ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອຊາຢາ

      • ນິມິດ​ທີ່​ເຫັນ​ພະ​ເຢໂຫວາ​ຢູ່​ໃນ​ວິ⁠ຫານ​ຂອງ​ເພິ່ນ (1-​4)

        • ‘ພະ​ເຢໂຫວາ​ເປັນ​ອົງ​ບໍລິສຸດ ບໍລິສຸດ ບໍລິສຸດ’ (3)

      • ປາກ​ຂອງ​ເອຊາຢາ​ຖືກ​ເຮັດ​ໃຫ້​ສະອາດ (5-​7)

      • ເອຊາຢາ​ໄດ້​ຮັບ​ວຽກ​ມອບໝາຍ (8-​10)

        • “ສົ່ງ​ລູກ​ໄປ​ໄດ້​ເດີ້! ລູກ​ພ້ອມ​ທີ່​ຈະ​ໄປ!” (8)

      • “ພະເຢໂຫວາ ມັນ​ຈະ​ເປັນ​ແບບ​ນີ້​ອີກ​ດົນ​ປານ​ໃດ?” (11-​13)

ເອຊາຢາ 6:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 26:23
  • +1ກສ 22:19; ດນອ 7:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 26

ເອຊາຢາ 6:2

ໄຂເງື່ອນ

  • *

    ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ

ເອຊາຢາ 6:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 15:11; ພນມ 4:8

ເອຊາຢາ 6:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 15:8

ເອຊາຢາ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 29:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 32-34

ເອຊາຢາ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 10:2
  • +ພນມ 8:5

ເອຊາຢາ 6:7

ໄຂເງື່ອນ

  • *

    ຫຼື “ລົບ​ລ້າງ​ແລ້ວ”

ເອຊາຢາ 6:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:26; ຢຮ 1:1, 2; 12:41
  • +ພສ 110:3; ມທ 4:19, 20

ເອຊາຢາ 6:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:21; ມທ 13:14; ລກ 8:9, 10; ກຈກ 28:25, 26

ເອຊາຢາ 6:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:7
  • +ຢຣມ 6:10; ຢຮ 3:20
  • +ມທ 13:15; ກຈກ 28:27

ເອຊາຢາ 6:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:20, 21; ອຊຢ 3:26; 24:1

ເອຊາຢາ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:11

ເອຊາຢາ 6:13

ໄຂເງື່ອນ

  • *

    ຫຼື “1 ໃນ 10 ຄົນ”

  • *

    ແປ​ຕາມ​ໂຕ​ວ່າ “ເຊື້ອສາຍ”

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊຢ. 6:12ຂຄ 26:23
ອຊຢ. 6:11ກສ 22:19; ດນອ 7:9
ອຊຢ. 6:3ອພຍ 15:11; ພນມ 4:8
ອຊຢ. 6:4ພນມ 15:8
ອຊຢ. 6:5ອຊຢ 29:13
ອຊຢ. 6:6ອຊກ 10:2
ອຊຢ. 6:6ພນມ 8:5
ອຊຢ. 6:8ປຖກ 1:26; ຢຮ 1:1, 2; 12:41
ອຊຢ. 6:8ພສ 110:3; ມທ 4:19, 20
ອຊຢ. 6:9ຢຣມ 5:21; ມທ 13:14; ລກ 8:9, 10; ກຈກ 28:25, 26
ອຊຢ. 6:10ອຊກ 3:7
ອຊຢ. 6:10ຢຣມ 6:10; ຢຮ 3:20
ອຊຢ. 6:10ມທ 13:15; ກຈກ 28:27
ອຊຢ. 6:112ຂຄ 36:20, 21; ອຊຢ 3:26; 24:1
ອຊຢ. 6:122ກສ 25:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
ຄຳພີໄບເບິນສະບັບແປໂລກໃໝ່
ເອຊາຢາ 6:1-13

ເອຊາຢາ

6 ໃນ​ປີ​ທີ່​ກະສັດ​ອຸດຊີຢາ​ຕາຍ+ ຂ້ອຍ​ເຫັນ​ພະ​ເຢໂຫວາ​ນັ່ງ​ຢູ່​ເທິງ​ບັນລັງ​ທີ່ຢູ່​ບ່ອນ​ສູງ​ໆ​+ ແລະ​ຊຸດ​ທີ່​ເພິ່ນ​ໃສ່​ກໍ​ແຜ່​ອອກ​ເຕັມ​ວິຫານ. 2 ມີ​ພວກ​ເຊຣາຟີມ*​ຢືນ​ຢູ່​ໃກ້​ໆ​ເພິ່ນ. ແຕ່​ລະ​ອົງ​ມີ​ປີກ 6 ປີກ. ເຂົາເຈົ້າ​ມີ​ປີກ 2 ປີກ​ບັງ​ໜ້າ​ໄວ້ ມີ 2 ປີກ​ບັງ​ຕີນ​ໄວ້ ແລະ​ມີ​ອີກ 2 ປີກ​ໃຊ້​ເພື່ອ​ບິນ.

 3 ເຂົາເຈົ້າ​ພາກັນ​ຮ້ອງ​ວ່າ:

“ພະ​ເຢໂຫວາ​ຜູ້​ບັນຊາການກອງທັບ​ເປັນ​ອົງ​ບໍລິສຸດ ບໍລິສຸດ ບໍລິສຸດ.+

ແສງ​ລັດ​ສະໝີ​ຂອງ​ເພິ່ນ​ແຜ່​ກະຈາຍ​ໄປ​ທົ່ວ​ໂລກ.”

4 ສຽງ​ຮ້ອງ​ຂອງ​ເຂົາເຈົ້າ​ດັງ​ຫຼາຍ​ຈົນ​ເຮັດ​ໃຫ້ຂອບ​ປະຕູສັ່ນ​ສະເທືອນ ແລ້ວ​ກໍ​ມີ​ຄວັນ​ຢູ່​ເຕັມ​ວິຫານ.+

 5 ຈາກ​ນັ້ນ ຂ້ອຍ​ກໍ​ເວົ້າ​ວ່າ: “ຕາຍ​ຄັກ​ໆ​! ຂ້ອຍ​ເປັນ​ຄົນ​ບາບ

ແລະ​ຄຳເວົ້າ​ຂອງ​ຂ້ອຍ​ກໍ​ບໍ່​ສະອາດ.

ຂ້ອຍ​ຢູ່​ນຳ​ຄົນ​ທີ່​ໃຊ້​ຄຳເວົ້າ​ທີ່​ບໍ່​ສະອາດ+

ແລະ​ຂ້ອຍ​ກໍ​ໄດ້​ເຫັນ​ພະ​ເຢໂຫວາ​ຜູ້​ເປັນ​ກະສັດ​ແລະ​ຜູ້​ບັນຊາການກອງທັບ.

ບັດ​ນີ້ ຂ້ອຍ​ຕ້ອງ​ຕາຍ​ແທ້​ໆ​!”

6 ແລ້ວ​ເຊຣາຟີມ​ອົງ​ໜຶ່ງ​ກໍ​ບິນ​ມາ​ຫາ​ຂ້ອຍ ລາວ​ຖື​ເຫຼັກ​ຄີບ​ແລະ​ໄດ້​ຄີບ​ຖ່ານ​ຮ້ອນ​ໆ​ແດງ​ໆ​ກ້ອນ​ໜຶ່ງ+​ອອກ​ມາ​ຈາກ​ແທ່ນ​ບູຊາ. + 7 ລາວ​ເອົາ​ຖ່ານ​ນັ້ນ​ມາ​ແຕະ​ໃສ່​ປາກ​ຂ້ອຍ​ແລະ​ເວົ້າ​ວ່າ:

“ຂ້ອຍ​ໄດ້​ເອົາ​ຖ່ານ​ກ້ອນ​ນີ້​ແຕະ​ໃສ່​ປາກ​ເຈົ້າ.

ຕອນນີ້ ເຈົ້າ​ຈຶ່ງ​ບໍ່​ມີ​ຄວາມ​ຜິດ

ແລະບາບ​ຂອງ​ເຈົ້າ​ກໍ​ໄດ້​ຮັບ​ການ​ໃຫ້​ອະໄພ​ແລ້ວ.”*

8 ຈາກ​ນັ້ນ ຂ້ອຍ​ກໍ​ໄດ້​ຍິນ​ພະ​ເຢໂຫວາ​ຖາມ​ວ່າ: “ເຮົາ​ຄວນ​ສົ່ງ​ໃຜ​ໄປ ແລະໃຜ​ຈະ​ໄປ​ແທນ​ພວກ​ເຮົາ?”+ ຂ້ອຍ​ຈຶ່ງ​ຕອບ​ວ່າ: “ສົ່ງ​ລູກ​ໄປ​ໄດ້​ເດີ້! ລູກພ້ອມ​ທີ່​ຈະ​ໄປ!”+

 9 ເພິ່ນ​ເວົ້າ​ວ່າ: “ໃຫ້​ເຈົ້າ​ໄປ​ບອກ​ປະຊາຊົນ​ຂອງ​ເຮົາ​ວ່າ

‘ພວກເຈົ້າ​ຈະ​ໄດ້​ຍິນ​ແລ້ວ​ໄດ້​ຍິນ​ອີກ

ແຕ່​ຈະ​ບໍ່​ເຂົ້າໃຈ.

ພວກເຈົ້າ​ຈະ​ເຫັນ​ແລ້ວ​ເຫັນ​ອີກ

ແຕ່​ຈະ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ.’+

10 ໃຫ້​ເຈົ້າ​ເຮັດ​ໃຫ້​ໃຈ​ຂອງ​ເຂົາເຈົ້າ​ດື້​ດ້ານ+

ເຮັດ​ໃຫ້​ເຂົາເຈົ້າ​ອັດ​ຫູ​ໄວ້+

ເຮັດ​ໃຫ້​ເຂົາເຈົ້າ​ຫຼັບ​ຕາ​ໄວ້

ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຫັນແລະ​ບໍ່​ໄດ້​ຍິນ

ເພື່ອ​ເຂົາເຈົ້າ​ຈະ​ບໍ່​ເຂົ້າໃຈແລະ​ບໍ່​ກັບ​ມາ​ຄືນດີ​ກັບ​ເຮົາ.”+

11 ຂ້ອຍ​ຈຶ່ງ​ຖາມ​ວ່າ: “ພະ​ເຢໂຫວາ ມັນ​ຈະ​ເປັນ​ແບບ​ນີ້​ອີກ​ດົນ​ປານ​ໃດ?” ເພິ່ນ​ຕອບ​ວ່າ:

“ມັນ​ຈະ​ເປັນ​ແບບ​ນີ້​ຈົນ​ຮອດ​ຕອນ​ທີ່​ເມືອງ​ຕ່າງ​ໆ​ຂອງ​ເຂົາເຈົ້າ​ຖືກ​ທຳລາຍ​ແລະ​ບໍ່​ມີ​ຄົນ​ອາໄສ​ຢູ່​ອີກ​ຕໍ່ໄປ

ຈົນ​ຮອດ​ຕອນ​ທີ່​ເຮືອນ​ທຸກ​ຫຼັງ​ຂອງ​ເຂົາເຈົ້າ​ບໍ່​ມີ​ຄົນ​ຢູ່

ແລະ​ຈົນ​ຮອດ​ຕອນ​ທີ່​ແຜ່ນດິນ​ຂອງ​ເຂົາເຈົ້າ​ຖືກ​ປະຖິ້ມ​ໄວ້.+

12 ມັນ​ຈະ​ເປັນ​ແບບ​ນີ້​ຈົນ​ຮອດ​ຕອນ​ທີ່​ພະ​ເຢໂຫວາ​ໄລ່​ເຂົາເຈົ້າ​ອອກ​ໄປ​ຢູ່​ບ່ອນ​ທີ່​ໄກ​ໆ​+

ແລະ​ຈົນ​ຮອດ​ຕອນ​ທີ່​ທົ່ວ​ແຜ່ນດິນ​ມີ​ແຕ່​ຄວາມ​ຮ້າງ​ເປົ່າ.

13 ແຕ່​ຈະ​ມີ​ຄົນຈຳນວນ​ໜ້ອຍ*​ເຫຼືອ​ຢູ່​ແຜ່ນດິນ​ນັ້ນ ແລະ​ເຂົາເຈົ້າ​ຈະ​ຖືກ​ເຜົາ​ອີກ​ເທື່ອ​ໜຶ່ງ. ເຂົາເຈົ້າ​ຈະ​ເປັນ​ຄື​ກັບ​ຕໍທີ່​ເຫຼືອ​ຢູ່​ຫຼັງ​ຈາກ​ທີ່ຕົ້ນ​ໄມ້​ໃຫຍ່​ແລະ​ຕົ້ນ​ໂອກ​ຖືກ​ຕັດ​ແລ້ວ. ຈາກ​ນັ້ນ ກິ່ງ*​ທີ່​ບໍລິສຸດ​ກິ່ງ​ໜຶ່ງ​ກໍ​ຈະ​ປົ່ງ​ອອກ​ມາ​ຈາກ​ຕໍ​ນັ້ນ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌