ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 28
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ເຄື່ອງ​ນຸ່ງ​ຂອງ​ປະໂລຫິດ (1-5)

      • ເອໂຟດ (6-14)

      • ແຜ່ນ​ປົກ​ເອິກ (15-30)

        • ອູຣີມ​ກັບ​ທູມມີມ (30)

      • ເສື້ອ​ແຂນ​ກິ້ນ (31-35)

      • ແຜ່ນ​ຄຳ​ທີ່​ຕິດ​ກັບ​ຜ້າ​ຄຽນ​ຫົວ (36-39)

      • ເຄື່ອງ​ນຸ່ງ​ອື່ນໆຂອງ​ປະໂລຫິດ (40-43)

ອົບພະຍົບ 28:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 5:4
  • +ອພຍ 6:23; 1ຂຄ 6:3
  • +ລລວ 10:1; ຈຊບ 26:61
  • +ອພຍ 38:21; ລລວ 10:16; 1ຂຄ 24:2
  • +ລລວ 8:2; ຮຣ 5:1

ອົບພະຍົບ 28:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:5; ລລວ 8:7

ອົບພະຍົບ 28:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 31:6; 36:1

ອົບພະຍົບ 28:4

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:8, 15; ລລວ 8:8
  • +ອພຍ 39:2
  • +ອພຍ 39:22
  • +ອພຍ 39:27, 28, 30, 31; ລລວ 8:9
  • +ອພຍ 39:27, 29; ລລວ 8:7

ອົບພະຍົບ 28:5

ໄຂເງື່ອນ

  • *

    ຫຼື “ຜ້າ”

ອົບພະຍົບ 28:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:2-5

ອົບພະຍົບ 28:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:5

ອົບພະຍົບ 28:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 35:5, 9, 27
  • +ອພຍ 1:1-4

ອົບພະຍົບ 28:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:6, 14

ອົບພະຍົບ 28:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:7

ອົບພະຍົບ 28:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:15
  • +ອພຍ 39:18

ອົບພະຍົບ 28:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:30; ລລວ 8:8; ຈຊບ 27:21
  • +ອພຍ 39:8-14

ອົບພະຍົບ 28:16

ໄຂເງື່ອນ

  • *

    22,2 ຊັງຕີແມັດ. ເບິ່ງ​ພາກ​ຜະໜວກ ຂ14.

ອົບພະຍົບ 28:19

ໄຂເງື່ອນ

  • *

    ຄຳ​ນີ້​ແມ່ນ​ພາສາ​ເຮັບເຣີ

ອົບພະຍົບ 28:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:15-18

ອົບພະຍົບ 28:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:19-21

ອົບພະຍົບ 28:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:8; ລລວ 8:7

ອົບພະຍົບ 28:30

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:8; ຈຊບ 27:21; ພບຍ 33:8; 1ຊມ 28:6; ອຊຣ 2:62, 63

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2416

ອົບພະຍົບ 28:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:22-26; ລລວ 8:7

ອົບພະຍົບ 28:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 16:2; ຈຊບ 18:7

ອົບພະຍົບ 28:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:30, 31; ລລວ 8:9; 1ຂຄ 16:29; ພສ 93:5; 1ປຕ 1:16

ອົບພະຍົບ 28:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:6

ອົບພະຍົບ 28:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 22:9; ຈຊບ 18:1

ອົບພະຍົບ 28:39

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 28:4; 39:27-29

ອົບພະຍົບ 28:40

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 8:13
  • +ອພຍ 28:2

ອົບພະຍົບ 28:41

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເທ​ໃສ່​ມື​ຂອງ​ເຂົາເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 29:4, 7; 30:30; ກຈກ 10:38; 2ກຣ 1:21
  • +ອພຍ 29:8, 9; ລລວ 8:33; ຈຊບ 3:2, 3

ອົບພະຍົບ 28:42

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:10

ອົບພະຍົບ 28:43

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 28:1ຮຣ 5:4
ອພຍ. 28:1ອພຍ 6:23; 1ຂຄ 6:3
ອພຍ. 28:1ລລວ 10:1; ຈຊບ 26:61
ອພຍ. 28:1ອພຍ 38:21; ລລວ 10:16; 1ຂຄ 24:2
ອພຍ. 28:1ລລວ 8:2; ຮຣ 5:1
ອພຍ. 28:2ອພຍ 29:5; ລລວ 8:7
ອພຍ. 28:3ອພຍ 31:6; 36:1
ອພຍ. 28:4ອພຍ 39:8, 15; ລລວ 8:8
ອພຍ. 28:4ອພຍ 39:2
ອພຍ. 28:4ອພຍ 39:22
ອພຍ. 28:4ອພຍ 39:27, 28, 30, 31; ລລວ 8:9
ອພຍ. 28:4ອພຍ 39:27, 29; ລລວ 8:7
ອພຍ. 28:6ອພຍ 39:2-5
ອພຍ. 28:8ອພຍ 29:5
ອພຍ. 28:9ອພຍ 35:5, 9, 27
ອພຍ. 28:9ອພຍ 1:1-4
ອພຍ. 28:11ອພຍ 39:6, 14
ອພຍ. 28:12ອພຍ 39:7
ອພຍ. 28:14ອພຍ 39:15
ອພຍ. 28:14ອພຍ 39:18
ອພຍ. 28:15ອພຍ 28:30; ລລວ 8:8; ຈຊບ 27:21
ອພຍ. 28:15ອພຍ 39:8-14
ອພຍ. 28:22ອພຍ 39:15-18
ອພຍ. 28:26ອພຍ 39:19-21
ອພຍ. 28:27ອພຍ 28:8; ລລວ 8:7
ອພຍ. 28:30ລລວ 8:8; ຈຊບ 27:21; ພບຍ 33:8; 1ຊມ 28:6; ອຊຣ 2:62, 63
ອພຍ. 28:31ອພຍ 39:22-26; ລລວ 8:7
ອພຍ. 28:35ລລວ 16:2; ຈຊບ 18:7
ອພຍ. 28:36ອພຍ 39:30, 31; ລລວ 8:9; 1ຂຄ 16:29; ພສ 93:5; 1ປຕ 1:16
ອພຍ. 28:37ອພຍ 29:6
ອພຍ. 28:38ລລວ 22:9; ຈຊບ 18:1
ອພຍ. 28:39ອພຍ 28:4; 39:27-29
ອພຍ. 28:40ລລວ 8:13
ອພຍ. 28:40ອພຍ 28:2
ອພຍ. 28:41ອພຍ 29:4, 7; 30:30; ກຈກ 10:38; 2ກຣ 1:21
ອພຍ. 28:41ອພຍ 29:8, 9; ລລວ 8:33; ຈຊບ 3:2, 3
ອພຍ. 28:42ລລວ 6:10
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 28:1-43

ອົບພະຍົບ

28 “ໃຫ້​ເອີ້ນ​ອາໂຣນ+​ອ້າຍ​ຂອງ​ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ+​ທີ່​ຊື່​ນາດາບ ອາບີຮູ+ ເອເລອາຊາ ແລະ​ອີທາມາ+ໃຫ້​ອອກ​ມາ​ຢູ່​ຕ່າງ​ຫາກ​ຈາກພວກ​ອິດສະຣາເອນ ເພື່ອ​ໃຫ້​ເຂົາ​ເຈົ້າເປັນ​ປະໂລຫິດຂອງ​ເຮົາ.+ 2 ເຈົ້າ​ຕ້ອງ​ເຮັດ​ເຄື່ອງນຸ່ງ​ທີ່​ບໍລິສຸດ​ແລະງາມ​ຫຼາຍ​ໃຫ້​ອາໂຣນອ້າຍ​ຂອງ​ເຈົ້າ​ເພື່ອ​ໃຫ້​ກຽດ​ລາວ.+ 3 ໃຫ້​ເຈົ້າ​ໄປ​ເວົ້າ​ກັບ​ທຸກ​ຄົນ​ທີ່​ເຮົາ​ໄດ້​ໃຫ້​ສະຕິປັນຍາ+ກັບ​ເຂົາ​ເຈົ້າ​ເພື່ອ​ຈະ​ຕັດ​ເຄື່ອງນຸ່ງ​ເກັ່ງ ແລະ​ເຂົາ​ເຈົ້າ​ຈະ​ເຮັດ​ເຄື່ອງນຸ່ງ​ໃຫ້​ອາໂຣນ. ເຄື່ອງນຸ່ງ​ນີ້​ຈະ​ສະແດງ​ວ່າ​ອາໂຣນ​ບໍລິສຸດ​ແລ້ວ ແລະ​ເຮັດ​ວຽກ​ປະ​ໂລ​ຫິດ​ໃຫ້​ເຮົາ​ໄດ້.

4 ເຂົາ​ເຈົ້າ​ຕ້ອງ​ເຮັດ​ເຄື່ອງນຸ່ງ​ຕໍ່​ໄປ​ນີ້: ແຜ່ນ​ປົກ​ເອິກ+ ເອໂຟດ*+ ເສື້ອ​ແຂນ​ກິ້ນ+ ຊຸດ​ຍາວ​ລາຍໝາກ​ດ້າມ ຜ້າ​ຄຽນ​ຫົວ+ ແລະ​ຜ້າ​ມັດ​ແອວ.+ ເຂົາ​ເຈົ້າ​ຕ້ອງ​ເຮັດ​ເຄື່ອງນຸ່ງ​ບໍລິສຸດ​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ​ເພື່ອ​ລາວ​ຈະ​ເຮັດ​ວຽກ​ປະໂລຫິດ​ໃຫ້​ເຮົາ ແລະ​ເພື່ອ​ພວກ​ລູກ​ຊາຍ​ທີ່​ຈະເຮັດ​ວຽກ​ຕໍ່ຈາກ​ລາວ. 5 ຄົນ​ທີ່​ຕັດ​ເຄື່ອງນຸ່ງ​ເກັ່ງ​ຈະ​ເຮັດ​ເຄື່ອງນຸ່ງ​ເຫຼົ່າ​ນັ້ນ​ຈາກ​ຄຳ ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ*ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່​ຝັ້ນ​ເຂົ້າ​ກັນ​ແລ້ວ.

6 ໃຫ້​ເຂົາ​ເຈົ້າ​ເອົາ​ຄຳ ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່​ຝັ້ນ​ເຂົ້າ​ກັນ​ແລ້ວ​ມາ​ແສ່ວ​ເປັນ​ເອໂຟດ.+ 7 ໃຫ້​ເອົາ​ຜ້າ​ທີ່​ຈະ​ເຮັດ​ເອໂຟດ​ທັງຜືນ​ທາງ​ໜ້າ​ແລະ​ຜືນ​ທາງ​ຫຼັງມາ​ຕໍ່​ກັນ​ຢູ່​ບ່ອນ​ບ່າ​ໄຫຼ່. 8 ໃຫ້​ເຮັດ​ຜ້າ​ມັດ​ແອວ+ທີ່​ຈະ​ໃຊ້​ມັດ​ເອໂຟດ​ໃຫ້​ຢູ່​ດີ. ຜ້າ​ມັດ​ແອວ​ຕ້ອງ​ເຮັດ​ຈາກ​ຄຳ ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່​ຝັ້ນ​ເຂົ້າ​ກັນ​ແລ້ວ.

9 ໃຫ້​ເອົາ​ຫີນໂອນິກ+ 2 ກ້ອນ​ມາ​ແລະ​ສະ​ຫຼັກ​ຊື່​ພວກ​ລູກ​ຊາຍ​ຂອງ​ອິດສະຣາເອນ​ໃສ່​ຫັ້ນ.+ 10 ຫີນ​ກ້ອນ​ທຳອິດ​ຈະ​ມີ 6 ຊື່ ແລະ​ຫີນ​ກ້ອນ​ທີ 2 ກໍ​ຈະ​ມີ​ອີກ 6 ຊື່​ຕາມ​ລຳດັບ​ຈາກ​ອ້າຍ​ກົກ​ໄປ​ຫາ​ນ້ອງ​ຫຼ້າ. 11 ຊ່າງ​ແກະ​ສະ​ຫຼັກ​ຫີນ​ຈະ​ສະ​ຫຼັກ​ຊື່​ພວກ​ລູກ​ຊາຍ​ຂອງ​ອິດສະຣາເອນ​ໃສ່​ຫີນ 2 ກ້ອນ​ນັ້ນ​ຄື​ກັບ​ສະ​ຫຼັກ​ກາ​ຈ້ຳ.+ ແລ້ວ​ໃຫ້​ເອົາ​ຫີນ​ໃສ່​ເບົ້າ​ທີ່​ເຮັດ​ດ້ວຍ​ຄຳ. 12 ໃຫ້​ເອົາ​ຫີນ 2 ກ້ອນ​ໃສ່​ບ່ອນ​ບ່າ​ຂອງ​ເອໂຟດ​ເພື່ອ​ເປັນ​ສັນຍະລັກ​ໃຫ້​ຈື່​ພວກ​ລູກ​ຊາຍ​ຂອງອິດສະຣາເອນ.+ ເມື່ອ​ເຂົ້າ​ໄປ​ຫາ​ພະ​ເຢໂຫວາ ອາໂຣນ​ຕ້ອງ​ເອົາ​ຊື່​ເຫຼົ່ານີ້​ໄວ້​ເທິງ​ບ່າ​ຂອງ​ລາວ. 13 ໃຫ້​ເຮັດ​ເບົ້າ​ເຫຼົ່າ​ນັ້ນ​ດ້ວຍ​ຄຳ. 14 ໃຫ້​ເອົາ​ຄຳ​ແທ້​ມາ​ກ້ຽວ​ກັນ​ເປັນ​ເສັ້ນ.+ ໃຫ້​ເຮັດ 2 ເສັ້ນ​ແລະ​ເອົາ​ມາ​ເກາະ​ໃສ່​ເບົ້າ​ທີ່​ຢູ່​ບ່າ.+

15 ໃຫ້​ຊ່າງ​ແສ່ວ​ຜ້າ​ເຮັດ​ແຜ່ນ​ປົກ​ເອິກ​ທີ່​ໃຊ້​ເພື່ອ​ຕັດສິນ+​ດ້ວຍ​ຄຳ ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ+​ທີ່​ຝັ້ນ​ເຂົ້າ​ກັນ​ຄື​ກັບ​ເອໂຟດ. 16 ເມື່ອ​ພັບ​ເຄິ່ງ​ແລ້ວ​ແຜ່ນ​ປົກ​ເອິກ​ກໍ​ຈະ​ເປັນ​ຮູບ​ສີ່​ລ່ຽມ​ທີ່​ມີ​ທຸກ​ດ້ານ​ເທົ່າ​ກັນ ຍາວ 1 ຄືບ* ແລະ​ກວ້າງ 1 ຄືບ. 17 ໃຫ້​ເຮັດ​ເບົ້າ​ໃສ່​ແຜ່ນ​ປົກ​ເອິກ 4 ແຖວ ເພື່ອ​ຊິ​ໃສ່​ຫີນ​ແກ້ວ​ຕ່າງ​ໆ​. ແຖວ​ທຳອິດ​ມີແກ້ວ​ພິລາ ແກ້ວ​ໂທພັດສ໌ ແລະ​ມໍລະກົດ. 18 ແຖວ​ທີ 2 ມີ​ຫີນ​ເທີຄອຍສ໌ ໄພ​ລິນ ແລະ​ຫີນ​ແຈສະເປີ. 19 ແຖວ​ທີ 3 ມີ​ຫີນ​ແກ້ວ​ເລເຊມ* ຫີນ​ອະເກດ ແລະ​ແກ້ວ​ອາເມທິດທ໌. 20 ແຖວ​ທີ 4 ມີ​ແກ້ວ​ຄຣິດໂຊໄລທ໌ ຫີນ​ໂອ​ນິກ ແລະ​ຢົກ. ຫີນ​ແກ້ວ​ເຫຼົ່ານີ້​ຈະ​ຕ້ອງ​ເອົາ​ມາ​ໃສ່​ເບົ້າ​ທີ່​ເຮັດ​ດ້ວຍ​ຄຳ. 21 ໃຫ້​ສະ​ຫຼັກ​ຊື່​ພວກ​ລູກ​ຊາຍ​ຂອງ​ອິດສະຣາເອນ​ທັງ 12 ຄົນ​ໃສ່​ຫີນ​ແກ້ວ​ເຫຼົ່ານີ້ ຄື​ກັບ​ສະ​ຫຼັກ​ກາ​ຈ້ຳ. ຫີນ​ແກ້ວ​ແຕ່​ລະ​ກ້ອນ​ຈະ​ມີ​ຊື່​ຂອງ​ຕະກູນ​ໜຶ່ງ​ໃນ 12 ຕະກູນ.

22 ໃຫ້​ເອົາ​ຄຳ​ແທ້​ມາ​ກ້ຽວ​ເຂົ້າ​ກັນ​ເປັນ​ຄື​ເຊືອກ​ເພື່ອ​ຈະ​ໃຊ້​ກັບ​ແຜ່ນ​ປົກ​ເອິກ.+ 23 ໃຫ້​ເຮັດ​ບ້ວງ​ຄຳ 2 ບ້ວງ​ໃສ່​ແຜ່ນ​ປົກ​ເອິກ. ໃຫ້​ເອົາ​ບ້ວງ​ທັງ​ສອງຕິດ​ໃສ່​ທັງ​ສອງ​ສົ້ນ​ທາງ​ເທິງຂອງ​ແຜ່ນ​ປົກ​ເອິກ. 24 ໃຫ້​ເອົາ​ເຊືອກ​ຄຳ 2 ເສັ້ນ​ມາ​ສອດ​ໃສ່​ບ້ວງ​ທີ່​ຢູ່​ທັງ​ສອງ​ສົ້ນ​ທາງ​ເທິງ​ຂອງ​ແຜ່ນ​ປົກ​ເອິກ. 25 ໃຫ້​ເອົາ 2 ສົ້ນ​ທີ່​ເຫຼືອ​ໄປ​ສອດ​ໃສ່​ເບົ້າ 2 ອັນ​ທີ່ຢູ່​ບ່າ​ເພື່ອ​ໃຫ້​ແຜ່ນ​ປົກ​ເອິກ​ມາ​ຫ້ອຍ​ຢູ່​ທາງ​ໜ້າ​ຂອງ​ເອໂຟດ​ພໍ​ດີ. 26 ໃຫ້​ເຮັດ​ບ້ວງ​ຄຳ 2 ບ້ວງ​ແລ້ວ​ເອົາ​ໄປ​ຕິດ​ໃສ່ 2 ສົ້ນ​ທາງ​ລຸ່ມ​ຂອງ​ແຜ່ນ​ປົກ​ເອິກ​ເບື້ອງ​ທີ່​ຢູ່​ທາງ​ໃນ​ຕິດ​ກັບ​ເອໂຟດ.+ 27 ໃຫ້​ເຮັດ​ບ້ວງ​ຄຳ 2 ບ້ວງ​ໃສ່​ທາງ​ໜ້າ​ຂອງ​ເອໂຟດ. ບ້ວງ​ນີ້​ຈະ​ຢູ່​ລຸ່ມ​ບ່າ​ໄປ ແຕ່​ຢູ່​ເທິງ​ຂອງ​ຜ້າ​ມັດ​ແອວ​ແລະ​ຢູ່​ໃກ້​ຮອຍ​ຕໍ່​ດູກ​ຂ້າງ​ຂອງ​ເອໂຟດ.+ 28 ໃຫ້​ເອົາ​ເຊືອກ​ສີ​ຟ້າ​ມາ​ມັດ​ບ້ວງ​ຄຳ​ທີ່​ຢູ່​ແຜ່ນ​ປົກ​ເອິກ​ແລະ​ບ້ວງ​ທີ່​ຢູ່​ເອໂຟດ​ຢູ່​ທາງ​ເທິງ​ຂອງ​ຜ້າ​ມັດ​ແອວ ເພື່ອ​ໃຫ້​ແຜ່ນ​ປົກ​ເອິກ​ຕິດ​ຢູ່​ທາງ​ໜ້າ​ເອໂຟດ​ແໜ້ນ​ດີ.

29 ຕອນ​ທີ່​ອາໂຣນ​ເຂົ້າ​ໄປ​ບ່ອນ​ບໍລິສຸດ ລາວ​ຕ້ອງ​ໃສ່​ແຜ່ນປົກ​ເອິກ​ທີ່​ໃຊ້​ເພື່ອ​ຕັດສິນ​ທີ່​ມີ​ຊື່​ຂອງ​ພວກ​ລູກ​ຊາຍ​ອິດສະຣາເອນ. ລາວ​ຕ້ອງ​ໃສ່​ໄວ້​ເທິງ​ຫົວໃຈ​ເພື່ອ​ພະ​ເຢໂຫວາ​ຈະ​ໄດ້​ຈື່​ເຂົາ​ເຈົ້າ​ໄດ້​ສະເໝີ. 30 ໃຫ້​ເອົາ​ອູຣີມ​ກັບ​ທູມມີມ*+ໃສ່​ໃນ​ແຜ່ນ​ປົກ​ເອິກ​ທີ່​ໃຊ້​ເພື່ອ​ຕັດສິນ ແລະ​ໃຫ້​ຢູ່​ຊື່​ກັບ​ຫົວໃຈ​ອາໂຣນ​ຕອນ​ທີ່​ລາວ​ມາ​ຫາ​ພະ​ເຢໂຫວາ. ເມື່ອ​ຕັດສິນ​ພວກ​ອິດສະຣາເອນ​ຕໍ່​ໜ້າ​ພະ​ເຢໂຫວາ ລາວ​ຕ້ອງໃສ່​ແຜ່ນ​ປົກເອິກນີ້​ທຸກ​ເທື່ອ.

31 ໃຫ້​ເຮັດ​ເສື້ອ​ແຂນ​ກິ້ນ​ດ້ວຍ​ດ້າຍ​ສີ​ຟ້າ​ເພື່ອ​ຈະ​ນຸ່ງ​ຊຸດ​ນີ້​ກ່ອນ​ໃສ່​ເອໂຟດ.+ 32 ໃຫ້​ຈົ່ງ​ປ່ອງ​ທາງ​ເທິງ​ໄວ້​ເພື່ອ​ຈະ​ສຸບ​ຫົວ​ເຂົ້າ​ໄດ້. ໃຫ້​ຊ່າງ​ຕ່ຳ ຕ່ຳ​ຂອບ​ຢູ່​ປ່ອງ​ຄໍ​ເສື້ອ​ນັ້ນ ໃຫ້​ປ່ອງ​ນັ້ນ​ແຂງແຮງ​ຄື​ກັບ​ປ່ອງ​ຂອງ​ເສື້ອ​ເກາະ​ເພື່ອ​ບໍ່​ໃຫ້​ມັນ​ຂາດ​ງ່າຍ. 33 ໃຫ້​ເອົາ​ດ້າຍ​ສີ​ຟ້າ ດ້າຍຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ​ກັບ​ດ້າຍ​ສີ​ແດງ​ສົດ​ມາ​ເຮັດ​ຄ້າຍ​ຄື​ກັບ​ໝາກ​ພິລາ​ແລະ​ເອົາ​ໄປ​ຫ້ອຍ​ສະຫຼັບ​ກັບ​ໝາກ​ກະລິ່ງ​ຄຳ​ຢູ່​ຕີນ​ຂອງ​ເສື້ອ​ແຂນ​ກິ້ນ​ນັ້ນ. 34 ໃຫ້​ເອົາ​ໝາກ​ກະລິ່ງ​ທີ່​ເຮັດ​ດ້ວຍຄຳ​ກັບ​ໝາກ​ພິລາ​ນັ້ນ​ມາ​ຫ້ອຍ​ສະຫຼັບກັນ​ຢູ່​ອ້ອມ​ຕີນ​ເສື້ອ​ແຂນ​ກິ້ນ​ນັ້ນ. 35 ອາໂຣນ​ຕ້ອງໃສ່​ເສື້ອ​ໂຕ​ນີ້​ເມື່ອ​ເຮັດ​ວຽກປະໂລຫິດ ແລະ​ຕ້ອງ​ໃຫ້​ໄດ້​ຍິນ​ສຽງ​ໝາກ​ກະລິ່ງ​ຕອນ​ທີ່​ລາວ​ເຂົ້າ​ໄປ​ບ່ອນ​ບໍລິສຸດ​ຕໍ່​ໜ້າ​ພະ​ເຢໂຫວາ​ກັບ​ຕອນ​ທີ່​ລາວ​ອອກ​ມາ ເພື່ອ​ລາວ​ຊິ​ບໍ່​ຕາຍ.+

36 ໃຫ້​ເອົາ​ຄຳ​ແທ້​ມາ​ເຮັດ​ເປັນ​ແຜ່ນ​ເຫຼື້ອມ​ງາມ. ໃຫ້ສະ​ຫຼັກ​ແຜ່ນ​ນັ້ນ​ຄື​ກັບ​ສະ​ຫຼັກກາ​ຈ້ຳ ໂດຍ​ສະ​ຫຼັກ​ວ່າ ‘ພະ​ເຢໂຫວາ​ບໍລິສຸດ.’+ 37 ໃຫ້​ເອົາ​ເຊືອກ​ສີ​ຟ້າ​ມັດ​ແຜ່ນ​ຄຳ​ນັ້ນ​ຕິດ​ກັບ​ຜ້າ​ຄຽນ​ຫົວ.+ ໃຫ້​ແຜ່ນ​ນັ້ນ​ຢູ່​ທາງ​ໜ້າ​ຜ້າ​ຄຽນ​ຫົວ. 38 ເມື່ອ​ພວກ​ອິດສະຣາເອນ​ເອົາ​ເຄື່ອງ​ບໍລິສຸດ​ມາ​ໃຫ້​ພະເຈົ້າ ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ເຮັດ​ຕໍ່​ເຄື່ອງ​ບໍລິສຸດ​ນັ້ນ​ບໍ່​ຖືກ​ວິທີ+ ອາໂຣນ​ຕ້ອງ​ຮັບຜິດຊອບ​ແທນ​ລາວ. ແຜ່ນ​ຄຳ​ນັ້ນ​ຈະ​ຕ້ອງ​ຢູ່​ໜ້າ​ຜາກ​ຂອງ​ອາໂຣນ​ຕະຫຼອດ ເພື່ອ​ພະ​ເຢໂຫວາຈະ​ຍອມ​ຮັບ​ພວກ​ອິດສະຣາເອນ.

39 ໃຫ້​ຕ່ຳ​ຊຸດ​ຍາວ​ລາຍໝາກ​ດ້າມຈາກ​ເສັ້ນ​ປ່ານ​ຢ່າງ​ດີ. ໃຫ້​ເຮັດ​ຜ້າ​ຄຽນ​ຫົວ​ຈາກ​ຜ້າ​ລີນິນ​ຢ່າງ​ດີ ແລະ​ໃຫ້​ຕ່ຳ​ຜ້າ​ມັດ​ແອວ.+

40 ໃຫ້​ເຮັດ​ຊຸດ​ຍາວ ຜ້າ​ມັດ​ແອວ ແລະໝວກ​ໃຫ້​ພວກ​ລູກ​ຊາຍຂອງ​ອາໂຣນ.+ ໃຫ້​ເຮັດ​ເຄື່ອງ​ເຫຼົ່ານີ້​ງາມ​ໆ​ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​ກຽດ.+ 41 ໃຫ້​ເຈົ້າ​ໃສ່​ເຄື່ອງ​ໃຫ້​ອາໂຣນ​ອ້າຍ​ຂອງ​ເຈົ້າ​ກັບ​ພວກ​ລູກ​ຊາຍ​ຂອງ​ລາວ. ແລ້ວ​ເຈົ້າ​ຕ້ອງເອົາ​ນ້ຳມັນ+​ມາ​ແລະແຕ່ງຕັ້ງ​ເຂົາເຈົ້າ*+ ແລະ​ແຍກ​ເຂົາເຈົ້າ​ໄວ້​ຕ່າງຫາກ​ໃຫ້​ເປັນ​ຄົນ​ສະອາດ​ແລະ​ບໍລິສຸດ​ເພື່ອ​ເຂົາ​ເຈົ້າ​ຊິ​ເປັນ​ປະໂລຫິດ​ຂອງ​ເຮົາ. 42 ໃຫ້​ເອົາ​ຜ້າ​ລີນິນ​ມາ​ເຮັດ​ເປັນ​ໂສ້ງ​ຊ້ອນ​ໃຫ້​ເຂົາ​ເຈົ້າ​ເພື່ອ​ປົກ​ສ່ວນ​ທີ່​ປະ​ເປືອຍ.+ ໂສ້ງ​ຊ້ອນ​ນັ້ນ​ຕ້ອງ​ຍາວ​ຕັ້ງ​ແຕ່​ແອວ​ຈົນ​ຮອດ​ຂາ​ໂຕ້. 43 ອາໂຣນ​ແລະ​ພວກ​ລູກ​ຊາຍ​ຕ້ອງ​ໃສ່​ໂສ້ງ​ຊ້ອນ​ນີ້ ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເຕັ້ນ​ສັກສິດ* ຫຼື​ເມື່ອ​ເຮັດ​ວຽກ​ຢູ່ແຖວແທ່ນ​ບູຊາ​ໃນ​ບ່ອນ​ບໍລິສຸດ ເພື່ອ​ເຂົາ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ຜິດ​ແລະ​ບໍ່​ຕ້ອງ​ຕາຍ. ໃຫ້​ອາໂຣນ​ແລະ​ລູກ​ຫຼານ​ຂອງ​ລາວ​ເຮັດ​ຕາມ​ຄຳ​ສັ່ງ​ນີ້​ຕະຫຼອດໄປ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌