ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ເອເຊກຽນ​ເຫັນ​ນິມິດ​ຈາກ​ພະເຈົ້າ​ຕອນ​ຢູ່​ບາບີໂລນ (1-3)

      • ນິມິດ​ກ່ຽວ​ກັບ​ລາຊະ​ລົດ​ຂອງ​ພະ​ເຢໂຫວາ (4-​28)

        • ພາຍຸ ຂີ້ເຝື້ອ ແລະ​ໄຟ (4)

        • ສິ່ງ​ທີ່​ມີ​ຊີວິດ 4 ອົງ (5-​14)

        • ກົງ​ລໍ້ 4 ກົງ (15-​21)

        • ແຜ່ນ​ນ້ຳ​ກ້ອນ​ທີ່​ເຫຼື້ອມ​ໆ​ (22-​24)

        • ບັນລັງ​ຂອງ​ພະ​ເຢໂຫວາ (25-​28)

ເອເຊກຽນ 1:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:15
  • +2ກສ 24:12, 14

ເອເຊກຽນ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:9, 10

ເອເຊກຽນ 1:3

ໄຂເງື່ອນ

  • *

    ແປ​ວ່າ “ພະເຈົ້າ​ໃຫ້​ກຳລັງ”

  • *

    ແປ​ຕາມ​ໂຕ​ວ່າ “ມື”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 22:25
  • +ອຊກ 3:14

ເອເຊກຽນ 1:4

ໄຂເງື່ອນ

  • *

    ຫຼື “ຟ້າ​ແມບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 19:11
  • +ອພຍ 19:18; ພສ 97:2, 3
  • +ອຊກ 8:2

ເອເຊກຽນ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:9, 15; ພນມ 4:6

ເອເຊກຽນ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:2; ອຊກ 10:20, 21; ພນມ 4:8

ເອເຊກຽນ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 10:5, 6

ເອເຊກຽນ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:11, 15

ເອເຊກຽນ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:10; ສພສ 28:1
  • +ສພສ 14:4
  • +ໂຢບ 39:27, 29; ອຊກ 10:14, 15; ພນມ 4:7

ເອເຊກຽນ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 6:2

ເອເຊກຽນ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 103:20; ຮຣ 1:7, 14

ເອເຊກຽນ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 7:9, 10

ເອເຊກຽນ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:9-13; ພນມ 4:7

ເອເຊກຽນ 1:16

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ເປັນ​ກົງ​ລໍ້ 2 ອັນ​ທີ່​ມີ​ຂະໜາດ​ສ່ຳ​ກັນ​ເຊິ່ງ​ຕັດ​ກັນ​ທາງ​ຂວາງ​ໃນ​ມຸມ​ຕັ້ງ​ສາກ

ເອເຊກຽນ 1:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 15:3; ຊຄຢ 4:10

ເອເຊກຽນ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:15-17

ເອເຊກຽນ 1:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:1

ເອເຊກຽນ 1:23

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ຢຽດ​ອອກ​ຊື່​ໆ​”

ເອເຊກຽນ 1:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 29:3; ອຊກ 43:2; ພນມ 14:2

ເອເຊກຽນ 1:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 22:19; ພສ 99:1; ອຊຢ 6:1; ພນມ 4:2
  • +ອພຍ 24:10; ພສ 96:6; ອຊກ 10:1
  • +ດນອ 7:9

ເອເຊກຽນ 1:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 8:2
  • +ພບຍ 4:24; ພສ 104:1, 2

ເອເຊກຽນ 1:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 4:3
  • +ອພຍ 24:16, 17; ອຊກ 8:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2022, ໜ້າ 4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 1:1ອຊກ 3:15
ອຊກ. 1:12ກສ 24:12, 14
ອຊກ. 1:22ຂຄ 36:9, 10
ອຊກ. 1:3ຢຣມ 22:25
ອຊກ. 1:3ອຊກ 3:14
ອຊກ. 1:41ກສ 19:11
ອຊກ. 1:4ອພຍ 19:18; ພສ 97:2, 3
ອຊກ. 1:4ອຊກ 8:2
ອຊກ. 1:5ອຊກ 10:9, 15; ພນມ 4:6
ອຊກ. 1:6ອຊຢ 6:2; ອຊກ 10:20, 21; ພນມ 4:8
ອຊກ. 1:7ດນອ 10:5, 6
ອຊກ. 1:9ອຊກ 10:11, 15
ອຊກ. 1:102ຊມ 17:10; ສພສ 28:1
ອຊກ. 1:10ສພສ 14:4
ອຊກ. 1:10ໂຢບ 39:27, 29; ອຊກ 10:14, 15; ພນມ 4:7
ອຊກ. 1:11ອຊຢ 6:2
ອຊກ. 1:12ພສ 103:20; ຮຣ 1:7, 14
ອຊກ. 1:13ດນອ 7:9, 10
ອຊກ. 1:15ອຊກ 10:9-13; ພນມ 4:7
ອຊກ. 1:18ສພສ 15:3; ຊຄຢ 4:10
ອຊກ. 1:19ອຊກ 10:15-17
ອຊກ. 1:22ອຊກ 10:1
ອຊກ. 1:24ພສ 29:3; ອຊກ 43:2; ພນມ 14:2
ອຊກ. 1:261ກສ 22:19; ພສ 99:1; ອຊຢ 6:1; ພນມ 4:2
ອຊກ. 1:26ອພຍ 24:10; ພສ 96:6; ອຊກ 10:1
ອຊກ. 1:26ດນອ 7:9
ອຊກ. 1:27ອຊກ 8:2
ອຊກ. 1:27ພບຍ 4:24; ພສ 104:1, 2
ອຊກ. 1:28ພນມ 4:3
ອຊກ. 1:28ອພຍ 24:16, 17; ອຊກ 8:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 1:1-28

ເອເຊກຽນ

1 ໃນ​ວັນ​ທີ 5 ເດືອນ​ທີ 4 ຂອງ​ປີ​ທີ 30 ຂ້ອຍ​ຢູ່​ແຄມ​ແມ່​ນ້ຳ​ເກບາ+​ກັບ​ປະຊາຊົນ​ທີ່​ເປັນ​ຊະເລີຍ.+ ຕອນ​ນັ້ນ ທ້ອງ​ຟ້າ​ໄດ້​ເປີດ​ອອກ​ແລະ​ຂ້ອຍ​ໄດ້​ເຫັນ​ນິມິດ​ຫຼາຍ​ເລື່ອງ​ຈາກ​ພະເຈົ້າ. 2 ໃນ​ວັນ​ທີ 5 ຂອງ​ເດືອນ​ນັ້ນ ເຊິ່ງ​ເປັນ​ປີ​ທີ 5 ທີ່​ກະສັດ​ເຢໂຮຢາກິນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ+ 3 ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຂ້ອຍ​ເອເຊກຽນ*​ລູກ​ຊາຍ​ຂອງ​ປະໂລຫິດ​ບູຊີ​ຢູ່​ແຄມ​ແມ່​ນ້ຳ​ເກບາ​ໃນ​ແຜ່ນດິນ​ຂອງ​ຄົນ​ການເດອາ.+ ຕອນ​ນັ້ນ ພະລັງ*​ຂອງ​ພະ​ເຢໂຫວາ​ມາ​ຢູ່​ນຳ​ຂ້ອຍ.+

4 ຂ້ອຍ​ເລີ່ມ​ເຫັນ​ນິມິດ. ໃນ​ນິມິດ​ນັ້ນ​ມີ​ພາຍຸ​ທີ່​ແຮງ​ໆ​+​ພັດ​ມາ​ຈາກ​ທິດເໜືອ ແລະ​ມີ​ຂີ້ເຝື້ອ​ກ້ອນ​ໃຫຍ່​ໆ​ກ້ອນ​ໜຶ່ງ​ແລະ​ມີ​ໄຟ​ເຫຼື້ອມ​ແມບ​ໆ​.*+ ມີ​ແສງ​ແຈ້ງ​ໆ​ຢູ່​ອ້ອມ​ຂີ້ເຝື້ອ​ນັ້ນ ແລະ​ຢູ່​ທາງ​ກາງ​ໄຟ​ມີ​ສິ່ງ​ໜຶ່ງ​ທີ່​ເຫຼື້ອມ​ໆ​ຄື​ເງິນ​ປະສົມ​ກັບ​ຄຳ.+ 5 ໃນ​ໄຟ​ນັ້ນ​ມີ​ສິ່ງ​ທີ່​ຄ້າຍຄື​ກັບ​ສິ່ງ​ທີ່​ມີ​ຊີວິດ 4 ອົງ+ ແລະ​ແຕ່​ລະ​ອົງ​ມີ​ຮູບ​ຮ່າ​ງ​ຄ້າຍຄື​ກັບ​ຄົນ. 6 ແຕ່​ລະ​ອົງ​ມີ​ໜ້າ 4 ໜ້າ ແລະ​ມີ​ປີກ 4 ປີກ. + 7 ຕີນ​ຂອງ​ເຂົາເຈົ້າ​ຢຽດ​ຊື່​ແລະ​ເຫຼື້ອມ​ຄື​ກັບ​ທອງແດງ​ທີ່ຂັດ​ເປັນ​ເງົາ​ແລ້ວ.+ ຝາ​ຕີນ​ຂອງ​ເຂົາເຈົ້າ​ຄື​ກັບ​ຝາ​ຕີນ​ຂອງ​ງົວ​ນ້ອຍ. 8 ເຂົາເຈົ້າ​ມີ​ມື​ຄື​ກັບ​ມື​ຄົນ​ຢູ່​ກ້ອງ​ປີກ​ທັງ​ສີ່​ປີກ. ແຕ່​ລະ​ອົງ​ມີ 4 ໜ້າ​ແລະ​ມີ​ປີກ. 9 ແຕ່​ລະ​ອົງ​ຍົກ​ປີກ 2 ປີກ​ຂຶ້ນ​ແລະ​ປາຍ​ປີກ​ກໍ​ຈຸ​ກັນ. ເມື່ອ​ຈະ​ໄປ​ທິດ​ທາງ​ໃດ ເຂົາເຈົ້າ​ກໍ​ໄປ​ໄດ້​ໂດຍ​ທີ່​ບໍ່​ຕ້ອງ​ປິ່ນ​ໂຕ​ໄປ​ນຳ.+

10 ທັງ​ສີ່​ອົງ​ມີ​ໜ້າ​ແບບ​ນີ້: ໜ້າ​ທີ່​ຢູ່​ທາງ​ໜ້າ​ເປັນ​ໜ້າ​ຄົນ ໜ້າ​ທີ່​ຢູ່​ເບື້ອງ​ຂວາ​ເປັນ​ໜ້າ​ສິງ+ ໜ້າ​ທີ່​ຢູ່​ເບື້ອງ​ຊ້າຍ​ເປັນ​ໜ້າ​ງົວ​ໂຕ​ຜູ້+ ແລະ​ໜ້າທີ່​ຢູ່​ທາງ​ຫຼັງ​ເປັນ​ໜ້າ​ນົກ​ອິນຊີ.+ 11 ແຕ່​ລະ​ອົງ​ຍົກ​ປີກ 2 ປີກ​ຂຶ້ນ​ແລະ​ປາຍ​ປີກ​ກໍ​ຈຸ​ກັນ ແລະ​ອີກ 2 ປີກ​ກໍ​ປົກ​ໂຕ​ໄວ້.+

12 ພະລັງ​ຂອງ​ພະເຈົ້າ​ໃຫ້​ໄປ​ທິດ​ທາງ​ໃດ ເຂົາເຈົ້າ​ກໍ​ໄປ​ຕາມ​ນັ້ນ+​ໂດຍ​ທີ່​ບໍ່​ຕ້ອງ​ປິ່ນ​ໂຕ​ໄປ​ນຳ. 13 ເຂົາເຈົ້າ​ເປັນ​ຄື​ກັບ​ຖ່ານ​ທີ່​ມີ​ໄຟ​ລຸກ​ຢູ່ ແລະ​ມີ​ບາງ​ສິ່ງ​ທີ່​ຄື​ກັບ​ກະບອງ​ໄຟ​ລອຍ​ໄປ​ລອຍ​ມາ​ລະຫວ່າງ​ເຂົາເຈົ້າ ແລະ​ມີ​ແສງ​ຟ້າ​ແມບ​ອອກ​ມາ​ຈາກ​ໄຟ.+ 14 ເມື່ອ​ເຂົາເຈົ້າ​ບິນ​ໄປ​ບິນ​ມາ​ກໍ​ເປັນ​ຄື​ກັບ​ແສງ​ຟ້າ​ແມບ.

15 ຕອນ​ທີ່​ຂ້ອຍ​ກຳລັງ​ແນມ​ເບິ່ງ​ສິ່ງ​ທີ່​ມີ​ຊີວິດ​ເຫຼົ່າ​ນີ້​ທີ່​ມີ 4 ໜ້າ ຂ້ອຍ​ເຫັນ​ກົງ​ລໍ້​ຢູ່​ທາງ​ຂ້າງ​ແຕ່​ລະ​ອົງ. ກົງ​ລໍ້​ເຫຼົ່າ​ນີ້​ຢູ່​ເທິງ​ພື້ນ.+ 16 ກົງ​ລໍ້​ທັງ​ສີ່​ມີ​ລັກສະນະ​ຄື​ກັນ. ມັນ​ເຫຼື້ອມ​ຄື​ແກ້ວ​ຄຣິດໂຊໄລທ໌ ແລະ​ແຕ່​ລະ​ອັນ​ມີ​ກົງ​ລໍ້​ອີກ​ອັນ​ໜຶ່ງ​ຢູ່​ໄຂວ່​ກັນ.* 17 ມັນ​ເຄື່ອນ​ທີ່​ໄປ​ໄດ້​ທັງ​ສີ່​ທິດ​ໂດຍ​ທີ່​ບໍ່​ຕ້ອງ​ປິ່ນ​ໄປ​ທາງ​ນັ້ນ. 18 ມັນ​ມີ​ຂອບ​ສູງ​ໆ​ທີ່​ເປັນ​ຕາ​ງຶດ​ແລະ​ມີ​ຕາ​ອ້ອມ​ຢູ່​ເຕັມ​ຂອບ.+ 19 ເມື່ອ​ສິ່ງ​ທີ່​ມີ​ຊີວິດ​ເຄື່ອນ​ທີ່ ມັນ​ກໍ​ເຄື່ອນ​ທີ່​ໄປ​ນຳ. ເມື່ອ​ເຂົາເຈົ້າ​ລອຍ​ຂຶ້ນ ມັນ​ກໍ​ລອຍ​ຂຶ້ນ​ຄື​ກັນ.+ 20 ພະລັງ​ຂອງ​ພະເຈົ້າ​ໃຫ້​ສິ່ງ​ທີ່​ມີ​ຊີວິດ​ໄປ​ທິດ​ທາງ​ໃດ ເຂົາເຈົ້າ​ກໍ​ໄປ. ຄັນ​ເຂົາເຈົ້າ​ລອຍ​ຂຶ້ນ ກົງ​ລໍ້​ກໍ​ລອຍ​ຂຶ້ນ ຍ້ອນ​ພະລັງ​ຂອງ​ພະເຈົ້າ​ທີ່​ຢູ່​ນຳ​ສິ່ງ​ທີ່​ມີ​ຊີວິດ​ກໍ​ຢູ່​ນຳ​ກົງ​ລໍ້​ຄື​ກັນ. 21 ເມື່ອ​ສິ່ງ​ທີ່​ມີ​ຊີວິດ​ເຄື່ອນ​ທີ່ ກົງ​ລໍ້​ກໍ​ເຄື່ອນ​ທີ່​ໄປ​ນຳ. ເມື່ອ​ເຂົາເຈົ້າ​ຢຸດ ມັນ​ກໍ​ຢຸດ. ເມື່ອ​ເຂົາເຈົ້າ​ລອຍ​ຂຶ້ນ ມັນ​ກໍ​ລອຍ​ຂຶ້ນ ຍ້ອນ​ພະລັງ​ຂອງ​ພະເຈົ້າ​ທີ່​ຢູ່​ນຳ​ສິ່ງ​ທີ່​ມີ​ຊີວິດ​ກໍ​ຢູ່​ນຳ​ກົງ​ລໍ້​ຄື​ກັນ.

22 ຢູ່​ເທິງ​ຫົວ​ຂອງ​ສິ່ງ​ທີ່​ມີ​ຊີວິດ​ມີ​ບາງ​ຢ່າງ​ຄື​ກັບ​ແຜ່ນ​ນ້ຳ​ກ້ອນ​ທີ່​ເຫຼື້ອມ​ໆ​.+ 23 ຢູ່​ກ້ອງ​ແຜ່ນ​ນັ້ນ ປີກ​ຂອງ​ເຂົາເຈົ້າ​ຢຽດ​ຂຶ້ນ​ຊື່​ໆ​*​ແລະ​ປາຍ​ປີກ​ກໍ​ຈຸ​ກັນ. ແຕ່​ລະ​ອົງ​ມີ​ປີກ​ປົກ​ໂຕ. ເຂົາເຈົ້າມີ 2 ປີກ​ປົກ​ເບື້ອງ​ໜຶ່ງ ແລະ​ອີກ 2 ປີກ​ປົກ​ອີກ​ເບື້ອງ​ໜຶ່ງ. 24 ສຽງ​ທີ່​ມາ​ຈາກ​ປີກ​ຂອງ​ເຂົາເຈົ້າ​ດັງ​ຄື​ກັບ​ສຽງ​ນ້ຳ​ທີ່​ໄຫຼ​ແຮງ​ໆ​ ແລະ​ດັງ​ຄື​ກັບ​ສຽງ​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ.+ ຕອນ​ທີ່​ເຂົາເຈົ້າ​ເຄື່ອນ​ທີ່​ກໍ​ມີ​ສຽງ​ຄື​ກັບ​ສຽງ​ກອງທັບ. ເມື່ອ​ເຂົາເຈົ້າ​ຢຸດ ເຂົາເຈົ້າ​ເອົາ​ປີກ​ລົງ.

25 ມີ​ສຽງ​ຢູ່​ເທິງ​ແຜ່ນ​ທີ່​ຢູ່​ເທິງ​ຫົວ​ເຂົາເຈົ້າ. (ຕອນ​ທີ່​ເຂົາເຈົ້າ​ຢຸດ ເຂົາເຈົ້າ​ເອົາ​ປີກ​ລົງ.) 26 ຢູ່​ເທິງ​ແຜ່ນ​ທີ່​ຢູ່​ເທິງ​ຫົວ​ເຂົາເຈົ້າ​ມີ​ສິ່ງ​ໜຶ່ງ​ທີ່​ຄ້າຍຄື​ກັບ​ບັນລັງ+​ທີ່​ເຮັດ​ຈາກ​ແກ້ວ​ໄພລິນ.+ ຜູ້​ທີ່​ນັ່ງ​ເທິງ​ບັນລັງ​ນັ້ນ​ມີ​ຮູບຮ່າງ​ຄ້າຍຄື​ກັບ​ຄົນ.+ 27 ຕັ້ງ​ແຕ່​ແອວ​ຂອງ​ເພິ່ນ​ຂຶ້ນ​ໄປ​ເຫຼື້ອມ​ຄື​ເງິນ​ປະສົມ​ກັບ​ຄຳ+ ແລະ​ຕັ້ງ​ແຕ່​ແອວ​ລົງ​ມາ​ກໍ​ມີ​ແສງ​ຄື​ກັບ​ໄຟ.+ ມີ​ແສງ​ທີ່​ເຫຼື້ອມ​ໆ​ຢູ່​ອ້ອມ​ໂຕ​ເພິ່ນ 28 ຄື​ກັບ​ສາຍ​ຮຸ້ງ+​ຢູ່​ຂີ້ເຝື້ອ​ຫຼັງ​ຈາກ​ຝົນ​ຕົກ​ແລ້ວ. ແສງ​ທີ່​ເຫຼື້ອມ​ໆ​ເປັນ​ຄື​ກັບ​ແສງ​ລັດ​ສະໝີ​ຂອງ​ພະ​ເຢໂຫວາ.+ ເມື່ອ​ເຫັນ​ແບບນັ້ນ ຂ້ອຍ​ກໍ​ໝູບ​ໜ້າ​ລົງ​ພື້ນ ແລ້ວ​ຂ້ອຍ​ກໍ​ໄດ້​ຍິນ​ສຽງ​ເວົ້າ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌