ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດ. ເພງສັນລະເສີນ.
40 ຂ້ອຍອົດທົນລໍຖ້າພະເຢໂຫວາ.
ເພິ່ນໄດ້ກົ້ມລົງມາຟັງຂ້ອຍແລະໄດ້ຍິນຄຳຮ້ອງຂໍຄວາມຊ່ວຍເຫຼືອຂອງຂ້ອຍ.+
2 ເພິ່ນໄດ້ດຶງຂ້ອຍອອກຈາກຂຸມທີ່ມີນ້ຳໄຫຼແຮງ
ແລະດຶງຂ້ອຍອອກມາຈາກໜອງຂີ້ຕົມ.
ເພິ່ນໃຫ້ຂ້ອຍຢືນຢູ່ເທິງຫີນຜາ
ແລະໃຫ້ຂ້ອຍຢືນຢູ່ຢ່າງໝັ້ນຄົງ.
3 ເພິ່ນໄດ້ສອນເພງໃໝ່ໃຫ້ຂ້ອຍ+
ເປັນເພງທີ່ສັນລະເສີນພະເຈົ້າຂອງພວກເຮົາ.
ເມື່ອຫຼາຍຄົນເຫັນສິ່ງທີ່ພະເຢໂຫວາເຮັດ
ເຂົາເຈົ້າກໍຈະຮູ້ສຶກງຶດຫຼາຍແລະໄວ້ວາງໃຈເພິ່ນ.
4 ຄົນທີ່ໄວ້ໃຈພະເຢໂຫວາກໍມີຄວາມສຸກ.
ຄົນທີ່ບໍ່ຍອມໄປນຳຄົນຫົວແຂງແລະຄົນທີ່ບໍ່ຍອມໄປນຳຄົນຂີ້ຕົວະກໍມີຄວາມສຸກຄືກັນ.
5 ພະເຢໂຫວາພະເຈົ້າຂອງລູກເອີ້ຍ
ພະອົງຄິດເຖິງພວກເຮົາສະເໝີ.
ພະອົງໄດ້ເຮັດສິ່ງດີໆຫຼາຍຢ່າງໃຫ້ພວກເຮົາ.+
ບໍ່ມີໃຜທຽບກັບພະອົງໄດ້.+
ຖ້າຈະໃຫ້ລູກເວົ້າເຖິງສິ່ງທີ່ພະອົງເຮັດ
ລູກກໍເວົ້າໄດ້ບໍ່ໝົດດອກ.+
6 ພະອົງບໍ່ໄດ້ຕ້ອງການເຄື່ອງບູຊາຫຍັງເລີຍ+
ແຕ່ພະອົງເຮັດໃຫ້ລູກໄດ້ຍິນແລະເຂົ້າໃຈກົດໝາຍຂອງພະອົງ.+
ພະອົງບໍ່ໄດ້ຂໍໃຫ້ລູກເອົາເຄື່ອງບູຊາເຜົາແລະເຄື່ອງບູຊາໄຖ່ບາບມາໃຫ້ພະອົງ.+
7 ແລ້ວລູກກໍເວົ້າວ່າ: “ລູກມາລະເດີ້.
ມີເລື່ອງຂອງລູກຂຽນໄວ້ໃນມ້ວນໜັງສື.+
8 ພະເຈົ້າຂອງລູກເອີ້ຍ ລູກມີຄວາມສຸກຫຼາຍທີ່ໄດ້ເຮັດຕາມຄວາມຕ້ອງການຂອງພະອົງ+
ແລະກົດໝາຍຂອງພະອົງກໍຢູ່ໃນໃຈຂອງລູກສະເໝີ.+
9 ລູກປະກາດຂ່າວດີເລື່ອງຄວາມຍຸຕິທຳຂອງພະອົງຢູ່ບ່ອນປະຊຸມໃຫຍ່.+
ພະເຢໂຫວາເອີ້ຍ ພະອົງກໍຮູ້ດີວ່າລູກບໍ່ໄດ້ມິດຢູ່ຊື່ໆ.+
10 ລູກບໍ່ໄດ້ເຊື່ອງເລື່ອງຄວາມຍຸຕິທຳຂອງພະອົງໄວ້ໃນໃຈ.
ລູກປະກາດວ່າພະອົງສັດຊື່ແລະພະອົງເປັນຜູ້ຊ່ວຍໃຫ້ລອດ.
ຢູ່ບ່ອນປະຊຸມໃຫຍ່ ລູກບໍ່ໄດ້ປິດບັງຄວາມຮັກທີ່ໝັ້ນຄົງແລະຄວາມຈິງຂອງພະອົງ.”+
11 ພະເຢໂຫວາເອີ້ຍ ຂໍພະອົງເມດຕາລູກຕໍ່ໆໄປ.
ຂໍໃຫ້ຄວາມຮັກທີ່ໝັ້ນຄົງແລະຄວາມຈິງຂອງພະອົງປົກປ້ອງລູກສະເໝີ.+
12 ຄວາມຈິບຫາຍຢູ່ອ້ອມຂ້າງອ້ອມແອວລູກມີຫຼາຍຈົນນັບບໍ່ຫຼ້ອນ.+
ຄວາມຜິດຂອງລູກມີຫຼາຍໂພດຈົນລູກບໍ່ເຫັນທາງໄປ.+
ມັນມີຫຼາຍກວ່າຜົມຢູ່ຫົວຂອງລູກອີກ
ແລະມັນເຮັດໃຫ້ລູກທໍ້ໃຈຫຼາຍ.
13 ພະເຢໂຫວາເອີ້ຍ ຂໍພະອົງຊ່ວຍລູກໃຫ້ລອດ.+
ພະເຢໂຫວາ ຂໍພະອົງມາຊ່ວຍລູກໄວໆແດ່.+
14 ຂໍໃຫ້ຄົນທີ່ນຳຂ້າລູກ
ຕ້ອງອັບອາຍຂາຍໜ້າ.
ຂໍໃຫ້ຄົນທີ່ດີໃຈທີ່ເຫັນລູກຈິບຫາຍ
ຕ້ອງຖອຍກັບໄປແບບເສຍກຽດ.
15 ຂໍໃຫ້ຄົນທີ່ເວົ້າໃຫ້ລູກວ່າ: “ສົມນ້ຳໜ້າ”
ຕ້ອງຕົກໃຈທີ່ເຂົາເຈົ້າເອງເປັນຜູ້ອັບອາຍຂາຍໜ້າ.
ຂໍໃຫ້ຄົນທີ່ມັກວິທີທີ່ພະອົງຊ່ວຍໃຫ້ລອດເວົ້າເລື້ອຍໆວ່າ:
“ພະເຢໂຫວາຍິ່ງໃຫຍ່ຫຼາຍແທ້ໆ.”+
17 ແຕ່ລູກເປັນຄົນທີ່ບໍ່ມີທາງສູ້ແລະທຸກຍາກຫຼາຍ
ຂໍພະເຢໂຫວາສົນໃຈລູກແດ່.