ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ມັດທາຍ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມມັດທາຍ

      • ໂຢຮັນ​ຜູ້​ໃຫ້​ບັບເຕມາ​ຖືກ​ຕັດ​ຫົວ (1-12)

      • ພະ​ເຢຊູ​ລ້ຽງ​ເຂົ້າ​ຜູ້​ຊາຍ 5.000 ຄົນ (13-21)

      • ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ (22-33)

      • ພະ​ເຢຊູ​ປົວ​ຄົນ​ເຈັບ​ປ່ວຍ​ຢູ່​ເມືອງ​ເຄັນເນຊາເຣັດ (34-36)

ມັດທາຍ 14:1

ໄຂເງື່ອນ

  • *

    ໝາຍເຖິງ​ເຮໂຣດ​ອັນຕິປາ. ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:14; ລກ 9:7-9; ກຈກ 4:27

ມັດທາຍ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 16:13, 14; ມຣກ 6:16

ມັດທາຍ 14:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:17, 18; ລກ 3:19, 20

ມັດທາຍ 14:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:16; 20:21

ມັດທາຍ 14:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:20; ລກ 1:67, 76

ມັດທາຍ 14:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:20-22
  • +ມຣກ 6:21-29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 44

ມັດທາຍ 14:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:25

ມັດທາຍ 14:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:31-33; ລກ 9:10

ມັດທາຍ 14:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:36; 15:32; ມຣກ 1:41; 6:34; ລກ 7:13; ຮຣ 2:17; 5:2
  • +ລກ 9:11

ມັດທາຍ 14:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:35-44; ລກ 9:12-17; ຢຮ 6:5-13

ມັດທາຍ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 15:36; ມຣກ 6:41; ລກ 9:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ມັດທາຍ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 4:42-44; ມຣກ 6:42, 43; 8:8; ລກ 9:17; ຢຮ 6:12, 13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ມັດທາຍ 14:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:44; ລກ 9:14; ຢຮ 6:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 16

ມັດທາຍ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:45-52; ຢຮ 6:16-21

ມັດທາຍ 14:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:46; ລກ 6:12; 9:18

ດັດສະນີ

  • ຄູ່ມືຄົ້ນຄວ້າ

    “ຕາມເຮົາໄປ” ໜ້າ 134

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 9

ມັດທາຍ 14:25

ໄຂເງື່ອນ

  • *

    ໝາຍເຖິງ​ປະມານ 3 ໂມງ​ເຊົ້າ​ຈົນ​ຮອດ​ຕອນ​ຕາເວັນ​ຂຶ້ນ​ປະມານ 6 ໂມງ​ເຊົ້າ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2018, ໜ້າ 14

ມັດທາຍ 14:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:50; ຢຮ 6:20

ມັດທາຍ 14:28

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2021, ໜ້າ 17-18

ມັດທາຍ 14:29

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2021, ໜ້າ 17-18

ມັດທາຍ 14:30

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2021, ໜ້າ 17-18

    ຫໍສັງເກດການ

    15/9/2015, ໜ້າ 16-17

ມັດທາຍ 14:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 6:30; 8:26; 28:16, 17; ຢກບ 1:6

ມັດທາຍ 14:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:53-56

ມັດທາຍ 14:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 9:20, 21; ມຣກ 3:10; ລກ 6:19

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ມທ. 14:1ມຣກ 6:14; ລກ 9:7-9; ກຈກ 4:27
ມທ. 14:2ມທ 16:13, 14; ມຣກ 6:16
ມທ. 14:3ມຣກ 6:17, 18; ລກ 3:19, 20
ມທ. 14:4ລລວ 18:16; 20:21
ມທ. 14:5ມຣກ 6:20; ລກ 1:67, 76
ມທ. 14:6ປຖກ 40:20-22
ມທ. 14:6ມຣກ 6:21-29
ມທ. 14:8ມຣກ 6:25
ມທ. 14:13ມຣກ 6:31-33; ລກ 9:10
ມທ. 14:14ມທ 9:36; 15:32; ມຣກ 1:41; 6:34; ລກ 7:13; ຮຣ 2:17; 5:2
ມທ. 14:14ລກ 9:11
ມທ. 14:15ມຣກ 6:35-44; ລກ 9:12-17; ຢຮ 6:5-13
ມທ. 14:19ມທ 15:36; ມຣກ 6:41; ລກ 9:16
ມທ. 14:202ກສ 4:42-44; ມຣກ 6:42, 43; 8:8; ລກ 9:17; ຢຮ 6:12, 13
ມທ. 14:21ມຣກ 6:44; ລກ 9:14; ຢຮ 6:10
ມທ. 14:22ມຣກ 6:45-52; ຢຮ 6:16-21
ມທ. 14:23ມຣກ 6:46; ລກ 6:12; 9:18
ມທ. 14:27ມຣກ 6:50; ຢຮ 6:20
ມທ. 14:31ມທ 6:30; 8:26; 28:16, 17; ຢກບ 1:6
ມທ. 14:34ມຣກ 6:53-56
ມທ. 14:36ມທ 9:20, 21; ມຣກ 3:10; ລກ 6:19
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
ຄຳພີໄບເບິນສະບັບແປໂລກໃໝ່
ມັດທາຍ 14:1-36

ຂ່າວດີທີ່ຂຽນໂດຍມັດທາຍ

14 ຕອນ​ທີ່​ເຮໂຣດ*​ຜູ້​ປົກຄອງ​ເຂດ​ຄາລີເລ​ໄດ້​ຍິນ​ເລື່ອງ​ຂອງ​ພະ​ເຢຊູ+ 2 ລາວ​ເວົ້າ​ກັບ​ພວກ​ທີ່​ປຶກສາ​ວ່າ: “ຜູ້​ນີ້​ຕ້ອງ​ແມ່ນ​ໂຢຮັນ​ຜູ້​ໃຫ້​ບັບເຕມາ. ລາວ​ຄືນ​ມາ​ຈາກ​ຕາຍ​ແລ້ວ ຍ້ອນ​ແນວ​ນີ້​ລາວ​ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້.”+ 3 ກ່ອນ​ໜ້າ​ນີ້ ເຮໂຣດ​ຈັບ​ໂຢຮັນ​ໄປ​ລ່າມ​ໂສ້​ແລະ​ຂັງ​ໄວ້​ໃນ​ຄຸກ ຍ້ອນ​ເລື່ອງ​ຂອງ​ເຮໂຣເດຍ​ທີ່​ເຄີຍ​ເປັນ​ເມຍ​ຂອງ​ຟີລິບ​ທີ່​ເປັນ​ອ້າຍ​ຂອງ​ເຮໂຣດ.+ 4 ໂຢຮັນ​ເຄີຍ​ເວົ້າ​ກັບ​ເຮໂຣດ​ຫຼາຍ​ເທື່ອ​ວ່າ: “ມັນ​ຜິດ​ເດີ້​ທີ່​ທ່ານ​ເອົາ​ເຮໂຣເດຍ​ມາ​ເປັນ​ເມຍ.”+ 5 ເຖິງ​ວ່າ​ເຣໂຣດ​ຢາກ​ຈະ​ຂ້າ​ໂຢຮັນ ແຕ່​ລາວ​ກໍ​ຢ້ານ​ປະຊາຊົນ ຍ້ອນ​ເຂົາເຈົ້າ​ຖື​ວ່າ​ໂຢຮັນ​ເປັນ​ຜູ້​ພະຍາກອນ.+ 6 ໃນ​ງານ​ວັນ​ເກີດ​ຂອງ​ເຮໂຣດ+ ລູກ​ສາວ​ຂອງ​ເຮໂຣເດຍ​ໄດ້​ອອກ​ມາ​ເຕັ້ນ​ໃຫ້​ເຮໂຣດ​ກັບ​ແຂກ​ເບິ່ງ ແລະ​ເຮໂຣດ​ພໍໃຈ​ຫຼາຍ.+ 7 ເຮໂຣດ​ສັນຍາ​ວ່າ​ຈະ​ເອົາ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ຜູ້​ຍິງ​ຄົນ​ນີ້​ຕາມ​ທີ່​ລາວ​ຂໍ. 8 ລາວ​ຈຶ່ງ​ຂໍ​ກັບ​ເຮໂຣດ​ຕາມ​ທີ່​ແມ່​ບອກ​ໂດຍ​ເວົ້າ​ວ່າ: “ຂ້ອຍ​ຢາກ​ໄດ້​ຫົວ​ຂອງ​ໂຢຮັນ​ຜູ້​ໃຫ້​ບັບເຕມາ ເອົາ​ໃສ່​ຖາດ​ມາ​ໃຫ້​ຂ້ອຍ.”+ 9 ຄຳ​ຂໍ​ນີ້​ເຮັດ​ໃຫ້​ເຮໂຣດ​ລຳບາກ​ໃຈ ແຕ່​ກໍ​ຕ້ອງ​ໃຫ້​ຕາມ​ທີ່​ລາວ​ຂໍ​ຍ້ອນ​ໄດ້​ສັນຍາ​ຕໍ່​ໜ້າ​ແຂກ​ທີ່​ກິນ​ເຂົ້າ​ນຳ​ກັນ. 10 ເຮໂຣດ​ຈຶ່ງ​ໃຊ້​ຄົນ​ໃຫ້​ໄປ​ຕັດ​ຫົວ​ຂອງ​ໂຢຮັນ​ຢູ່​ໃນ​ຄຸກ. 11 ແລ້ວ​ເອົາ​ຫົວ​ຂອງ​ໂຢຮັນ​ໃສ່​ຖາດ​ມາ​ໃຫ້​ລູກ​ສາວ​ຂອງ​ເຮໂຣເດຍ ແລະ​ລາວ​ກໍ​ເອົາ​ໄປ​ໃຫ້​ແມ່. 12 ພວກ​ລູກສິດ​ຂອງ​ໂຢຮັນ​ໄດ້​ມາ​ເອົາ​ສົບ​ຂອງ​ລາວ​ໄປ​ຝັງ. ຈາກນັ້ນ ເຂົາເຈົ້າ​ກໍ​ໄປ​ເລົ່າ​ເລື່ອງ​ນີ້​ໃຫ້​ພະ​ເຢຊູ​ຟັງ. 13 ເມື່ອ​ຮູ້​ເລື່ອງ​ນີ້​ພະ​ເຢຊູ​ກໍ​ຂຶ້ນ​ເຮືອ​ໄປ​ຈາກ​ບ່ອນ​ນັ້ນ ແລ້ວ​ໄປ​ໃນ​ບ່ອນ​ທີ່​ຫ່າງ​ໄກ​ຈາກ​ຄົນ​ຍ້ອນ​ຢາກ​ຢູ່​ຄົນ​ດຽວ. ແຕ່​ເມື່ອ​ຄົນ​ຕາມ​ເມືອງ​ຕ່າງ​ໆ​ຮູ້​ວ່າ​ພະ​ເຢຊູ​ໄປ​ໃສ ເຂົາເຈົ້າ​ກໍ​ພາກັນ​ຍ່າງ​ໄປ​ຫາ​ເພິ່ນ​ຢູ່​ບ່ອນ​ນັ້ນ.+

14 ເມື່ອ​ມາ​ຮອດ​ອີກ​ຟາກ​ໜຶ່ງ ພະ​ເຢຊູ​ເຫັນ​ຄົນ​ບັກ​ຫຼາຍ​ໆ​ມາ​ຖ້າ​ຢູ່ ເພິ່ນ​ຮູ້ສຶກ​ອີ່ຕົນ​ເຂົາເຈົ້າ+​ແລະ​ໄດ້​ປົວ​ຄົນ​ທີ່​ເຈັບ​ປ່ວຍ.+ 15 ເມື່ອ​ຮອດ​ຕອນ​ແລງ ພວກ​ລູກສິດ​ມາ​ຫາ​ພະ​ເຢຊູ​ແລ້ວ​ເວົ້າ​ວ່າ: “ແຖວ​ນີ້​ບໍ່​ມີ​ຫຍັງ​ຂາຍ​ແລະ​ຕອນ​ນີ້​ກໍຄ່ຳແລ້ວ ພວກ​ເຮົາ​ບອກ​ປະຊາຊົນ​ໃຫ້​ໄປ​ຊອກ​ຊື້​ຂອງກິນ​ຕາມ​ບ້ານ​ທີ່​ຢູ່​ໃກ້​ໆ​ນີ້​ດີ​ບໍ່?”+ 16 ແຕ່​ພະ​ເຢຊູ​ບອກ​ລູກສິດ​ວ່າ: “ບໍ່​ຕ້ອງ​ໃຫ້​ເຂົາເຈົ້າ​ໄປ​ໃສ​ດອກ. ໃຫ້​ພວກ​ເຈົ້າ​ຫັ້ນ​ແຫຼະ​ເອົາ​ຂອງກິນ​ໃຫ້​ເຂົາເຈົ້າ​ກິນ.” 17 ພວກ​ລູກສິດ​ບອກ​ເພິ່ນ​ວ່າ: “ພວກ​ເຮົາ​ມີ​ແຕ່​ເຂົ້າຈີ່ 5 ອັນ​ກັບ​ປາ 2 ໂຕ.” 18 ພະ​ເຢຊູ​ບອກ​ວ່າ: “ເອົາ​ເຂົ້າຈີ່​ກັບ​ປາ​ມາ​ໃຫ້​ຂ້ອຍ.” 19 ເພິ່ນ​ສັ່ງ​ໃຫ້​ທຸກ​ຄົນ​ນັ່ງ​ລົງ​ເທິງ​ຫຍ້າ. ຈາກນັ້ນ ເພິ່ນ​ກໍ​ຈັບ​ເອົາ​ເຂົ້າຈີ່ 5 ອັນ​ກັບ​ປາ 2 ໂຕ ແລ້ວ​ເງີຍ​ໜ້າ​ຂຶ້ນ​ຟ້າ​ແລະ​ອະທິດຖານ.+ ເພິ່ນ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກ​ລູກສິດ ແລະ​ພວກ​ລູກສິດ​ກໍ​ຢາຍ​ໃຫ້​ປະຊາຊົນ. 20 ທຸກ​ຄົນ​ໄດ້​ກິນ​ຈົນ​ອີ່ມ ແລະ​ພວກ​ລູກສິດ​ກໍ​ທ້ອນ​ເຂົ້າຈີ່​ທີ່​ເຫຼືອ​ໄດ້​ເຕັມ 12 ກະຕ່າ.+ 21 ຄົນ​ທີ່​ໄດ້​ກິນ​ມີ​ຜູ້​ຊາຍ​ປະມານ 5.000 ຄົນ ເຊິ່ງ​ບໍ່​ນັບ​ຜູ້​ຍິງ​ກັບ​ເດັກນ້ອຍ.+ 22 ຈາກນັ້ນ ພະ​ເຢຊູ​ໃຫ້​ພວກ​ລູກສິດ​ຂຶ້ນ​ເຮືອ​ຂ້າມ​ຟາກ​ໄປ​ກ່ອນ ສ່ວນ​ເພິ່ນ​ກໍ​ຖ້າ​ສົ່ງ​ປະຊາຊົນ​ຢູ່​ບ່ອນ​ນັ້ນ.+

23 ເມື່ອ​ຄົນ​ເມືອ​ໝົດ​ແລ້ວ ພະ​ເຢຊູ​ຂຶ້ນ​ໄປ​ອະທິດຖານ​ຢູ່​ເທິງ​ພູ​ຄົນ​ດຽວ.+ ເມື່ອ​ຄ່ຳ​ແລ້ວ ເພິ່ນ​ກໍ​ຍັງ​ຢູ່​ຫັ້ນ​ຄົນ​ດຽວ. 24 ຕອນ​ນັ້ນ ເຮືອ​ຂອງ​ພວກ​ລູກສິດ​ອອກ​ໄປ​ໄກ​ຈາກ​ຝັ່ງ​ຫຼາຍ​ຮ້ອຍ​ແມັດ​ແລ້ວ ແລະ​ແລ່ນ​ຕ້ານ​ລົມ​ແລະ​ຄື້ນ​ຢູ່. 25 ຕອນ​ໃກ້​ຊິ​ແຈ້ງ* ພະ​ເຢຊູ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ມາ​ຫາ​ເຂົາເຈົ້າ. 26 ເມື່ອ​ພວກ​ລູກສິດ​ເຫັນ​ຄົນ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ຈຶ່ງ​ຕື່ນ​ແລະ​ພາກັນ​ເວົ້າ​ວ່າ: “ແມ່ນ​ຫຍັງ​ຫັ້ນ!” ແລ້ວ​ເຂົາເຈົ້າ​ກໍ​ຮ້ອງ​ສຽງ​ເຫຼີ​ດ້ວຍ​ຄວາມ​ຢ້ານ. 27 ແຕ່​ພະ​ເຢຊູ​ບອກ​ເຂົາເຈົ້າ​ວ່າ: “ບໍ່​ຕ້ອງ​ຕົກໃຈ. ຂ້ອຍ​ເອງ ບໍ່​ຕ້ອງ​ຢ້ານ.”+ 28 ເປໂຕ​ເວົ້າ​ກັບ​ເພິ່ນ​ວ່າ: “ອາຈານ ຖ້າ​ແມ່ນ​ທ່ານ​ແທ້​ໆ​ ຂໍ​ໃຫ້​ຂ້ອຍ​ຍ່າງ​ເທິງ​ໜ້າ​ນ້ຳ​ໄປ​ຫາ​ທ່ານ​ໄດ້​ບໍ?” 29 ພະ​ເຢຊູ​ເວົ້າ​ວ່າ: “ມາ​ແມ້!” ເປໂຕ​ກໍ​ອອກ​ຈາກ​ເຮືອ​ແລ້ວ​ຍ່າງ​ຢູ່​ເທິງ​ໜ້າ​ນ້ຳ​ໄປ​ຫາ​ເພິ່ນ. 30 ແຕ່​ເມື່ອ​ແນມ​ເບິ່ງ​ພາຍຸ ລາວ​ກໍ​ຢ້ານ​ແລະ​ເລີ່ມ​ຊິ​ຈົມ​ນ້ຳ ລາວ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ: “ອາຈານ ຊ່ວຍ​ຂ້ອຍ​ແດ່!” 31 ພະ​ເຢຊູ​ຟ້າວ​ເດ່​ມື​ໄປ​ຈັບ​ເປໂຕ​ແລະ​ເວົ້າ​ວ່າ: “ເປັນ​ຫຍັງ​ຈຶ່ງ​ສົງໄສ ເຈົ້າ​ຄື​ມີ​ຄວາມ​ເຊື່ອ​ໜ້ອຍ​ແທ້?”+ 32 ເມື່ອ​ພະ​ເຢຊູ​ກັບ​ເປໂຕ​ຂຶ້ນ​ມາ​ຢູ່​ເທິງ​ເຮືອ​ແລ້ວ ພາຍຸ​ກໍ​ສະຫງົບ​ລົງ. 33 ລູກສິດ​ທີ່​ຢູ່​ໃນ​ເຮືອ​ຈຶ່ງ​ໝູບ​ລົງ​ສະແດງ​ຄວາມ​ນັບຖື​ເພິ່ນ​ແລະ​ເວົ້າ​ວ່າ: “ທ່ານ​ເປັນ​ລູກ​ຂອງ​ພະເຈົ້າ​ແທ້​ໆ​.” 34 ແລ້ວ​ພະ​ເຢຊູ​ກັບ​ລູກສິດ​ກໍ​ຂ້າມ​ມາ​ຮອດ​ຝັ່ງ​ເຄັນເນຊາເຣັດ.+

35 ເມື່ອ​ຄົນຢູ່​ຫັ້ນຮູ້​ວ່າ​ພະ​ເຢຊູ​ມາ ເຂົາເຈົ້າ​ໄດ້​ບອກ​ຕໍ່​ໆ​ກັນ​ໄປ​ທົ່ວ​ແຖວ​ນັ້ນ ແລ້ວ​ຄົນ​ທີ່​ຢູ່​ແຖວ​ນັ້ນ​ກໍ​ພາ​ຄົນ​ເຈັບ​ປ່ວຍ​ມາ​ຫາ​ເພິ່ນ. 36 ເຂົາເຈົ້າ​ອ້ອນວອນ​ພະ​ເຢຊູ​ວ່າ ຂໍ​ບາຍ​ແຕ່​ຍອຍ​ເສື້ອ​ຄຸມ​ຂອງ​ເພິ່ນ​ເທົ່າ​ນັ້ນ​ກໍ​ພໍ​ແລ້ວ+ ແລະ​ທຸກ​ຄົນ​ທີ່​ໄດ້​ບາຍ​ຍອຍ​ເສື້ອ​ນັ້ນ​ກໍ​ເຊົາ​ເຈັບ​ປ່ວຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌