ່າຮ້າງໃຫ້ອິດສະຣາເອນທີ່ບໍ່ສັດຊື່ແລະໃຫ້ລາວອອກໄປ+ຍ້ອນວ່າລາວຫຼິ້ນຊູ້.+ ແຕ່ຢູດານ້ອງສາວທີ່ທໍລະຍົດຂອງລາວກໍບໍ່ຮູ້ສຶກຢ້ານແລະກໍອອກໄປຂາຍໂຕຄືກັນ.+ 9 ລາວເບິ່ງວ່າການຂາຍໂຕຂອງລາວເປັນເລື່ອງທຳມະດາ ແລະລາວກໍເຮັດໃຫ້ແຜ່ນດິນເປື້ອນຢູ່ຕະຫຼອດໂດຍການຫຼິ້ນຊູ້ກັບກ້ອນຫີນແລະຕົ້ນໄມ້.+ 10 ເຖິງວ່າເລື່ອງທັງໝົດນີ້ຈະເກີດຂຶ້ນ ແຕ່ຢູດານ້ອງສາວທີ່ທໍລະຍົດຂອງລາວກໍບໍ່ໄດ້ກັບມາຫາເຮົາສຸດຫົວໃຈ ລາວເຮັດທຳທ່າຊື່ໆ.’ ພະເຢໂຫວາເວົ້າໄວ້ແນວນີ້.”
11 ແລ້ວພະເຢໂຫວາກໍເວົ້າກັບຂ້ອຍວ່າ: “ອິດສະຣາເອນທີ່ບໍ່ສັດຊື່ເຮັດໃຫ້ເຫັນວ່າລາວກໍຍັງດີກວ່າຢູດາທີ່ທໍລະຍົດ.+ 12 ໃຫ້ເຈົ້າໄປແລະປະກາດຄຳເວົ້າເຫຼົ່ານີ້ກັບທາງເໜືອ.+
‘ພະເຢໂຫວາເວົ້າວ່າ “ອິດສະຣາເອນທີ່ຫັກຫຼັງເຮົາເອີ້ຍ ໃຫ້ກັບມາສະ.+ ເຮົາຈະບໍ່ເບິ່ງເຈົ້າແບບໃຈຮ້າຍແລ້ວ+ ຍ້ອນເຮົາສັດຊື່ຕໍ່ເຈົ້າ.” ພະເຢໂຫວາເວົ້າໄວ້ແນວນີ້. “ເຮົາຈະບໍ່ຄຽດໃຫ້ເຈົ້າຕະຫຼອດໄປ 13 ຂໍພຽງແຕ່ເຈົ້າຍອມຮັບວ່າໄດ້ເຮັດຜິດ ຍ້ອນເຈົ້າໄດ້ກະບົດຕໍ່ພະເຢໂຫວາພະເຈົ້າຂອງເຈົ້າ. ເຈົ້າໄປນອນນຳຄົນແປກໜ້າ*ຢູ່ກ້ອງຕົ້ນໄມ້ໃຫຍ່ທຸກຕົ້ນ ແຕ່ເຈົ້າບໍ່ໄດ້ເຊື່ອຟັງເຮົາ.” ພະເຢໂຫວາເວົ້າໄວ້ແນວນີ້.’”
14 ພະເຢໂຫວາເວົ້າວ່າ: “ລູກຊາຍທີ່ຫັກຫຼັງເຮົາ ໃຫ້ກັບມາຫາເຮົາ ຍ້ອນເຮົາໄດ້ກາຍມາເປັນເຈົ້ານາຍພຽງຜູ້ດຽວຂອງເຈົ້າ.* ເຮົາຈະລວບລວມເຈົ້າໜຶ່ງຄົນຈາກບ່ອນນີ້ແລະອີກສອງຄົນຈາກບ່ອນນັ້ນ* ແລະເຮົາຈະພາເຈົ້າໄປຊີໂອນ.+ 15 ເຮົາຈະໃຫ້ເຈົ້າມີຜູ້ລ້ຽງແກະທີ່ເຮັດຕາມຄວາມຕ້ອງການ*ຂອງເຮົາ.+ ເຂົາເຈົ້າຈະລ້ຽງເຈົ້າດ້ວຍຄວາມຮູ້ແລະຄວາມເຂົ້າໃຈຂອງເຈົ້າ. 16 ຕອນນັ້ນ ເຈົ້າຈະມີລູກມີຫຼານແລະມີຈຳນວນຫຼາຍຂຶ້ນໃນແຜ່ນດິນ.” ພະເຢໂຫວາເວົ້າໄວ້ແນວນີ້.+ “ເຈົ້າຈະບໍ່ເວົ້າກ່ຽວກັບຫີບສັນຍາຂອງພະເຢໂຫວາອີກຕໍ່ໄປ. ເຈົ້າຈະບໍ່ນຶກເຖິງຫີບນັ້ນ ຈະບໍ່ຈື່ແລະບໍ່ຄິດຮອດຫີບນັ້ນເລີຍ ແລະຫີບນັ້ນຈະບໍ່ຖືກເຮັດຂຶ້ນມາອີກ. 17 ໃນຕອນນັ້ນ ເຢຣູຊາເລັມຈະຖືກເອີ້ນວ່າບັນລັງຂອງພະເຢໂຫວາ+ ແລະທຸກຊາດຈະພາກັນມາສັນລະເສີນຊື່ຂອງພະເຢໂຫວາຢູ່ເມືອງເຢຣູຊາເລັມ.+ ເຈົ້າຈະບໍ່ດື້ແລະບໍ່ເຮັດຊົ່ວຕາມໃຈໂຕເອງອີກຕໍ່ໄປ.
18 ໃນຕອນນັ້ນ ຄົນຢູດາແລະຄົນອິດສະຣາເອນຈະຍ່າງມານຳກັນ+ ແລະເຂົາເຈົ້າຈະພາກັນມາຈາກແຜ່ນດິນທີ່ຢູ່ທາງເໜືອ ເພື່ອມາຢູ່ແຜ່ນດິນທີ່ເຮົາເອົາໃຫ້ປູ່ຍ່າຕານາຍຂອງເຈົ້າເປັນມໍລະດົກ.+ 19 ແລ້ວເຮົາກໍຄິດວ່າ ‘ເຮົາໄດ້ໃຫ້ເຈົ້າເປັນຄືກັບລູກຊາຍຂອງເຮົາ.* ເຮົາໄດ້ເອົາແຜ່ນດິນທີ່ເປັນຕາຢູ່ໃຫ້ເຈົ້າ ເຊິ່ງເປັນແຜ່ນດິນທີ່ງາມທີ່ສຸດເມື່ອທຽບກັບແຜ່ນດິນຂອງຊາດຕ່າງໆ.’*+ ເຮົາຍັງຄິດອີກວ່າເຈົ້າຈະເອີ້ນເຮົາວ່າ ‘ພໍ່ເອີ້ຍ’ ແລະເຈົ້າຈະບໍ່ປະຖິ້ມເຮົາ. 20 ‘ອິດສະຣາເອນເອີ້ຍ ເຈົ້າໄດ້ທໍລະຍົດເຮົາຄືກັບເມຍທີ່ທໍລະຍົດແລະປະຜົວ.’+ ພະເຢໂຫວາເວົ້າໄວ້ແນວນີ້.”
21 ມີສຽງດັງຢູ່ໂນນພູຫົວໂລ້ນ
ເປັນສຽງຮ້ອງໄຫ້ແລະສຽງອ້ອນວອນຂອງອິດສະຣາເອນ.
ເຂົາເຈົ້າເຮັດໃຫ້ທາງຂອງໂຕເອງຄົດບ້ຽວ.
ເຂົາເຈົ້າລືມພະເຢໂຫວາພະເຈົ້າຂອງເຂົາເຈົ້າ.+
22 “ລູກຊາຍທີ່ຫັກຫຼັງເຮົາເອີ້ຍ ໃຫ້ກັບມາຫາເຮົາ.
ເຮົາຈະປົວຫົວໃຈທີ່ທໍລະຍົດຂອງເຈົ້າ.”+
“ພະເຢໂຫວາພະເຈົ້າຂອງພວກເຮົາເອີ້ຍ ພວກເຮົາຢູ່ນີ້ແລ້ວ.
ພວກເຮົາມາຫາພະອົງແລ້ວ.+
23 ພວກເຮົາຫຼອກໂຕເອງໂດຍຈັດການສະຫຼອງສຽງດັງໃຫ້ພະເຈົ້າອື່ນຢູ່ໂນນພູແລະພູຕ່າງໆ.+
ແຕ່ແທ້ໆແລ້ວ ພະເຢໂຫວາພະເຈົ້າຂອງພວກເຮົາເປັນຜູ້ຊ່ວຍໃຫ້ລອດຂອງອິດສະຣາເອນ.+
24 ຕັ້ງແຕ່ຍັງນ້ອຍ ພະເຈົ້າທີ່ບໍ່ມີຄ່າ*ໄດ້ເອົາທຸກສິ່ງທຸກຢ່າງທີ່ປູ່ຍ່າຕານາຍຂອງພວກເຮົາຫາມາດ້ວຍຄວາມຍາກລຳບາກໄປ+
ທັງຝູງແກະແລະຝູງງົວ
ທັງລູກຊາຍແລະລູກສາວຂອງເຂົາເຈົ້າ.
25 ໃຫ້ພວກເຮົານອນລົງດ້ວຍຄວາມອັບອາຍ
ແລະໃຫ້ຄວາມຂາຍໜ້າປົກພວກເຮົາໄວ້
ຍ້ອນພວກເຮົາໄດ້ເຮັດຜິດຕໍ່ພະເຢໂຫວາພະເຈົ້າຂອງພວກເຮົາ.+
ພວກເຮົາແລະປູ່ຍ່າຕານາຍຂອງພວກເຮົາໄດ້ເຮັດຜິດຕັ້ງແຕ່ຕອນທີ່ພວກເຮົາຍັງນ້ອຍຈົນຮອດທຸກມື້ນີ້+
ແລະພວກເຮົາບໍ່ໄດ້ເຊື່ອຟັງພະເຢໂຫວາພະເຈົ້າຂອງພວກເຮົາເລີຍ.”