ອົບພະຍົບ
19 ໃນເດືອນທີ 3 ຫຼັງຈາກທີ່ພວກອິດສະຣາເອນອອກຈາກເອຢິບ ເຂົາເຈົ້າກໍມາຮອດບ່ອນກັນດານຊີນາຍ. 2 ເຂົາເຈົ້າເດີນທາງອອກຈາກເຣຟີດີມ+ມາຮອດບ່ອນກັນດານຊີນາຍ ແລະຕັ້ງຄ້າຍຢູ່ໃກ້ພູຊີນາຍ.+
3 ໂມເຊໄປຫາພະເຈົ້າທ່ຽງແທ້ຢູ່ເທິງພູ ແລະພະເຢໂຫວາກໍເວົ້າກັບໂມເຊຢູ່ພູນັ້ນ+ວ່າ: “ໃຫ້ເຈົ້າໄປບອກພວກອິດສະຣາເອນທີ່ເປັນລູກຫຼານຂອງຢາໂຄບວ່າ 4 ‘ພວກເຈົ້າກໍເຫັນແລ້ວວ່າເຮົາໄດ້ເຮັດຫຍັງໃຫ້ພວກເອຢິບ+ ເພື່ອໃຫ້ພວກເຈົ້າມາຢູ່ກັບເຮົາຄືກັບນົກອິນຊີໃຊ້ປີກຕຸ້ມລູກໄວ້.+ 5 ຖ້າພວກເຈົ້າເຊື່ອຟັງເຮົາແທ້ໆແລະເຮັດຕາມຄຳສັນຍາຂອງເຮົາ ພວກເຈົ້າຈະເປັນຊັບສົມບັດພິເສດ*ຂອງເຮົາທີ່ເຮົາໄດ້ເລືອກໄວ້+ ເພາະທຸກສິ່ງໃນໂລກເປັນຂອງເຮົາ.+ 6 ພວກເຈົ້າຈະເປັນຊາດໜຶ່ງທີ່ບໍລິສຸດ ແລະມີປະໂລຫິດປົກຄອງເປັນກະສັດ.’+ ໃຫ້ເຈົ້າເວົ້າກັບພວກອິດສະຣາເອນຕາມນີ້.”
7 ໂມເຊກໍລົງມາຈາກພູ ແລ້ວເອີ້ນພວກຜູ້ນຳຂອງອິດສະຣາເອນມາ ແລະບອກທຸກເລື່ອງທີ່ພະເຢໂຫວາສັ່ງໃຫ້ເຂົາເຈົ້າຟັງ.+ 8 ພວກອິດສະຣາເອນທຸກຄົນກໍເຫັນດີນຳແລະຕອບວ່າ: “ທຸກສິ່ງທີ່ພະເຢໂຫວາບອກ ພວກເຮົາພ້ອມເຮັດຕາມ.”+ ໂມເຊກໍເອົາຄຳເວົ້າຂອງປະຊາຊົນໄປບອກພະເຢໂຫວາທັນທີ. 9 ພະເຢໂຫວາບອກໂມເຊວ່າ: “ເມື່ອເຮົາມາຫາເຈົ້າ ເຮົາຈະໃຫ້ມີຂີ້ເຝື້ອທີ່ຕຶບໜາ ເພື່ອປະຊາຊົນຈະຮູ້ວ່າເຮົາລົມກັບເຈົ້າ ແລະເພື່ອເຂົາເຈົ້າຈະເຊື່ອໝັ້ນເຈົ້າສະເໝີ.” ແລ້ວໂມເຊກໍບອກພະເຢໂຫວາວ່າປະຊາຊົນເວົ້າແນວໃດ.
10 ພະເຢໂຫວາບອກໂມເຊວ່າ: “ໃຫ້ໄປບອກປະຊາຊົນວ່າມື້ນີ້ແລະມື້ອື່ນໃຫ້ເຂົາເຈົ້າອາບນ້ຳກຽມໂຕນະມັດສະການເຮົາ ແລະໃຫ້ເຂົາເຈົ້າຊັກເຄື່ອງພ້ອມ. 11 ເມື່ອຮອດມື້ຮືເຂົາເຈົ້າຕ້ອງພ້ອມ ເພາະມື້ນັ້ນພະເຢໂຫວາຈະມາພູຊີນາຍຕໍ່ໜ້າທຸກຄົນ. 12 ໃຫ້ເຈົ້າໝາຍເຂດອ້ອມພູນັ້ນ ແລະບອກເຂົາເຈົ້າວ່າ ‘ຫ້າມບໍ່ໃຫ້ຜູ້ໃດຂຶ້ນເທິງພູ ຫຼືກາຍເຂດທີ່ໝາຍໄວ້. ຖ້າຜູ້ໃດເຂົ້າໄປ ຜູ້ນັ້ນຊິຖືກຂ້າ. 13 ບໍ່ໃຫ້ຈັບໃຫ້ບາຍຜູ້ນັ້ນ ແຕ່ໃຫ້ດຶກກ້ອນຫີນຫຼືຍິງທະນູໃສ່.* ບໍ່ວ່າຈະເປັນຄົນຫຼືສັດກໍຈະຕ້ອງຖືກຂ້າ.’+ ແຕ່ຖ້າເຂົາເຈົ້າໄດ້ຍິນສຽງແກເຂົາສັດ*+ ເຂົາເຈົ້າກໍຈະຂຶ້ນພູນັ້ນໄດ້.”
14 ແລ້ວໂມເຊກໍລົງຈາກພູມາຫາປະຊາຊົນ. ລາວໃຫ້ເຂົາເຈົ້າອາບນ້ຳ ກຽມໂຕນະມັດສະການພະເຈົ້າ ແລະໃຫ້ເຂົາເຈົ້າຊັກເຄື່ອງພ້ອມ.+ 15 ໂມເຊບອກປະຊາຊົນວ່າ: “ກຽມໂຕໃຫ້ພ້ອມສຳລັບມື້ຮືເດີ້ ແລະຫ້າມບໍ່ໃຫ້ມີເພດສຳພັນ.”
16 ເມື່ອຮອດຕອນເຊົ້າຂອງມື້ນັ້ນ ກໍມີຟ້າຮ້ອງຟ້າແມບ ມີຂີ້ເຝື້ອໜາໆ+ຢູ່ເທິງພູນັ້ນ ແລະມີສຽງແກດັງກ້ອງໄປທົ່ວ. ທຸກຄົນທີ່ຢູ່ໃນຄ້າຍກໍຢ້ານຫຼາຍ.+ 17 ໂມເຊພາປະຊາຊົນອອກຈາກຄ້າຍໄປຫາພະເຈົ້າທ່ຽງແທ້ ແລ້ວເຂົາເຈົ້າກໍຢືນຢູ່ແຖວຕີນພູ. 18 ມີຄວັນປົກຄຸມທົ່ວພູຊີນາຍ ເພາະພະເຢໂຫວາມາທີ່ພູນັ້ນພ້ອມກັບໄຟ.+ ຄວັນທີ່ລອຍຂຶ້ນເປັນຄືກັບຄວັນທີ່ອອກຈາກເຕົາເຜົາ ແລະພູໜ່ວຍນັ້ນກໍສັ່ນສະເທືອນແຮງຫຼາຍ.+ 19 ເມື່ອສຽງແກດັງແຮງຂຶ້ນແຮງຂຶ້ນ ໂມເຊກໍເວົ້າ ແລ້ວກໍມີສຽງຂອງພະເຈົ້າທ່ຽງແທ້ຕອບມາ.
20 ພະເຢໂຫວາລົງມາທີ່ຈອມພູຊີນາຍ ແລະພະເຢໂຫວາໄດ້ເອີ້ນໂມເຊໃຫ້ຂຶ້ນໄປຫາຢູ່ຈອມພູ ແລ້ວໂມເຊກໍຂຶ້ນໄປ.+ 21 ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າລົງໄປແລະເຕືອນປະຊາຊົນບໍ່ໃຫ້ກາຍເຂດທີ່ໝາຍໄວ້ເພື່ອຈະແນມເບິ່ງພະເຢໂຫວາ. ຖ້າມີຄົນເຮັດແນວນັ້ນຈະມີຫຼາຍຄົນຕ້ອງຕາຍ. 22 ສ່ວນພວກປະໂລຫິດທີ່ເຂົ້າໄປໃກ້ພະເຢໂຫວາເປັນປະຈຳ ເຂົາເຈົ້າຕ້ອງກຽມໂຕໃຫ້ພ້ອມເພື່ອນະມັດສະການເຮົາ. ຄັນບໍ່ຊັ້ນ ພະເຢໂຫວາຈະລົງໂທດເຂົາເຈົ້າເຖິງຕາຍ.”+ 23 ໂມເຊເວົ້າກັບພະເຢໂຫວາວ່າ: “ປະຊາຊົນຊິບໍ່ຂຶ້ນໄປເທິງພູຊີນາຍດອກ ຍ້ອນພະອົງເຕືອນພວກເຮົາແລ້ວວ່າ ‘ໃຫ້ໝາຍເຂດອ້ອມພູນີ້ໄວ້ ແລະໃຫ້ຖືວ່າພູນີ້ເປັນບ່ອນສັກສິດ.’”+ 24 ພະເຢໂຫວາບອກໂມເຊວ່າ: “ໃຫ້ເຈົ້າລົງໄປ ແລະຕອນກັບຂຶ້ນມາໃຫ້ພາອາໂຣນມານຳ. ແຕ່ຢ່າໃຫ້ພວກປະໂລຫິດກັບປະຊາຊົນກາຍເຂດທີ່ໝາຍໄວ້ຂຶ້ນມາຫາພະເຢໂຫວາ. ຄັນບໍ່ຊັ້ນ ເຂົາເຈົ້າຈະຖືກລົງໂທດເຖິງຕາຍ.”+ 25 ແລ້ວໂມເຊກໍລົງມາຫາປະຊາຊົນ ແລະບອກເຂົາເຈົ້າຕາມທີ່ພະເຈົ້າບອກ.