ຈົດເຊັນບັນຊີ
23 ບາລາອາມເວົ້າກັບບາລາກວ່າ: “ໃຫ້ສ້າງແທ່ນບູຊາ 7 ແທ່ນ+ ແລະກຽມງົວໂຕຜູ້ 7 ໂຕ ແລະແກະໂຕຜູ້ 7 ໂຕໃຫ້ຂ້ອຍນຳ.” 2 ບາລາກກໍເຮັດຕາມທີ່ບາລາອາມບອກທັນທີ. ເຂົາເຈົ້າເອົາງົວກັບແກະແນວລະໂຕມາເຜົາເທິງແທ່ນບູຊາແຕ່ລະແທ່ນ.+ 3 ແລ້ວບາລາອາມກໍບອກບາລາກວ່າ: “ໃຫ້ທ່ານຖ້າຢູ່ບ່ອນເຄື່ອງບູຊາຂອງທ່ານນີ້ກ່ອນ. ຂ້ອຍຈະໄປອີກບ່ອນໜຶ່ງ ເພື່ອວ່າພະເຢໂຫວາຈະມາເວົ້າກັບຂ້ອຍຢູ່ຫັ້ນ. ຖ້າເພິ່ນວ່າແນວໃດ ຂ້ອຍຈະມາເວົ້າໃຫ້ຟັງ.” ບາລາອາມກໍຂຶ້ນໄປໂນນພູອີກໜ່ວຍໜຶ່ງ.
4 ແລ້ວພະເຈົ້າກໍມາຫາບາລາອາມ.+ ບາລາອາມເວົ້າກັບພະເຈົ້າວ່າ: “ຂ້ອຍໄດ້ສ້າງແທ່ນບູຊາ 7 ແທ່ນ ແລະເອົາງົວກັບແກະແນວລະໂຕເຜົາເທິງແທ່ນບູຊາແຕ່ລະແທ່ນໃຫ້ພະອົງແລ້ວ.” 5 ພະເຢໂຫວາບອກບາລາອາມ+ວ່າຕ້ອງເວົ້າກັບບາລາກແນວໃດ. ເພິ່ນບອກວ່າ: “ກັບໄປຫາບາລາກ ແລະເວົ້າຕາມທີ່ເຮົາຈະສັ່ງໃຫ້ເຈົ້າເວົ້າ.” 6 ບາລາອາມກໍກັບໄປ ແລ້ວເຫັນບາລາກກັບພວກຫົວໜ້າໂມອາບຖ້າຢູ່ບ່ອນເຜົາເຄື່ອງບູຊາ. 7 ບາລາອາມເວົ້າອອກມາເປັນຄຳກອນວ່າ:+
“ບາລາກ ກະສັດໂມອາບພາຂ້ອຍມາຈາກອາຣາມ+
ແລະມາຈາກພູທາງທິດຕາເວັນອອກ.
ລາວບອກຂ້ອຍວ່າ ‘ມາສາບແຊ່ງລູກຫຼານຂອງຢາໂຄບໃຫ້ຂ້ອຍໄດ້ບໍ?
ຊ່ວຍມາສາບແຊ່ງພວກອິດສະຣາເອນໃຫ້ຂ້ອຍແດ່.’+
8 ຂ້ອຍຊິສາບແຊ່ງຄົນທີ່ພະເຈົ້າບໍ່ໄດ້ສາບແຊ່ງໄດ້ແນວໃດ?
ຄັນພະເຢໂຫວາບໍ່ໄດ້ສາບແຊ່ງຜູ້ໃດ ຂ້ອຍກໍສາບແຊ່ງຜູ້ນັ້ນບໍ່ໄດ້ດອກ.+
9 ຂ້ອຍຂຶ້ນໄປເທິງຜາ ແລະແນມເຫັນເຂົາເຈົ້າ.
ຂ້ອຍຂຶ້ນໄປໂນນພູ ແລະແນມເຫັນເຂົາເຈົ້າໄດ້ຄືກັນ.
10 ລູກຫຼານຂອງຢາໂຄບມີຫຼາຍຄືກັບດິນຊາຍ+ ແລະບໍ່ມີຜູ້ໃດນັບໄດ້.
ແມ່ນແຕ່ 1 ສ່ວນ 4 ຂອງພວກອິດສະຣາເອນກໍມີຄົນຫຼາຍຈົນນັບບໍ່ໄດ້.
ຄົນດີຄືເຂົາເຈົ້າມີຄວາມສຸກຈົນຮອດມື້ຕາຍ.
ຂ້ອຍກໍຢາກເປັນຄືກັບເຂົາເຈົ້າ.”
11 ບາລາກເວົ້າໃຫ້ບາລາອາມວ່າ: “ເປັນຫຍັງເຈົ້າຄືເຮັດແນວນີ້? ຂ້ອຍໃຫ້ເຈົ້າມາສາບແຊ່ງສັດຕູໃຫ້ຂ້ອຍ ແຕ່ເຈົ້າພັດອວຍພອນໃຫ້ພວກມັນຊ້ຳ.”+ 12 ບາລາອາມຕອບວ່າ: “ພະເຢໂຫວາໃຫ້ຂ້ອຍເວົ້າແນວໃດ ຂ້ອຍກໍເວົ້າຈັ່ງຊັ້ນຫັ້ນແຫຼະ.”+
13 ບາລາກບອກບາລາອາມວ່າ: “ໄປນຳຂ້ອຍອີກບ່ອນໜຶ່ງໄດ້ບໍ? ຢູ່ບ່ອນນັ້ນ ເຈົ້າຊິເຫັນພວກອິດສະຣາເອນສ່ວນໜຶ່ງ ແຕ່ຊິບໍ່ເຫັນທັງໝົດ. ໃຫ້ເຈົ້າສາບແຊ່ງພວກມັນໃຫ້ຂ້ອຍ.”+ 14 ບາລາກກໍພາບາລາອາມໄປທົ່ງໂຊຟິມທີ່ຢູ່ເທິງພູປິຊະກາ.+ ເຂົາເຈົ້າສ້າງແທ່ນບູຊາ 7 ແທ່ນຢູ່ບ່ອນນັ້ນ ແລະເອົາງົວກັບແກະແນວລະໂຕເຜົາເທິງແທ່ນບູຊາແຕ່ລະແທ່ນ.+ 15 ບາລາອາມບອກບາລາກວ່າ: “ໃຫ້ທ່ານຖ້າຢູ່ນີ້ກ່ອນ. ຂ້ອຍຊິໄປລົມກັບພະເຈົ້າຢູ່ອີກບ່ອນໜຶ່ງ.” 16 ແລ້ວພະເຢໂຫວາກໍມາຫາບາລາອາມ ແລະບອກວ່າລາວຕ້ອງເວົ້າຫຍັງ.+ ເພິ່ນບອກວ່າ: “ໃຫ້ເຈົ້າກັບໄປຫາບາລາກ ແລ້ວເວົ້າຕາມທີ່ເຮົາຈະສັ່ງໃຫ້ເຈົ້າເວົ້າ.” 17 ບາລາອາມກໍກັບໄປ ແລະເຫັນບາລາກກັບພວກຫົວໜ້າໂມອາບຖ້າຢູ່ບ່ອນເຜົາເຄື່ອງບູຊາ. ບາລາກຖາມບາລາອາມວ່າ: “ພະເຢໂຫວາບອກຫຍັງເຈົ້າແດ່?” 18 ບາລາອາມເວົ້າອອກມາເປັນຄຳກອນວ່າ:+
“ບາລາກ ລຸກຂຶ້ນດຽວນີ້.
ລູກຊາຍຂອງຊິບໂປ ຕັ້ງໃຈຟັງຂ້ອຍດີໆ!
ຖ້າເພິ່ນເວົ້າແລ້ວ ເພິ່ນຊິບໍ່ເຮັດບໍ?
ມີຫຍັງທີ່ເພິ່ນເວົ້າແລ້ວ ແລະບໍ່ໄດ້ເຮັດບໍ?+
20 ຂ້ອຍຖືກໃຊ້ໃຫ້ມາອວຍພອນເຂົາເຈົ້າ.
ບັດນີ້ ເພິ່ນອວຍພອນໃຫ້ເຂົາເຈົ້າແລ້ວ+ ຂ້ອຍກໍເຮັດຫຍັງບໍ່ໄດ້.+
21 ເພິ່ນບໍ່ຍອມໃຫ້ຜູ້ໃດເສກມົນໃສ່ລູກຫຼານຂອງຢາໂຄບ.
ເພິ່ນບໍ່ຍອມໃຫ້ພວກອິດສະຣາເອນຕົກທຸກໄດ້ຍາກ.
ພະເຢໂຫວາເປັນພະເຈົ້າຂອງເຂົາເຈົ້າ ແລະເພິ່ນຢູ່ນຳເຂົາເຈົ້າ.+
ເຂົາເຈົ້າຮ້ອງສັນລະເສີນເພິ່ນ ຍ້ອນເພິ່ນເປັນກະສັດຂອງເຂົາເຈົ້າ.
22 ພະເຈົ້າພາເຂົາເຈົ້າອອກຈາກເອຢິບ.+
ເພິ່ນປົກປ້ອງເຂົາເຈົ້າ ຄືກັບເຂົາຂອງງົວປົກປ້ອງໂຕມັນເອງ.+
23 ບໍ່ມີມົນໃດເສກໃສ່ລູກຫຼານຢາໂຄບໄດ້+
ແລະບໍ່ມີຜູ້ໃດໃຊ້ຄາຖາອາຄົມທຳລາຍພວກອິດສະຣາເອນໄດ້.+
ເມື່ອຜູ້ໃດເຫັນພວກອິດສະຣາເອນ ແລະລູກຫຼານຂອງຢາໂຄບ
ເຂົາເຈົ້າຈະເວົ້າວ່າ ‘ສິ່ງທີ່ພະເຈົ້າເຮັດນິ ມັນຄືຄັກແທ້!’
24 ເຂົາເຈົ້າຈະລຸກຂຶ້ນຄືກັບໂຕສິງ+
ແລະຈະຢືນຢ່າງສະຫງ່າງາມ.
ເຂົາເຈົ້າເປັນຄືກັບໂຕສິງທີ່ບໍ່ນອນຈົນກວ່າຈະໄດ້ກິນເຫຍື່ອ
ແລະກິນເລືອດຂອງເຫຍື່ອທີ່ມັນຂ້າ.”
25 ແລ້ວບາລາກກໍຮ້າຍບາລາອາມວ່າ: “ຖ້າເຈົ້າສາບແຊ່ງພວກມັນບໍ່ໄດ້ ກໍຢ່າໄປອວຍພອນພວກມັນແມ້.” 26 ບາລາອາມບອກວ່າ: “ຂ້ອຍກໍບອກທ່ານແລ້ວເດ້ວ່າ ‘ຂ້ອຍຈະເວົ້າຕາມທີ່ພະເຢໂຫວາບອກເທົ່ານັ້ນ.’”+
27 ບາລາກເວົ້າກັບບາລາອາມວ່າ: “ຄັນຊັ້ນ ໃຫ້ເຈົ້າໄປນຳຂ້ອຍອີກບ່ອນໜຶ່ງໄດ້ບໍ? ບາງເທື່ອ ພະເຈົ້າທ່ຽງແທ້ຊິຍອມໃຫ້ເຈົ້າສາບແຊ່ງພວກມັນໃຫ້ຂ້ອຍ.”+ 28 ບາລາກກໍພາບາລາອາມຂຶ້ນໄປເທິງພູເປໂອ. ຢູ່ບ່ອນນັ້ນສາມາດແນມເຫັນບ່ອນກັນດານເຢຊີໂມນທັງໝົດໄດ້.+ 29 ແລ້ວບາລາອາມກໍບອກບາລາກວ່າ: “ໃຫ້ສ້າງແທ່ນບູຊາ 7 ແທ່ນຢູ່ບ່ອນນີ້ ແລະກຽມງົວກັບແກະແນວລະ 7 ໂຕໃຫ້ຂ້ອຍນຳ.”+ 30 ບາລາກເຮັດຕາມທີ່ບາລາອາມບອກ ແລະລາວກໍເອົາງົວກັບແກະແນວລະໂຕເຜົາເທິງແທ່ນບູຊາແຕ່ລະແທ່ນ.