ອາໂມດ
4 “ຟັງດີໆເດີ້ ພວກຜູ້ຍິງທີ່ເປັນຄືກັບງົວໂຕແມ່ຂອງບາຊານ
ເຊິ່ງຢູ່ເທິງພູຂອງຊາມາເຣຍ.+
ພວກເຈົ້າຫຼອກລວງຄົນຕ່ຳຕ້ອຍ+ ແລະກົດຂີ່ຄົນທຸກຍາກ.
ພວກເຈົ້າເວົ້າກັບຜົວ*ວ່າ ‘ໄປເອົາເຫຼົ້າມາໃຫ້ພວກເຮົາກິນແມ້.’
2 ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເປັນອົງບໍລິສຸດ. ເພິ່ນສາບານວ່າ
‘ມື້ທີ່ເຮົາຈະເອົາຂໍເກາະດຶງພວກເຈົ້າຂຶ້ນມາ
ແລະມື້ທີ່ເຮົາຈະເອົາເບັດຊິດພວກເຈົ້າຂຶ້ນມາໃກ້ມາຮອດແລ້ວ.
3 ພວກເຈົ້າແຕ່ລະຄົນຈະໝົ້ນອອກຕາມປ່ອງກຳແພງ
ແລະຈະຖືກຂັບໄລ່ໄປຢູ່ຮາໂມນ.’ ພະເຢໂຫວາເວົ້າໄວ້ແນວນີ້.
5 ໃຫ້ເຜົາເຂົ້າຈີ່ທີ່ມີເຊື້ອເປັນເຄື່ອງບູຊາສະແດງຄວາມຂອບໃຈໂລດ.+
ໃຫ້ປະກາດດັງໆໂລດວ່າພວກເຈົ້າເອົາເຄື່ອງບູຊາທີ່ໃຫ້ດ້ວຍຄວາມສະໝັກໃຈມາໃຫ້.
ພວກອິດສະຣາເອນເອີ້ຍ ພວກເຈົ້າມັກເຮັດແນວນັ້ນຢູ່ແລ້ວຕົ໋ວ!’ ພະເຢໂຫວາພະເຈົ້າຜູ້ຍິ່ງໃຫຍ່ສູງສຸດເວົ້າໄວ້ແນວນີ້.
6 ‘ເຮົາເຮັດໃຫ້ເມືອງທຸກເມືອງຂອງພວກເຈົ້າມີຄວາມອຶດຢາກ
ແລະເຮັດໃຫ້ເຮືອນທຸກຫຼັງບໍ່ມີຫຍັງກິນ+
ແຕ່ພວກເຈົ້າກໍຍັງບໍ່ກັບໃຈແລະບໍ່ກັບມາຫາເຮົາ.’+ ພະເຢໂຫວາເວົ້າໄວ້ແນວນີ້.
7 ‘ເຮົາບໍ່ໃຫ້ຝົນຕົກ 3 ເດືອນກ່ອນເກັບກ່ຽວຜົນລະປູກ.+
ເຮົາໃຫ້ຝົນຕົກຢູ່ເມືອງໜຶ່ງ ແຕ່ຢູ່ເມືອງອື່ນເຮົາບໍ່ໃຫ້ມັນຕົກ
ແລະເຮົາໃຫ້ຝົນຕົກຢູ່ດິນຕອນໜຶ່ງ
ແຕ່ຢູ່ບ່ອນອື່ນໆເຮົາບໍ່ໃຫ້ມີຝົນຈົນດິນແຫ້ງແລ້ງ.
8 ປະຊາຊົນທີ່ມາຈາກສອງສາມເມືອງພາກັນຍ່າງໝົດເຫື່ອໝົດແຮງໄປກິນນ້ຳຢູ່ອີກເມືອງໜຶ່ງ+
ແຕ່ເຂົາເຈົ້າກໍຍັງບໍ່ເຊົາຫິວນ້ຳ.
ເຖິງປານນັ້ນ ພວກເຈົ້າກໍຍັງບໍ່ກັບໃຈແລະບໍ່ກັບມາຫາເຮົາ.’+ ພະເຢໂຫວາເວົ້າໄວ້ແນວນີ້.
9 ‘ເຮົາໄດ້ໃຫ້ລົມຮ້ອນແລະພະຍາດທຳລາຍຜົນລະປູກຂອງພວກເຈົ້າ.+
ພວກເຈົ້າໄດ້ຂະຫຍາຍສວນໝາກລະແຊັງແລະສວນອື່ນໆອອກໄປ
ແຕ່ກໍມີຕັກກະແຕນມາກິນຕົ້ນໝາກເດື່ອແລະຕົ້ນໝາກກອກຂອງພວກເຈົ້າ.+
ເຖິງຈະເປັນແນວນັ້ນ ພວກເຈົ້າກໍຍັງບໍ່ກັບໃຈແລະບໍ່ກັບມາຫາເຮົາ.’+ ພະເຢໂຫວາເວົ້າໄວ້ແນວນີ້.
10 ‘ເຮົາເຮັດໃຫ້ພວກເຈົ້າເຈິໂລກລະບາດຄືກັບທີ່ເຄີຍເກີດຂຶ້ນຢູ່ເອຢິບ.+
ເຮົາຂ້າຄົນໜຸ່ມຂອງພວກເຈົ້າດ້ວຍດາບ+ແລະມ້າຂອງພວກເຈົ້າກໍຖືກປຸ້ນໄປ.+
ເຮົາເຮັດໃຫ້ຄ້າຍຂອງພວກເຈົ້າເຕັມແຕ່ກິ່ນເໝັນຂອງຊາກສົບ.+
ແຕ່ພວກເຈົ້າກໍຍັງບໍ່ກັບໃຈແລະບໍ່ກັບມາຫາເຮົາ.’ ພະເຢໂຫວາເວົ້າໄວ້ແນວນີ້.
11 ‘ເຮົາທຳລາຍພວກເຈົ້າ
ຄືກັບທຳລາຍເມືອງໂຊໂດມກັບເມືອງໂກໂມຣາ.+
ພວກເຈົ້າບາງຄົນທີ່ລອດກໍເປັນຄືກັບດົ້ນຟືນທີ່ຖືກດຶງອອກຈາກກອງໄຟ.
ແຕ່ພວກເຈົ້າກໍຍັງບໍ່ກັບໃຈແລະບໍ່ກັບມາຫາເຮົາ.’+ ພະເຢໂຫວາເວົ້າໄວ້ແນວນີ້.
12 ‘ດັ່ງນັ້ນ ພວກອິດສະຣາເອນເອີ້ຍ ເຮົາຊິລົງໂທດພວກເຈົ້າອີກ.
ໃຫ້ກຽມພ້ອມມາເຈິເຮົາທີ່ເປັນພະເຈົ້າຂອງພວກເຈົ້າ
ເພາະເຮົາກຳລັງລົງໂທດພວກເຈົ້າ ພວກອິດສະຣາເອນເອີ້ຍ.’