ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ພວກ​ອິດສະຣາເອນ​ໄປ​ຮອດ​ທະເລ​ແດງ (1-4)

      • ຟາໂຣ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ (5-14)

      • ພວກ​ອິດສະຣາເອນ​ຂ້າມ​ທະເລ​ແດງ (15-25)

      • ພວກ​ເອຢິບ​ຈົມ​ນ້ຳ​ຕາຍ​ຢູ່​ທະເລ​ແດງ (26-28)

      • ພວກ​ອິດສະຣາເອນ​ເຊື່ອ​ໝັ້ນ​ໃນ​ພະເຢໂຫວາ (29-31)

ອົບພະຍົບ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:17, 18

ອົບພະຍົບ 14:3

ໄຂເງື່ອນ

  • *

    ນີ້​ແມ່ນ​ຕຳແໜ່ງ​ກະສັດ​ຂອງ​ເອຢິບ

ອົບພະຍົບ 14:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 7:13; ຣມ 9:17, 18
  • +ອພຍ 9:15, 16; 15:11; 18:10, 11; ຢຊ 2:9, 10
  • +ອພຍ 7:5; 8:22

ອົບພະຍົບ 14:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:33

ອົບພະຍົບ 14:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:23

ອົບພະຍົບ 14:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 33:3

ອົບພະຍົບ 14:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:9

ອົບພະຍົບ 14:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:6, 7; ນຮຢ 9:9

ອົບພະຍົບ 14:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 16:3; 17:3; ຈຊບ 14:2-4; ພສ 106:7

ອົບພະຍົບ 14:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 5:21; 6:6, 9

ອົບພະຍົບ 14:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 14:9; ພບຍ 20:3; 2ຂຄ 20:15, 17; ພສ 27:1; 46:1; ອຊຢ 41:10
  • +2ຂຄ 20:17
  • +ອພຍ 14:30; 15:5; ພສ 136:15

ອົບພະຍົບ 14:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 1:30; 20:4; 2ຂຄ 20:29

ອົບພະຍົບ 14:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 9:15, 16

ອົບພະຍົບ 14:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:4; ຣມ 9:17, 18

ອົບພະຍົບ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 48:16; ອພຍ 32:34; ຈຊບ 20:16; ຢດ 9
  • +ອພຍ 13:21

ອົບພະຍົບ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 24:6, 7
  • +ພສ 105:39

ອົບພະຍົບ 14:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:16; ກຈກ 7:36
  • +ນຮຢ 9:10, 11; ພສ 78:13; 136:13; ອຊຢ 63:12
  • +ຢຊ 2:9, 10; ພສ 66:6; 106:9; 114:3

ອົບພະຍົບ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 10:1; ຮຣ 11:29
  • +ອພຍ 15:8

ອົບພະຍົບ 14:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:17

ອົບພະຍົບ 14:24

ໄຂເງື່ອນ

  • *

    ແມ່ນ​ໄລຍະ 2 ໂມງ​ຫາ 6 ໂມງ​ເຊົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 13:21

ອົບພະຍົບ 14:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 14:4

ອົບພະຍົບ 14:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:1, 4

ອົບພະຍົບ 14:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:5, 10; ພບຍ 11:3, 4; ຢຊ 24:6, 7; ນຮຢ 9:10, 11; ພສ 78:53; ຮຣ 11:29
  • +ອພຍ 14:13; ພສ 106:11; 136:15

ອົບພະຍົບ 14:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 77:19
  • +ອພຍ 15:8

ອົບພະຍົບ 14:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:20; ພສ 106:8-11

ອົບພະຍົບ 14:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 4:31; 19:9; ພສ 106:12

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 14:2ອພຍ 13:17, 18
ອພຍ. 14:4ອພຍ 7:13; ຣມ 9:17, 18
ອພຍ. 14:4ອພຍ 9:15, 16; 15:11; 18:10, 11; ຢຊ 2:9, 10
ອພຍ. 14:4ອພຍ 7:5; 8:22
ອພຍ. 14:5ອພຍ 12:33
ອພຍ. 14:6ອພຍ 14:23
ອພຍ. 14:8ຈຊບ 33:3
ອພຍ. 14:9ອພຍ 15:9
ອພຍ. 14:10ຢຊ 24:6, 7; ນຮຢ 9:9
ອພຍ. 14:11ອພຍ 16:3; 17:3; ຈຊບ 14:2-4; ພສ 106:7
ອພຍ. 14:12ອພຍ 5:21; 6:6, 9
ອພຍ. 14:13ຈຊບ 14:9; ພບຍ 20:3; 2ຂຄ 20:15, 17; ພສ 27:1; 46:1; ອຊຢ 41:10
ອພຍ. 14:132ຂຄ 20:17
ອພຍ. 14:13ອພຍ 14:30; 15:5; ພສ 136:15
ອພຍ. 14:14ພບຍ 1:30; 20:4; 2ຂຄ 20:29
ອພຍ. 14:17ອພຍ 9:15, 16
ອພຍ. 14:18ອພຍ 14:4; ຣມ 9:17, 18
ອພຍ. 14:19ປຖກ 48:16; ອພຍ 32:34; ຈຊບ 20:16; ຢດ 9
ອພຍ. 14:19ອພຍ 13:21
ອພຍ. 14:20ຢຊ 24:6, 7
ອພຍ. 14:20ພສ 105:39
ອພຍ. 14:21ອພຍ 14:16; ກຈກ 7:36
ອພຍ. 14:21ນຮຢ 9:10, 11; ພສ 78:13; 136:13; ອຊຢ 63:12
ອພຍ. 14:21ຢຊ 2:9, 10; ພສ 66:6; 106:9; 114:3
ອພຍ. 14:221ກຣ 10:1; ຮຣ 11:29
ອພຍ. 14:22ອພຍ 15:8
ອພຍ. 14:23ອພຍ 14:17
ອພຍ. 14:24ອພຍ 13:21
ອພຍ. 14:25ອພຍ 14:4
ອພຍ. 14:27ອພຍ 15:1, 4
ອພຍ. 14:28ອພຍ 15:5, 10; ພບຍ 11:3, 4; ຢຊ 24:6, 7; ນຮຢ 9:10, 11; ພສ 78:53; ຮຣ 11:29
ອພຍ. 14:28ອພຍ 14:13; ພສ 106:11; 136:15
ອພຍ. 14:29ພສ 77:19
ອພຍ. 14:29ອພຍ 15:8
ອພຍ. 14:30ພບຍ 4:20; ພສ 106:8-11
ອພຍ. 14:31ອພຍ 4:31; 19:9; ພສ 106:12
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 14:1-31

ອົບພະຍົບ

14 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: 2 “ບອກ​ພວກ​ອິດສະຣາເອນ​ໃຫ້​ກັບ​ຄືນ​ແລະ​ໄປ​ຕັ້ງ​ຄ້າຍ​ຢູ່​ບ່ອນ​ໜຶ່ງ​ກ່ອນ​ຈະ​ຮອດ​ປີຮາຮີໂຣດ ຢູ່​ລະຫວ່າງ​ມິກໂດນ​ກັບ​ທະເລ ບ່ອນ​ທີ່​ຈະ​ແນມ​ເຫັນ​ບາອານເຊໂຟນ.+ ໃຫ້​ພວກ​ເຈົ້າ​ຕັ້ງ​ຄ້າຍຢູ່​ແຄມທະເລ. 3 ແລ້ວ​ຟາໂຣ*ຊິ​ເວົ້າ​ວ່າ ‘ພວກ​ອິດສະຣາເອນ​ຫຼົງ​ທາງ​ແລ້ວ. ພວກ​ມັນ​ອອກ​ຈາກ​ບ່ອນ​ກັນດານ​ບໍ່​ໄດ້​ແລ້ວ.’ 4 ເຮົາ​ຈະ​ປ່ອຍ​ໃຫ້​ຟາໂຣ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ+ ແລະ​ລາວ​ຈະ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ​ໄປ. ເຮົາ​ຈະ​ເອົາຊະນະຟາໂຣ​ກັບ​ກອງ​ທັບ​ທັງ​ໝົດ​ຂອງ​ລາວ+ ແລະ​ພວກ​ເອຢິບ​ຈະ​ຮູ້​ວ່າ ເຮົາ​ແມ່ນ​ເຢໂຫວາ.”+ ແລ້ວ​ພວກ​ອິດສະຣາເອນ​ກໍ​ຕັ້ງ​ຄ້າຍ​ຕາມ​ທີ່​ເພິ່ນ​ບອກ.

5 ເມື່ອ​ກະສັດ​ເອຢິບ​ໄດ້​ຍິນ​ວ່າ​ພວກ​ອິດສະຣາເອນ​ອອກ​ໄປ​ແລ້ວ ກະສັດ​ເອຢິບ​ກັບ​ພວກ​ຄົນ​ຮັບ​ໃຊ້​ຂອງ​ລາວ​ກໍ​ປ່ຽນ​ໃຈ​ທັນທີ+​ແລະ​ເວົ້າ​ວ່າ: “ເປັນ​ຫຍັງ​ພວກ​ເຮົາ​ຈຶ່ງປ່ອຍ​ໃຫ້ພວກ​ອິດສະຣາເອນ​ໄປ ແທນ​ທີ່​ຈະ​ໃຫ້​ພວກ​ມັນ​ເປັນ​ທາດ​ພວກ​ເຮົາ​ຕໍ່​ໄປ?” 6 ແລ້ວ​ກະສັດ​ເອຢິບ​ກໍ​ກຽມ​ລົດ​ຮົບ​ແລະພາ​ທະຫານໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ.+ 7 ລາວ​ເອົາ​ລົດ​ຮົບ​ທີ່​ດີ​ທີ່​ສຸດ 600 ຄັນ​ແລະ​ລົດ​ຮົບ​ອື່ນ​ໆ​ທັງ​ໝົດ​ຂອງ​ເອຢິບ​ໄປ ມີ​ທະຫານ​ຢູ່​ເທິງ​ລົດ​ຮົບ​ເຫຼົ່າ​ນັ້ນ​ທຸກ​ຄັນ. 8 ພະ​ເຢໂຫວາ​ປ່ອຍ​ໃຫ້​ກະສັດ​ເອຢິບ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ. ລາວ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ​ທີ່​ກຳລັງ​ເດີນ​ທາງ​ດ້ວຍ​ຄວາມ​ໝັ້ນໃຈ.+ 9 ແລ້ວ​ພວກ​ເອຢິບ​ກໍ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ.+ ຕອນ​ນັ້ນ ພວກ​ອິດສະຣາເອນ​ຕັ້ງ​ຄ້າຍ​ຢູ່​ແຄມ​ທະເລ ກ່ອນ​ທີ່​ຈະ​ຮອດ​ປີຮາຮີໂຣດ ເຊິ່ງ​ແນມ​ເຫັນ​ບາອານເຊໂຟນ.

10 ແລ້ວ​ລົດ​ຮົບ​ຂອງ​ກະສັດ ທະຫານ​ມ້າ ແລະ​ທະຫານ​ກໍ​ເຂົ້າ​ມາ​ໃກ້​ຄ້າຍ​ຂອງ​ພວກ​ອິດສະຣາເອນ. ເມື່ອ​ພວກ​ອິດສະຣາເອນ​ເຫັນ​ຟາໂຣ​ກັບ​ກອງ​ທັບເອຢິບ​ໃກ້​ຊິ​ມາ​ຮອດ​ແລ້ວ ເຂົາ​ເຈົ້າ​ກໍ​ຢ້ານ​ຫຼາຍ​ແລະ​ໄດ້​ຮ້ອງ​ຂໍ​ໃຫ້​ພະ​ເຢໂຫວາ​ຊ່ວຍ.+ 11 ເຂົາ​ເຈົ້າ​ເວົ້າ​ໃຫ້​ໂມເຊ​ວ່າ: “ຢູ່​ເອຢິບ​ບໍ່​ມີ​ບ່ອນ​ຝັງ​ສົບ​ແລ້ວ​ເບາະ! ເຈົ້າ​ຈຶ່ງ​ພາ​ພວກ​ເຮົາ​ມາ​ຕາຍ​ຢູ່​ບ່ອນ​ກັນດານ​ນີ້?+ ເຈົ້າ​ພາ​ພວກ​ເຮົາ​ອອກ​ມາ​ຈາກ​ເອຢິບ​ເຮັດ​ຫຍັງ? 12 ຕອນ​ຢູ່​ເອຢິບ​ພວກ​ເຮົາ​ກໍ​ບອກ​ເຈົ້າ​ແລ້ວ​ບໍ່​ແມ່ນ​ບໍ​ວ່າ ‘ຢ່າ​ມາ​ຫຍຸ້ງ​ກັບ​ພວກ​ເຮົາ! ປ່ອຍ​ໃຫ້​ພວກ​ເຮົາ​ຮັບ​ໃຊ້​ພວກ​ເອຢິບ.’ ໃຫ້​ພວກ​ເຮົາ​ເປັນ​ທາດ​ຂອງ​ພວກ​ເຂົາ​ກະ​ຍັງ​ຊິ​ດີ​ກວ່າ​ມາ​ຕາຍ​ຢູ່​ບ່ອນ​ກັນດານ​ນີ້.”+ 13 ໂມເຊ​ຕອບ​ພວກ​ອິດສະຣາເອນ​ວ່າ: “ບໍ່​ຕ້ອງ​ຢ້ານ​ເດີ້.+ ໃຫ້​ຢືນ​ຢູ່​ຊື່​ໆ​ແລະ​ເບິ່ງ​ວ່າ​ມື້​ນີ້​ພະ​ເຢໂຫວາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ລອດ​ແນວ​ໃດ.+ ພວກ​ເອຢິບ​ທີ່​ພວກ​ເຈົ້າ​ເຫັນ​ໃນ​ມື້​ນີ້ ພວກ​ເຈົ້າ​ຈະ​ບໍ່​ເຫັນ​ພວກ​ເຂົາ​ອີກ​ເລີຍ.+ 14 ພະ​ເຢໂຫວາ​ຈະ​ຕໍ່ສູ້​ໃຫ້​ພວກ​ເຈົ້າ+ແລະ​ພວກ​ເຈົ້າ​ຈະ​ຢືນ​ຢູ່ງຽບ​ໆ​.”

15 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ວ່າ: “ເປັນ​ຫຍັງ​ພວກ​ເຈົ້າ​ຮ້ອງ​ຂໍ​ໃຫ້​ເຮົາ​ຊ່ວຍ? ບອກ​ພວກ​ອິດສະຣາເອນ​ວ່າ​ໃຫ້ເດີນ​ທາງ​ຕໍ່​ໄປໄດ້​ແລ້ວ. 16 ໃຫ້​ເຈົ້າ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລະ​ຊີ້​ໄປ​ທາງ​ທະເລ ແລ້ວ​ນ້ຳ​ທະເລ​ກໍ​ຈະແຍກອອກ​ຈາກ​ກັນ ເພື່ອ​ໃຫ້​ພວກ​ອິດສະຣາເອນ​ຍ່າງ​ໄປ​ເທິງ​ພື້ນ​ທະເລ​ທີ່​ແຫ້ງ. 17 ແຕ່​ເຮົາ​ຈະ​ປ່ອຍ​ໃຫ້​ພວກ​ເອຢິບ​ເປັນ​ຄົນ​ຫົວ​ແຂງ​ຕໍ່​ໄປ ພວກ​ເຂົາ​ຊິ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ. ເຮົາ​ຈະ​ເອົາ​ຊະນະ​ຟາໂຣ​ກັບ​ກອງ​ທັບ​ທັງ​ໝົດ​ຂອງ​ລາວ ພ້ອມ​ກັບ​ລົດ​ຮົບ​ແລະ​ທະຫານ​ມ້າ​ຂອງ​ລາວ ເພື່ອ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຽດ.+ 18 ເມື່ອ​ເຮົາ​ຊະນະ​ຟາໂຣ​ກັບ​ກອງ​ທັບ​ຂອງ​ລາວ ພ້ອມ​ກັບ​ລົດ​ຮົບ​ແລະ​ທະຫານ​ມ້າ​ເພື່ອ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ກຽດ​ແລ້ວ ທຸກ​ຄົນ​ກໍ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ.”+

19 ແລ້ວ​ທູດສະຫວັນ​ຂອງ​ພະເຈົ້າ​ທ່ຽງແທ້+​ທີ່​ນຳ​ໜ້າ​ພວກອິດສະຣາເອນ​ກໍຍ້າຍ​ໄປ​ຢູ່​ທາງ​ຫຼັງ​ຂອງ​ເຂົາ​ເຈົ້າ ແລະເສົາ​ຂີ້ເຝື້ອທີ່​ຢູ່​ທາງ​ໜ້າ​ຂອງ​ເຂົາ​ເຈົ້າ​ກໍ​ຍ້າຍ​ໄປ​ຢູ່​ທາງ​ຫຼັງ​ຄື​ກັນ.+ 20 ເສົາ​ຂີ້ເຝື້ອ​ນີ້​ຕັ້ງ​ຢູ່​ລະຫວ່າງ​ຄ້າຍ​ຂອງ​ພວກ​ເອຢິບ​ກັບ​ຄ້າຍ​ຂອງ​ພວກ​ອິດສະຣາເອນ.+ ເສົາ​ຂີ້ເຝື້ອ​ນີ້​ເຮັດ​ໃຫ້​ເບື້ອງ​ພວກ​ເອຢິບ​ມືດ ແຕ່​ເບື້ອງ​ພວກ​ອິດສະຣາເອນ​ແຈ້ງ.+ ຕະຫຼອດ​ຄືນ​ນັ້ນ ພວກ​ເອຢິບ​ບໍ່​ໄດ້​ຫຍັບ​ເຂົ້າ​ມາ​ໃກ້​ພວກ​ອິດສະຣາເອນ​ເລີຍ.

21 ໂມເຊ​ໄດ້​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລະ​ຊີ້​ໄປ​ທາງ​ທະເລ+ ແລ້ວ​ພະ​ເຢໂຫວາ​ກໍເຮັດ​ໃຫ້​ມີ​ລົມ​ແຮງຈາກ​ທາງ​ທິດ​ຕາເວັນ​ອອກ​ພັດ​ໃສ່​ທະເລ​ໝົດ​ຄືນ. ນ້ຳ​ກໍແຍກ​ຈາກ​ກັນ+ແລະ​ເຮັດ​ໃຫ້​ພື້ນ​ທະເລ​ກາຍ​ເປັນ​ດິນ​ແຫ້ງ.+ 22 ພວກ​ອິດສະຣາເອນ​ຍ່າງ​ຂ້າມ​ທະເລ​ຜ່ານ​ທາງ​ດິນ​ແຫ້ງ​ນັ້ນ.+ ນ້ຳ​ໃນ​ທະເລ​ໄດ້​ຕັ້ງ​ເປັນ​ກຳແພງ​ຢູ່​ເບື້ອງ​ຊ້າຍ​ແລະ​ເບື້ອງ​ຂວາ​ຂອງ​ເຂົາ​ເຈົ້າ.+ 23 ກອງທັບ​ເອຢິບ​ທັງໝົດ ທັງ​ພວກ​ທະຫານ​ມ້າ ພວກ​ທະຫານ ແລະ​ລົດ​ຮົບ​ຂອງ​ຟາໂຣ​ກໍ​ໄລ່​ນຳ​ຫຼັງ​ພວກ​ອິດສະຣາເອນ​ໄປ​ເທິງ​ດິນ​ແຫ້ງ​ຂອງ​ທະເລ​ນັ້ນ.+ 24 ເມື່ອໃກ້​ຊິແຈ້ງ* ພະ​ເຢໂຫວາ​ເບິ່ງ​ພວກ​ທະຫານ​ເອຢິບ​ຈາກ​ເສົາ​ທີ່​ເປັນ​ໄຟ​ແລະ​ຂີ້ເຝື້ອ+ ແລະ​ເພິ່ນ​ກໍ​ເຮັດ​ໃຫ້​ພວກ​ທະຫານ​ເອຢິບ​ສັບ​ສົນ​ວຸ່ນວາຍ. 25 ເພິ່ນ​ເຮັດ​ໃຫ້​ກົງ​ລົດ​ຮົບ​ຂອງ​ພວກ​ທະຫານ​ເອຢິບ​ຫຼຸດ​ອອກ​ເພື່ອ​ເຮັດ​ໃຫ້​ພວກ​ເຂົາ​ຂັບ​ໄປ​ຍາກ. ພວກ​ເອຢິບ​ຈຶ່ງ​ເວົ້າ​ວ່າ: “ໃຫ້​ພວກ​ເຮົາ​ຖອຍ​ໜີ​ໄປ​ຈາກ​ພວກ​ອິດສະຣາເອນ​ໄວ​ໆ​ ຍ້ອນພະ​ເຢໂຫວາ​ຢູ່​ຝ່າຍ​ພວກ​ເຂົາແລະ​ຕໍ່ສູ້​ພວກ​ເຮົາ​ຢູ່.”+

26 ແລ້ວ​ພະ​ເຢໂຫວາ​ກໍ​ບອກ​ໂມເຊ​ວ່າ: “ໃຫ້​ເຈົ້າ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລະ​ຊີ້​ໄປ​ທາງ​ທະເລ​ເພື່ອ​ນ້ຳ​ຈະເຊົາ​ແຍກ​ຈາກ​ກັນ ແລ້ວໄຫຼ​ທັບພວກ​ເອຢິບ ພວກ​ລົດ​ຮົບ ແລະ​ພວກ​ທະຫານ​ມ້າ.” 27 ໂມເຊ​ກໍ​ຍົກ​ໄມ້ຄ້ອນເທົ້າ​ຂຶ້ນ​ແລະ​ຊີ້​ໄປ​ທາງ​ທະເລ​ທັນທີ. ຕອນ​ໃກ້​ຊິ​ແຈ້ງ​ນ້ຳ​ທະເລ​ກໍ​ໄຫຼ​ກັບ​ມາ​ຄື​ເກົ່າ. ເມື່ອ​ພວກ​ເອຢິບ​ພະຍາຍາມ​ໜີ​ຈາກ​ນ້ຳ ພະ​ເຢໂຫວາ​ກໍຖິ້ມພວກ​ເຂົາ​ໄວ້​ຢູ່​ກາງ​ທະເລ.+ 28 ນ້ຳ​ທະເລ​ໄຫຼ​ມາ​ທັບ​ພວກ​ລົດ​ຮົບ ພວກ​ທະຫານ​ມ້າ ແລະ​ກອງ​ທັບ​ທັງ​ໝົດ​ຂອງ​ຟາໂຣ.+ ບໍ່​ມີ​ໃຜ​ລອດ​ຈັກ​ຄົນ.+

29 ແຕ່​ພວກ​ອິດສະຣາເອນ​ຍ່າງ​ຢູ່​ເທິງ​ພື້ນ​ທະເລ​ທີ່​ເປັນ​ດິນ​ແຫ້ງ+​ແລະ​ນ້ຳ​ກໍ​ຕັ້ງ​ເປັນ​ກຳແພງ​ຢູ່​ເບື້ອງ​ຊ້າຍ​ແລະ​ເບື້ອງ​ຂວາ​ຂອງ​ເຂົາ​ເຈົ້າ.+ 30 ໃນ​ມື້​ນັ້ນ ພະ​ເຢໂຫວາ​ຊ່ວຍ​ພວກ​ອິດສະຣາເອນ​ໃຫ້​ລອດ​ຈາກ​ພວກ​ເອຢິບ+ ແລະ​ພວກ​ອິດສະຣາເອນ​ກໍ​ເຫັນ​ຊາກ​ສົບ​ຂອງ​ພວກ​ເອຢິບ​ຄ້າງ​ຢູ່​ຕາມແຄມ​ຝັ່ງ. 31 ເມື່ອ​ພວກ​ອິດສະຣາເອນ​ເຫັນ​ພະເຢໂຫວາ​ທຳລາຍ​ພວກ​ເອຢິບດ້ວຍ​ລິດ​ເດດ​ອັນ​ຍິ່ງ​ໃຫຍ່ຂອງ​ເພິ່ນ ເຂົາ​ເຈົ້າ​ກໍຢ້ານຢຳພະເຢໂຫວາ​ແລະ​ເຊື່ອ​ໝັ້ນ​ໃນ​ພະເຢໂຫວາ​ກັບ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌