ຂ່າວດີທີ່ຂຽນໂດຍໂຢຮັນ
7 ຫຼັງຈາກນັ້ນ ພະເຢຊູໄດ້ໄປທົ່ວແຂວງຄາລີເລ. ເພິ່ນບໍ່ຢາກໄປແຂວງຢູດາຍຍ້ອນພວກຜູ້ນຳຄົນຢິວກຳລັງຫາທາງຈະຂ້າເພິ່ນ.+ 2 ເມື່ອໃກ້ຊິຮອດເທດສະການປຸກຕູບ*+ຂອງຄົນຢິວ 3 ພວກນ້ອງຊາຍຂອງເພິ່ນ+ກໍບອກວ່າ: “ອ້າຍຄວນຈະໄປແຂວງຢູດາຍໄດ໋ ພວກລູກສິດຂອງອ້າຍຈະໄດ້ເຫັນສິ່ງທີ່ອ້າຍເຮັດ. 4 ຄົນທີ່ຢາກມີຊື່ສຽງຊິບໍ່ເຮັດຫຍັງແບບລັບໆດອກ. ອ້າຍເຮັດສິ່ງເຫຼົ່ານີ້ໄດ້ ອ້າຍກະເຮັດໃຫ້ໂລກເຫັນໂລດ.” 5 ຕອນນັ້ນ ພວກນ້ອງຂອງພະເຢຊູຍັງບໍ່ທັນເຊື່ອໃນເພິ່ນ.+ 6 ພະເຢຊູຈຶ່ງເວົ້າກັບເຂົາເຈົ້າວ່າ: “ຕອນນີ້ຍັງບໍ່ຮອດເວລາຂອງອ້າຍ.+ ຖ້າພວກນ້ອງຢາກຈະໄປຕອນໃດກໍໄປໂລດ. 7 ຄົນ*ບໍ່ໄດ້ຊັງພວກນ້ອງ ແຕ່ຄົນຊັງອ້າຍ ຍ້ອນອ້າຍເປັນພະຍານຢືນຢັນວ່າເຂົາເຈົ້າຊົ່ວ.+ 8 ພວກນ້ອງໄປເທດສະການກ່ອນໂລດ. ອ້າຍຍັງບໍ່ໄປດອກ ຍ້ອນຍັງບໍ່ຮອດເວລາຂອງອ້າຍເທື່ອ.”+ 9 ເມື່ອເພິ່ນບອກພວກນ້ອງຊາຍແບບນັ້ນແລ້ວ ເພິ່ນກໍຢູ່ແຂວງຄາລີເລຕໍ່.
10 ຫຼັງຈາກພວກນ້ອງຊາຍຂອງພະເຢຊູໄປເທດສະການແລ້ວ ເພິ່ນກໍໄປຫັ້ນຄືກັນໂດຍທີ່ບໍ່ໃຫ້ຜູ້ໃດຮູ້. 11 ໃນເທດສະການນັ້ນ ພວກຢິວພະຍາຍາມຊອກຫາເພິ່ນ ແລະຖາມກັນວ່າ: “ຜູ້ນັ້ນຢູ່ໃສ?” 12 ຝູງຊົນພາກັນເວົ້າເຖິງພະເຢຊູແບບລັບໆ. ບາງຄົນເວົ້າວ່າ: “ລາວເປັນຄົນດີໄດ໋.” ບາງຄົນເວົ້າວ່າ: “ບໍ່ແມ່ນ ລາວເປັນຄົນຫຼອກລວງ.”+ 13 ແຕ່ບໍ່ມີຜູ້ໃດກ້າເວົ້າກ່ຽວກັບເພິ່ນແບບເປີດເຜີຍ ຍ້ອນຢ້ານພວກຜູ້ນຳຄົນຢິວ.+
14 ເມື່ອເທດສະການຜ່ານໄປໄດ້ເຄິ່ງໜຶ່ງແລ້ວ ພະເຢຊູກໍເຂົ້າໄປສອນໃນວິຫານ. 15 ຜູ້ນຳຄົນຢິວຮູ້ສຶກແປກໃຈແລະພາກັນເວົ້າວ່າ: “ຜູ້ນີ້ມີຄວາມຮູ້ເລື່ອງພະຄຳພີຫຼາຍປານນີ້ໄດ້ແນວໃດ?+ ລາວບໍ່ເຄີຍຮຽນຢູ່ໂຮງຮຽນສອນສາສະໜາໃດຕົ໋ວ!”+ 16 ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍບໍ່ໄດ້ສອນຄຳສອນຂອງຂ້ອຍເອງ ແຕ່ເປັນຄຳສອນຂອງຜູ້ທີ່ໃຊ້ຂ້ອຍມາ.+ 17 ຄົນທີ່ຢາກເຮັດຕາມຄວາມຕ້ອງການຂອງພະເຈົ້າຈະຮູ້ໄດ້ວ່າສິ່ງທີ່ຂ້ອຍສອນມາຈາກເພິ່ນ+ຫຼືຂ້ອຍຄິດຂຶ້ນມາເອງ. 18 ຄົນທີ່ເວົ້າຕາມຄວາມຄິດຂອງໂຕເອງກໍເຮັດໃຫ້ໂຕເອງມີຊື່ສຽງ ແຕ່ຄົນທີ່ຢາກເຮັດໃຫ້ຜູ້ທີ່ໃຊ້ລາວມາ+ໄດ້ຮັບຄຳສັນລະເສີນກໍເປັນຄົນຈິງໃຈແລະບໍ່ຫຼອກລວງຜູ້ໃດ. 19 ໂມເຊໃຫ້ກົດໝາຍພວກເຈົ້າບໍ່ແມ່ນບໍ?+ ແຕ່ໃນພວກເຈົ້າບໍ່ມີຜູ້ໃດເຮັດຕາມຈັກຄົນ. ເປັນຫຍັງພວກເຈົ້າຈຶ່ງພະຍາຍາມຂ້າຂ້ອຍ?”+ 20 ປະຊາຊົນເວົ້າວ່າ: “ເຈົ້າຖືກປີສາດສິງຕີ້. ໃຜຊິຢາກຂ້າເຈົ້າ?” 21 ພະເຢຊູບອກເຂົາເຈົ້າວ່າ: “ຂ້ອຍເຄີຍເຮັດການອັດສະຈັນຢ່າງໜຶ່ງແລະພວກເຈົ້າກໍຕົກໃຈ. 22 ລອງຄິດເບິ່ງແມ້ ໂມເຊໃຫ້ພວກເຈົ້າຮັບສິນຕັດ*+ (ຄວາມຈິງແລ້ວ ການຮັບສິນຕັດບໍ່ໄດ້ເລີ່ມຈາກໂມເຊ ແຕ່ມີມາຕັ້ງແຕ່ສະໄໝປູ່ຍ່າຕານາຍ)+ ແລະພວກເຈົ້າກໍໃຫ້ເດັກນ້ອຍຜູ້ຊາຍຮັບສິນຕັດໃນວັນຊະບາໂຕ. 23 ຖ້າພວກເຈົ້າໃຫ້ຄົນຮັບສິນຕັດໃນວັນຊະບາໂຕເພື່ອຈະບໍ່ເຮັດຜິດກົດໝາຍຂອງໂມເຊ ແລ້ວເປັນຫຍັງພວກເຈົ້າຈຶ່ງໃຈຮ້າຍຫຼາຍທີ່ຂ້ອຍປົວຄົນເຈັບປ່ວຍໃນວັນຊະບາໂຕ?+ 24 ເຊົາຕັດສິນຕາມທີ່ເຫັນພາຍນອກ ແຕ່ໃຫ້ຕັດສິນຢ່າງຍຸຕິທຳ.”+
25 ຄົນເຢຣູຊາເລັມບາງຄົນເວົ້າວ່າ: “ຜູ້ນີ້ເປັນຄົນທີ່ພວກນັ້ນພະຍາຍາມຂ້າບໍ່ແມ່ນບໍ?+ 26 ແຕ່ເບິ່ງແມ້ ລາວກຳລັງເວົ້າຢູ່ຕໍ່ໜ້າຫຼາຍຄົນ ແລະບໍ່ເຫັນວ່າພວກຜູ້ນຳຊິເວົ້າຫຍັງໃຫ້ລາວ. ເຂົາເຈົ້າເຊື່ອລະຕີ້ວ່າລາວເປັນພະຄລິດ? 27 ພວກເຮົາຮູ້ວ່າຜູ້ນີ້ມາແຕ່ໃສ+ ແຕ່ເມື່ອພະຄລິດໂຕຈິງມາ ຈະບໍ່ມີຜູ້ໃດຮູ້ດອກວ່າເພິ່ນມາແຕ່ໃສ.” 28 ຕອນທີ່ພະເຢຊູສອນຢູ່ວິຫານ ເພິ່ນກໍເວົ້າສຽງດັງວ່າ: “ພວກເຈົ້າຮູ້ຈັກຂ້ອຍແລະຮູ້ວ່າຂ້ອຍມາແຕ່ໃສ. ຂ້ອຍບໍ່ໄດ້ມາເອງ+ ແຕ່ຜູ້ທີ່ໃຊ້ຂ້ອຍມານັ້ນມີຢູ່ແທ້ແລະພວກເຈົ້າບໍ່ຮູ້ຈັກເພິ່ນ.+ 29 ແຕ່ຂ້ອຍຮູ້ຈັກເພິ່ນ+ຍ້ອນຂ້ອຍເປັນຕົວແທນຂອງເພິ່ນ ແລະເພິ່ນເປັນຜູ້ໃຊ້ຂ້ອຍມາ.” 30 ພວກຜູ້ນຳຄົນຢິວພະຍາຍາມຈະຈັບພະເຢຊູ+ແຕ່ຈັບບໍ່ໄດ້ ຍ້ອນຍັງບໍ່ຮອດເວລາຂອງເພິ່ນ.+ 31 ແຕ່ໃນຄົນຈຳນວນຫຼາຍນັ້ນມີຫຼາຍຄົນເຊື່ອໃນເພິ່ນ.+ ເຂົາເຈົ້າເວົ້າວ່າ: “ພະຄລິດຈະເຮັດການອັດສະຈັນຫຼາຍຢ່າງເມື່ອເພິ່ນມາ. ຜູ້ຊາຍຄົນນີ້ກໍເຮັດແບບນັ້ນບໍ່ແມ່ນບໍ?”
32 ເມື່ອພວກຟາຣີຊາຍໄດ້ຍິນ ຫຼາຍຄົນເວົ້າເລື່ອງພະເຢຊູແບບລັບໆ ເຂົາເຈົ້າກັບພວກຫົວໜ້າປະໂລຫິດຈຶ່ງໃຊ້ເຈົ້າໜ້າທີ່ໄປຈັບເພິ່ນ. 33 ພະເຢຊູເວົ້າອີກວ່າ: “ຂ້ອຍຍັງຈະຢູ່ກັບພວກເຈົ້າອີກໄລຍະໜຶ່ງ ກ່ອນທີ່ຂ້ອຍຈະກັບໄປຫາຜູ້ທີ່ໃຊ້ຂ້ອຍມາ.+ 34 ຕອນນັ້ນ ພວກເຈົ້າຈະຊອກຫາຂ້ອຍ ແຕ່ຈະບໍ່ເຫັນ ແລະບ່ອນທີ່ຂ້ອຍຢູ່ພວກເຈົ້າກໍໄປບໍ່ໄດ້.”+ 35 ພວກຜູ້ນຳຄົນຢິວຈຶ່ງພາກັນເວົ້າວ່າ: “ຜູ້ນີ້ຈະໄປໃສ ລາວຈຶ່ງບອກວ່າພວກເຮົາຈະບໍ່ເຫັນລາວ? ລາວຈະໄປຢູ່ກັບຄົນຢິວທີ່ກະຈັດກະຈາຍກັນຢູ່ນຳຄົນກຣີກແລະສອນຄົນກຣີກຢູ່ຫັ້ນນຳບໍ? 36 ລາວໝາຍຄວາມວ່າແນວໃດທີ່ເວົ້າວ່າ ‘ພວກເຈົ້າຈະຊອກຫາຂ້ອຍ ແຕ່ຈະບໍ່ເຫັນ ແລະບ່ອນທີ່ຂ້ອຍຢູ່ພວກເຈົ້າກໍໄປບໍ່ໄດ້’?”
37 ເມື່ອຮອດມື້ສຸດທ້າຍເຊິ່ງເປັນມື້ສຳຄັນທີ່ສຸດຂອງເທດສະການ+ ພະເຢຊູຢືນຂຶ້ນແລະເວົ້າສຽງດັງວ່າ: “ຖ້າຜູ້ໃດຫິວນ້ຳ ກໍໃຫ້ມາກິນນ້ຳຈາກຂ້ອຍໄດ້.+ 38 ຄົນທີ່ເຊື່ອໃນຂ້ອຍກໍຈະເປັນຄືກັບທີ່ພະຄຳພີບອກໄວ້ວ່າ ‘ນ້ຳທີ່ໃຫ້ຊີວິດຈະໄຫຼອອກມາຈາກໂຕລາວ.’”+ 39 ພະເຢຊູກຳລັງເວົ້າເຖິງພະລັງຂອງພະເຈົ້າເຊິ່ງຄົນທີ່ເຊື່ອໃນເພິ່ນຈະໄດ້ຮັບ. ແຕ່ຕອນນັ້ນເຂົາເຈົ້າຍັງບໍ່ໄດ້ຮັບພະລັງນັ້ນ+ ຍ້ອນພະເຢຊູຍັງບໍ່ໄດ້ຮັບອຳນາດ.+ 40 ເມື່ອໄດ້ຍິນສິ່ງທີ່ເພິ່ນເວົ້າ ບາງຄົນໃນພວກປະຊາຊົນກໍເວົ້າວ່າ: “ຜູ້ນີ້ແມ່ນຜູ້ພະຍາກອນຄົນນັ້ນແທ້ໆ.”+ 41 ບາງຄົນເວົ້າວ່າ: “ລາວແມ່ນພະຄລິດ.”+ ແຕ່ບາງຄົນພັດເວົ້າວ່າ: “ພະຄລິດຈະມາຈາກແຂວງຄາລີເລບໍ?+ 42 ພະຄຳພີບອກໄວ້ວ່າພະຄລິດເປັນລູກຫຼານຂອງດາວິດ+ແລະມາຈາກເມືອງເບັດເລເຮັມ+ທີ່ເປັນບ້ານເກີດຂອງດາວິດບໍ່ແມ່ນບໍ?”+ 43 ປະຊາຊົນຈຶ່ງຂັດແຍ່ງກັນຍ້ອນເລື່ອງພະເຢຊູ. 44 ບາງຄົນຢາກຈັບເພິ່ນ ແຕ່ກໍຈັບບໍ່ໄດ້.
45 ແລ້ວພວກເຈົ້າໜ້າທີ່ກໍກັບໄປຫາພວກຫົວໜ້າປະໂລຫິດກັບພວກຟາຣີຊາຍ ແລະພວກຟາຣີຊາຍໄດ້ຖາມເຂົາເຈົ້າວ່າ: “ເປັນຫຍັງຄືບໍ່ຈັບລາວມາ?” 46 ພວກເຈົ້າໜ້າທີ່ຕອບວ່າ: “ພວກເຮົາບໍ່ເຄີຍໄດ້ຍິນຜູ້ໃດເວົ້າຄືກັບຜູ້ຊາຍຄົນນີ້.”+ 47 ພວກຟາຣີຊາຍຈຶ່ງເວົ້າວ່າ: “ພວກເຈົ້າກໍຖືກລາວຕົວະຄືກັນຫວະ? 48 ໃນພວກຜູ້ນຳແລະພວກຟາຣີຊາຍ ບໍ່ມີຈັກຄົນທີ່ເຊື່ອໃນລາວແມ່ນບໍ?+ 49 ຄົນທີ່ເຊື່ອໃນລາວກໍມີແຕ່ຄົນທີ່ບໍ່ເຂົ້າໃຈກົດໝາຍຂອງພະເຈົ້າແລະເປັນຄົນທີ່ຖືກສາບແຊ່ງ.” 50 ນີໂກເດມທີ່ເຄີຍມາຫາພະເຢຊູແລະເປັນຟາຣີຊາຍຄົນໜຶ່ງກໍເວົ້າຂຶ້ນວ່າ: 51 “ກົດໝາຍຂອງພວກເຮົາບໍ່ໃຫ້ຕັດສິນຜູ້ໃດຈົນກວ່າຈະໄດ້ຟັງລາວເວົ້າແລະຮູ້ວ່າລາວເຮັດຫຍັງບໍ່ແມ່ນບໍ?”+ 52 ເຂົາເຈົ້າເວົ້າກັບນີໂກເດມວ່າ: “ເຈົ້າກໍມາຈາກຄາລີເລຄືກັນບໍ? ໄປຄົ້ນພະຄຳພີເບິ່ງແລ້ວຈະຮູ້ວ່າ ບໍ່ມີບ່ອນໃດບອກໄວ້ເລີຍວ່າຈະມີຜູ້ພະຍາກອນມາຈາກຄາລີເລ.”*