ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຊາມູເອນ 15
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ຊາມູເອນ

      • ອັບຊາໂລມ​ວາງ​ແຜນ​ກະບົດ (1-​12)

      • ດາວິດ​ໜີ​ອອກ​ຈາກ​ເມືອງ​ເຢຣູຊາເລັມ (13-​30)

      • ອາຮີໂທເຟັນ​ຮ່ວມ​ມື​ກັບ​ອັບຊາໂລມ (31)

      • ຮູຊາຍ​ຖືກ​ສົ່ງ​ໄປ​ທຳລາຍ​ແຜນ​ຂອງ​ອາຮີໂທເຟັນ (32-​37)

2 ຊາມູເອນ 15:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 8:11; 1ກສ 1:5; ສພສ 11:2

2 ຊາມູເອນ 15:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 25:7; ນຣ 4:1
  • +1ຊມ 8:20; 2ຊມ 8:15

2 ຊາມູເອນ 15:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 10:9; 55:21; ສພສ 26:25

2 ຊາມູເອນ 15:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 11:9

2 ຊາມູເອນ 15:7

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “40 ປີ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 3:2

2 ຊາມູເອນ 15:8

ໄຂເງື່ອນ

  • *

    ຫຼື “ນະມັດສະການ.” ແປ​ຕາມ​ໂຕ​ວ່າ “ຮັບໃຊ້.”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 13:38; 14:23
  • +ລລວ 22:21

2 ຊາມູເອນ 15:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:1; 5:1, 5; 1ຂຄ 3:4

2 ຊາມູເອນ 15:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຊ 15:20, 51
  • +2ຊມ 16:23; 17:14; 23:8, 34
  • +ພສ 41:9; 55:12, 13; ຢຮ 13:18
  • +ພສ 3:1; ສພສ 24:21

2 ຊາມູເອນ 15:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 19:9; ພສ 3:ຫົວບົດ
  • +2ຊມ 12:11

2 ຊາມູເອນ 15:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 18:24

2 ຊາມູເອນ 15:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 12:11; 16:21; 20:3

2 ຊາມູເອນ 15:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:18; 20:7; 1ກສ 1:38; 1ຂຄ 18:17
  • +ຢຊ 13:2, 3
  • +1ຊມ 27:4; 1ຂຄ 18:1

2 ຊາມູເອນ 15:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:2

2 ຊາມູເອນ 15:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 2:5, 6; ພສ 25:10; 57:3; 61:7; 89:14

2 ຊາມູເອນ 15:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ສພສ 17:17; 18:24

2 ຊາມູເອນ 15:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:2

2 ຊາມູເອນ 15:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 2:36, 37; 2ຂຄ 30:14; ຢຮ 18:1

2 ຊາມູເອນ 15:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 8:17; 20:25; 1ກສ 1:8; 2:35; 1ຂຄ 6:8
  • +ຈຊບ 8:19
  • +ອພຍ 37:1; ລລວ 16:2
  • +ຈຊບ 4:15; 7:9; 1ຂຄ 15:2
  • +1ຊມ 22:20; 30:7

2 ຊາມູເອນ 15:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 6:17
  • +2ຊມ 7:2; ພສ 26:8; 27:4

2 ຊາມູເອນ 15:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 9:9
  • +2ຊມ 17:17

2 ຊາມູເອນ 15:28

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 15:36; 17:16, 21

2 ຊາມູເອນ 15:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 21:1; 24:3; ກຈກ 1:12

2 ຊາມູເອນ 15:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 41:9; 55:12, 13; ຢຮ 13:18
  • +ພສ 3:ຫົວບົດ
  • +ພສ 3:7
  • +2ຊມ 16:23; 17:14

2 ຊາມູເອນ 15:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:16
  • +ຢຊ 16:1, 2

2 ຊາມູເອນ 15:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:18, 19
  • +2ຊມ 17:7, 14

2 ຊາມູເອນ 15:35

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 17:15, 16

2 ຊາມູເອນ 15:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 18:19
  • +2ຊມ 17:17; 1ກສ 1:42

2 ຊາມູເອນ 15:37

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຊມ 16:16; 1ຂຄ 27:33

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ຊມ. 15:11ຊມ 8:11; 1ກສ 1:5; ສພສ 11:2
2ຊມ. 15:2ພບຍ 25:7; ນຣ 4:1
2ຊມ. 15:21ຊມ 8:20; 2ຊມ 8:15
2ຊມ. 15:5ພສ 10:9; 55:21; ສພສ 26:25
2ຊມ. 15:6ສພສ 11:9
2ຊມ. 15:72ຊມ 3:2
2ຊມ. 15:82ຊມ 13:38; 14:23
2ຊມ. 15:8ລລວ 22:21
2ຊມ. 15:102ຊມ 2:1; 5:1, 5; 1ຂຄ 3:4
2ຊມ. 15:12ຢຊ 15:20, 51
2ຊມ. 15:122ຊມ 16:23; 17:14; 23:8, 34
2ຊມ. 15:12ພສ 41:9; 55:12, 13; ຢຮ 13:18
2ຊມ. 15:12ພສ 3:1; ສພສ 24:21
2ຊມ. 15:142ຊມ 19:9; ພສ 3:ຫົວບົດ
2ຊມ. 15:142ຊມ 12:11
2ຊມ. 15:15ສພສ 18:24
2ຊມ. 15:162ຊມ 12:11; 16:21; 20:3
2ຊມ. 15:182ຊມ 8:18; 20:7; 1ກສ 1:38; 1ຂຄ 18:17
2ຊມ. 15:18ຢຊ 13:2, 3
2ຊມ. 15:181ຊມ 27:4; 1ຂຄ 18:1
2ຊມ. 15:192ຊມ 18:2
2ຊມ. 15:202ຊມ 2:5, 6; ພສ 25:10; 57:3; 61:7; 89:14
2ຊມ. 15:21ສພສ 17:17; 18:24
2ຊມ. 15:222ຊມ 18:2
2ຊມ. 15:231ກສ 2:36, 37; 2ຂຄ 30:14; ຢຮ 18:1
2ຊມ. 15:242ຊມ 8:17; 20:25; 1ກສ 1:8; 2:35; 1ຂຄ 6:8
2ຊມ. 15:24ຈຊບ 8:19
2ຊມ. 15:24ອພຍ 37:1; ລລວ 16:2
2ຊມ. 15:24ຈຊບ 4:15; 7:9; 1ຂຄ 15:2
2ຊມ. 15:241ຊມ 22:20; 30:7
2ຊມ. 15:252ຊມ 6:17
2ຊມ. 15:252ຊມ 7:2; ພສ 26:8; 27:4
2ຊມ. 15:271ຊມ 9:9
2ຊມ. 15:272ຊມ 17:17
2ຊມ. 15:282ຊມ 15:36; 17:16, 21
2ຊມ. 15:30ມທ 21:1; 24:3; ກຈກ 1:12
2ຊມ. 15:31ພສ 41:9; 55:12, 13; ຢຮ 13:18
2ຊມ. 15:31ພສ 3:ຫົວບົດ
2ຊມ. 15:31ພສ 3:7
2ຊມ. 15:312ຊມ 16:23; 17:14
2ຊມ. 15:322ຊມ 16:16
2ຊມ. 15:32ຢຊ 16:1, 2
2ຊມ. 15:342ຊມ 16:18, 19
2ຊມ. 15:342ຊມ 17:7, 14
2ຊມ. 15:352ຊມ 17:15, 16
2ຊມ. 15:362ຊມ 18:19
2ຊມ. 15:362ຊມ 17:17; 1ກສ 1:42
2ຊມ. 15:372ຊມ 16:16; 1ຂຄ 27:33
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
ຄຳພີໄບເບິນສະບັບແປໂລກໃໝ່
2 ຊາມູເອນ 15:1-37

ຊາມູເອນ​ສະບັບ​ທີ​ສອງ

15 ຕໍ່ມາ ອັບຊາໂລມ​ກໍ​ໄປ​ຊອກ​ລົດ​ມ້າ​ມາ​ຄັນ​ໜຶ່ງ​ກັບ​ຝູງ​ມ້າ ແລະ​ໃຫ້​ຜູ້​ຊາຍ 50 ຄົນ​ແລ່ນ​ອອກ​ໜ້າລົດ​ມ້າ​ຂອງ​ລາວ.+ 2 ອັບຊາໂລມ​ຕື່ນ​ແຕ່​ເຊົ້າ​ໆ​ແລະ​ອອກ​ໄປ​ຢືນ​ຢູ່​ແຄມ​ທາງ​ໃນ​ຫົນ​ທາງ​ທີ່​ໄປ​ປະຕູ​ເມືອງ.+ ເມື່ອ​ຄົນ​ມີ​ເລື່ອງ​ຮ້ອງ​ຟ້ອງ​ແລະ​ມາ​ຂໍ​ໃຫ້​ກະສັດ​ຕັດສິນ+ ອັບຊາໂລມ​ກໍ​ຈະ​ເອີ້ນ​ຜູ້​ນັ້ນ​ມາ​ຖາມ​ວ່າ: “ເຈົ້າ​ມາ​ແຕ່​ເມືອງ​ໃດ?” ຜູ້​ນັ້ນ​ກໍ​ຕອບ​ວ່າ: “ຜູ້​ຮັບ​ໃຊ້​ຂອງ​ທ່ານ​ມາ​ຈາກ​ຕະກູນ​ໜຶ່ງ​ຂອງ​ອິດສະຣາເອນ.” 3 ອັບຊາໂລມ​ຈະ​ເວົ້າ​ກັບ​ຜູ້​ນັ້ນ​ວ່າ: “ເລື່ອງ​ທີ່​ເຈົ້າ​ມາ​ຂໍ​ໃຫ້​ຕັດສິນ​ນັ້ນ​ມີ​ເຫດຜົນ​ແລະ​ຖືກຕ້ອງ ແຕ່​ບໍ່​ມີ​ຕົວແທນ​ຂອງ​ກະສັດ​ມາ​ຟັງ​ເລື່ອງ​ຂອງ​ເຈົ້າ​ເລີຍ.” 4 ແລ້ວ​ອັບຊາໂລມ​ກໍ​ຈະ​ເວົ້າ​ວ່າ: “ຖ້າ​ຂ້ອຍ​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ຜູ້ຕັດສິນ​ໃນ​ແຜ່ນດິນ​ນີ້ ຂ້ອຍ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ທີ່​ມີ​ເລື່ອງ​ຮ້ອງ​ຟ້ອງ​ກັນ​ແລະ​ມາ​ຂໍ​ໃຫ້​ຂ້ອຍ​ຕັດສິນ​ຄະດີ​ໄດ້​ຮັບ​ຄວາມຍຸຕິທຳ.”

5 ເມື່ອ​ມີ​ຄົນ​ຈະ​ໝູບ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ອັບຊາໂລມ ລາວ​ກໍ​ຈະ​ເດ່​ມື​ໄປ​ຈັບ​ຜູ້​ນັ້ນ​ຂຶ້ນ​ມາ​ແລະ​ຈູບ​ຜູ້​ນັ້ນ.+ 6 ອັບຊາໂລມ​ຈະ​ເຮັດ​ແບບ​ນີ້​ກັບ​ພວກ​ອິດສະຣາເອນ​ທຸກ​ຄົນ​ທີ່​ມາ​ຂໍ​ໃຫ້​ກະສັດ​ຕັດສິນ​ຄະດີ. ພວກ​ອິດສະຣາເອນ​ຈຶ່ງ​ມັກ​ອັບຊາໂລມ​ຫຼາຍ ຍ້ອນ​ລາວ​ໃຊ້​ວິທີ​ທີ່​ມີ​ເລ່​ລ່ຽມ​ແບບ​ນີ້.+

7 ຫຼັງ​ຈາກ​ເວລາ​ຜ່ານ​ໄປ​ເກືອບ 4 ປີ* ອັບຊາໂລມ​ເວົ້າ​ກັບ​ກະສັດ​ດາວິດ​ວ່າ: “ລູກ​ຂໍ​ໄປ​ເມືອງ​ເຮັບໂຣນ​+ເພື່ອ​ເຮັດ​ຕາມ​ທີ່​ສາບານ​ໄວ້​ກັບ​ພະ​ເຢໂຫວາ. 8 ຕອນ​ທີ່​ຢູ່​ເກຊູ​+ໃນ​ຊີເຣຍ ລູກ​ສາບານ+ວ່າ ‘ຖ້າ​ພະ​ເຢໂຫວາ​ໃຫ້​ລູກ​ກັບ​ມາ​ເມືອງ​ເຢຣູຊາເລັມ ລູກ​ຈະ​ເຜົາເຄື່ອງ​ບູຊາ​ໃຫ້*​ພະ​ເຢໂຫວາ.’” 9 ກະສັດ​ດາວິດ​ຈຶ່ງ​ຕອບ​ວ່າ: “ໄປ​ໂລດ​ລູກ.” ແລ້ວ​ອັບຊາໂລມ​ກໍ​ໄປ​ເມືອງ​ເຮັບໂຣນ.

10 ອັບຊາໂລມ​ໄດ້​ສົ່ງຄົນ​ຂອງ​ລາວ​ເຂົ້າ​ໄປ​ໃນ​ທຸກ​ຕະກູນ​ຂອງ​ອິດສະຣາເອນ​ແລະ​ບອກ​ວ່າ: “ເມື່ອ​ພວກ​ເຈົ້າ​ໄດ້​ຍິນ​ສຽງ​ແກ​ເຂົາ​ສັດ​ກໍ​ໃຫ້​ປະກາດ​ວ່າ ‘ອັບຊາໂລມ​ເປັນ​ກະສັດ​ຢູ່​ເມືອງ​ເຮັບໂຣນ​ແລ້ວ!’”+ 11 ອັບຊາໂລມ​ໄດ້​ເຊີນ 200 ຄົນຈາກເມືອງ​ເຢຣູຊາເລັມ​ໄປ​ນຳລາວ. ເຂົາ​ເຈົ້າ​ກໍ​ໄປ​ນຳ​ລາວ​ໂດຍ​ທີ່​ບໍ່​ຮູ້​ວ່າ​ຈະ​ເກີດ​ຫຍັງ​ຂຶ້ນ. 12 ຕອນ​ທີ່​ອັບຊາໂລມ​ເຜົາ​ເຄື່ອງ​ບູຊາ ລາວ​ໄດ້​ໃຫ້​ຄົນ​ໄປ​ເມືອງ​ກິໂລ+ເພື່ອ​ໄປ​ເອີ້ນ​ອາຮີໂທເຟັນ+ຄົນ​ກິໂລ​ທີ່​ເປັນ​ທີ່​ປຶກສາ​ຂອງ​ດາວິດ​+ໃຫ້​ມາ​ຫາ​ລາວ. ຜູ້​ທີ່​ຢູ່​ຝ່າຍ​ອັບຊາໂລມ​ໃນ​ການ​ກະບົດ​ກໍ​ມີ​ຫຼາຍ​ຂຶ້ນ​ເລື້ອຍ​ໆ​.+

13 ຕໍ່ມາ ມີ​ຄົນ​ໄປ​ບອກ​ດາວິດ​ວ່າ: “ພວກ​ອິດສະຣາເອນ​ໄດ້​ໄປ​ຢູ່​ຝ່າຍ​ອັບຊາໂລມ​ໝົດ​ແລ້ວ.” 14 ດາວິດ​ຈຶ່ງ​ຟ້າວ​ບອກ​ຄົນ​ຂອງ​ລາວ​ທຸກ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ວ່າ: “ໃຫ້​ພວກ​ເຮົາ​ຟ້າວ​ໜີ​ໄວ​ໆ​!+ ຄັນບໍ່ຊັ້ນ​ຊິ​ບໍ່​ມີ​ໃຜ​ລອດຈາກອັບຊາໂລມ. ໄປ! ຟ້າວໄປ ກ່ອນ​ທີ່​ລາວ​ຈະ​ມາ​ຂ້າ​ພວກເຮົາ​ແລະຂ້າທຸກ​ຄົນ​ໃນ​ເມືອງ​ນີ້!”+ 15 ຄົນ​ຂອງ​ກະສັດ​ດາວິດ​ຕອບ​ວ່າ: “ບໍ່​ວ່າ​ກະສັດ​ຈະ​ຕັດສິນ​ໃຈ​ແນວ​ໃດ ພວກ​ເຮົາ​ກໍ​ພ້ອມຈະ​ເຮັດ​ຕາມ.”+ 16 ກະສັດ​ດາວິດ​ຈຶ່ງ​ໜີ​ໄປ​ພ້ອມ​ກັບ​ທຸກ​ຄົນ​ໃນ​ຄອບຄົວ​ຂອງ​ລາວ ແຕ່​ປະ​ເມຍ​ນ້ອຍ 10 ຄົນ+ໄວ້​ໃຫ້​ເຝົ້າ​ວັງ. 17 ແລ້ວກະສັດ​ດາວິດ​ແລະ​ທຸກ​ຄົນ​ທີ່​ໜີ​ໄປ​ກັບ​ລາວ​ໄດ້ເຊົາ​ເມື່ອຍ​ຢູ່​ເບັດເມີຫັກ.

18 ຄົນ​ຂອງ​ດາວິດ​ທັງ​ໝົດ​ໄປ​ກັບ​ລາວ ລວມ​ທັງ​ພວກ​ເກເຣັດ ພວກ​ເປເລດ+ ແລະ​ຄົນ​ເມືອງ​ກັດ+ 600 ຄົນ​ທີ່​ຕິດ​ຕາມ​ດາວິດ​ມາ​ຕັ້ງ​ແຕ່​ເມືອງ​ກັດ.+ ເຂົາ​ເຈົ້າ​ທຸກ​ຄົນ​ຍ່າງ​ກາຍ​ໜ້າ​ກະສັດ​ດາວິດ​ໄປ ເພື່ອ​ກະສັດ​ຈະ​ກວດ​ເບິ່ງ​ວ່າ​ທຸກ​ຄົນ​ຢູ່​ຄົບ​ຕອນ​ທີ່​ຍ່າງ​ຂ້າມ​ຮ່ອມ​ພູ​ກິດໂຣນ. 19 ແລ້ວ​ດາວິດ​ກໍ​ຖາມ​ອິດຕາຍ+ຄົນ​ເມືອງ​ກັດ​ວ່າ: “ເຈົ້າ​ຊິ​ໄປ​ນຳ​ພວກ​ເຮົາ​ເຮັດ​ຫຍັງ? ກັບ​ໄປ​ຢູ່​ກັບ​ກະສັດ​ຄົນ​ໃໝ່​ສະ ຍ້ອນ​ເຈົ້າ​ເປັນ​ຄົນ​ຕ່າງ​ຊາດ​ແລະ​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ມາ. 20 ເຈົ້າ​ຫາ​ກໍ​ມາ​ຢູ່​ນຳ​ຂ້ອຍ ຂ້ອຍ​ຈະ​ໃຫ້​ເຈົ້າ​ເລາະ​ໄປ​ນຳ​ຂ້ອຍ​ເລື້ອຍ​ໆ​ບໍ? ພາຄົນ​ຂອງ​ເຈົ້າກັບ​ໄປ. ຂໍ​ໃຫ້​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ແລະ​ສັດຊື່​ຕໍ່​ເຈົ້າ!”+ 21 ແຕ່​ອິດຕາຍ​ຕອບ​ກະສັດ​ວ່າ: “ຂ້ອຍ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່ແລະ​ຕໍ່​ກະສັດ​ຜູ້​ເປັນ​ນາຍ​ຂອງ​ຂ້ອຍ​ວ່າ ບໍ່​ວ່າ​ກະສັດ​ນາຍ​ຂອງ​ຂ້ອຍ​ຈະ​ໄປ​ໃສ ຂ້ອຍ​ກໍ​ຈະ​ໄປ​ນຳ ແລະ​ຂ້ອຍ​ພ້ອມ​ທີ່​ຈະ​ຕາຍ​ນຳ​ທ່ານ!”+ 22 ດາວິດ​ຈຶ່ງ​ບອກ​ອິດຕາຍ​ວ່າ:+ “ຄັນຊັ້ນ​ກໍ​ຂ້າມ​ໄປ​ນຳກັນ.” ອິດຕາຍ​ຄົນ​ເມືອງ​ກັດ​ຈຶ່ງ​ຂ້າມ​ຮ່ອມພູ​ໄປ​ພ້ອມ​ກັບ​ຄົນ​ຂອງ​ລາວ​ແລະ​ພວກ​ເດັກ​ນ້ອຍ.

23 ພວກ​ທີ່​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ຄົນ​ທີ່​ຢູ່​ແຖວ​ນັ້ນ​ພາກັນ​ຮ້ອງ​ໄຫ້​ສຽງ​ດັງ ຕອນ​ຄົນ​ທີ່​ໄປກັບ​ດາວິດ​ຍ່າງ​ຂ້າມ​ຮ່ອມພູ ແລະ​ກະສັດ​ດາວິດ​ຢືນ​ຢູ່​ທາງ​ຂ້າງ​ຮ່ອມພູ​ກິດໂຣນ.+ ເຂົາ​ເຈົ້າ​ທຸກ​ຄົນ​ກຳລັງ​ຍ່າງ​ຕາມ​ເສັ້ນ​ທາງ​ທີ່​ຈະ​ໄປ​ບ່ອນ​ກັນດານ. 24 ຊາໂດກ​+ກັບ​ຄົນ​ເລວີ​+ທີ່​ຫາມ​ຫີບ​+ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​+ກໍ​ຢູ່​ຫັ້ນ​ຄື​ກັນ. ເຂົາ​ເຈົ້າ​ວາງ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ລົງ. ອາບີອາທາ​+ກໍຢູ່​ຫັ້ນ​ຈົນ​ທຸກ​ຄົນ​ຂ້າມ​ຮ່ອມພູ​ອອກ​ຈາກ​ເມືອງ​ໄປ​ໝົດ​ແລ້ວ. 25 ແຕ່​ດາວິດ​ບອກ​ຊາໂດກ​ວ່າ: “ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ກັບ​ເຂົ້າ​ໄປ​ໄວ້​ໃນ​ເມືອງ.+ ຖ້າ​ພະ​ເຢໂຫວາ​ພໍ​ໃຈ​ຂ້ອຍ ເພິ່ນ​ຈະ​ພາ​ຂ້ອຍ​ກັບ​ມາ​ແລະ​ຂ້ອຍ​ຈະ​ໄດ້​ເຫັນ​ຫີບ​ກັບ​ເຕັ້ນ​ທີ່​ເປັນ​ບ່ອນເອົາຫີບ​ໄວ້.+ 26 ແຕ່​ຖ້າ​ເພິ່ນ​ບອກ​ວ່າ​ຂ້ອຍ​ບໍ່​ແມ່ນ​ຄົນ​ທີ່​ເພິ່ນ​ພໍ​ໃຈ​ແລ້ວ ຂໍ​ໃຫ້​ເພິ່ນ​ເຮັດ​ກັບ​ຂ້ອຍ​ຕາມ​ທີ່​ເພິ່ນ​ຕ້ອງການ.” 27 ກະສັດ​ດາວິດ​ບອກ​ປະໂລຫິດ​ຊາໂດກ​ວ່າ: “ເຈົ້າ​ເປັນ​ຜູ້​ເຫັນ​ນິມິດ​ແມ່ນ​ບໍ?+ ໃຫ້​ເຈົ້າ​ກັບ​ອາບີອາທາ​ກັບ​ເຂົ້າ​ໄປໃນ​ເມືອງ ແລະ​ໃຫ້​ເຈົ້າ​ເອົາ​ອາຮີມາອາດ​ລູກ​ຊາຍ​ຂອງ​ເຈົ້າ​ກັບ​ໂຢນາທານ+ລູກ​ຊາຍ​ຂອງ​ອາບີອາທາ​ໄປ​ນຳ. 28 ຂ້ອຍ​ຈະ​ຖ້າ​ຢູ່​ທາງ​ຂ້າມ​ແມ່​ນ້ຳ​ໃກ້​ໆ​ບ່ອນ​ກັນດານ​ຈົນ​ກວ່າ​ເຈົ້າ​ຈະ​ສົ່ງ​ຂ່າວ​ມາ.”+ 29 ຊາໂດກ​ແລະ​ອາບີອາທາ​ຈຶ່ງ​ເອົາ​ຫີບ​ສັນຍາ​ຂອງ​ພະເຈົ້າ​ທ່ຽງແທ້​ກັບ​ໄປ​ເມືອງ​ເຢຣູຊາເລັມ ແລ້ວ​ເຂົາ​ເຈົ້າ​ກໍ​ຢູ່​ຫັ້ນ​ຕໍ່​ໄປ.

30 ດາວິດ​ຍ່າງ​ຂຶ້ນ​ໄປ​ເທິງ​ພູ​ໝາກກອກ+ ລາວ​ທັງ​ຍ່າງ​ທັງ​ໄຫ້​ໄປ​ນຳ. ລາວ​ເອົາ​ຜ້າ​ປົກ​ຫົວ​ແລະ​ຍ່າງ​ຕີນ​ເປົ່າ. ທຸກ​ຄົນ​ທີ່​ຢູ່​ນຳ​ລາວ​ກໍ​ເອົາ​ຜ້າ​ປົກ​ຫົວ​ແລະ​ທັງ​ຍ່າງ​ທັງ​ໄຫ້​ຄື​ກັນ. 31 ມີ​ຄົນ​ມາ​ບອກ​ດາວິດ​ວ່າ: “ອາຮີໂທເຟັນ​ກໍ​ຮ່ວມ​ມື+ກັບ​ອັບຊາໂລມ.”+ ດາວິດ​ຈຶ່ງ​ເວົ້າ​ວ່າ: “ພະ​ເຢໂຫວາ+ ຂໍ​ພະອົງ​ເຮັດ​ໃຫ້​ຄຳ​ແນະນຳ​ຂອງ​ອາຮີໂທເຟັນ​ເປັນ​ຄື​ກັບ​ຄຳ​ແນະນຳ​ຂອງຄົນໂງ່!”+

32 ເມື່ອ​ດາວິດ​ຂຶ້ນ​ໄປ​ຮອດ​ຈອມພູ​ບ່ອນ​ທີ່​ປະຊາຊົນ​ເຄີຍ​ນະມັດສະການ​ພະເຈົ້າ ຮູຊາຍ+ຄົນ​ອາຄີ+ໄດ້​ມາຫາ​ດາວິດ​ຢູ່​ຫັ້ນ. ເສື້ອ​ຂອງ​ລາວ​ຂາດ​ແລະ​ລາວ​ມີ​ຂີ້​ດິນ​ຢູ່​ຫົວ. 33 ດາວິດ​ເວົ້າ​ກັບ​ລາວ​ວ່າ: “ຖ້າ​ເຈົ້າ​ໄປ​ນຳ​ຂ້ອຍ ເຈົ້າ​ກໍ​ຈະ​ເປັນ​ພາລະ​ໃຫ້​ຂ້ອຍ. 34 ແຕ່​ຖ້າ​ເຈົ້າ​ກັບ​ໄປ​ໃນ​ເມືອງ​ແລະ​ເວົ້າ​ກັບ​ອັບຊາໂລມ​ວ່າ: ‘ກະສັດ ຂ້ອຍ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ທ່ານ. ຂ້ອຍ​ເຄີຍ​ຮັບ​ໃຊ້​ພໍ່​ທ່ານ ແຕ່​ຕອນ​ນີ້​ຂ້ອຍ​ຈະ​ຮັບ​ໃຊ້​ທ່ານ.’+ ເຈົ້າ​ຈະ​ຊ່ວຍ​ຂ້ອຍ​ແລະ​ເຮັດ​ໃຫ້​ແຜນ​ຂອງ​ອາຮີໂທເຟັນ​ບໍ່​ສຳເລັດ.+ 35 ປະໂລຫິດ​ຊາໂດກ​ກັບ​ປະໂລຫິດ​ອາບີອາທາ​ກໍ​ຢູ່​ຫັ້ນ​ແລ້ວ. ຖ້າ​ເຈົ້າ​ຮູ້​ເລື່ອງ​ຫຍັງ​ຈາກ​ວັງ​ຂອງ​ກະສັດ​ກໍ​ໃຫ້​ບອກ​ເຂົາ​ເຈົ້າ.+ 36 ​ຢູ່​ຫັ້ນ​ກໍ​ຍັງ​ມີ​ອາຮີມາອາດ+ທີ່​ເປັນ​ລູກ​ຊາຍ​ຂອງ​ຊາໂດກ ແລະ​ໂຢນາທານ​+ທີ່​ເປັນ​ລູກ​ຊາຍ​ຂອງ​ອາບີອາທາ. ຖ້າ​ເຈົ້າ​ຮູ້​ເລື່ອງ​ຫຍັງ​ກໍ​ໃຫ້ 2 ຄົນ​ນັ້ນ​ມາ​ບອກ​ຂ້ອຍ.” 37 ຮູຊາຍ​ໝູ່​ຂອງ​ດາວິດ+​ຈຶ່ງ​ເຂົ້າ​ໄປ​ໃນ​ເມືອງ​ເຢຣູຊາເລັມ​ໃນ​ເວລາ​ດຽວ​ກັນ​ກັບ​ອັບຊາໂລມ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌