ເອຊາຢາ
6 ໃນປີທີ່ກະສັດອຸດຊີຢາຕາຍ+ ຂ້ອຍເຫັນພະເຢໂຫວານັ່ງຢູ່ເທິງບັນລັງທີ່ຢູ່ບ່ອນສູງໆ+ ແລະຊຸດທີ່ເພິ່ນໃສ່ກໍແຜ່ອອກເຕັມວິຫານ. 2 ມີພວກເຊຣາຟີມ*ຢືນຢູ່ໃກ້ໆເພິ່ນ. ແຕ່ລະອົງມີປີກ 6 ປີກ. ເຂົາເຈົ້າມີປີກ 2 ປີກບັງໜ້າໄວ້ ມີ 2 ປີກບັງຕີນໄວ້ ແລະມີອີກ 2 ປີກໃຊ້ເພື່ອບິນ.
3 ເຂົາເຈົ້າພາກັນຮ້ອງວ່າ:
“ພະເຢໂຫວາຜູ້ບັນຊາການກອງທັບເປັນອົງບໍລິສຸດ ບໍລິສຸດ ບໍລິສຸດ.+
ແສງລັດສະໝີຂອງເພິ່ນແຜ່ກະຈາຍໄປທົ່ວໂລກ.”
4 ສຽງຮ້ອງຂອງເຂົາເຈົ້າດັງຫຼາຍຈົນເຮັດໃຫ້ຂອບປະຕູສັ່ນສະເທືອນ ແລ້ວກໍມີຄວັນຢູ່ເຕັມວິຫານ.+
5 ຈາກນັ້ນ ຂ້ອຍກໍເວົ້າວ່າ: “ຕາຍຄັກໆ! ຂ້ອຍເປັນຄົນບາບ
ແລະຄຳເວົ້າຂອງຂ້ອຍກໍບໍ່ສະອາດ.
ຂ້ອຍຢູ່ນຳຄົນທີ່ໃຊ້ຄຳເວົ້າທີ່ບໍ່ສະອາດ+
ແລະຂ້ອຍກໍໄດ້ເຫັນພະເຢໂຫວາຜູ້ເປັນກະສັດແລະຜູ້ບັນຊາການກອງທັບ.
ບັດນີ້ ຂ້ອຍຕ້ອງຕາຍແທ້ໆ!”
6 ແລ້ວເຊຣາຟີມອົງໜຶ່ງກໍບິນມາຫາຂ້ອຍ ລາວຖືເຫຼັກຄີບແລະໄດ້ຄີບຖ່ານຮ້ອນໆແດງໆກ້ອນໜຶ່ງ+ອອກມາຈາກແທ່ນບູຊາ. + 7 ລາວເອົາຖ່ານນັ້ນມາແຕະໃສ່ປາກຂ້ອຍແລະເວົ້າວ່າ:
“ຂ້ອຍໄດ້ເອົາຖ່ານກ້ອນນີ້ແຕະໃສ່ປາກເຈົ້າ.
ຕອນນີ້ ເຈົ້າຈຶ່ງບໍ່ມີຄວາມຜິດ
ແລະບາບຂອງເຈົ້າກໍໄດ້ຮັບການໃຫ້ອະໄພແລ້ວ.”*
8 ຈາກນັ້ນ ຂ້ອຍກໍໄດ້ຍິນພະເຢໂຫວາຖາມວ່າ: “ເຮົາຄວນສົ່ງໃຜໄປ ແລະໃຜຈະໄປແທນພວກເຮົາ?”+ ຂ້ອຍຈຶ່ງຕອບວ່າ: “ສົ່ງລູກໄປໄດ້ເດີ້! ລູກພ້ອມທີ່ຈະໄປ!”+
9 ເພິ່ນເວົ້າວ່າ: “ໃຫ້ເຈົ້າໄປບອກປະຊາຊົນຂອງເຮົາວ່າ
‘ພວກເຈົ້າຈະໄດ້ຍິນແລ້ວໄດ້ຍິນອີກ
ແຕ່ຈະບໍ່ເຂົ້າໃຈ.
ພວກເຈົ້າຈະເຫັນແລ້ວເຫັນອີກ
ແຕ່ຈະບໍ່ຮູ້ວ່າແມ່ນຫຍັງ.’+
10 ໃຫ້ເຈົ້າເຮັດໃຫ້ໃຈຂອງເຂົາເຈົ້າດື້ດ້ານ+
ເຮັດໃຫ້ເຂົາເຈົ້າອັດຫູໄວ້+
ເຮັດໃຫ້ເຂົາເຈົ້າຫຼັບຕາໄວ້
ເພື່ອເຂົາເຈົ້າຈະບໍ່ເຫັນແລະບໍ່ໄດ້ຍິນ
ເພື່ອເຂົາເຈົ້າຈະບໍ່ເຂົ້າໃຈແລະບໍ່ກັບມາຄືນດີກັບເຮົາ.”+
11 ຂ້ອຍຈຶ່ງຖາມວ່າ: “ພະເຢໂຫວາ ມັນຈະເປັນແບບນີ້ອີກດົນປານໃດ?” ເພິ່ນຕອບວ່າ:
“ມັນຈະເປັນແບບນີ້ຈົນຮອດຕອນທີ່ເມືອງຕ່າງໆຂອງເຂົາເຈົ້າຖືກທຳລາຍແລະບໍ່ມີຄົນອາໄສຢູ່ອີກຕໍ່ໄປ
ຈົນຮອດຕອນທີ່ເຮືອນທຸກຫຼັງຂອງເຂົາເຈົ້າບໍ່ມີຄົນຢູ່
ແລະຈົນຮອດຕອນທີ່ແຜ່ນດິນຂອງເຂົາເຈົ້າຖືກປະຖິ້ມໄວ້.+
12 ມັນຈະເປັນແບບນີ້ຈົນຮອດຕອນທີ່ພະເຢໂຫວາໄລ່ເຂົາເຈົ້າອອກໄປຢູ່ບ່ອນທີ່ໄກໆ+
ແລະຈົນຮອດຕອນທີ່ທົ່ວແຜ່ນດິນມີແຕ່ຄວາມຮ້າງເປົ່າ.
13 ແຕ່ຈະມີຄົນຈຳນວນໜ້ອຍ*ເຫຼືອຢູ່ແຜ່ນດິນນັ້ນ ແລະເຂົາເຈົ້າຈະຖືກເຜົາອີກເທື່ອໜຶ່ງ. ເຂົາເຈົ້າຈະເປັນຄືກັບຕໍທີ່ເຫຼືອຢູ່ຫຼັງຈາກທີ່ຕົ້ນໄມ້ໃຫຍ່ແລະຕົ້ນໂອກຖືກຕັດແລ້ວ. ຈາກນັ້ນ ກິ່ງ*ທີ່ບໍລິສຸດກິ່ງໜຶ່ງກໍຈະປົ່ງອອກມາຈາກຕໍນັ້ນ.”