ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 47
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ນ້ຳ​ໄຫຼ​ອອກ​ມາ​ຈາກ​ວິຫານ (1-​12)

        • ນ້ຳ​ຄ່ອຍ​ໆ​ເລິກ (2-​5)

        • ນ້ຳ​ໃນ​ທະເລ​ຕາຍ​ກາຍ​ເປັນ​ນ້ຳ​ດີ (8-​10)

        • ນ້ຳ​ທີ່​ຢູ່​ໃນ​ໜອງ​ໃນ​ບຶງ​ຈະ​ເປັນ​ນ້ຳ​ທີ່​ບໍ່​ດີ (11)

        • ຕົ້ນໄມ້​ທີ່​ກິນ​ໄດ້​ແລະ​ເປັນ​ຢາ​ໄດ້ (12)

      • ເຂດ​ແດນ​ຂອງ​ແຜ່ນ​ດິນ (13-​23)

ເອເຊກຽນ 47:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 41:2
  • +ຊຄຢ 13:1; 14:8; ພນມ 22:1

ເອເຊກຽນ 47:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:20
  • +ອຊກ 40:6; 44:1, 2

ເອເຊກຽນ 47:3

ໄຂເງື່ອນ

  • *

    518 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 40:3; ພນມ 21:15

ເອເຊກຽນ 47:4

ໄຂເງື່ອນ

  • *

    518 ແມັດ

ເອເຊກຽນ 47:5

ໄຂເງື່ອນ

  • *

    518 ແມັດ

ເອເຊກຽນ 47:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພນມ 22:1, 2

ເອເຊກຽນ 47:8

ໄຂເງື່ອນ

  • *

    ຫຼື “ບ່ອນ​ກັນດານ”

  • *

    ໝາຍເຖິງ​ທະເລ​ຕາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:47, 49
  • +ຊຄຢ 14:8

ເອເຊກຽນ 47:10

ໄຂເງື່ອນ

  • *

    ໝາຍເຖິງ​ທະເລ​ເມດີແຕຣາເນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 62; 2ຂຄ 20:2
  • +ຈຊບ 34:2, 6

ເອເຊກຽນ 47:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 29:22, 23; ພສ 107:33, 34; ຢຣມ 17:6

ເອເຊກຽນ 47:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 47:1
  • +ພນມ 22:1, 2

ເອເຊກຽນ 47:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 48:5; 1ຂຄ 5:1; ອຊກ 48:5

ເອເຊກຽນ 47:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 26:3; 28:13

ເອເຊກຽນ 47:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 48:1
  • +ຈຊບ 34:2, 8

ເອເຊກຽນ 47:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 13:21
  • +2ຊມ 8:8
  • +ອຊກ 47:18

ເອເຊກຽນ 47:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 34:2, 9
  • +ອຊກ 48:1

ເອເຊກຽນ 47:18

ໄຂເງື່ອນ

  • *

    ໝາຍເຖິງ​ທະເລ​ຕາຍ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 32:1

ເອເຊກຽນ 47:19

ໄຂເງື່ອນ

  • *

    ໝາຍເຖິງ​ຮ່ອມພູ​ຂອງ​ເອຢິບ. ເບິ່ງ​ຄຳ​ວ່າ “ວາດີ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:51
  • +ອຊກ 48:28

ເອເຊກຽນ 47:20

ໄຂເງື່ອນ

  • *

    ຫຼື “ເຂດ​ແດນ​ຮາມັດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 34:2, 8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 47:1ອຊກ 41:2
ອຊກ. 47:1ຊຄຢ 13:1; 14:8; ພນມ 22:1
ອຊກ. 47:2ອຊກ 40:20
ອຊກ. 47:2ອຊກ 40:6; 44:1, 2
ອຊກ. 47:3ອຊກ 40:3; ພນມ 21:15
ອຊກ. 47:7ພນມ 22:1, 2
ອຊກ. 47:8ພບຍ 4:47, 49
ອຊກ. 47:8ຊຄຢ 14:8
ອຊກ. 47:10ຢຊ 15:20, 62; 2ຂຄ 20:2
ອຊກ. 47:10ຈຊບ 34:2, 6
ອຊກ. 47:11ພບຍ 29:22, 23; ພສ 107:33, 34; ຢຣມ 17:6
ອຊກ. 47:12ອຊກ 47:1
ອຊກ. 47:12ພນມ 22:1, 2
ອຊກ. 47:13ປຖກ 48:5; 1ຂຄ 5:1; ອຊກ 48:5
ອຊກ. 47:14ປຖກ 26:3; 28:13
ອຊກ. 47:15ອຊກ 48:1
ອຊກ. 47:15ຈຊບ 34:2, 8
ອຊກ. 47:16ຈຊບ 13:21
ອຊກ. 47:162ຊມ 8:8
ອຊກ. 47:16ອຊກ 47:18
ອຊກ. 47:17ຈຊບ 34:2, 9
ອຊກ. 47:17ອຊກ 48:1
ອຊກ. 47:18ຈຊບ 32:1
ອຊກ. 47:19ພບຍ 32:51
ອຊກ. 47:19ອຊກ 48:28
ອຊກ. 47:20ຈຊບ 34:2, 8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 47:1-23

ເອເຊກຽນ

47 ຈາກ​ນັ້ນ ລາວ​ພາ​ຂ້ອຍ​ກັບ​ໄປ​ທາງ​ເຂົ້າ​ວິຫານ.+ ທາງ​ໜ້າ​ຂອງ​ວິຫານ​ປິ່ນ​ໄປ​ທາງ​ທິດ​ຕາເວັນ​ອອກ ແລະ​ຂ້ອຍ​ເຫັນ​ນ້ຳ​ໄຫຼ​ໄປ​ທາງ​ທິດ​ຕາເວັນ​ອອກ​ຈາກ​ທາງ​ລຸ່ມ​ຂອງ​ວິຫານ.+ ນ້ຳ​ໄຫຼ​ອອກ​ມາ​ຈາກ​ເບື້ອງ​ຂວາ​ຂອງ​ປະຕູ​ວິຫານ ແລະ​ໄຫຼ​ຜ່ານ​ທາງ​ໃຕ້​ຂອງ​ແທ່ນ​ບູຊາ.

2 ແລ້ວ​ລາວ​ກໍ​ພາ​ຂ້ອຍ​ອອກ​ໄປ​ທາງ​ນອກ​ວິຫານ​ທາງ​ທາງ​ເຂົ້າ​ທີ່​ຢູ່​ທິດເໜືອ+ ແລະ​ພາ​ຂ້ອຍ​ຍ່າງ​ອ້ອມ​ຈົນ​ຮອດ​ທາງ​ເຂົ້າ​ທີ່​ຢູ່​ທິດ​ຕາເວັນ​ອອກ.+ ຂ້ອຍ​ເຫັນ​ນ້ຳ​ໄຫຼ​ອອກ​ມາ​ຄ່ອຍ​ໆ​ຢູ່​ເບື້ອງ​ຂວາ​ຂອງ​ທາງ​ເຂົ້າ.

3 ລາວ​ໃຊ້​ສາຍ​ແທກ+​ແທກ​ອອກ​ໄປ​ທາງ​ທິດ​ຕາເວັນ​ອອກ 1.000 ສອກ* ແລະ​ລາວ​ໃຫ້​ຂ້ອຍ​ຍ່າງ​ຂ້າມ​ນ້ຳ. ນ້ຳ​ຢູ່​ຫັ້ນ​ເລິກ​ຮອດ​ຂໍ້​ຂາ.

4 ລາວ​ແທກ​ອອກ​ໄປ​ອີກ 1.000 ສອກ* ແລະ​ໃຫ້​ຂ້ອຍ​ຍ່າງ​ຂ້າມ​ນ້ຳ. ນ້ຳ​ຢູ່​ຫັ້ນ​ເລິກ​ຮອດ​ຫົວ​ເຂົ່າ.

ລາວ​ແທກ​ອອກ​ໄປ​ອີກ 1.000 ສອກ ແລະ​ໃຫ້​ຂ້ອຍ​ຍ່າງ​ຂ້າມ​ນ້ຳ. ນ້ຳ​ຢູ່​ຫັ້ນ​ເລິກ​ຮອດ​ແອວ.

5 ລາວ​ແທກ​ອອກ​ໄປ​ອີກ 1.000 ສອກ* ແລະ​ຢູ່​ຫັ້ນ​ມັນ​ເປັນ​ຄື​ແມ່​ນ້ຳ​ແລ້ວ. ຂ້ອຍ​ຍ່າງ​ຂ້າມ​ໄປ​ບໍ່​ໄດ້​ຍ້ອນ​ນ້ຳ​ເລິກ​ຫຼາຍ. ຖ້າ​ຜູ້​ໃດ​ຈະ​ຂ້າມ​ກໍ​ຕ້ອງ​ໄດ້​ລອຍ​ໄປ.

6 ລາວ​ຖາມ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ທັງໝົດ​ນີ້​ແລ້ວ​ແມ່ນ​ບໍ?”

ຈາກ​ນັ້ນ ລາວ​ກໍ​ໃຫ້​ຂ້ອຍ​ຍ່າງ​ກັບ​ມາ​ແຄມ​ຝັ່ງ. 7 ເມື່ອ​ກັບ​ມາ ຂ້ອຍ​ກໍ​ເຫັນ​ມີ​ຕົ້ນໄມ້​ບັກ​ຫຼາຍ​ໆ​ຢູ່​ແຄມ​ແມ່​ນ້ຳ​ທັງ​ສອງ​ເບື້ອງ.+ 8 ລາວ​ບອກ​ຂ້ອຍ​ວ່າ: “ນ້ຳ​ນີ້​ໄຫຼ​ໄປ​ທາງ​ທິດ​ຕາ​ເວັນ​ອອກ​ຜ່ານ​ເຂດ​ອາຣາບາ*+ ແລ້ວ​ໄຫຼ​ລົງ​ໄປ​ທະເລ.* ເມື່ອ​ນ້ຳ​ນີ້​ໄຫຼ​ລົງ​ໄປ​ທະເລ+ ນ້ຳ​ໃນ​ທະເລ​ກໍ​ຈະ​ກາຍ​ເປັນ​ນ້ຳ​ທີ່​ດີ. 9 ນ້ຳ​ນີ້​ໄຫຼ​ໄປ​ຮອດ​ໃສ ສິ່ງ​ທີ່​ມີ​ຊີວິດ​ທຸກ​ຊະນິດ​ກໍ​ຈະ​ຢູ່​ຫັ້ນ​ໄດ້. ມີ​ນ້ຳ​ນີ້​ຢູ່​ບ່ອນ​ໃດ ບ່ອນ​ນັ້ນ​ກໍ​ຈະ​ມີ​ປາ​ຫຼາຍ. ນ້ຳ​ທະເລ​ຈະ​ກາຍ​ເປັນ​ນ້ຳ​ທີ່​ດີ ແລະ​ແມ່​ນ້ຳ​ນີ້​ໄຫຼ​ໄປ​ບ່ອນ​ໃດ​ກໍ​ຈະ​ມີ​ສິ່ງ​ທີ່​ມີ​ຊີວິດ​ຢູ່​ບ່ອນ​ນັ້ນ.

10 ຈະ​ມີ​ຄົນ​ຫາ​ປາ​ແລະ​ເດີ່ນ​ຕາກ​ດາງ​ກວາດ​ຢູ່​ແຄມ​ທະເລ​ນັ້ນ​ຕັ້ງແຕ່​ເອັນເກດີ+​ໄປ​ຈົນ​ຮອດ​ເອັນເອັກລາຢິມ. ໃນ​ທະເລ​ນັ້ນ​ຈະ​ມີ​ປາ​ຫຼາຍ​ຊະນິດ​ຄື​ກັບ​ຢູ່​ທະເລ​ໃຫຍ່.*+

11 ນ້ຳ​ຢູ່​ໃນ​ໜອງ​ໃນ​ບຶງ​ຈະ​ເປັນ​ນ້ຳ​ທີ່​ບໍ່​ດີ. ມັນ​ຈະ​ເປັນ​ນ້ຳ​ເຄັມ.+

12 ຕົ້ນໄມ້​ທຸກ​ຊະນິດ​ທີ່​ກິນ​ໄດ້​ຈະ​ຂຶ້ນ​ຢູ່​ແຄມ​ແມ່​ນ້ຳ​ທັງ​ສອງ​ເບື້ອງ. ໃບ​ຂອງ​ມັນ​ຈະ​ບໍ່​ຫ່ຽວ​ແຫ້ງ​ແລະ​ຈະ​ເປັນ​ໝາກ​ຕະຫຼອດ. ມັນ​ຈະ​ເປັນ​ໝາກ​ທຸກ​ໆ​ເດືອນ​ຍ້ອນ​ໄດ້​ນ້ຳ​ທີ່​ໄຫຼ​ມາ​ຈາກ​ວິຫານ.+ ໝາກ​ຂອງ​ມັນ​ຈະ​ເປັນ​ແນວ​ກິນ​ແລະ​ໃບ​ກໍ​ຈະ​ເປັນ​ຢາ.”+

13 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ: “ນີ້​ແມ່ນ​ເຂດ​ທີ່​ພວກເຈົ້າ​ຕ້ອງ​ແບ່ງ​ເປັນ​ດິນ​ມໍລະດົກ​ໃຫ້​ອິດສະຣາເອນ 12 ຕະກູນ ແລະ​ລູກ​ຫຼານ​ຂອງ​ໂຢເຊັບ​ຈະ​ໄດ້ 2 ສ່ວນ.+ 14 ພວກເຈົ້າ​ຈະ​ໄດ້​ດິນ​ຂະໜາດ​ສ່ຳ​ກັນ​ເປັນ​ມໍລະດົກ. ເຮົາ​ໄດ້​ສັນຍາ​ວ່າ​ຈະ​ເອົາ​ດິນ​ນີ້​ໃຫ້​ປູ່ຍ່າຕານາຍ​ຂອງ​ພວກເຈົ້າ+ ແລະ​ຕອນນີ້​ມັນ​ເປັນ​ມໍລະດົກ​ຂອງ​ພວກ​ເຈົ້າ​ແລ້ວ.

15 ເຂດ​ແດນ​ທາງ​ທິດ​ເໜືອ​ຂອງ​ແຜ່ນດິນ​ນີ້​ເລີ່ມ​ຕັ້ງແຕ່​ທະເລ​ໃຫຍ່​ໄປ​ຕາມ​ເສັ້ນ​ທາງ​ໄປ​ເຮດໂລນ+ ແລະ​ໄປ​ທາງ​ເຊດາດ+ 16 ຮາມັດ+ ເບໂຣທາ+ ແລະ​ສິບຣາຢິມ​ທີ່​ຢູ່​ລະຫວ່າງ​ເຂດ​ດາມາເຊ​ກັບ​ເຂດ​ຮາມັດ ໄປ​ຈົນ​ຮອດ​ຮາເຊີຮັດຕິໂກນ​ທີ່​ຕິດ​ກັບ​ເຂດ​ແດນ​ຮາອູຣານ.+ 17 ເຂດ​ແດນ​ຈະ​ເລີ່ມ​ຈາກ​ທະເລ​ໄປ​ຈົນ​ຮອດ​ຮາຊາເອໂນນ.+ ເຂດ​ແດນ​ນີ້​ຈະ​ໄປ​ຕາມ​ເຂດ​ແດນ​ທາງ​ເໜືອ​ຂອງ​ດາມາເຊ ແລະ​ໄປ​ຕາມ​ເຂດ​ແດນ​ຂອງ​ຮາມັດ.+ ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ເໜືອ.

18 ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ​ຢູ່​ລະຫວ່າງ​ຮາອູຣານ​ກັບ​ດາມາເຊ ແລະ​ໄປ​ຕາມ​ແມ່​ນ້ຳ​ຈໍແດນ​ທີ່​ຢູ່​ລະຫວ່າງ​ກິລຽດ+​ກັບ​ແຜ່ນດິນ​ອິດສະຣາເອນ. ພວກ​ເຈົ້າ​ຕ້ອງ​ແທກ​ຈາກ​ເຂດ​ແດນ​ນີ້​ໄປ​ຈົນ​ຮອດ​ທະເລ​ຕາເວັນ​ອອກ.* ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ຕາເວັນ​ອອກ.

19 ເຂດ​ແດນ​ທາງ​ໃຕ້​ເລີ່ມ​ຈາກ​ຕາມາ​ໄປ​ຈົນ​ຮອດ​ນ້ຳ​ເມຣີບາກາເດັດ+ ລົງ​ໄປ​ຮອດ​ຮ່ອມພູ*​ແລະ​ທະເລ​ໃຫຍ່.+ ນີ້​ແມ່ນ​ເຂດ​ແດນ​ທາງ​ໃຕ້.

20 ເຂດ​ແດນ​ທາງ​ທິດຕາເວັນຕົກ​ແມ່ນ​ທະເລ​ໃຫຍ່​ຈົນ​ຮອດ​ຈຸດ​ທີ່​ກົງ​ກັນ​ຂ້າມ​ກັບ​ເລໂບຮາມັດ.*+ ນີ້​ແມ່ນ​ເຂດ​ແດນ​ທາງ​ທິດ​ຕາເວັນຕົກ.

21 ພວກ​ເຈົ້າ​ຕ້ອງ​ແບ່ງ​ແຜ່ນດິນ​ນີ້​ໃຫ້​ອິດສະຣາເອນ 12 ຕະກູນ. 22 ພວກ​ເຈົ້າ​ຕ້ອງ​ແບ່ງ​ແຜ່ນດິນ​ນີ້​ເປັນ​ມໍລະດົກ​ຂອງ​ໂຕເອງ ແລະ​ຕ້ອງ​ແບ່ງ​ໃຫ້​ຄົນ​ຕ່າງ​ຊາດ​ທີ່​ຢູ່​ນຳ​ພວກ​ເຈົ້າ ເຊິ່ງ​ມີ​ລູກ​ມີ​ຫຼານ​ຕອນ​ທີ່​ຢູ່​ນຳ​ພວກ​ເຈົ້າ. ພວກ​ເຈົ້າ​ຕ້ອງ​ຖື​ວ່າ​ເຂົາເຈົ້າ​ເປັນ​ຄື​ກັບ​ຄົນ​ອິດສະຣາເອນ. ເຂົາເຈົ້າ​ຈະ​ໄດ້​ຮັບ​ມໍລະດົກ​ຄື​ກັບ​ພວກ​ເຈົ້າ​ທີ່​ຢູ່​ໃນ​ຕະກູນ​ຕ່າງ​ໆ​ຂອງ​ອິດສະຣາເອນ. 23 ຄົນ​ຕ່າງ​ຊາດ​ຢູ່​ກັບ​ຕະກູນ​ໃດ ພວກ​ເຈົ້າ​ກໍ​ຕ້ອງ​ເອົາ​ມໍລະດົກ​ໃນ​ເຂດ​ຂອງ​ຕະກູນ​ນັ້ນ​ໃຫ້​ເຂົາເຈົ້າ.” ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ແບບ​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌