ພະບັນຍັດ
7 “ເມື່ອພະເຢໂຫວາພະເຈົ້າພາພວກເຈົ້າເຂົ້າໄປໃນແຜ່ນດິນທີ່ເພິ່ນຊິເອົາໃຫ້ພວກເຈົ້າ+ ເພິ່ນຊິທຳລາຍຊາດຕ່າງໆທີ່ມີຄົນຫຼາຍກວ່າພວກເຈົ້າໃຫ້ໝົດໄປຄື:+ ຄົນເຮດ ຄົນກີກາຊີ ຄົນອາໂມ+ ຄົນການາອານ ຄົນເປຣິຊີ ຄົນຮີວີ ແລະຄົນເຢບຸດ+ ລວມທັງໝົດ 7 ຊາດທີ່ມີຄົນຫຼາຍແລະມີກຳລັງຫຼາຍກວ່າພວກເຈົ້າ.+ 2 ພະເຢໂຫວາພະເຈົ້າຂອງພວກເຈົ້າຊິຊ່ວຍພວກເຈົ້າໃຫ້ເອົາຊະນະພວກເຂົາ.+ ພວກເຈົ້າຕ້ອງທຳລາຍ+ພວກເຂົາໃຫ້ໝົດ. ຫ້າມພວກເຈົ້າເຮັດສັນຍາກັບພວກເຂົາ ແລະຫ້າມອີ່ຕົນພວກເຂົາເດັດຂາດ.+ 3 ຫ້າມພວກເຈົ້າເປັນດອງກັບພວກເຂົາ. ຢ່າຍົກລູກສາວຂອງພວກເຈົ້າໃຫ້ເປັນເມຍລູກຊາຍຂອງພວກເຂົາ ແລະຢ່າເອົາລູກສາວຂອງພວກເຂົາມາເປັນເມຍລູກຊາຍຂອງພວກເຈົ້າ.+ 4 ຍ້ອນພວກເຂົາຊິເຮັດໃຫ້ລູກຂອງພວກເຈົ້າເຊົານະມັດສະການເຮົາ ແລະໄປນະມັດສະການພະເຈົ້າອື່ນ.+ ແລ້ວພະເຢໂຫວາຊິໃຈຮ້າຍໃຫ້ພວກເຈົ້າ ແລະທຳລາຍພວກເຈົ້າ.+
5 ພວກເຈົ້າຕ້ອງທຳລາຍແທ່ນບູຊາ ທຸບເສົາຫີນສັກສິດ+ ຟັນເສົາໄມ້ສັກສິດ+ ແລະເຜົາຮູບບູຊາຕ່າງໆຂອງພວກເຂົາໃຫ້ໝົດ+ 6 ເພາະພະເຢໂຫວາພະເຈົ້າຖືວ່າພວກເຈົ້າເປັນຊາດທີ່ບໍລິສຸດ ແລະພະເຢໂຫວາພະເຈົ້າເລືອກພວກເຈົ້າອອກມາຈາກຊາດຕ່າງໆໃນໂລກນີ້ ເພື່ອໃຫ້ເປັນຄົນຂອງເພິ່ນແລະເປັນຊັບສົມບັດພິເສດ*ຂອງເພິ່ນ.+
7 ພະເຢໂຫວາຮັກພວກເຈົ້າຫຼາຍແລະໄດ້ເລືອກພວກເຈົ້າ+ອອກມາຈາກຊາດຕ່າງໆບໍ່ແມ່ນຍ້ອນພວກເຈົ້າມີຄົນຫຼາຍທີ່ສຸດ ແທ້ໆແລ້ວພວກເຈົ້າມີຄົນໜ້ອຍທີ່ສຸດ.+ 8 ແຕ່ຍ້ອນພະເຢໂຫວາຮັກພວກເຈົ້າ ແລະຍ້ອນເພິ່ນເຮັດຕາມສັນຍາທີ່ໃຫ້ກັບປູ່ຍ່າຕານາຍຂອງພວກເຈົ້າ+ ພະເຢໂຫວາຈຶ່ງໃຊ້ລິດເດດທີ່ຍິ່ງໃຫຍ່*ພາພວກເຈົ້າອອກຈາກເອຢິບ ປົດປ່ອຍພວກເຈົ້າອອກຈາກການເປັນທາດ+ ແລະຊ່ວຍພວກເຈົ້າໃຫ້ພົ້ນຈາກອຳນາດ*ຂອງຟາໂຣກະສັດຂອງເອຢິບ. 9 ພວກເຈົ້າກໍຮູ້ວ່າພະເຢໂຫວາພະເຈົ້າຂອງພວກເຈົ້າເປັນພະເຈົ້າທ່ຽງແທ້ ສັດຊື່ ແລະເຮັດຕາມຄຳສັນຍາ. ຖ້າຜູ້ໃດຮັກເພິ່ນແລະເຊື່ອຟັງຄຳສັ່ງຂອງເພິ່ນ ເພິ່ນກໍຈະສະແດງຄວາມຮັກທີ່ໝັ້ນຄົງຕໍ່ເຂົາເຈົ້າແລະລູກຫຼານຂອງເຂົາເຈົ້າຈົນຮອດຫຼາຍພັນລຸ້ນ.+ 10 ແຕ່ຖ້າຜູ້ໃດກຽດຊັງເພິ່ນ ເພິ່ນກໍຈະທຳລາຍເຂົາເຈົ້າ.+ ເພິ່ນຈະບໍ່ລໍຖ້າທີ່ຈະລົງໂທດຄົນທີ່ກຽດຊັງເພິ່ນຕາມທີ່ເຂົາເຈົ້າສົມຄວນໄດ້ຮັບ. 11 ພວກເຈົ້າຕ້ອງເຊື່ອຟັງແລະເຮັດຕາມກົດໝາຍ ຂໍ້ກຳນົດ ແລະຄຳສັ່ງທີ່ຂ້ອຍຈະບອກພວກເຈົ້າໃນມື້ນີ້.
12 ຖ້າພວກເຈົ້າເຊື່ອຟັງແລະເຮັດຕາມຂໍ້ກຳນົດກົດໝາຍຕ່າງໆ ພະເຢໂຫວາພະເຈົ້າຂອງພວກເຈົ້າກໍຈະເຮັດຕາມສັນຍາ ແລະສະແດງຄວາມຮັກທີ່ໝັ້ນຄົງຕໍ່ພວກເຈົ້າ ຕາມທີ່ໄດ້ສັນຍາກັບປູ່ຍ່າຕານາຍຂອງພວກເຈົ້າ. 13 ເພິ່ນຈະຮັກພວກເຈົ້າ ອວຍພອນໃຫ້ພວກເຈົ້າ ແລະເຮັດໃຫ້ພວກເຈົ້າມີຈຳນວນຫຼາຍຂຶ້ນ. ເພິ່ນຈະອວຍພອນໃຫ້ພວກເຈົ້າມີລູກມີຫຼານຫຼາຍໆ.+ ແຜ່ນດິນຂອງພວກເຈົ້າກໍຈະອຸດົມສົມບູນ. ພວກເຈົ້າຈະມີເຂົ້າ ມີເຫຼົ້າແວງໃໝ່ ມີນ້ຳມັນໝາກກອກ+ ມີຝູງງົວ ແລະມີຝູງແກະບັກຫຼາຍໆໃນແຜ່ນດິນທີ່ເພິ່ນສັນຍາໄວ້ກັບປູ່ຍ່າຕານາຍຂອງພວກເຈົ້າວ່າຈະເອົາໃຫ້ພວກເຈົ້າ.+ 14 ພວກເຈົ້າຈະເປັນຊາດທີ່ໄດ້ຮັບພອນຫຼາຍທີ່ສຸດ.+ ຈະບໍ່ມີຄົນໃດໃນພວກເຈົ້າແລະບໍ່ມີສັດໂຕໃດຂອງພວກເຈົ້າເປັນໝັນ.+ 15 ພະເຢໂຫວາຈະປົກປ້ອງພວກເຈົ້າບໍ່ໃຫ້ມີໂລກໄພໄຂ້ເຈັບ. ເພິ່ນຈະບໍ່ໃຫ້ພວກເຈົ້າເຈິກັບໂລກລະບາດຮ້າຍແຮງຄືກັບທີ່ພວກເຈົ້າເຄີຍເຫັນໃນເອຢິບ.+ ແຕ່ຖ້າຜູ້ໃດກຽດຊັງພວກເຈົ້າ ເພິ່ນກໍຈະໃຫ້ພວກເຂົາເຈິສິ່ງເຫຼົ່ານັ້ນ. 16 ພວກເຈົ້າຕ້ອງທຳລາຍຊາດຕ່າງໆຕາມທີ່ພະເຢໂຫວາພະເຈົ້າຂອງພວກເຈົ້າບອກ.+ ຫ້າມອີ່ຕົນພວກເຂົາ+ແລະຫ້າມນະມັດສະການພະເຈົ້າຂອງພວກເຂົາ+ ເພາະມັນຈະເປັນກັບດັກສຳລັບພວກເຈົ້າ.+
17 ຖ້າພວກເຈົ້າຄິດໃນໃຈວ່າ ‘ຊາດຕ່າງໆເຫຼົ່ານັ້ນມີຄົນຫຼາຍກວ່າພວກເຮົາ ພວກເຮົາຈະຂັບໄລ່ພວກເຂົາໄປໄດ້ແນວໃດ?’+ 18 ຢ່າຊູ່ຢ້ານພວກເຂົາ.+ ຂໍໃຫ້ຈື່ໄວ້ວ່າ ພະເຢໂຫວາພະເຈົ້າຂອງພວກເຈົ້າໄດ້ເຮັດແນວໃດກັບຟາໂຣແລະຄົນເອຢິບ.+ 19 ພວກເຈົ້າກໍເຫັນກັບຕາໂຕເອງແລ້ວວ່າ ພະເຢໂຫວາໄດ້ໃຊ້ການຕັດສິນລົງໂທດ ການອັດສະຈັນ ແລະລິດເດດ+ທີ່ຍິ່ງໃຫຍ່ຂອງເພິ່ນເພື່ອຊ່ວຍພວກເຈົ້າອອກມາຈາກບ່ອນນັ້ນ.+ ພະເຢໂຫວາພະເຈົ້າຂອງພວກເຈົ້າຈະເຮັດແນວນັ້ນກັບຊາດທີ່ພວກເຈົ້າຢ້ານ+ ຄືກັບທີ່ເຄີຍເຮັດໃນເອຢິບ. 20 ພະເຢໂຫວາພະເຈົ້າຂອງພວກເຈົ້າຈະເຮັດໃຫ້ພວກເຂົາທໍ້ໃຈ* ຄົນທີ່ເຫຼືອ+ແລະຄົນທີ່ໜີໄປລີ້ກໍຈະຕາຍໝົດ. 21 ຢ່າຊູ່ຢ້ານພວກເຂົາ ເພາະພະເຢໂຫວາພະເຈົ້າຢູ່ນຳພວກເຈົ້າ.+ ເພິ່ນເປັນພະເຈົ້າທີ່ຍິ່ງໃຫຍ່ທີ່ຄົນຄວນຈະຢ້ານແລະນັບຖື.+
22 ພະເຢໂຫວາພະເຈົ້າຂອງພວກເຈົ້າຈະໄລ່ຊາດຕ່າງໆອອກໄປເທື່ອລະໜ້ອຍ.+ ພວກເຈົ້າຈະບໍ່ໄດ້ທຳລາຍພວກເຂົາໃຫ້ໝົດໄປບາດດຽວ ເພາະຖ້າເຮັດແນວນັ້ນແຜ່ນດິນຈະຮ້າງເປົ່າ ຈະມີສັດປ່າຫຼາຍຂຶ້ນ ແລະມັນຈະເປັນອັນຕະລາຍຕໍ່ພວກເຈົ້າ. 23 ພະເຢໂຫວາພະເຈົ້າຂອງພວກເຈົ້າຈະຊ່ວຍພວກເຈົ້າໃຫ້ຊະນະພວກເຂົາ ແລະໃນທີ່ສຸດ ພວກເຈົ້າກໍຈະທຳລາຍຊາດຕ່າງໆທັງໝົດໄດ້.+ 24 ເພິ່ນຈະມອບກະສັດຂອງຊາດຕ່າງໆໄວ້ໃນມືຂອງພວກເຈົ້າ+ ແລະຈະບໍ່ມີຜູ້ໃດຈື່ຊື່ຂອງຊາດເຫຼົ່ານັ້ນອີກເລີຍ.+ ຈະບໍ່ມີຜູ້ໃດມາຕໍ່ສູ້ພວກເຈົ້າ+ຈົນກວ່າພວກເຈົ້າຈະທຳລາຍພວກເຂົາຈົນໝົດ.+ 25 ພວກເຈົ້າຕ້ອງເຜົາຮູບບູຊາຕ່າງໆຂອງພວກເຂົາໃຫ້ໝົດ.+ ຢ່າເສຍດາຍເງິນກັບຄຳທີ່ພວກເຂົາເອົາມາເຮັດຮູບພະເຫຼົ່ານັ້ນ ແລະຢ່າເອົາໄວ້ເປັນຂອງໂຕເອງ.+ ຖ້າເຮັດແນວນັ້ນ ມັນຈະເປັນກັບດັກຈັບພວກເຈົ້າ ເພາະພະເຢໂຫວາພະເຈົ້າຂອງພວກເຈົ້າຂີ້ດຽດສິ່ງເຫຼົ່ານັ້ນ.+ 26 ຫ້າມພວກເຈົ້າເອົາສິ່ງທີ່ເປັນຕາຂີ້ດຽດເຂົ້າໄປໃນເຮືອນຂອງພວກເຈົ້າ ເພື່ອພວກເຈົ້າຈະບໍ່ຖືກທຳລາຍຄືກັບຮູບບູຊາເຫຼົ່ານັ້ນ. ພວກເຈົ້າຕ້ອງຂີ້ດຽດແລະກຽດຊັງຮູບເຫຼົ່ານັ້ນ ເພາະພວກມັນເປັນສິ່ງທີ່ຕ້ອງຖືກທຳລາຍ.”