ເພງສັນລະເສີນ
2 ໃຫ້ຮ້ອງເພງໃຫ້ເພິ່ນແລະຫຼິ້ນດົນຕີສັນລະເສີນເພິ່ນ.
3 ໃຫ້ພູມໃຈທີ່ໄດ້ສັນລະເສີນຊື່ທີ່ບໍລິສຸດຂອງເພິ່ນ.+
ໃຫ້ຫົວໃຈຂອງຄົນທີ່ຊອກຫາພະເຢໂຫວາມີຄວາມສຸກ.+
4 ໃຫ້ຊອກຫາພະເຢໂຫວາ+ແລະເພິ່ງກຳລັງຈາກເພິ່ນ.
ຂໍໃຫ້ເພິ່ນຊ່ວຍເລື້ອຍໆ.
5 ໃຫ້ຄິດເຖິງສິ່ງທີ່ເປັນຕາງຶດທີ່ເພິ່ນໄດ້ເຮັດ.
ໃຫ້ຄິດເຖິງການອັດສະຈັນແລະການຕັດສິນທີ່ຍຸຕິທຳຂອງເພິ່ນ+
6 ພວກເຈົ້າທີ່ເປັນລູກຫຼານ*ຂອງອັບຣາຮາມຜູ້ຮັບໃຊ້ຂອງເພິ່ນ+
ພວກເຈົ້າທີ່ເປັນລູກຫຼານຂອງຢາໂຄບທີ່ເພິ່ນໄດ້ເລືອກໄວ້.+
7 ເພິ່ນແມ່ນພະເຢໂຫວາພະເຈົ້າຂອງພວກເຮົາ.+
ເພິ່ນຕັດສິນທຸກສິ່ງໃນໂລກ.+
8 ເພິ່ນຈື່ຄຳສັນຍາຂອງເພິ່ນຕະຫຼອດໄປ.+
ເພິ່ນບໍ່ລືມຄຳສັນຍາທີ່ເພິ່ນໄດ້ເຮັດ*+
9 ເຊິ່ງກໍຄືຄຳສັນຍາທີ່ເພິ່ນເຮັດກັບອັບຣາຮາມ+
ແລະຄຳສັນຍາທີ່ເພິ່ນເຮັດກັບອີຊາກ.+
10 ເພິ່ນໄດ້ຢືນຢັນຄຳສັນຍານັ້ນກັບຢາໂຄບ
ແລະເຮັດໃຫ້ຄຳສັນຍາທີ່ເຮັດກັບອິດສະຣາເອນໝັ້ນຄົງ.
11 ເພິ່ນເວົ້າວ່າ: “ເຮົາຈະເອົາແຜ່ນດິນການາອານ+
ໃຫ້ເຈົ້າເປັນມໍລະດົກ.”+
13 ເຂົາເຈົ້າຍ້າຍຈາກບ່ອນນີ້ໄປຢູ່ບ່ອນນັ້ນ
ແລະຈາກປະເທດນີ້ໄປຢູ່ປະເທດນັ້ນ.+
14 ເພິ່ນບໍ່ຍອມໃຫ້ໃຜມາຂົ່ມເຫງເຂົາເຈົ້າ.+
ເພິ່ນໄດ້ສັ່ງສອນກະສັດຫຼາຍອົງເພື່ອເຂົາເຈົ້າ.+
15 ເພິ່ນບອກພວກກະສັດເຫຼົ່ານັ້ນວ່າ: “ຢ່າມາແຕະຕ້ອງຜູ້ທີ່ເຮົາເລືອກໄວ້
ແລະຢ່າເຮັດບໍ່ດີຕໍ່ຜູ້ພະຍາກອນຂອງເຮົາ.”+
17 ເພິ່ນສົ່ງຜູ້ຊາຍຄົນໜຶ່ງໄປກ່ອນເຂົາເຈົ້າ
ເຊິ່ງກໍຄືໂຢເຊັບທີ່ຖືກຂາຍໄປເປັນທາດ.+
18 ເຂົາເຈົ້າເອົາໂສ້ລ່າມ*ຕີນລາວໄວ້+
ແລະເອົາໂສ້ລ່າມຄໍລາວ
19 ຈົນຮອດເວລາທີ່ຄຳເວົ້າຂອງພະເຢໂຫວາເກີດຂຶ້ນແທ້.+
ຄຳເວົ້ານັ້ນຂອງເພິ່ນເຮັດໃຫ້ລາວເປັນຄົນທີ່ດີຂຶ້ນ.
20 ກະສັດໄດ້ອອກຄຳສັ່ງໃຫ້ປ່ອຍລາວ.+
ຜູ້ປົກຄອງປະຊາຊົນໄດ້ປ່ອຍລາວໃຫ້ເປັນອິດສະຫຼະ.
21 ກະສັດໄດ້ແຕ່ງຕັ້ງໂຢເຊັບໃຫ້ເປັນຜູ້ເບິ່ງແຍງວັງຂອງລາວ
ແລະໃຫ້ເບິ່ງແຍງຊັບສົມບັດທັງໝົດຂອງລາວ.+
22 ກະສັດໃຫ້ລາວມີອຳນາດສັ່ງພວກເຈົ້ານາຍຕາມທີ່ລາວເຫັນວ່າເໝາະສົມ
ແລະໃຫ້ລາວສອນພວກຜູ້ນຳໃຫ້ເປັນຄົນສະຫຼາດ.+
23 ແລ້ວອິດສະຣາເອນກໍມາຢູ່ເອຢິບ.+
ຢາໂຄບຢູ່ແຜ່ນດິນຂອງຮາມຄືກັບຄົນຕ່າງຊາດ.
24 ພະເຈົ້າເຮັດໃຫ້ປະຊາຊົນຂອງເພິ່ນມີຫຼາຍຂຶ້ນເລື້ອຍໆ.+
ເພິ່ນເຮັດໃຫ້ເຂົາເຈົ້າມີຄົນຫຼາຍກວ່າພວກສັດຕູ.+
25 ເພິ່ນຍອມໃຫ້ພວກສັດຕູຊັງປະຊາຊົນຂອງເພິ່ນ
ແລະວາງແຜນຕໍ່ສູ້ຜູ້ຮັບໃຊ້ຂອງເພິ່ນ.+
27 ເຂົາເຈົ້າໄດ້ເຮັດການອັດສະຈັນຈາກພະເຈົ້າໃຫ້ຄົນເຫຼົ່ານັ້ນເຫັນ.
ເຂົາເຈົ້າໄດ້ເຮັດການອັດສະຈັນຈາກເພິ່ນໃນແຜ່ນດິນຂອງຮາມ.+
28 ເພິ່ນໄດ້ສົ່ງຄວາມມືດມາແລະແຜ່ນດິນກໍມືດ.+
ເຂົາເຈົ້າເຊື່ອຟັງຄຳເວົ້າຂອງເພິ່ນ.
29 ເພິ່ນໄດ້ເຮັດໃຫ້ນ້ຳຂອງເຂົາເຈົ້າກາຍເປັນເລືອດ
ແລະເຮັດໃຫ້ປາຕາຍ.+
30 ເພິ່ນໄດ້ເຮັດໃຫ້ແຜ່ນດິນຂອງເຂົາເຈົ້າເຕັມແຕ່ຝູງກົບ.+
ຂະໜາດຫ້ອງຢູ່ໃນວັງກໍຍັງມີກົບເຂົ້າໄປ.
31 ເພິ່ນສັ່ງໃຫ້ຝູງເຫຼືອກເຂົ້າໄປໃນແຜ່ນດິນຂອງເຂົາເຈົ້າ
ແລະໃຫ້ມີຝູງຮີ້ນໄປຢູ່ທົ່ວເຂດຂອງເຂົາເຈົ້າ.+
33 ເພິ່ນເຮັດໃຫ້ຕົ້ນໝາກລະແຊັງແລະຕົ້ນໝາກເດື່ອຂອງເຂົາເຈົ້າຕາຍ
ແລະທຳລາຍຕົ້ນໄມ້ທີ່ຢູ່ໃນເຂດຂອງເຂົາເຈົ້າ.
34 ເພິ່ນສັ່ງໃຫ້ຝູງຕັກກະແຕນເຂົ້າໄປໃນແຜ່ນດິນຂອງເຂົາເຈົ້າ.
ຕັກກະແຕນກໍມີບັກຫຼາຍໆຈົນນັບບໍ່ຫຼ້ອນ.+
35 ພວກມັນກິນພືດຜັກໃນແຜ່ນດິນ
ແລະພວກມັນກໍກິນຜົນລະປູກຈາກດິນ.
36 ແລ້ວເພິ່ນໄດ້ຂ້າລູກຊາຍຜູ້ທຳອິດໃນແຜ່ນດິນຂອງເຂົາເຈົ້າ+
ເຊິ່ງເປັນຜົນງານທຳອິດຈາກພະລັງຂອງເຂົາເຈົ້າ.
38 ພວກເອຢິບດີໃຈຫຼາຍທີ່ພວກອິດສະຣາເອນໄປ
ຍ້ອນເຂົາເຈົ້າຢ້ານພວກອິດສະຣາເອນຫຼາຍ.+
39 ເພິ່ນໃຫ້ມີຂີ້ເຝື້ອເພື່ອບັງເຂົາເຈົ້າໄວ້+
ແລະໃຫ້ມີໄຟເພື່ອເປັນແສງສະຫວ່າງໃຫ້ເຂົາເຈົ້າໃນຕອນກາງຄືນ.+
40 ເມື່ອເຂົາເຈົ້າຂໍຊີ້ນ ເພິ່ນກໍເອົານົກກະທາໃຫ້ເຂົາເຈົ້າ.+
ເພິ່ນເຮັດໃຫ້ມີແນວກິນຕົກລົງມາຈາກຟ້າໃຫ້ເຂົາເຈົ້າກິນຈົນອີ່ມ.+
42 ຍ້ອນເພິ່ນຈື່ຄຳສັນຍາທີ່ບໍລິສຸດທີ່ເພິ່ນໄດ້ເຮັດກັບອັບຣາຮາມຜູ້ຮັບໃຊ້ຂອງເພິ່ນ+
43 ເພິ່ນຈຶ່ງພາປະຊາຊົນຂອງເພິ່ນອອກມາ. ປະຊາຊົນຂອງເພິ່ນດີໃຈຫຼາຍ.+
ຜູ້ທີ່ເພິ່ນເລືອກຮ້ອງເພງຢ່າງມີຄວາມສຸກ.
44 ເພິ່ນເອົາແຜ່ນດິນຂອງຊາດຕ່າງໆໃຫ້ເຂົາເຈົ້າ+
ແລະຊ່ວຍເຂົາເຈົ້າໃຫ້ໄດ້ຜົນລະປູກທີ່ຊາດຕ່າງໆປູກມາດ້ວຍຄວາມຍາກລຳບາກ+
45 ເພື່ອເຂົາເຈົ້າຈະເຮັດຕາມຄຳສັ່ງຂອງເພິ່ນ+
ແລະເຊື່ອຟັງກົດໝາຍຂອງເພິ່ນ.
ໃຫ້ສັນລະເສີນພະເຢໂຫວາ.*