ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອເຊກຽນ 8
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອເຊກຽນ

      • ເອເຊກຽນ​ຖືກ​ພາ​ໄປ​ເມືອງ​ເຢຣູຊາເລັມ​ໃນ​ນິມິດ (1-​4)

      • ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຢູ່​ວິຫານ (5-​18)

        • ພວກ​ຜູ້​ຍິງ​ຮ້ອງໄຫ້​ໃຫ້​ພະ​ຕຳມຸດ (14)

        • ພວກ​ຜູ້​ຊາຍ​ກົ້ມ​ກາບ​ດວງ​ຕາເວັນ (16)

ເອເຊກຽນ 8:1

ໄຂເງື່ອນ

  • *

    ໝາຍເຖິງ​ປີ​ທີ 6 ທີ່​ກະສັດ​ເຢໂຮຢາກິນ ເອເຊກຽນ ແລະ​ຄົນ​ຢິວ​ຄົນ​ອື່ນ​ໆ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ. ເບິ່ງ ອຊກ 1:2.

  • *

    ແປ​ຕາມ​ໂຕ​ວ່າ “ມື”

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    2/2018, ໜ້າ 4

ເອເຊກຽນ 8:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 1:4, 27
  • +ດນອ 7:9

ເອເຊກຽນ 8:3

ໄຂເງື່ອນ

  • *

    ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ອາດ​ໝາຍເຖິງ​ພະລັງ​ຂອງ​ພະເຈົ້າ​ຫຼື​ທູດສະຫວັນ

  • *

    ແປ​ຕາມ​ໂຕ​ວ່າ “ລະຫວ່າງ​ແຜ່ນດິນ​ກັບ​ສະຫວັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 20:2; ອຊກ 9:2
  • +ພບຍ 32:16

ເອເຊກຽນ 8:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 40:34
  • +ອຊກ 1:27, 28

ເອເຊກຽນ 8:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:14
  • +ຢຣມ 26:4, 6

ເອເຊກຽນ 8:10

ໄຂເງື່ອນ

  • *

    ຄຳ​ນີ້​ໃນ​ພາສາ​ເຮັບເຣີ​ອາດ​ກ່ຽວ​ຂ້ອງ​ກັບ​ຄຳ​ວ່າ “ຂີ້​ສັດ” ແລະ​ໃຊ້​ໃນ​ລັກສະນະ​ດູຖູກ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 11:10
  • +ອພຍ 20:4, 5

ເອເຊກຽນ 8:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 22:3, 4; 25:22; ຢຣມ 26:24
  • +ອຊກ 16:17, 18

ເອເຊກຽນ 8:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 29:15; ອຊກ 9:9

ເອເຊກຽນ 8:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:14

ເອເຊກຽນ 8:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 4:9
  • +ພບຍ 4:19; 2ກສ 17:16; ຢຣມ 8:1, 2

ເອເຊກຽນ 8:17

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ເປັນ​ກິ່ງ​ໄມ້​ທີ່​ໃຊ້​ໃນ​ການ​ນະມັດສະການ​ຮູບ​ບູຊາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 21:16; ຢຣມ 19:4; ອຊກ 9:9

ເອເຊກຽນ 8:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 5:11; 7:9
  • +ອຊຢ 1:15; ມກ 3:4

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອຊກ. 8:2ອຊກ 1:4, 27
ອຊກ. 8:2ດນອ 7:9
ອຊກ. 8:3ຢຣມ 20:2; ອຊກ 9:2
ອຊກ. 8:3ພບຍ 32:16
ອຊກ. 8:4ອພຍ 40:34
ອຊກ. 8:4ອຊກ 1:27, 28
ອຊກ. 8:62ຂຄ 36:14
ອຊກ. 8:6ຢຣມ 26:4, 6
ອຊກ. 8:10ລລວ 11:10
ອຊກ. 8:10ອພຍ 20:4, 5
ອຊກ. 8:112ກສ 22:3, 4; 25:22; ຢຣມ 26:24
ອຊກ. 8:11ອຊກ 16:17, 18
ອຊກ. 8:12ອຊຢ 29:15; ອຊກ 9:9
ອຊກ. 8:152ຂຄ 36:14
ອຊກ. 8:162ຂຄ 4:9
ອຊກ. 8:16ພບຍ 4:19; 2ກສ 17:16; ຢຣມ 8:1, 2
ອຊກ. 8:172ກສ 21:16; ຢຣມ 19:4; ອຊກ 9:9
ອຊກ. 8:18ອຊກ 5:11; 7:9
ອຊກ. 8:18ອຊຢ 1:15; ມກ 3:4
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
ຄຳພີໄບເບິນສະບັບແປໂລກໃໝ່
ເອເຊກຽນ 8:1-18

ເອເຊກຽນ

8 ໃນ​ວັນ​ທີ 5 ເດືອນ​ທີ 6 ຂອງ​ປີ​ທີ 6* ຕອນ​ທີ່​ຂ້ອຍ​ນັ່ງ​ຢູ່​ໃນ​ເຮືອນ​ແລະ​ພວກ​ຜູ້​ນຳ​ຂອງ​ຢູດາ​ນັ່ງ​ຢູ່​ຕໍ່​ໜ້າ​ຂ້ອຍ ພະລັງ*​ຂອງ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງ​ໃຫຍ່​ສູງ​ສຸດ​ກໍ​ມາ​ຢູ່​ນຳ​ຂ້ອຍ. 2 ຂ້ອຍ​ເຫັນ​ຜູ້​ໜຶ່ງ​ຄ້າຍຄື​ກັບ​ໄຟ. ຕັ້ງ​ແຕ່​ແອວ​ຂອງ​ເພິ່ນ​ຂຶ້ນ​ໄປ​ເຫຼື້ອມ​ຄື​ເງິນ​ປະສົມ​ກັບ​ຄຳ+ ແລະ​ຕັ້ງ​ແຕ່​ແອວ​ຂອງ​ເພິ່ນ​ລົງ​ມາ​ເປັນ​ຄື​ໄຟ.+ 3 ເພິ່ນ​ເດ່​ສິ່ງ​ທີ່​ຄື​ກັບ​ມື​ອອກ​ມາ​ກຳ​ຜົມ​ຂ້ອຍ. ໃນ​ນິມິດ​ນັ້ນ ພະລັງ​ຂອງ​ພະເຈົ້າ*​ໄດ້​ພາ​ຂ້ອຍ​ຂຶ້ນ​ໄປ​ເທິງ​ຟ້າ* ແລະ​ໄປ​ລົງ​ຢູ່​ເມືອງ​ເຢຣູຊາເລັມ​ຢູ່​ປະຕູ​ຂອງ​ເດີ່ນ​ທາງ​ໃນ+​ທີ່​ຢູ່​ທາງ​ທິດເໜືອ. ຢູ່​ເດີ່ນ​ນັ້ນ ມີ​ຮູບ​ບູຊາ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຮັດ​ໃຫ້​ພະເຈົ້າ​ໃຈຮ້າຍ​ຫຼາຍ.+ 4 ຂ້ອຍ​ເຫັນ​ແສງ​ລັດສະໝີ​ຂອງ​ພະເຈົ້າ​ຂອງ​ອິດສະຣາເອນ+​ຄື​ກັບ​ທີ່​ຂ້ອຍ​ເຄີຍ​ເຫັນ​ຢູ່​ທົ່ງພຽງ.+

5 ຈາກ​ນັ້ນ ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ຂໍ​ໃຫ້​ເຈົ້າ​ແນມ​ໄປ​ທາງ​ທິດ​ເໜືອ.” ຂ້ອຍ​ຈຶ່ງ​ແນມ​ໄປ​ທາງ​ທິດ​ເໜືອ​ທີ່​ມີ​ປະຕູ​ເຂົ້າ​ໄປ​ຫາ​ແທ່ນ​ບູຊາ. ຢູ່​ຫັ້ນ ຂ້ອຍ​ເຫັນ​ຮູບ​ບູຊາ​ທີ່​ເຮັດ​ໃຫ້​ພະເຈົ້າ​ໃຈຮ້າຍ​ຫຼາຍ. 6 ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ຊາດ​ອິດສະຣາເອນ​ເຮັດ​ຢູ່​ນີ້​ບໍ?+ ຍ້ອນ​ແນວ​ນີ້​ແຫຼະ ເຮົາ​ຈຶ່ງ​ໜີ​ໄປ​ໄກ​ໆ​ຈາກ​ວິຫານ​ຂອງ​ເຮົາ.+ ແຕ່​ເຈົ້າ​ຈະ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ນີ້​ອີກ.”

7 ຕໍ່ມາ ເພິ່ນ​ກໍ​ພາ​ຂ້ອຍ​ໄປ​ທາງ​ເຂົ້າ​ເດີ່ນ​ທາງ​ໃນ​ຂອງ​ວິຫານ​ແລະ​ຂ້ອຍ​ເຫັນ​ປ່ອງ​ຢູ່​ກຳແພງ. 8 ເພິ່ນ​ບອກ​ຂ້ອຍ​ວ່າ: “ລູກ​ມະນຸດ ໃຫ້​ເຈົ້າ​ເຈາະ​ປ່ອງ​ຢູ່​ກຳແພງ​ໃຫ້​ໃຫຍ່​ຂຶ້ນ.” ຂ້ອຍ​ກໍ​ເຈາະ​ໃຫ້​ມັນ​ໃຫຍ່​ຂຶ້ນ ແລ້ວ​ກໍ​ເຫັນ​ທາງ​ເຂົ້າ. 9 ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ໃຫ້​ເຈົ້າ​ເຂົ້າ​ໄປ​ເບິ່ງ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ທີ່​ເຂົາເຈົ້າ​ກຳລັງ​ເຮັດ.” 10 ຂ້ອຍ​ກໍ​ເຂົ້າ​ໄປ​ແລະ​ເຫັນ​ຮູບ​ແກະ​ສະຫຼັກ​ສັດ​ເລືອຄານ ສັດ​ທີ່​ເປັນ​ຕາ​ຂີ້ດຽດ+ ແລະ​ຮູບ​ບູຊາ​ອື່ນ​ໆ​ທີ່​ເປັນ​ຕາ​ຂີ້ດຽດ*​ຂອງ​ຊາດ​ອິດສະຣາເອນ+​ຢູ່​ທຸກ​ໆ​ຝາ. 11 ພວກ​ຜູ້​ນຳ 70 ຄົນ​ຂອງ​ອິດສະຣາເອນ​ຢືນ​ຢູ່​ຕໍ່​ໜ້າ​ຮູບ​ເຫຼົ່າ​ນັ້ນ ແລະ​ຢາອາຊານີຢາ​ລູກ​ຊາຍ​ຂອງ​ຊາຟານ+​ກໍ​ຢູ່​ນຳ​ເຂົາເຈົ້າ. ແຕ່​ລະ​ຄົນ​ຖື​ແນວ​ເຜົາ​ເຄື່ອງ​ຫອມ​ແລະ​ມີ​ຄວັນ​ລອຍ​ຂຶ້ນ​ໄປ.+ 12 ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ບໍ​ວ່າ​ພວກ​ຜູ້​ນຳ​ຂອງ​ອິດສະຣາເອນ​ເຮັດ​ຫຍັງ​ຢູ່​ບ່ອນ​ມືດ​ໆ​ຢູ່​ຫ້ອງ​ທາງ​ໃນ​ທີ່​ເຂົາເຈົ້າ​ຕັ້ງ​ຮູບ​ບູຊາ​ໄວ້? ເຂົາເຈົ້າ​ເວົ້າ​ວ່າ ‘ພະ​ເຢໂຫວາ​ບໍ່​ເຫັນ​ພວກເຮົາ​ດອກ. ພະ​ເຢໂຫວາ​ປະຖິ້ມ​ແຜ່ນດິນ​ນີ້​ແລ້ວ.’”+

13 ເພິ່ນ​ເວົ້າ​ກັບ​ຂ້ອຍ​ຕໍ່​ອີກ​ວ່າ: “ເຈົ້າ​ຈະ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ນີ້​ອີກ.” 14 ແລ້ວ​ເພິ່ນ​ກໍ​ພາ​ຂ້ອຍ​ໄປ​ປະຕູ​ທາງ​ເຂົ້າ​ທີ່​ຢູ່​ທາງ​ທິດເໜືອ​ຂອງ​ວິຫານ​ຂອງ​ພະ​ເຢໂຫວາ. ຢູ່​ຫັ້ນ ຂ້ອຍ​ເຫັນ​ພວກ​ຜູ້ຍິງ​ນັ່ງ​ຮ້ອງ​ໄຫ້​ໃຫ້​ພະ​ຕຳມຸດ.

15 ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ແມ່ນ​ບໍ? ແຕ່​ເຈົ້າ​ຈະ​ເຫັນ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຫຼາຍ​ກວ່າ​ນີ້​ອີກ.”+ 16 ແລ້ວ​ເພິ່ນ​ກໍ​ພາ​ຂ້ອຍ​ໄປ​ເດີ່ນ​ທາງ​ໃນ​ວິຫານ​ຂອງ​ພະ​ເຢໂຫວາ.+ ຢູ່​ທາງ​ເຂົ້າ​ວິຫານ​ຂອງ​ພະ​ເຢໂຫວາ​ລະຫວ່າງ​ຫ້ອງ​ທາງ​ເຂົ້າ​ກັບ​ແທ່ນ​ບູຊາ ມີ​ຜູ້​ຊາຍ 25 ຄົນ​ປິ່ນ​ຫຼັງ​ໃສ່​ວິຫານ​ຂອງ​ພະ​ເຢໂຫວາ​ແລະ​ປິ່ນ​ໜ້າ​ໄປ​ທາງ​ທິດ​ຕາເວັນ​ອອກ. ເຂົາເຈົ້າ​ກົ້ມ​ກາບ​ດວງ​ຕາເວັນ​ຢູ່​ທາງ​ທິດ​ຕາເວັນ​ອອກ.+

17 ເພິ່ນ​ເວົ້າ​ກັບ​ຂ້ອຍ​ວ່າ: “ລູກ​ມະນຸດ ເຈົ້າ​ເຫັນ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ແມ່ນ​ບໍ? ພວກ​ຢູດາ​ເຮັດ​ສິ່ງ​ທີ່​ເປັນ​ຕາ​ຂີ້ດຽດ​ຢູ່​ນີ້​ຍັງ​ບໍ່​ພໍ​ບໍ? ເຂົາເຈົ້າ​ເຮັດ​ໃຫ້​ແຜ່ນ​ດິນ​ມີ​ແຕ່​ຄວາມ​ຮຸນແຮງ+​ແລະ​ເຮັດ​ໃຫ້​ເຮົາ​ໃຈຮ້າຍ​ຕະຫຼອດ. ຕອນ​ນີ້ ເຂົາເຈົ້າ​ຍັງ​ເອົາ​ກິ່ງ​ໄມ້*​ມາ​ແທງ​ດັງ​ເຮົາ​ນຳ​ອີກ. 18 ຍ້ອນ​ແນວ​ນີ້ ເຮົາ​ຈຶ່ງ​ໃຈຮ້າຍ​ຫຼາຍ. ເຮົາ​ຈະ​ບໍ່​ອີ່ຕົນ​ແລະ​ບໍ່​ສົນໃຈ​ເຂົາເຈົ້າ.+ ເຖິງ​ວ່າ​ເຂົາເຈົ້າ​ຈະ​ຮ້ອງ​ຫາ​ເຮົາ​ດັງ​ໆ​ ແຕ່​ເຮົາ​ກໍ​ຈະ​ບໍ່​ຟັງ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌