ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ມັດຄິວ*ຂອງລູກຫຼານໂກຣາ.+
44 ພະເຈົ້າເອີ້ຍ ພວກເຮົາໄດ້ຍິນກັບຫູຂອງພວກເຮົາແລ້ວ.
ປູ່ຍ່າຕານາຍຂອງພວກເຮົາໄດ້ເລົ່າໃຫ້ຟັງ+
ກ່ຽວກັບສິ່ງທີ່ພະອົງເຮັດໃນສະໄໝຂອງເຂົາເຈົ້າ
ເມື່ອດົນນານມາແລ້ວ.
ພະອົງໄດ້ເອົາຊະນະຊາດຕ່າງໆແລະໄລ່ເຂົາເຈົ້າໜີ.+
3 ປູ່ຍ່າຕານາຍຂອງພວກເຮົາຍຶດເອົາແຜ່ນດິນນັ້ນໄດ້+ ບໍ່ແມ່ນຍ້ອນດາບຂອງເຂົາເຈົ້າ
ແລະເຂົາເຈົ້າເອົາຊະນະໄດ້ ບໍ່ແມ່ນຍ້ອນກຳລັງຂອງເຂົາເຈົ້າເອງ+
5 ພວກເຮົາຈະໄລ່ພວກສັດຕູໃຫ້ຖອຍໜີໄປດ້ວຍຄວາມຊ່ວຍເຫຼືອຈາກພະອົງ.+
ພວກເຮົາຈະຢຽບຄົນທີ່ມາຕໍ່ສູ້ພວກເຮົາດ້ວຍຄວາມໝັ້ນໃຈໃນຊື່ຂອງພະອົງ.+
6 ຂ້ອຍບໍ່ໄດ້ໄວ້ໃຈທະນູຂອງຂ້ອຍ
ແລະດາບຂອງຂ້ອຍກໍຊ່ວຍຂ້ອຍໃຫ້ລອດບໍ່ໄດ້.+
7 ແຕ່ພະອົງນີ້ແຫຼະເປັນຜູ້ຊ່ວຍພວກເຮົາໃຫ້ລອດຈາກສັດຕູ.+
ພະອົງເຮັດໃຫ້ຜູ້ທີ່ຊັງພວກເຮົາອັບອາຍຂາຍໜ້າ.
8 ພວກເຮົາຈະສັນລະເສີນພະເຈົ້າໝົດມື້ໝົດເວັນ
ແລະພວກເຮົາຈະຍົກຍ້ອງຊື່ຂອງພະອົງຕະຫຼອດໄປ. (ເຊລາ)*
9 ແຕ່ຕອນນີ້ ພະອົງພັດຖິ້ມພວກເຮົາແລະເຮັດໃຫ້ພວກເຮົາອັບອາຍຂາຍໜ້າ.
ພະອົງບໍ່ໄດ້ໄປກັບກອງທັບຂອງພວກເຮົາແລ້ວ.
10 ພະອົງເຮັດໃຫ້ພວກເຮົາຕ້ອງຖອຍໜີຈາກສັດຕູເທື່ອແລ້ວເທື່ອອີກ+
ແລະປ່ອຍໃຫ້ຄົນທີ່ຊັງພວກເຮົາຍຶດເອົາເຄື່ອງຂອງພວກເຮົາໄປຕາມໃຈ.
11 ພະອົງໃຫ້ສັດຕູຂອງພວກເຮົາຂ້າພວກເຮົາຄືກັບແກະ.
ພະອົງເຮັດໃຫ້ພວກເຮົາກະຈັດກະຈາຍໄປຢູ່ປະເທດຕ່າງໆ.+
12 ພະອົງຂາຍປະຊາຊົນຂອງພະອົງຖືກໆປານໃຫ້ລ້າ.+
ພະອົງບໍ່ໄດ້ກຳໄລຫຍັງເລີຍ.
13 ພະອົງເຮັດໃຫ້ເພື່ອນບ້ານຕຳໜິພວກເຮົາ.
ເຂົາເຈົ້າເຍາະເຍີ້ຍແລະດູຖູກພວກເຮົາ.
14 ພະອົງເຮັດໃຫ້ພວກເຮົາຖືກຊາດຕ່າງໆເຍາະເຍີ້ຍ.+
ເຂົາເຈົ້າແນມເບິ່ງພວກເຮົາແລະແກວ່ງຫົວໃສ່.
15 ຂ້ອຍຮູ້ສຶກອັບອາຍໝົດມື້
ແລະຂ້ອຍກໍບໍ່ກ້າໄປສູ້ໜ້າໃຜ
16 ຍ້ອນເຂົາເຈົ້າເຍາະເຍີ້ຍແລະດູຖູກພວກເຮົາບໍ່ເຊົາ
ແລະຍ້ອນພວກສັດຕູມາແກ້ແຄ້ນພວກເຮົາ.
17 ເຖິງວ່າພວກເຮົາຈະເຈິເລື່ອງທັງໝົດນີ້ ແຕ່ພວກເຮົາກໍບໍ່ໄດ້ລືມພະອົງ
ແລະພວກເຮົາບໍ່ໄດ້ເຮັດຜິດສັນຍາທີ່ເຮັດໄວ້ກັບພະອົງ.+
18 ໃຈຂອງພວກເຮົາບໍ່ໄດ້ປ່ຽນໄປ
ແລະພວກເຮົາກໍບໍ່ໄດ້ຍ່າງເຈີດອອກຈາກທາງຂອງພະອົງ.
19 ແຕ່ພະອົງປ່ອຍໃຫ້ສັດຕູຊະນະພວກເຮົາແລະປະພວກເຮົາໄວ້ໃຫ້ສັດປ່າ.
ພະອົງໃຫ້ພວກເຮົາຢູ່ບ່ອນທີ່ມືດໆ.
20 ຖ້າພວກເຮົາລືມຊື່ພະເຈົ້າຂອງພວກເຮົາ
ຫຼືຖ້າພວກເຮົາຍົກມືຂຶ້ນອະທິດຖານເຖິງພະເຈົ້າຂອງຄົນຕ່າງຊາດ
21 ພະເຈົ້າຈະບໍ່ຮູ້ບໍ?
ເພິ່ນຮູ້ຄວາມລັບທຸກຢ່າງທີ່ຢູ່ໃນໃຈຂອງພວກເຮົາໄດ໋.+
22 ຍ້ອນພວກເຮົາເປັນຄົນຂອງພະອົງ ພວກເຮົາຈຶ່ງຖືກຂ້າທຸກມື້.
ສັດຕູເບິ່ງວ່າພວກເຮົາເປັນຄືກັບແກະທີ່ຈະຖືກເອົາໄປຂ້າ.+
23 ພະເຢໂຫວາເອີ້ຍ ເປັນຫຍັງພະອົງເຮັດຄືກັບວ່າພະອົງຫຼັບຢູ່?+
ຂໍພະອົງຕື່ນຂຶ້ນມາຊ່ວຍພວກເຮົາ. ຂໍພະອົງຢ່າປະຖິ້ມພວກເຮົາຕະຫຼອດໄປ.+
24 ເປັນຫຍັງພະອົງປິ່ນໜ້າໜີຈາກພວກເຮົາ?
ເປັນຫຍັງພະອົງຈຶ່ງລືມຄວາມທຸກແລະການຂົ່ມເຫງທີ່ພວກເຮົາເຈິ?
25 ພວກເຮົາຕົກຕ່ຳລົງຈົນເປັນຄືກັບຂີ້ດິນ.
ພວກເຮົາໄດ້ແຕ່ນອນຢູ່ພື້ນແລະເຮັດຫຍັງບໍ່ໄດ້ເລີຍ.+
26 ຂໍພະອົງລຸກຂຶ້ນມາຊ່ວຍພວກເຮົາແດ່.+
ຂໍພະອົງຊ່ວຍພວກເຮົາໃຫ້ລອດ*ຍ້ອນພະອົງມີຄວາມຮັກທີ່ໝັ້ນຄົງ.+