ຊາມູເອນສະບັບທີສອງ
16 ເມື່ອດາວິດຍ່າງກາຍຈອມພູໄປໜ້ອຍໜຶ່ງ+ ລາວເຈິຊີບາ+ທີ່ເປັນຄົນຮັບໃຊ້ຂອງເມຟີໂບເຊັດ.+ ຊີບາໄດ້ກຽມເຂົ້າຈີ່ 200 ກ້ອນ ໝາກລະແຊັງແຫ້ງທີ່ປັ້ນເປັນກ້ອນ 100 ກ້ອນ ໝາກໄມ້ລະດູຮ້ອນ*ທີ່ປັ້ນເປັນກ້ອນ 100 ກ້ອນ ແລະເຫຼົ້າແວງ 1 ໄຫໃຫຍ່ໃສ່ຫຼັງລາ 2 ໂຕແລ້ວໄປຖ້າເຈິດາວິດຢູ່ຫັ້ນ.+ 2 ກະສັດດາວິດຖາມຊີບາວ່າ: “ເຈົ້າເອົາສິ່ງເຫຼົ່ານີ້ມາເຮັດຫຍັງ?” ຊີບາຕອບວ່າ: “ໂຕລາແມ່ນເພື່ອໃຫ້ຄົນໃນຄອບຄົວຂອງກະສັດຂີ່ ເຂົ້າຈີ່ແລະເຂົ້າໜົມແມ່ນເພື່ອໃຫ້ຄົນຂອງທ່ານກິນ ເຫຼົ້າແວງແມ່ນເພື່ອໃຫ້ຄົນທີ່ເມື່ອຍໄດ້ກິນຢູ່ໃນບ່ອນກັນດານ.”+ 3 ກະສັດຖາມວ່າ: “ຫຼານຊາຍຂອງນາຍເຈົ້າຢູ່ໃສ?”+ ຊີບາຕອບກະສັດວ່າ: “ລາວຢູ່ເມືອງເຢຣູຊາເລັມ ເພາະລາວບອກວ່າມື້ນີ້ພວກອິດສະຣາເອນຈະແຕ່ງຕັ້ງລາວໃຫ້ເປັນກະສັດຄືກັບປູ່ຂອງລາວ.”+ 4 ແລ້ວກະສັດກໍເວົ້າກັບຊີບາວ່າ: “ຄັນຊັ້ນ ທຸກສິ່ງທຸກຢ່າງທີ່ເປັນຂອງເມຟີໂບເຊັດຈະເປັນຂອງເຈົ້າ.”+ ຊີບາຕອບວ່າ: “ຂ້ອຍພ້ອມທີ່ຈະເປັນຜູ້ຮັບໃຊ້ຂອງທ່ານ.* ຂໍໃຫ້ຂ້ອຍເປັນຄົນທີ່ກະສັດນາຍຂອງຂ້ອຍພໍໃຈ.”+
5 ເມື່ອກະສັດດາວິດໃກ້ຊິຮອດບາຮູຣີມ ຜູ້ຊາຍຄົນໜຶ່ງທີ່ຢູ່ໃນຕະກູນດຽວກັບຊາອູນຊື່ຊິເມອີ+ທີ່ເປັນລູກຊາຍຂອງເກຣາໄດ້ອອກມາຮ້ອງດ່າດາວິດ.+ 6 ຊິເມອີດຶກກ້ອນຫີນໃສ່ດາວິດແລະພວກຄົນຮັບໃຊ້. ລາວຍັງດຶກໃສ່ພວກທະຫານແລະພວກນັກຮົບທີ່ເກັ່ງໆທີ່ຢູ່ເບື້ອງຊ້າຍແລະເບື້ອງຂວາຂອງດາວິດນຳອີກ. 7 ຊິເມອີດ່າດາວິດວ່າ: “ໜີແມະ ໜີໄປໄກໆ ເຈົ້າຂ້າຄົນ! ເຈົ້າບໍ່ມີຄ່າຫຍັງ ໄປຕາຍສະ! 8 ພະເຢໂຫວາໃຫ້ເຈົ້າຊົດໄຊ້ທຸກສິ່ງທີ່ເຈົ້າໄດ້ເຮັດ ຍ້ອນເຈົ້າຂ້າຄົນໃນຄອບຄົວຂອງຊາອູນແລະຍາດເອົາການປົກຄອງຂອງລາວ. ດັ່ງນັ້ນ ພະເຢໂຫວາຈຶ່ງເອົາການປົກຄອງນັ້ນໃຫ້ອັບຊາໂລມລູກຊາຍຂອງເຈົ້າ. ຕອນນີ້ ສິ່ງທີ່ເຈົ້າເຮັດກັບມາຖືກເຈົ້າແລ້ວ ຍ້ອນເຈົ້າມັກຂ້າຄົນ!”+
9 ອາບີຊາຍລູກຊາຍຂອງເຊຣູຢາ+ເວົ້າກັບກະສັດດາວິດວ່າ: “ເປັນຫຍັງຈຶ່ງໃຫ້ມັນທີ່ເປັນຄືກັບໝາທີ່ຕາຍແລ້ວ+ມາຮ້ອງດ່າກະສັດນາຍຂອງຂ້ອຍ?+ ໃຫ້ຂ້ອຍໄປຕັດຫົວມັນສະ!”+ 10 ແຕ່ກະສັດບອກວ່າ: “ລູກເຊຣູຢາ+ເອີ້ຍ ເລື່ອງນີ້ບໍ່ກ່ຽວກັບເຈົ້າ. ລາວຢາກດ່າຂ້ອຍກໍໃຫ້ລາວດ່າໂລດ+ ເພາະພະເຢໂຫວາບອກລາວ+ວ່າໃຫ້ດ່າດາວິດ. ໃຜຊິກ້າຖາມວ່າເປັນຫຍັງພະອົງເຮັດແບບນີ້?” 11 ດາວິດເວົ້າກັບອາບີຊາຍແລະພວກຂ້າລາຊະການວ່າ: “ຂະໜາດລູກແທ້ໆຂອງຂ້ອຍກໍຍັງຢາກຂ້າຂ້ອຍ+ ແລ້ວຊິຊາຫຍັງກັບຄົນເບັນຢາມິນຜູ້ນີ້?+ ປ່ອຍໃຫ້ລາວດ່າຂ້ອຍໂລດ ຍ້ອນພະເຢໂຫວາຢາກໃຫ້ລາວດ່າ. 12 ພະເຢໂຫວາອາດຈະເຫັນຄວາມທຸກຂອງຂ້ອຍ+ ແລະພະເຢໂຫວາຈະໃຫ້ຂ້ອຍໄດ້ສິ່ງດີໆ ແທນທີ່ຈະໃຫ້ຂ້ອຍຖືກດ່າຄືກັບມື້ນີ້.”+ 13 ແລ້ວດາວິດກັບຄົນຂອງລາວກໍຍ່າງຕໍ່ໄປຕາມທາງ. ສ່ວນຊິເມອີກໍຍ່າງໄປຕາມສັນພູພ້ອມກັບດາວິດ ທັງຮ້ອງດ່າ+ ທັງດຶກກ້ອນຫີນແລະຂີ້ດິນໃສ່.
14 ໃນທີ່ສຸດ ດາວິດກັບຄົນຂອງລາວກໍໄປຮອດຈຸດໝາຍປາຍທາງຢ່າງອິດເມື່ອຍ ເຂົາເຈົ້າຈຶ່ງເຊົາເມື່ອຍຢູ່ຫັ້ນ.
15 ຕອນນັ້ນ ອັບຊາໂລມກັບພວກອິດສະຣາເອນທີ່ຕິດຕາມລາວມາຮອດເມືອງເຢຣູຊາເລັມ ແລະອາຮີໂທເຟັນ+ກໍຢູ່ນຳລາວ. 16 ເມື່ອຮູຊາຍ+ຄົນອາຄີ+ທີ່ເປັນໝູ່ຂອງດາວິດເຂົ້າໄປຫາອັບຊາໂລມ ລາວເວົ້າກັບອັບຊາໂລມວ່າ: “ຂໍໃຫ້ກະສັດມີອາຍຸຍືນຍາວ!+ ຂໍໃຫ້ກະສັດມີອາຍຸຍືນຍາວ!” 17 ອັບຊາໂລມເວົ້າກັບຮູຊາຍວ່າ: “ຄົນທີ່ສັດຊື່ພັກດີ*ເຮັດກັບໝູ່ຂອງໂຕເອງແບບນີ້ຫວະ? ເປັນຫຍັງເຈົ້າຄືບໍ່ໄປຢູ່ກັບໝູ່ຂອງເຈົ້າ?” 18 ຮູຊາຍເວົ້າກັບອັບຊາໂລມວ່າ: “ຂ້ອຍເຮັດແບບນັ້ນບໍ່ໄດ້ດອກ. ພະເຢໂຫວາກັບພວກອິດສະຣາເອນທຸກຄົນເລືອກຢູ່ຝ່າຍຜູ້ໃດ ຂ້ອຍກໍຈະຢູ່ຝ່າຍຜູ້ນັ້ນ. 19 ຂ້ອຍຂໍເວົ້າອີກເທື່ອໜຶ່ງວ່າ ຂ້ອຍຈະຮັບໃຊ້ໃຜ ຄັນບໍ່ຮັບໃຊ້ລູກຊາຍຂອງໝູ່ຂ້ອຍ. ຂ້ອຍຈະຮັບໃຊ້ທ່ານຄືກັບທີ່ຂ້ອຍໄດ້ຮັບໃຊ້ພໍ່ຂອງທ່ານ.”+
20 ອັບຊາໂລມເວົ້າກັບອາຮີໂທເຟັນວ່າ: “ແນະນຳຂ້ອຍແດ່ດຸ+ວ່າພວກເຮົາຄວນເຮັດແນວໃດ?” 21 ອາຮີໂທເຟັນບອກອັບຊາໂລມວ່າ: “ໃຫ້ທ່ານໄປນອນນຳພວກເມຍນ້ອຍຂອງພໍ່ທ່ານ+ທີ່ລາວປະໄວ້ໃຫ້ເຝົ້າວັງ.”+ ເມື່ອພວກອິດສະຣາເອນທຸກຄົນຮູ້ວ່າທ່ານກັບພໍ່ຂອງທ່ານເປັນສັດຕູກັນ ພວກທີ່ຢູ່ຝ່າຍທ່ານກໍຈະມັກທ່ານຫຼາຍຂຶ້ນ.” 22 ເຂົາເຈົ້າໄດ້ຕັ້ງເຕັ້ນໃຫ້ອັບຊາໂລມຢູ່ເທິງດາດຟ້າ+ ແລະອັບຊາໂລມກໍໄປນອນນຳພວກເມຍນ້ອຍຂອງພໍ່+ຕໍ່ໜ້າພວກອິດສະຣາເອນ.+
23 ຄົນໃນສະໄໝນັ້ນຖືວ່າຄຳແນະນຳຂອງອາຮີໂທເຟັນ+ເປັນຄືກັບຄຳແນະນຳຂອງພະເຈົ້າທ່ຽງແທ້. ດັ່ງນັ້ນ ບໍ່ວ່າອາຮີໂທເຟັນຈະແນະນຳຫຍັງ ດາວິດກັບອັບຊາໂລມກໍເຮັດຕາມໝົດທຸກຢ່າງ.