ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮາບາກຸກ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມຮາບາກຸກ

      • ຜູ້ພະຍາກອນ​ຮ້ອງ​ຂໍ​ໃຫ້​ຊ່ວຍ (1-4)

        • ‘ພະ​ເຢໂຫວາ​ເອີ້ຍ ອີກ​ດົນ​ປານ​ໃດ?’ (2)

        • “ເປັນຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ຂົ່ມເຫງ​ກັນ?” (3)

      • ພະເຈົ້າ​ໃຊ້​ພວກ​ການເດອາ​ເພື່ອ​ການ​ລົງໂທດ (5-11)

      • ຜູ້ພະຍາກອນ​ອ້ອນວອນ​ພະ​ເຢໂຫວາ (12-17)

        • ‘ພະເຈົ້າ​ຂອງ​ລູກ​ເອີ້ຍ ພະອົງ​ບໍ່​ມີ​ມື້​ຕາຍ’ (12)

        • “ພະອົງ​ບໍລິສຸດ​ຫຼາຍ​ຈຶ່ງ​ທົນ​ເຫັນ​ຄວາມ​ຊົ່ວ​ບໍ່​ໄດ້” (13)

ຮາບາກຸກ 1:1

ໄຂເງື່ອນ

  • *

    ອາດ​ແປ​ວ່າ “ກອດ​ທີ່​ແໜ້ນ​ໆ​”

ຮາບາກຸກ 1:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 13:1
  • +ພສ 22:1; 74:10; ພນມ 6:10

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 16-17

ຮາບາກຸກ 1:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 16-17

ຮາບາກຸກ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 12:6; ພສ 12:8; ປຍຈ 8:11; ອຊຢ 1:21; ກຈກ 7:52, 53

ຮາບາກຸກ 1:5

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ເປັນ​ຄຳ​ເວົ້າ​ຂອງ​ພະເຈົ້າ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 28:21; 29:14; ສສ 4:11, 12; ກຈກ 13:40, 41

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 17, 20

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    11/2017, ໜ້າ 6

ຮາບາກຸກ 1:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 22:7; 46:2
  • +ພບຍ 28:49-51; ຢຣມ 5:15-17; 6:22, 23; ອຊກ 23:22, 23

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 17

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    11/2017, ໜ້າ 6

ຮາບາກຸກ 1:7

ໄຂເງື່ອນ

  • *

    ຫຼື “ຍົກຍ້ອງ​ໂຕເອງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 39:5-7; ດນອ 5:18, 19

ຮາບາກຸກ 1:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 5:6
  • +ຢຣມ 4:13; ສສ 4:19; ອຊກ 17:3

ຮາບາກຸກ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 25:9
  • +ອຊຢ 27:8; ອຊກ 17:10

ຮາບາກຸກ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:12
  • +ຢຣມ 32:24; 52:7

ຮາບາກຸກ 1:11

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ກຳລັງ​ຂອງ​ເຂົາເຈົ້າ​ແມ່ນ​ພະເຈົ້າ​ຂອງ​ເຂົາເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 47:5, 6; ຢຣມ 51:24; ຊຄຢ 1:15
  • +ດນອ 5:1, 4

ຮາບາກຸກ 1:12

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ພວກ​ເຮົາ​ຈະ​ບໍ່​ຕາຍ”

  • *

    ຫຼື “ພະເຈົ້າ​ຜູ້​ທີ່​ປົກປ້ອງ​ລູກ”

  • *

    ຫຼື “ສັ່ງ​ສອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 90:2; 93:2; ພນມ 1:8
  • +1ຕມ 1:17; ພນມ 15:3
  • +ພບຍ 32:4
  • +ຢຣມ 30:11

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 17-18

ຮາບາກຸກ 1:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 5:4, 5
  • +ຢຣມ 12:1
  • +ພສ 35:21, 22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2018, ໜ້າ 17-18

ຮາບາກຸກ 1:15

ໄຂເງື່ອນ

  • *

    ໝາຍເຖິງ​ພວກ​ການເດອາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:11

ຮາບາກຸກ 1:16

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ທີ່​ໃສ່​ນ້ຳມັນ​ຫຼາຍ”

ຮາບາກຸກ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:17; ນຮ 3:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຮບກ. 1:2ພສ 13:1
ຮບກ. 1:2ພສ 22:1; 74:10; ພນມ 6:10
ຮບກ. 1:4ໂຢບ 12:6; ພສ 12:8; ປຍຈ 8:11; ອຊຢ 1:21; ກຈກ 7:52, 53
ຮບກ. 1:5ອຊຢ 28:21; 29:14; ສສ 4:11, 12; ກຈກ 13:40, 41
ຮບກ. 1:6ຢຣມ 22:7; 46:2
ຮບກ. 1:6ພບຍ 28:49-51; ຢຣມ 5:15-17; 6:22, 23; ອຊກ 23:22, 23
ຮບກ. 1:7ຢຣມ 39:5-7; ດນອ 5:18, 19
ຮບກ. 1:8ຢຣມ 5:6
ຮບກ. 1:8ຢຣມ 4:13; ສສ 4:19; ອຊກ 17:3
ຮບກ. 1:9ອຊຢ 27:8; ອຊກ 17:10
ຮບກ. 1:9ຢຣມ 25:9
ຮບກ. 1:102ກສ 24:12
ຮບກ. 1:10ຢຣມ 32:24; 52:7
ຮບກ. 1:11ອຊຢ 47:5, 6; ຢຣມ 51:24; ຊຄຢ 1:15
ຮບກ. 1:11ດນອ 5:1, 4
ຮບກ. 1:12ພສ 90:2; 93:2; ພນມ 1:8
ຮບກ. 1:121ຕມ 1:17; ພນມ 15:3
ຮບກ. 1:12ພບຍ 32:4
ຮບກ. 1:12ຢຣມ 30:11
ຮບກ. 1:13ພສ 5:4, 5
ຮບກ. 1:13ຢຣມ 12:1
ຮບກ. 1:13ພສ 35:21, 22
ຮບກ. 1:15ຢຣມ 50:11
ຮບກ. 1:172ຂຄ 36:17; ນຮ 3:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
ຄຳພີໄບເບິນສະບັບແປໂລກໃໝ່
ຮາບາກຸກ 1:1-17

ຮາບາກຸກ

1 ຂ້ອຍ​ແມ່ນ​ຜູ້ພະຍາກອນ​ຮາບາກຸກ*​ທີ່​ໄດ້​ຍິນຂ່າວ​ສານ​ທາງ​ນິມິດ. ຂ້ອຍ​ເວົ້າ​ວ່າ:

 2 “ພະ​ເຢໂຫວາ​ເອີ້ຍ ລູກ​ຕ້ອງ​ຮ້ອງ​ຂໍ​ໃຫ້​ພະອົງ​ຊ່ວຍ​ອີກ​ດົນ​ປານ​ໃດ ພະອົງ​ຈຶ່ງ​ຈະ​ຊ່ວຍ?+

ລູກ​ຕ້ອງ​ຮ້ອງ​ຂໍ​ອີກ​ດົນ​ປານ​ໃດ ພະອົງ​ຈຶ່ງ​ຈະ​ຟັງ ພະອົງ​ຈຶ່ງ​ຈະ​ຊ່ວຍ​ລູກ​ໃຫ້​ພົ້ນ​ຈາກ​ຄົນ​ທີ່​ຮຸນແຮງ?+

 3 ເປັນຫຍັງ​ພະອົງ​ຈຶ່ງ​ໃຫ້​ລູກ​ເຫັນ​ຄົນ​ເຮັດ​ຊົ່ວ?

ເປັນຫຍັງ​ພະອົງ​ຈຶ່ງ​ປ່ອຍ​ໃຫ້​ຄົນ​ຂົ່ມເຫງ​ກັນ?

ເປັນຫຍັງ​ພະອົງ​ຈຶ່ງ​ໃຫ້​ລູກ​ເຫັນ​ຄວາມ​ຈິບຫາຍ​ແລະ​ຄວາມ​ຮຸນແຮງ?

ແລະ​ເປັນຫຍັງ​ຈຶ່ງ​ມີ​ຄວາມ​ຂັດ​ແຍ່ງ​ແລະ​ການ​ຜິດ​ຖຽງ​ກັນ?

 4 ບໍ່​ມີ​ຜູ້​ໃດ​ເຮັດ​ຕາມ​ກົດໝາຍ

ແລະ​ກໍ​ບໍ່​ມີ​ຄວາມ​ຍຸຕິທຳ.

ຄົນ​ຊົ່ວ​ຂົ່ມເຫງ​ຄົນ​ດີ.

ຍ້ອນ​ແນວ​ນີ້ ຄວາມ​ຍຸຕິທຳ​ຈຶ່ງ​ຖືກ​ບິດ​ເບືອນ.+

 5 ‘ໃຫ້​ເບິ່ງ​ຊາດ​ຕ່າງ​ໆ​ ແລະ​ໃຫ້​ເບິ່ງ​ດີ​ໆ​ເດີ້!*

ແລ້ວ​ເຈົ້າ​ຈະ​ງຶດງໍ້​ແລະ​ຕົກໃຈ

ເພາະ​ຈະ​ມີ​ບາງ​ສິ່ງ​ເກີດ​ຂຶ້ນ​ໃນ​ສະໄໝ​ຂອງ​ເຈົ້າ.

ເຖິງ​ວ່າ​ຈະ​ມີ​ຄົນ​ມາ​ບອກ ແຕ່​ເຈົ້າ​ກໍ​ຈະ​ບໍ່​ເຊື່ອ.+

 6 ເຮົາ​ຈະ​ໃຫ້​ອຳນາດ​ກັບ​ພວກ​ການເດອາ+

ເຊິ່ງ​ເປັນ​ຊາດ​ທີ່​ໂຫດຫ້ຽມ​ແລະ​ໃຈ​ຮ້ອນ.

ເຂົາເຈົ້າ​ຈະ​ຂະຫຍາຍ​ດິນແດນ​ອອກ​ໄປ

ແລະ​ຍຶດ​ເອົາ​ບ້ານ​ເມືອງ​ທີ່​ບໍ່​ແມ່ນ​ຂອງ​ເຂົາເຈົ້າ.+

 7 ເຂົາເຈົ້າ​ເປັນ​ພວກ​ທີ່​ເປັນ​ຕາ​ຢ້ານ.

ເຂົາເຈົ້າ​ຕັ້ງ​ກົດໝາຍ​ຂຶ້ນ​ມາ​ເອງ​ແລະ​ເຮັດ​ໃຫ້​ໂຕເອງ​ມີ​ອຳນາດ.*+

 8 ມ້າ​ຂອງ​ເຂົາເຈົ້າ​ໄວ​ກວ່າ​ເສືອ​ດາວ

ແລະ​ໂຈມຕີ​ໄວ​ກວ່າ​ໝາ​ປ່າ​ໃນ​ຕອນ​ກາງຄືນ.+

ມ້າ​ຂອງ​ເຂົາເຈົ້າ​ແລ່ນ​ອອກ​ໄປ​ບັກ​ໄວ​ໆ​

ແລະ​ມາ​ແຕ່​ໄກ​ໆ​ພຸ້ນ.

ພວກ​ມັນ​ໄວ​ຄື​ກັບ​ນົກ​ອິນຊີ​ຄຸບ​ເອົາ​ເຫຍື່ອ.+

 9 ເຂົາເຈົ້າ​ທຸກ​ຄົນ​ໂຫດຫ້ຽມ​ແລະ​ຮຸນແຮງ.+

ເຂົາເຈົ້າ​ບຸກ​ເຂົ້າ​ມາ​ຄື​ກັບ​ລົມ​ຈາກ​ທິດ​ຕາເວັນ​ອອກ.+

ເຂົາເຈົ້າ​ຈັບ​ຄົນ​ໄປ​ເປັນ​ຊະເລີຍ​ຫຼາຍ​ຄື​ກັບ​ເມັດດິນ​ຊາຍ.

10 ເຂົາເຈົ້າ​ເຍາະເຍີ້ຍ​ພວກ​ກະສັດ

ແລະ​ຫົວຂວັນ​ໃສ່​ພວກເຈົ້າ​ໜ້າທີ່​ລະດັບ​ສູງ.+

ເຂົາເຈົ້າ​ຫົວຂວັນ​ໃສ່​ທຸກ​ໆ​ປ້ອມ+

ແລະ​ຖົມ​ດິນ​ໃຫ້​ເປັນ​ເນີນ​ເພື່ອ​ຈະ​ຍຶດ​ເອົາ​ປ້ອມ​ເຫຼົ່າ​ນັ້ນ.

11 ເຂົາເຈົ້າ​ຈະ​ບຸກ​ໄປ​ເລື້ອຍ​ໆ​ຄື​ກັບ​ລົມ​ພັດ​ຜ່ານ​ແຜ່ນດິນ.

ແຕ່​ເຂົາເຈົ້າ​ຈະ​ຖືກ​ລົງໂທດ+

ຍ້ອນ​ເຂົາເຈົ້າ​ອ້າງ​ວ່າ​ໄດ້​ຮັບ​ອຳນາດ​ຈາກ​ພະເຈົ້າ​ຂອງ​ເຂົາເຈົ້າ.’*+

12 ພະ​ເຢໂຫວາ​ເອີ້ຍ ພະອົງ​ເປັນ​ພະເຈົ້າ​ທີ່​ຢູ່​ຕະຫຼອດໄປ.+

ພະເຈົ້າ​ຂອງ​ລູກ​ເອີ້ຍ ພະອົງ​ເປັນ​ພະເຈົ້າ​ທີ່​ບໍລິສຸດ. ພະອົງ​ບໍ່​ມີ​ມື້​ຕາຍ.*+

ພະ​ເຢໂຫວາ​ເອີ້ຍ ພະອົງ​ແຕ່ງຕັ້ງ​ເຂົາເຈົ້າ​ໃຫ້​ເປັນ​ຜູ້​ຕັດສິນ​ແທນ​ພະອົງ.

ພະເຈົ້າ​ຜູ້​ເປັນ​ຫີນ​ຜາ​ຂອງ​ລູກ*​ເອີ້ຍ+ ພະອົງ​ແຕ່ງຕັ້ງ​ເຂົາເຈົ້າ​ໃຫ້​ເປັນ​ຜູ້​ລົງ​ໂທດ.*+

13 ຕາ​ຂອງ​ພະອົງ​ບໍລິສຸດ​ຫຼາຍ​ຈຶ່ງ​ທົນ​ເຫັນ​ຄວາມ​ຊົ່ວ​ບໍ່​ໄດ້

ແລະ​ພະອົງ​ກໍ​ທົນ​ເຫັນ​ສິ່ງ​ຊົ່ວ​ຕໍ່ໄປ​ບໍ່​ໄດ້.+

ແລ້ວ​ເປັນຫຍັງ​ພະອົງ​ຈຶ່ງ​ທົນ​ເບິ່ງ​ຄົນ​ທໍລະຍົດ+

ແລະ​ຍັງ​ຢູ່​ຊື່​ໆ​ຕອນ​ທີ່​ຄົນ​ຊົ່ວ​ທຳລາຍ​ຄົນ​ທີ່​ດີ​ກວ່າລາວ?+

14 ເປັນຫຍັງ​ພະອົງ​ຈຶ່ງ​ຍອມ​ໃຫ້​ມະນຸດ​ເປັນ​ຄື​ກັບ​ປາ​ໃນ​ທະເລ

ແລະ​ເປັນ​ຄື​ກັບ​ສັດ​ໃນ​ທະເລ​ທີ່​ບໍ່​ມີ​ຫົວໜ້າ​ປົກປ້ອງ?

15 ພວກ​ສັດຕູ*​ໃສ່​ເບັດ​ເກາະ​ດຶງ​ເຂົາເຈົ້າ​ຂຶ້ນ​ມາ

ໃຊ້​ດາງ​ກວາດ​ເອົາ​ເຂົາເຈົ້າ

ແລະ​ຂັງ​ເຂົາເຈົ້າ​ໄວ້​ໃນ​ດາງ.

ຍ້ອນ​ແນວ​ນີ້ ພວກ​ສັດຕູ​ຈຶ່ງ​ພາກັນ​ດີໃຈ​ຫຼາຍ.+

16 ພວກ​ສັດຕູ​ເອົາ​ເຄື່ອງ​ບູຊາ​ໃຫ້​ກັບ​ດາງ​ກວາດ

ແລະ​ເຜົາ​ເຄື່ອງຫອມ​ໃຫ້​ກັບ​ດາງ​ຂັງ​ປາ​ຂອງ​ເຂົາເຈົ້າ

ຍ້ອນ​ດາງ​ກວາດ​ແລະ​ດາງ​ຂັງ​ປາ​ເຮັດ​ໃຫ້​ເຂົາເຈົ້າ​ມີ​ອາຫານ​ອຸດົມ​ສົມບູນ*

ແລະ​ເປັນ​ປະໂຫຍດ​ກັບ​ເຂົາເຈົ້າ.

17 ເຂົາເຈົ້າ​ຈະ​ດຶງ​ດາງ​ກວາດ​ຂຶ້ນ​ມາ​ແລະ​ອອກ​ໄປ​ຈັບ​ອີກ​ແມ່ນ​ບໍ?

ເຂົາເຈົ້າ​ຈະ​ຂ້າ​ຄົນ​ໃນ​ຊາດ​ຕ່າງ​ໆ​ໄປ​ເລື້ອຍ​ໆ​ໂດຍ​ທີ່​ບໍ່​ອີ່ຕົນ​ເລີຍ​ບໍ?”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌