ໂຮເຊອາ
3 ເຮົາເປັນຜູ້ສອນເອຟຣາຢິມໃຫ້ຍ່າງ+ແລະອູ້ມເຂົາເຈົ້າ+
ແຕ່ເຂົາເຈົ້າບໍ່ຍອມຮັບວ່າເຮົາເປັນຜູ້ປົວເຂົາເຈົ້າ.
4 ເຮົາໃຊ້ຄວາມຮັກກັບຄວາມເມດຕາທີ່ເປັນຄືກັບເຊືອກ*ເພື່ອດຶງເຂົາເຈົ້າເຂົ້າມາຫາເຮົາ+
ແລະປົດແອກອອກຈາກຄໍເຂົາເຈົ້າ.
ເຮົາຄ່ອຍໆປ້ອນເຂົ້າປ້ອນນ້ຳເຂົາເຈົ້າ.
5 ເຂົາເຈົ້າຈະບໍ່ກັບໄປເອຢິບ ແຕ່ອັດຊີເຣຍຈະເປັນກະສັດຂອງເຂົາເຈົ້າ+
ຍ້ອນເຂົາເຈົ້າບໍ່ຍອມກັບມາຫາເຮົາ.+
6 ພວກສັດຕູຈະໃຊ້ດາບເພື່ອໂຈມຕີເມືອງຕ່າງໆຂອງເຂົາເຈົ້າ.+
ແລ້ວທຳລາຍປະຕູເມືອງທີ່ມີລ໋ອກມີກອນເປັນເຫຼັກ ແລະຂ້າເຂົາເຈົ້າຍ້ອນເຂົາເຈົ້າວາງແຜນຊົ່ວ.+
7 ປະຊາຊົນຂອງເຮົາຕັ້ງໃຈທີ່ຈະບໍ່ສັດຊື່ຕໍ່ເຮົາ.+
ເຖິງວ່າມີຄົນເອີ້ນເຂົາເຈົ້າໃຫ້ກັບມາຫາພະເຈົ້າສູງສຸດ ແຕ່ກໍບໍ່ມີໃຜກັບມາຍົກຍ້ອງເຮົາ.
8 ເອຟຣາຢິມເອີ້ຍ ເຮົາຖິ້ມພວກເຈົ້າບໍ່ໄດ້ດອກ.+
ອິດສະຣາເອນເອີ້ຍ ເຮົາມອບພວກເຈົ້າໃຫ້ສັດຕູບໍ່ໄດ້ດອກ.
ເຮົາບໍ່ຢາກທຳລາຍພວກເຈົ້າຄືກັບທີ່ເຄີຍທຳລາຍເມືອງອັດມາ.
ເຮົາບໍ່ຢາກກວາດລ້າງພວກເຈົ້າຄືກັບທີ່ເຄີຍກວາດລ້າງເມືອງເຊໂບຢິມ.+
ເຮົາປ່ຽນໃຈແລ້ວ.
ເຮົາອີ່ຕົນພວກເຈົ້າຫຼາຍ.+
9 ເຮົາຈະບໍ່ປ່ອຍຄວາມໃຈຮ້າຍຂອງເຮົາອອກມາ.
ເຮົາຈະບໍ່ທຳລາຍເອຟຣາຢິມອີກ+
ຍ້ອນເຮົາເປັນພະເຈົ້າ ບໍ່ແມ່ນມະນຸດ.
ເຮົາເປັນພະເຈົ້າອົງບໍລິສຸດທີ່ຢູ່ນຳພວກເຈົ້າ.
ເຮົາຈະບໍ່ລົງໂທດພວກເຈົ້າຍ້ອນເຮົາໃຈຮ້າຍໃຫ້ພວກເຈົ້າ.
10 ເຂົາເຈົ້າຈະນະມັດສະການພະເຢໂຫວາອີກ ແລະເພິ່ນຈະເປັນຄືກັບໂຕສິງທີ່ແຜດສຽງຮ້ອງ.+
ເມື່ອເພິ່ນແຜດສຽງຮ້ອງ ພວກລູກຂອງເພິ່ນກໍຈະມາຈາກທິດຕາເວັນຕົກດ້ວຍຄວາມຢ້ານ.+
11 ຕອນອອກມາຈາກເອຢິບ ເຂົາເຈົ້າຈະຢ້ານຈົນໂຕສັ່ນຄືກັບນົກ.
ຕອນອອກມາຈາກອັດຊີເຣຍ ເຂົາເຈົ້າຈະຢ້ານຈົນໂຕສັ່ນຄືກັບນົກເຂົາທີ່ຂີ້ຢ້ານ.+
ເຮົາຈະໃຫ້ເຂົາເຈົ້າໄດ້ມາຢູ່ເຮືອນຂອງໂຕເອງ.” ພະເຢໂຫວາເວົ້າໄວ້ແບບນີ້.+
12 “ເອຟຣາຢິມມີແຕ່ເວົ້າຕົວະເຮົາ
ແລະເຮົາປິ່ນໄປທາງໃດກໍເຫັນແຕ່ການຫຼອກລວງຂອງອິດສະຣາເອນ.+