ເພງສັນລະເສີນ
ເພງຂອງດາວິດຫຼັງຈາກທີ່ລາວທຳທ່າເປັນບ້າ+
ຕໍ່ໜ້າອາບີເມເລັກແລະຖືກໄລ່ໜີ.
א [ອາເລບ]*
34 ຂ້ອຍຈະສັນລະເສີນພະເຢໂຫວາຕະຫຼອດເວລາ.
ຂ້ອຍຈະເວົ້າສັນລະເສີນເພິ່ນບໍ່ຢຸດບໍ່ເຊົາ.
ב [ເບດ]
2 ຂ້ອຍຈະອວດເລື່ອງດີໆຂອງພະເຢໂຫວາ.+
ຄົນຖ່ອມຈະໄດ້ຍິນແລະມີຄວາມສຸກ.
ג [ກີເມວ]
3 ໃຫ້ສັນລະເສີນພະເຢໂຫວານຳກັນກັບຂ້ອຍ.+
ໃຫ້ພວກເຮົາພາກັນຍົກຍ້ອງຊື່ຂອງເພິ່ນ.
ד [ດາເລດ]
4 ຂ້ອຍໄດ້ຖາມພະເຢໂຫວາແລະເພິ່ນກໍຕອບຂ້ອຍ.+
ເພິ່ນຊ່ວຍຂ້ອຍໃຫ້ເອົາຊະນະຄວາມຢ້ານທຸກຢ່າງ.+
ה [ເຮ]
5 ຄົນທີ່ໄວ້ໃຈເພິ່ນຈະມີຄວາມສຸກ.
ເຂົາເຈົ້າຈະບໍ່ຜິດຫວັງເລີຍ.
ז [ຊາຢິນ]
6 ເມື່ອຄົນຕ່ຳຕ້ອຍຄົນນີ້ຮ້ອງຫາພະເຢໂຫວາ ເພິ່ນກໍຟັງ.
ເພິ່ນຊ່ວຍຂ້ອຍໃຫ້ຜ່ານຄວາມທຸກທຸກຢ່າງໄປໄດ້.+
ח [ເຮດ]
7 ທູດສະຫວັນຂອງພະເຢໂຫວາຕັ້ງຄ້າຍຢູ່ອ້ອມຄົນທີ່ຢ້ານຢຳເພິ່ນ+
ແລະເພິ່ນກໍຊ່ວຍຄົນເຫຼົ່ານັ້ນໃຫ້ໄດ້ຮັບຄວາມລອດ.+
ט [ເທດ]
8 ລອງຊີມເບິ່ງ ແລ້ວຈະເຫັນວ່າພະເຢໂຫວາດີສ່ຳໃດ.+
ຄົນທີ່ໄວ້ໃຈວ່າເພິ່ນຈະປົກປ້ອງກໍມີຄວາມສຸກ.
י [ໂຢດ]
9 ພວກເຈົ້າທີ່ເປັນຄົນບໍລິສຸດຂອງພະເຢໂຫວາ ໃຫ້ພວກເຈົ້າຢ້ານຢຳເພິ່ນ
ເພາະຄົນທີ່ຢ້ານຢຳເພິ່ນຈະບໍ່ຂາດສິ່ງໃດເລີຍ.+
כ [ຄາບ]
10 ແມ່ນແຕ່ໂຕສິງທີ່ແຂງແຮງກໍຍັງເຄີຍອຶດຫິວ
ແຕ່ຄົນທີ່ຮັບໃຊ້ພະເຢໂຫວາຈະບໍ່ຂາດສິ່ງດີເລີຍ.+
ל [ລາເມດ]
11 ມານີ້ລູກພໍ່ ມາຟັງພໍ່.
ພໍ່ຈະສອນລູກໃຫ້ຮູ້ວ່າການຢ້ານຢຳພະເຢໂຫວາແມ່ນຫຍັງ.+
מ [ເມັມ]
12 ຖ້າລູກຢາກມີຊີວິດທີ່ມີຄວາມສຸກ
ແລະຢາກມີຊີວິດທີ່ດີແລະຍືນຍາວ+
נ [ນູນ]
ס [ຊາເມກ]
ע [ອາຢິນ]
15 ພະເຢໂຫວາເຝົ້າເບິ່ງຄົນທີ່ເຮັດສິ່ງທີ່ຖືກຕ້ອງ.+
ແລະເພິ່ນຟັງຄຳຮ້ອງຂໍຄວາມຊ່ວຍເຫຼືອຂອງເຂົາເຈົ້າ.+
פ [ເພ]
16 ພະເຢໂຫວາບໍ່ຍອມຮັບຄົນທີ່ເຮັດຊົ່ວ.
ເພິ່ນຈະທຳລາຍເຂົາເຈົ້າໃຫ້ໝົດໄປຈາກໂລກນີ້ ແລະຈະບໍ່ມີໃຜຈື່ເຂົາເຈົ້າໄດ້ອີກຕໍ່ໄປ.+
צ [ຊາເດ]
17 ເມື່ອຄົນທີ່ເຮັດສິ່ງທີ່ຖືກຕ້ອງຮ້ອງຫາພະເຢໂຫວາ ເພິ່ນກໍຟັງ.+
ເພິ່ນໄດ້ຊ່ວຍເຂົາເຈົ້າໃຫ້ພົ້ນຈາກຄວາມທຸກທັງໝົດ.+
ק [ໂຄບ]
ר [ເຣດ]
19 ຄົນທີ່ເຮັດສິ່ງທີ່ຖືກຕ້ອງເຈິຄວາມຍາກລຳບາກ*ຫຼາຍຢ່າງ.+
ແຕ່ພະເຢໂຫວາຊ່ວຍເຂົາເຈົ້າໃຫ້ຜ່ານບັນຫາທັງໝົດໄປໄດ້.+
ש [ຊິນ]
ת [ເທົາ]
21 ຄົນຊົ່ວຈະຕ້ອງຕາຍຍ້ອນຄວາມຈິບຫາຍ.
ຄົນທີ່ຊັງຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະຕ້ອງຖືກລົງໂທດ.