ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 40
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ໂຢເຊັບ​ບອກ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ໃຫ້​ນັກ​ໂທດ (1-19)

        • “ບໍ່​ມີ​ໃຜ​ອະທິບາຍ​ໄດ້​ດອກມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ” (8)

      • ງານ​ລ້ຽງ​ວັນ​ເກີດ​ຂອງ​ຟາໂຣ (20-23)

ປະຖົມມະການ 40:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:11

ປະຖົມມະການ 40:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:20-22

ປະຖົມມະການ 40:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:36
  • +ປຖກ 39:20; ພສ 105:17, 18

ປະຖົມມະການ 40:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 39:22

ປະຖົມມະການ 40:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:15, 16; ດນອ 2:28, 45

ປະຖົມມະການ 40:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:12, 13
  • +ປຖກ 40:20, 21

ປະຖົມມະການ 40:14

ໄຂເງື່ອນ

  • *

    ຫຼື “ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຕໍ່​ຂ້ອຍ​ແດ່”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 18-19

ປະຖົມມະການ 40:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 37:28
  • +ປຖກ 39:7, 8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2023, ໜ້າ 16

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 18-19

ປະຖົມມະການ 40:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:20, 22

ປະຖົມມະການ 40:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 6:21

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 44

ປະຖົມມະການ 40:22

ໄຂເງື່ອນ

  • *

    ໝາຍເຖິງ​ຫຼັງ​ຈາກ​ຕັດ​ຫົວ​ແລ້ວ​ໆ​

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:8

ປະຖົມມະການ 40:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 40:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 40:1ປຖກ 40:11
ປຖກ. 40:2ປຖກ 40:20-22
ປຖກ. 40:3ປຖກ 39:20; ພສ 105:17, 18
ປຖກ. 40:3ປຖກ 37:36
ປຖກ. 40:4ປຖກ 39:22
ປຖກ. 40:8ປຖກ 41:15, 16; ດນອ 2:28, 45
ປຖກ. 40:13ປຖກ 41:12, 13
ປຖກ. 40:13ປຖກ 40:20, 21
ປຖກ. 40:15ປຖກ 37:28
ປຖກ. 40:15ປຖກ 39:7, 8
ປຖກ. 40:19ປຖກ 40:20, 22
ປຖກ. 40:20ມຣກ 6:21
ປຖກ. 40:22ປຖກ 40:8
ປຖກ. 40:23ປຖກ 40:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 40:1-23

ປະຖົມມະການ

40 ຕໍ່ມາ ຫົວ​ໜ້າ​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ+​ແລະ​ຫົວ​ໜ້າ​ຄົນ​ເຮັດ​ເຂົ້າ​ຈີ່ເຮັດ​ຜິດຕໍ່​ກະສັດ​ເອຢິບ​ທີ່​ເປັນ​ນາຍ​ຂອງ​ເຂົາ​ເຈົ້າ. 2 ກະສັດ​ໃຈ​ຮ້າຍ​ໃຫ້​ຫົວ​ໜ້າ​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ກັບ​ຫົວ​ໜ້າ​ຄົນ​ເຮັດ​ເຂົ້າຈີ່​ຫຼາຍ.+ 3 ລາວ​ຈຶ່ງ​ຂັງ​ເຂົາ​ເຈົ້າ​ໄວ້​ໃນ​ຄຸກ ໃນ​ເຮືອນ​ຂອງ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ+ບ່ອນ​ທີ່​ໂຢເຊັບ​ຖືກ​ຂັງ​ຢູ່.+ 4 ແລ້ວ​ຫົວ​ໜ້າ​ທະຫານ​ປ້ອງກັນ​ໂຕ​ກະສັດ​ກໍ​ມອບ​ໝາຍ​ໃຫ້​ໂຢເຊັບ​ເບິ່ງແຍງ 2 ຄົນ​ນັ້ນ+ ແລະ​ເຂົາ​ເຈົ້າ​ຢູ່​ໃນ​ຄຸກ​ໄລຍະ​ໜຶ່ງ.

5 ມີ​ຄືນ​ໜຶ່ງ ຕອນ​ທີ່​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ກັບ​ຄົນ​ເຮັດ​ເຂົ້າຈີ່​ຍັງ​ຢູ່​ໃນ​ຄຸກ ເຂົາ​ເຈົ້າ​ກໍ​ຝັນ. ແຕ່​ລະ​ຄົນ​ຝັນ​ບໍ່​ຄື​ກັນ​ແລະຄວາມ​ໝາຍ​ຂອງ​ຄວາມ​ຝັນກໍ​ບໍ່​ຄື​ກັນ. 6 ຕອນ​ເຊົ້າ ໂຢເຊັບ​ມາ​ຫາ​ເຂົາ​ເຈົ້າ ແລ້ວ​ກໍ​ເຫັນ​ເຂົາ​ເຈົ້າ​ອຸກ​ໃຈ​ຢູ່. 7 ໂຢເຊັບ​ກໍ​ເລີຍ​ຖາມ 2 ຄົນ​ນັ້ນ​ທີ່​ຕິດ​ຄຸກ​ນຳ​ລາວ​ວ່າ: “ເປັນ​ຫຍັງ​ມື້​ນີ້​ເບິ່ງ​ຄື​ພວກ​ເຈົ້າ​ອຸກ​ໃຈ​ແທ້?” 8 ເຂົາ​ເຈົ້າ​ຕອບ​ໂຢເຊັບ​ວ່າ: “ພວກ​ເຮົາ​ສອງ​ຄົນ​ຝັນ ແຕ່​ບໍ່​ມີ​ໃຜ​ອະທິບາຍ​ຄວາມ​ໝາຍ​ຂອງ​ຄວາມ​ຝັນ​ໃຫ້​ພວກ​ເຮົາ​ຟັງ​ໄດ້.” ໂຢເຊັບ​ເວົ້າ​ວ່າ: “ບໍ່​ມີ​ໃຜ​ອະທິບາຍ​ໄດ້​ດອກ ມີ​ແຕ່​ພະເຈົ້າ​ເທົ່າ​ນັ້ນ.+ ພວກ​ເຈົ້າ​ຝັນ​ແນວ​ໃດ​ເລົ່າ​ໃຫ້​ຂ້ອຍ​ຟັງ​ໄດ້​ບໍ່?”

9 ແລ້ວ​ຫົວ​ໜ້າ​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ກໍ​ເລົ່າ​ຄວາມ​ຝັນ​ໃຫ້​ໂຢເຊັບ​ຟັງ​ວ່າ: “ຂ້ອຍ​ຝັນ​ເຫັນ​ເຄືອ​ໝາກ​ລະແຊັງ​ເຄືອ​ໜຶ່ງ. 10 ເຄືອ​ນັ້ນ​ມີ 3 ກິ່ງ ແລ້ວ​ມັນ​ກໍ​ໃຫຍ່​ຂຶ້ນ ເກີດ​ດອກ​ແລະ​ອອກ​ໝາກ. 11 ໃນ​ມື​ຂອງ​ຂ້ອຍ​ມີ​ຈອກ​ຂອງ​ກະສັດ ຂ້ອຍ​ເດັດ​ເອົາ​ໝາກ​ລະແຊັງ​ມາ​ຄັ້ນ​ເອົາ​ນ້ຳ​ຂອງ​ມັນ​ໃສ່​ຈອກ​ນັ້ນ ແລ້ວ​ຍື່ນ​ໃຫ້​ກະສັດ.” 12 ໂຢເຊັບ​ບອກ​ລາວ​ວ່າ: “ຝັນ​ຂອງ​ເຈົ້າ​ມີ​ຄວາມ​ໝາຍ​ແນວ​ນີ້. ກິ່ງ 3 ກິ່ງ​ນັ້ນ​ໝາຍ​ເຖິງ 3 ມື້. 13 ອີ​ກ 3 ມື້ ກະສັດ​ຈະ​ໃຫ້​ເຈົ້າ​ອອກ​ຈາກ​ຄຸກ​ແລະ​ກັບ​ໄປ​ເຮັດ​ວຽກ​ອີ​ກ.+ ເຈົ້າ​ຈະ​ໄດ້​ກັບ​ໄປ​ເຫຍັ້ນ​ເຄື່ອງ​ດື່ມ​ໃຫ້​ກະສັດ​ຄື​ເກົ່າ.+ 14 ຄັນ​ເຈົ້າ​ໄດ້​ອອກ​ຄຸກ​ໄປ​ແລ້ວ​ກໍ​ຢ່າ​ລືມ​ຂ້ອຍ​ເດີ້. ອີ່ຕົນ​ຂ້ອຍ​ແດ່*ແລະ​ເລົ່າ​ເລື່ອງ​ຂ້ອຍ​ໃຫ້​ກະສັດ​ຟັງ ເພື່ອ​ຂ້ອຍ​ຊິ​ໄດ້​ອອກ​ຈາກ​ບ່ອນ​ນີ້. 15 ທີ່​ຈິງ ຂ້ອຍ​ຖືກ​ລັກ​ພາ​ໂຕ​ມາ​ຈາກ​ແຜ່ນດິນ​ຂອງ​ຄົນ​ເຮັບເຣີ+ ແລະ​ຂ້ອຍ​ຕິດ​ຄຸກ​ຢູ່​ນີ້​ທັງ​ໆ​ທີ່​ບໍ່​ໄດ້​ເຮັດ​ຫຍັງ​ຜິດ.+

16 ເມື່ອ​ຫົວ​ໜ້າ​ຄົນ​ເຮັດ​ເຂົ້າຈີ່​ເຫັນ​ໂຢເຊັບ​ອະທິບາຍ​ຄວາມ​ຝັນ​ໃນ​ທາງ​ທີ່​ດີ ລາວ​ກໍ​ເວົ້າ​ວ່າ: “ຂ້ອຍ​ກໍ​ຝັນ​ຄື​ກັນ. ຂ້ອຍ​ຝັນ​ເຫັນ​ເຂົ້າຈີ່​ຂາວ 3 ກະຕ່າ​ຢອງ​ຢູ່​ເທິງ​ຫົວ​ຂ້ອຍ. 17 ໃນ​ກະຕ່າ​ທີ່​ຢູ່​ເທິງ​ສຸດ​ມີ​ເຂົ້າຈີ່​ຫຼາຍ​ປະເພດ​ສຳລັບ​ກະສັດ ແລ້ວ​ກໍ​ມີ​ນົກ​ມາ​ຕອດ​ກິນ​ເຂົ້າຈີ່​ໃນ​ກະຕ່າ​ທີ່​ຢູ່​ເທິງ​ຫົວ​ຂ້ອຍ​ນັ້ນ.” 18 ໂຢເຊັບ​ຕອບ​ວ່າ: “ຝັນ​ຂອງ​ເຈົ້າ​ມີ​ຄວາມ​ໝາຍ​ແນວ​ນີ້. ກະຕ່າ 3 ໜ່ວຍ​ນັ້ນ​ໝາຍ​ເຖິງ 3 ມື້. 19 ອີ​ກ 3 ມື້ ກະສັດ​ຈະ​ຕັດ​ຫົວ​ເຈົ້າ​ແລະ​ຈະ​ແຂວນ​ເຈົ້າ​ໄວ້​ເທິງ​ຫຼັກ ແລ້ວ​ພວກ​ນົກ​ກະ​ຊິ​ມາ​ຕອດ​ກິນ​ຊີ້ນ​ເຈົ້າ.”+

20 ສາມ​ມື້​ຕໍ່ມາ​ເປັນ​ວັນ​ເກີດ​ຂອງ​ກະສັດ.+ ລາວ​ຈັດ​ງານ​ລ້ຽງ​ແລະ​ເຊີນ​ຂ້າລາຊະການ​ທຸກ​ຄົນ​ມາ. ລາວ​ໃຫ້​ຄົນ​ໄປ​ເອົາ​ຫົວ​ໜ້າ​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ກັບ​ຫົວ​ໜ້າ​ຄົນ​ເຮັດ​ເຂົ້າຈີ່​ມາ​ຢືນ​ຢູ່​ຕໍ່​ໜ້າ​ຂ້າລາຊະການ​ທຸກ​ຄົນ. 21 ແລ້ວ​ກະສັດ​ໄດ້​ໃຫ້​ຫົວ​ໜ້າ​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ກັບ​ໄປ​ເຮັດ​ວຽກ​ເຫຍັ້ນ​ເຄື່ອງ​ດື່ມ​ໃຫ້​ລາວ​ຄື​ເກົ່າ. 22 ແຕ່​ກະສັດ​ສັ່ງ​ໃຫ້ແຂວນ​ສົບ*ຂອງ​ຫົວ​ໜ້າ​ຄົນ​ເຮັດ​ເຂົ້າຈີ່​ໄວ້​ເທິງ​ຫຼັກ​ຄື​ກັບ​ທີ່​ໂຢເຊັບ​ບອກ​ໄວ້.+ 23 ແຕ່​ຫົວ​ໜ້າ​ຄົນ​ເຫຍັ້ນ​ເຄື່ອງ​ດື່ມ​ພັດ​ລືມ​ໂຢເຊັບ​ໄປ​ເລີຍ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌