ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 18
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ການ​ມີ​ເພດ​ສຳພັນ​ທີ່​ບໍ່​ຖືກຕ້ອງ (1-30)

        • ຫ້າມ​ເຮັດ​ຕາມ​ສິ່ງ​ທີ່​ຄົນ​ການາອານ​ເຮັດ (3)

        • ຫ້າມ​ມີ​ເພດ​ສຳພັນ​ກັບ​ພີ່ນ້ອງ​ໃກ້ຊິດ (6-18)

        • ໄລຍະ​ທີ່​ເປັນ​ປະຈຳ​ເດືອນ (19)

        • ເພດ​ສຳພັນ​ລະຫວ່າງ​ຜູ້​ຊາຍ​ກັບ​ຜູ້​ຊາຍ (22)

        • ເພດ​ສຳພັນ​ກັບ​ສັດ (23)

        • ‘ຕ້ອງ​ເຮັດ​ໂຕ​ໃຫ້​ສະອາດ ເພື່ອ​ຈະ​ບໍ່​ຖືກ​ຂັບ​ໄລ່​ອອກ​ຈາກ​ແຜ່ນດິນ’ (24-30)

ລະບຽບພວກເລວີ 18:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 17:7; ອພຍ 6:7

ລະບຽບພວກເລວີ 18:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:24; ລລວ 20:23

ລະບຽບພວກເລວີ 18:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:22; ພບຍ 4:1

ລະບຽບພວກເລວີ 18:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລກ 10:27, 28; ຣມ 10:5; ຄລຕ 3:12

ລະບຽບພວກເລວີ 18:6

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໂຕ​ປະ​ເປືອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:17

ລະບຽບພວກເລວີ 18:8

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ນີ້​ແມ່ນ​ຄວາມ​ປະ​ເປືອຍ​ຂອງ​ພໍ່​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 35:22; 49:4; ລລວ 20:11; ພບຍ 27:20; 2ຊມ 16:21; 1ກຣ 5:1

ລະບຽບພວກເລວີ 18:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:17; ພບຍ 27:22; 2ຊມ 13:10-12

ລະບຽບພວກເລວີ 18:10

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເພາະ​ເຂົາເຈົ້າ​ແມ່ນ​ຄວາມ​ປະ​ເປືອຍ​ຂອງ​ເຈົ້າ​ເອງ”

ລະບຽບພວກເລວີ 18:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:19

ລະບຽບພວກເລວີ 18:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ພໍ່​ເຈົ້າ​ປະ​ເປືອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:20

ລະບຽບພວກເລວີ 18:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:12

ລະບຽບພວກເລວີ 18:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ນີ້​ແມ່ນ​ຄວາມ​ປະ​ເປືອຍ​ຂອງ​ອ້າຍນ້ອງ​ເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:21; ພບຍ 25:5; ມຣກ 6:17, 18

ລະບຽບພວກເລວີ 18:17

ໄຂເງື່ອນ

  • *

    ຫຼື “ເປັນ​ຕາ​ໜ້າ​ອາຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:14; ພບຍ 27:23

ລະບຽບພວກເລວີ 18:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:15

ລະບຽບພວກເລວີ 18:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 15:19, 24; 20:18

ລະບຽບພວກເລວີ 18:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 20:14; ລລວ 20:10; ພບຍ 22:22; ສພສ 6:29; ມທ 5:27, 28; 1ກຣ 6:9, 10; ຮຣ 13:4

ລະບຽບພວກເລວີ 18:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:2; ພບຍ 18:10; 1ກສ 11:7; 2ກສ 23:10
  • +ລລວ 20:3

ລະບຽບພວກເລວີ 18:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 19:5; ລລວ 20:13; ຜຕສ 19:22; ຣມ 1:26, 27; 1ກຣ 6:9, 10; ຢດ 7

ລະບຽບພວກເລວີ 18:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 22:19; ລລວ 20:15, 16

ລະບຽບພວກເລວີ 18:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:23; ພບຍ 18:12

ລະບຽບພວກເລວີ 18:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:16

ລະບຽບພວກເລວີ 18:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 20:22; ພບຍ 4:1, 40
  • +ອພຍ 12:49

ລະບຽບພວກເລວີ 18:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:17, 18; 2ກສ 16:2, 3; 21:1, 2

ລະບຽບພວກເລວີ 18:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 18:3; 20:23; ພບຍ 18:9

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 18:2ປຖກ 17:7; ອພຍ 6:7
ລລວ. 18:3ອພຍ 23:24; ລລວ 20:23
ລລວ. 18:4ລລວ 20:22; ພບຍ 4:1
ລລວ. 18:5ລກ 10:27, 28; ຣມ 10:5; ຄລຕ 3:12
ລລວ. 18:6ລລວ 20:17
ລລວ. 18:8ປຖກ 35:22; 49:4; ລລວ 20:11; ພບຍ 27:20; 2ຊມ 16:21; 1ກຣ 5:1
ລລວ. 18:9ລລວ 20:17; ພບຍ 27:22; 2ຊມ 13:10-12
ລລວ. 18:12ລລວ 20:19
ລລວ. 18:14ລລວ 20:20
ລລວ. 18:15ລລວ 20:12
ລລວ. 18:16ລລວ 20:21; ພບຍ 25:5; ມຣກ 6:17, 18
ລລວ. 18:17ລລວ 20:14; ພບຍ 27:23
ລລວ. 18:18ປຖກ 30:15
ລລວ. 18:19ລລວ 15:19, 24; 20:18
ລລວ. 18:20ອພຍ 20:14; ລລວ 20:10; ພບຍ 22:22; ສພສ 6:29; ມທ 5:27, 28; 1ກຣ 6:9, 10; ຮຣ 13:4
ລລວ. 18:21ລລວ 20:2; ພບຍ 18:10; 1ກສ 11:7; 2ກສ 23:10
ລລວ. 18:21ລລວ 20:3
ລລວ. 18:22ປຖກ 19:5; ລລວ 20:13; ຜຕສ 19:22; ຣມ 1:26, 27; 1ກຣ 6:9, 10; ຢດ 7
ລລວ. 18:23ອພຍ 22:19; ລລວ 20:15, 16
ລລວ. 18:24ລລວ 20:23; ພບຍ 18:12
ລລວ. 18:25ປຖກ 15:16
ລລວ. 18:26ລລວ 20:22; ພບຍ 4:1, 40
ລລວ. 18:26ອພຍ 12:49
ລລວ. 18:27ພບຍ 20:17, 18; 2ກສ 16:2, 3; 21:1, 2
ລລວ. 18:30ລລວ 18:3; 20:23; ພບຍ 18:9
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 18:1-30

ລະບຽບພວກເລວີ

18 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ໃຫ້​ບອກ​ພວກ​ອິດສະຣາເອນ​ວ່າ ‘ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.+ 3 ຫ້າມ​ພວກ​ເຈົ້າເຮັດ​ຕາມ​ສິ່ງ​ທີ່​ຄົນ​ເອຢິບ​ເຮັດ​ໃນ​ແຜ່ນດິນທີ່​ພວກ​ເຈົ້າ​ເຄີຍ​ຢູ່ ແລະ​ຫ້າມ​ພວກ​ເຈົ້າເຮັດ​ຕາມ​ສິ່ງ​ທີ່ຄົນ​ການາອານ​ເຮັດ​ໃນ​ແຜ່ນດິນທີ່​ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ໄປ​ຢູ່.+ ຫ້າມ​ພວກ​ເຈົ້າ​ເຮັດ​ຕາມທຳນຽມຂອງ​ຄົນ​ເຫຼົ່າ​ນັ້ນ. 4 ພວກ​ເຈົ້າ​ຕ້ອງ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ເຮົາ ແລະໃຊ້​ຊີວິດຕາມ​ກົດ​ໝາຍ​ຂອງ​ເຮົາ.+ ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ. 5 ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ເຮົາ. ທຸກ​ຄົນ​ທີ່​ເຮັດ​ແນວ​ນີ້​ຈະ​ມີ​ຊີວິດ​ຢູ່​ຕໍ່​ໄປ.+ ເຮົາ​ແມ່ນ​ເຢໂຫວາ.

6 ຫ້າມ​ຜູ້​ໃດ​ມີ​ເພດ​ສຳພັນ*+ກັບ​ພີ່ນ້ອງ​ໃກ້ຊິດ. ເຮົາ​ແມ່ນ​ເຢໂຫວາ. 7 ຫ້າມ​ມີ​ເພດ​ສຳພັນ​ກັບ​ພໍ່​ຂອງ​ເຈົ້າ ແລະ​ຫ້າມ​ມີ​ເພດ​ສຳພັນ​ກັບ​ແມ່​ຂອງ​ເຈົ້າ. ລາວ​ເປັນ​ແມ່​ຂອງ​ເຈົ້າ. ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລາວ.

8 ຫ້າມ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ພໍ່​ເຈົ້າ.+ ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ພໍ່​ຂອງ​ເຈົ້າ​ອັບອາຍ.*

9 ຫ້າມ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ເຈົ້າ ບໍ່​ວ່າ​ຈະ​ເປັນ​ລູກສາວ​ຂອງ​ພໍ່​ເຈົ້າ ຫຼື​ລູກສາວ​ຂອງ​ແມ່​ເຈົ້າ. ບໍ່​ວ່າ​ລາວ​ຈະ​ເກີດ​ໃນ​ຄອບຄົວ​ດຽວ​ກັນ​ກັບ​ເຈົ້າ ຫຼື​ເກີດ​ຈາກ​ຄອບຄົວ​ອື່ນ​ກໍ​ຕາມ.+

10 ຫ້າມ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ລູກ​ຊາຍ​ເຈົ້າ ຫຼື​ລູກສາວ​ຂອງ​ລູກສາວ​ເຈົ້າ ເພາະ​ເຈົ້າຈະເສຍກຽດ.*

11 ຫ້າມ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ເມຍ​ພໍ່​ເຈົ້າ ຫຼື​ລູກສາວ​ຂອງ​ພໍ່​ເຈົ້າ ເພາະ​ລາວ​ເປັນ​ເອື້ອຍ​ນ້ອງ​ຂອງ​ເຈົ້າ.

12 ຫ້າມ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ພໍ່​ເຈົ້າ ເພາະ​ລາວ​ເປັນ​ສາຍ​ເລືອດ​ດຽວ​ກັນ​ກັບ​ພໍ່​ເຈົ້າ.+

13 ຫ້າມ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ແມ່​ເຈົ້າ ເພາະ​ລາວ​ເປັນ​ສາຍ​ເລືອດ​ດຽວ​ກັນ​ກັບ​ແມ່​ເຈົ້າ.

14 ຫ້າມ​ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ພໍ່​ເຈົ້າ​ອັບອາຍ* ໂດຍ​ການ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ລາວ ເພາະ​ເມຍ​ຂອງ​ລາວ​ເປັນ​ປ້າ​ຫຼື​ອາ​ຂອງ​ເຈົ້າ.+

15 ຫ້າມ​ມີ​ເພດ​ສຳພັນ​ກັບ​ລູກໃພ້​ຂອງ​ເຈົ້າ+ ເພາະ​ລາວ​ເປັນ​ເມຍ​ຂອງ​ລູກ​ຊາຍ​ເຈົ້າ. ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລາວ.

16 ຫ້າມ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ອ້າຍນ້ອງ​ເຈົ້າ+ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ອ້າຍນ້ອງ​ຂອງ​ເຈົ້າ​ອັບອາຍ.*

17 ຖ້າ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ຄົນ​ໃດ​ຄົນ​ໜຶ່ງ ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ລາວ+ ແລະ​ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ລູກສາວ​ຂອງ​ລູກ​ຊາຍ ຫຼື​ລູກສາວ​ຂອງ​ລູກສາວ​ຂອງ​ຜູ້​ຍິງ​ຄົນ​ນັ້ນ. ເຂົາ​ເຈົ້າ​ເປັນ​ພີ່ນ້ອງ​ໃກ້ຊິດ​ຂອງ​ຜູ້​ຍິງ​ຄົນ​ນັ້ນ. ການ​ເຮັດ​ແນວ​ນີ້​ເປັນ​ຕາ​ໜ້າ​ລັງກຽດ.*

18 ຫ້າມ​ເອົາ​ເອື້ອຍ​ນ້ອງ​ຂອງ​ເມຍ​ເຈົ້າ​ມາ​ເປັນເມຍຜູ້​ທີ 2+ ແລະ​ຕອນ​ທີ່​ເມຍ​ຂອງ​ເຈົ້າ​ຍັງ​ມີ​ຊີວິດ​ຢູ່ ຫ້າມ​ເຈົ້າ​ມີ​ເພດ​ສຳພັນ​ກັບ​ເອື້ອຍ​ນ້ອງ​ຂອງ​ລາວ.

19 ຫ້າມ​ມີ​ເພດ​ສຳພັນ​ກັບ​ຜູ້​ຍິງ​ໃນ​ໄລຍະ​ທີ່​ຖື​ວ່າ​ລາວ​ບໍ່​ສະອາດ​ຍ້ອນ​ເປັນ​ປະຈຳ​ເດືອນ.+

20 ຫ້າມ​ມີ​ເພດ​ສຳພັນ​ກັບ​ເມຍ​ຂອງ​ເພື່ອນ​ບ້ານ​ເຈົ້າ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ເຈົ້າ​ບໍ່​ສະອາດ.+

21 ຫ້າມ​ເຜົາ​ລູກ​ຫຼານ​ຂອງ​ເຈົ້າ​ເພື່ອ​ບູຊາ​ພະ​ໂມເລັກ+ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ຊື່​ພະເຈົ້າ​ຂອງ​ເຈົ້າ​ຖືກ​ດູ​ໝິ່ນ.+ ເຮົາ​ແມ່ນ​ເຢໂຫວາ.

22 ຫ້າມ​ຜູ້​ຊາຍ​ກັບ​ຜູ້​ຊາຍ​ມີເພດ​ສຳພັນກັນ.+ ການ​ເຮັດ​ແນວ​ນີ້​ເປັນ​ຕາ​ໜ້າ​ລັງກຽດ.

23 ຫ້າມ​ຜູ້​ຊາຍ​ມີ​ເພດ​ສຳພັນ​ກັບ​ສັດ ເພາະ​ການ​ເຮັດ​ແນວ​ນີ້​ຈະ​ເຮັດ​ໃຫ້​ລາວ​ບໍ່​ສະອາດ ແລະຜູ້​ຍິງກໍ​ຫ້າມ​ມີ​ເພດ​ສຳພັນ​ກັບ​ສັດ​ຄື​ກັນ.+ ການ​ເຮັດ​ແນວ​ນີ້​ເປັນ​ເລື່ອງຜິດ​ທຳມະຊາດ.

24 ຢ່າ​ເຮັດ​ໃຫ້​ໂຕ​ພວກ​ເຈົ້າ​ບໍ່​ສະອາດ​ຍ້ອນ​ສິ່ງ​ເຫຼົ່ານີ້. ຄົນ​ຊາດ​ອື່ນ​ໆ​ທີ່​ເຮົາ​ຈະ​ຂັບ​ໄລ່​ໄປ​ຈາກ​ແຜ່ນດິນ​ຂອງ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແລະ​ເຮັດ​ໃຫ້​ໂຕ​ຂອງ​ເຂົາ​ເຈົ້າ​ບໍ່​ສະອາດ.+ 25 ຍ້ອນ​ແນວ​ນີ້ ແຜ່ນດິນ​ຈຶ່ງ​ບໍ່​ສະອາດ. ເຮົາ​ຈະ​ລົງໂທດ​ແຜ່ນດິນ​ຍ້ອນ​ຄວາມ​ຜິດ​ນີ້ ແລະ​ຄົນ​ທີ່​ຢູ່​ຫັ້ນ​ຈະ​ຖືກຂັບ​ໄລ່ອອກ​ຈາກ​ແຜ່ນດິນ.+ 26 ແຕ່​ພວກ​ເຈົ້າ​ຕ້ອງ​ເຮັດ​ຕາມ​ກົດ​ໝາຍ​ແລະ​ຄຳ​ສັ່ງ​ຂອງ​ເຮົາ+ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫຼື​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ+ກໍ​ຫ້າມ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້. 27 ຄົນ​ທີ່​ຢູ່​ໃນ​ແຜ່ນດິນ​ນັ້ນ​ກ່ອນ​ພວກ​ເຈົ້າ+ໄດ້​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້ ແລະ​ຕອນ​ນີ້​ແຜ່ນດິນ​ກໍ​ບໍ່​ສະອາດ. 28 ຖ້າ​ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ໃຫ້​ແຜ່ນດິນ​ບໍ່​ສະອາດ ແຜ່ນດິນ​ກໍ​ຈະ​ບໍ່​ຂັບ​ໄລ່ພວກ​ເຈົ້າ​ອອກ​ໄປ​ຄື​ກັບ​ທີ່​ຂັບ​ໄລ່​ຄົນ​ຊາດ​ຕ່າງ​ໆ​ທີ່​ຢູ່​ກ່ອນ​ພວກ​ເຈົ້າ. 29 ທຸກ​ຄົນ​ທີ່​ເຮັດ​ສິ່ງ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້​ຈະ​ຕ້ອງ​ຕາຍ. 30 ພວກ​ເຈົ້າ​ຈະ​ຕ້ອງ​ເຊື່ອ​ຟັງ​ເຮົາ ແລະ​ບໍ່​ເຮັດ​ຕາມ​ທຳນຽມ​ທີ່​ເປັນ​ຕາ​ໜ້າ​ລັງກຽດ​ເຫຼົ່ານີ້ ເຊິ່ງ​ຄົນ​ຊາດ​ຕ່າງ​ໆ​ທີ່​ຢູ່​ກ່ອນ​ພວກ​ເຈົ້າ​ໄດ້​ເຮັດ.+ ຢ່າ​ເຮັດ​ໃຫ້​ໂຕ​ພວກ​ເຈົ້າ​ບໍ່​ສະອາດ​ຍ້ອນ​ສິ່ງ​ເຫຼົ່ານີ້. ເຮົາ​ແມ່ນ​ເຢໂຫວາ​ພະເຈົ້າ​ຂອງ​ພວກ​ເຈົ້າ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌