ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດສະເທີ 3
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເອັດສະເທີ

      • ກະສັດ​ເລື່ອນ​ຕຳແໜ່ງ​ຮາມານ (1-​4)

      • ຮາມານ​ວາງ​ແຜນ​ຂ້າ​ຄົນ​ຢິວ (5-​15)

ເອັດສະເທີ 3:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 3:10; 8:7; 9:24
  • +ອພຍ 17:16; ຈຊບ 24:7; ພບຍ 25:19; 1ຊມ 15:8, 32
  • +ອສທ 1:14

ເອັດສະເທີ 3:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 2:5
  • +ດນອ 6:13

ເອັດສະເທີ 3:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 5:9

ເອັດສະເທີ 3:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ປູເຣ.” ເບິ່ງ​ຄຳ​ວ່າ “ປູຣິມ” ໃນ​ສ່ວນ​ອະທິບາຍ​ຄຳສັບ.

  • *

    ໝາຍເຖິງ​ກຳນົດ​ມື້​ແລະ​ເດືອນ​ເພື່ອ​ເຮັດ​ຕາມ​ແຜນການ​ຂອງ​ຮາມານ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 1:3; 2:16
  • +ອສທ 9:24
  • +ອສທ 9:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2415, 2500

ເອັດສະເທີ 3:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 4:27; ນຮຢ 1:8; ຢຣມ 50:17
  • +ອສທ 1:1

ເອັດສະເທີ 3:9

ໄຂເງື່ອນ

  • *

    342.000 ກິໂລກຣາມ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    ຫຼື​ອາດ​ແປ​ວ່າ “ຂ້ອຍ​ຈະ​ເອົາ​ເງິນ​ໜັກ 10.000 ຕະລັນ​ໃຫ້​ຄັງ​ຊັບສິນ​ຂອງ​ທ່ານ​ເພື່ອ​ຈ່າຍ​ໃຫ້​ຄົນ​ທີ່​ເຮັດ​ວຽກ​ນີ້”

ເອັດສະເທີ 3:10

ໄຂເງື່ອນ

  • *

    ໝາຍເຖິງ​ແຫວນ​ຈ້ຳກາ​ຂອງ​ຜູ້​ປົກຄອງ​ຫຼື​ຂອງ​ຄົນ​ສຳຄັນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 41:42
  • +ອສທ 3:1; 8:2
  • +ຈຊບ 24:7; 1ຊມ 15:8, 32

ເອັດສະເທີ 3:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:9
  • +ດນອ 6:8
  • +ອສທ 8:8; ດນອ 6:17

ເອັດສະເທີ 3:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 9:1
  • +ອສທ 8:11, 12

ເອັດສະເທີ 3:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອສທ 8:14
  • +ອຊຣ 4:9; ນຮຢ 1:1; ດນອ 8:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອສທ. 3:1ອສທ 3:10; 8:7; 9:24
ອສທ. 3:1ອພຍ 17:16; ຈຊບ 24:7; ພບຍ 25:19; 1ຊມ 15:8, 32
ອສທ. 3:1ອສທ 1:14
ອສທ. 3:4ອສທ 2:5
ອສທ. 3:4ດນອ 6:13
ອສທ. 3:5ອສທ 5:9
ອສທ. 3:7ອສທ 1:3; 2:16
ອສທ. 3:7ອສທ 9:24
ອສທ. 3:7ອສທ 9:1
ອສທ. 3:8ພບຍ 4:27; ນຮຢ 1:8; ຢຣມ 50:17
ອສທ. 3:8ອສທ 1:1
ອສທ. 3:10ປຖກ 41:42
ອສທ. 3:10ອສທ 3:1; 8:2
ອສທ. 3:10ຈຊບ 24:7; 1ຊມ 15:8, 32
ອສທ. 3:12ອສທ 8:9
ອສທ. 3:12ດນອ 6:8
ອສທ. 3:12ອສທ 8:8; ດນອ 6:17
ອສທ. 3:13ອສທ 9:1
ອສທ. 3:13ອສທ 8:11, 12
ອສທ. 3:15ອສທ 8:14
ອສທ. 3:15ອຊຣ 4:9; ນຮຢ 1:1; ດນອ 8:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
ຄຳພີໄບເບິນສະບັບແປໂລກໃໝ່
ເອັດສະເທີ 3:1-15

ເອັດສະເທີ

3 ກະສັດ​ອາຫະສຸເອຣັດ​ເລື່ອນ​ຕຳແໜ່ງ​ຮາມານ+​ລູກຊາຍ​ຂອງ​ຮຳເມດາທາ​ຄົນ​ອາກັກ+​ໃຫ້​ສູງ​ກວ່າ​ເຈົ້າ​ນາຍ​ທຸກ​ຄົນ​ທີ່​ເຮັດ​ວຽກ​ນຳຮາມານ.+ 2 ພວກ​ຂ້າລາຊະການ​ທຸກ​ຄົນ​ທີ່​ຢູ່​ປະຕູ​ວັງ​ຂອງ​ກະສັດ​ຕ້ອງ​ໝູບ​ໜ້າ​ລົງ​ພື້ນ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ຮາມານ ຍ້ອນ​ກະສັດ​ສັ່ງ​ໃຫ້​ເຮັດ​ແບບ​ນັ້ນ ແຕ່​ມໍເດກາຍ​ບໍ່​ຍອມ​ກົ້ມ​ຫົວ​ລົງ​ຫຼື​ໝູບ​ໜ້າ​ລົງ. 3 ພວກ​ຂ້າລາຊະການ​ທີ່​ຢູ່​ປະຕູ​ວັງ​ຂອງ​ກະສັດ​ຈຶ່ງ​ຖາມ​ມໍເດກາຍ​ວ່າ: “ເປັນ​ຫຍັງ​ເຈົ້າ​ບໍ່​ເຮັດ​ຕາມ​ຄຳ​ສັ່ງ​ຂອງ​ກະສັດ?” 4 ເຂົາ​ເຈົ້າ​ຖາມ​ມໍເດກາຍ​ທຸກ​ໆ​ມື້ ແຕ່​ມໍເດກາຍ​ບໍ່​ສົນ​ໃຈ​ຟັງ​ສິ່ງ​ທີ່​ເຂົາ​ເຈົ້າ​ເວົ້າ ແລະ​ບອກ​ເຂົາ​ເຈົ້າ​ວ່າ​ລາວ​ເປັນ​ຄົນ​ຢິວ.+ ເຂົາ​ເຈົ້າ​ຈຶ່ງ​ໄປ​ບອກ​ຮາມານ​ແລະ​ຖາມ​ວ່າ​ສິ່ງ​ທີ່​ມໍເດກາຍ​ເຮັດ​ເໝາະສົມ​ຫຼື​ບໍ່.+

5 ເມື່ອ​ຮາມານ​ເຫັນ​ວ່າ​ມໍເດກາຍ​ບໍ່​ຍອມ​ກົ້ມ​ຫົວ​ລົງ​ຫຼື​ໝູບ​ໜ້າ​ລົງ​ເພື່ອ​ສະແດງ​ຄວາມ​ນັບ​ຖື​ລາວ ລາວ​ກໍ​ໃຈ​ຮ້າຍ​ຫຼາຍ.+ 6 ແຕ່​ຮາມານ​ຄິດ​ວ່າ​ຖ້າ​ຂ້າ​ແຕ່​ມໍເດກາຍ​ຜູ້​ດຽວ​ກໍ​ຍັງ​ບໍ່​ສະໃຈແລະ​ລາວ​ໄດ້​ຮູ້​ມາ​ວ່າ​ມໍເດກາຍ​ເປັນ​ຄົນ​ຊາດ​ໃດ ລາວ​ຈຶ່ງ​ວາງ​ແຜນທີ່​ຈະ​ຂ້າ​ຄົນ​ຢິວ​ທັງ​ໝົດ​ໃນ​ທຸກ​ແຂວງ​ທີ່​ກະສັດ​ອາຫະສຸເອຣັດ​ປົກຄອງ. ຮາມານ​ຢາກ​ຂ້າ​ທຸກຄົນ​ທີ່​ເປັນ​ຄົນ​ຊາດ​ດຽວ​ກັບມໍເດກາຍ.

7 ໃນ​ເດືອນ​ທີ 1 ເຊິ່ງ​ແມ່ນ​ເດືອນ​ນີຊານ​ຂອງ​ປີ​ທີ 12 +​ທີ່​ກະສັດ​ອາຫະສຸເອຣັດ​ປົກຄອງ ເຂົາ​ເຈົ້າ​ໄດ້​ຈົກ​ສະຫຼາກ*+​ຕໍ່​ໜ້າ​ຮາມານ​ເພື່ອ​ກຳນົດ​ມື້​ແລະ​ເດືອນ.* ເຂົາ​ເຈົ້າ​ຈົກ​ສະຫຼາກຖືກ​ເດືອນ​ທີ 12 ເຊິ່ງ​ແມ່ນ​ເດືອນ​ອາດາ.+ 8 ຈາກ​ນັ້ນ ຮາມານ​ກໍ​ໄປ​ເວົ້າ​ກັບ​ກະສັດ​ອາຫະສຸເອຣັດ​ວ່າ: “ມີ​ຄົນ​ຊາດ​ໜຶ່ງຢາຍ​ກັນ​ຢູ່​ກັບ​ຄົນ​ຊາດ​ອື່ນ​ໆ​+​ໃນ​ທຸກ​ແຂວງ​ທີ່​ທ່ານ​ປົກ​ຄອງ.+ ກົດ​ໝາຍ​ຂອງ​ເຂົາເຈົ້າ​ບໍ່​ຄື​ກັບ​ກົດ​ໝາຍ​ຂອງ​ຄົນ​ຊາດ​ອື່ນ​ແລະ​ເຂົາ​ເຈົ້າ​ກໍ​ບໍ່​ໄດ້​ເຊື່ອຟັງ​ກົດ​ໝາຍ​ຂອງ​ກະສັດ​ຊ້ຳ. ເຖິງ​ວ່າ​ກະສັດ​ຈະ​ເອົາ​ເຂົາ​ເຈົ້າ​ໄວ້​ກໍບໍ່​ມີ​ປະໂຫຍດ​ຫຍັງ. 9 ຖ້າ​ກະສັດ​ເຫັນ​ດີ ຂໍ​ໃຫ້​ກະສັດ​ອອກ​ກົດໝາຍ​ແລະ​ຂຽນ​ໄວ້​ວ່າ​ໃຫ້​ກຳຈັດ​ຄົນ​ຢິວ. ຂ້ອຍ​ຈະ​ເອົາ​ເງິນ​ໜັກ 10.000 ຕະລັນ*​ໃຫ້​ຂ້າລາຊະການ​ຂອງ​ທ່ານ​ເອົາ​ໄປ​ໄວ້​ໃນ​ຄັງ​ຊັບ​ສິນ​ຂອງ​ທ່ານ.”*

10 ເມື່ອ​ໄດ້​ຍິນ​ແນວ​ນັ້ນ​ກະສັດ​ກໍ​ຖອດ​ແຫວນ*​ອອກ​ຈາກ​ມື+ ແລ້ວ​ເອົາ​ໃຫ້​ຮາມານ+​ລູກຊາຍ​ຂອງ​ຮຳເມດາທາ​ຄົນ​ອາກັກ+​ທີ່​ເປັນ​ສັດຕູ​ຂອງ​ຄົນ​ຢິວ. 11 ກະສັດ​ບອກ​ຮາມານ​ວ່າ: “ຂ້ອຍ​ຍົກ​ຄົນ​ຊາດ​ນັ້ນ​ແລະ​ເງິນ​ຂອງ​ເຂົາ​ເຈົ້າ​ໃຫ້​ເຈົ້າ​ຈັດ​ການ. ເຈົ້າ​ຢາກ​ເຮັດ​ຫຍັງ​ກັບ​ເຂົາ​ເຈົ້າ​ກໍ​ເຮັດ​ໂລດ.” 12 ພວກ​ເລຂາ​ຂອງ​ກະສັດ+​ຖືກ​ເອີ້ນ​ມາ​ໃນ​ວັນ​ທີ 13 ຂອງ​ເດືອນ​ທີ 1. ເຂົາເຈົ້າ​ຂຽນ+​ຄຳສັ່ງ​ທັງ​ໝົດ​ຂອງ​ຮາມານ​ແລ້ວ​ສົ່ງ​ໄປ​ໃຫ້ພວກ​ຂ້າລາຊະການ​ລະ​ດັບ​ສູງ​ຂອງ​ກະສັດ ພວກ​ເຈົ້າ​ແຂວງ ແລະ​ພວກ​ເຈົ້ານາຍ​ຂອງ​ຊາດ​ຕ່າງ​ໆ​. ເຂົາ​ເຈົ້າ​ສົ່ງ​ຄຳ​ສັ່ງ​ນັ້ນ​ໄປ​ທຸກ​ແຂວງ​ໂດຍ​ຂຽນ​ເປັນ​ໂຕ​ໜັງສື​ແລະ​ພາສາ​ທີ່​ຄົນ​ໃນ​ແຕ່​ລະ​ແຂວງ​ໃຊ້. ຄຳ​ສັ່ງ​ນັ້ນ​ຂຽນ​ໃນ​ນາມ​ຂອງ​ກະສັດ​ອາຫະສຸເອຣັດ​ແລະຈ້ຳ​ກາ​ດ້ວຍ​ແຫວນ​ຂອງ​ກະສັດ.+

13 ຜູ້​ສົ່ງ​ຂ່າວໄດ້​ເອົາ​ຈົດ​ໝາຍ​ໄປ​ສົ່ງ​ໃຫ້​ທຸກ​ແຂວງ​ທີ່​ກະສັດ​ປົກຄອງ. ໃນ​ຈົດ​ໝາຍ​ໄດ້​ສັ່ງ​ໃຫ້​ກວາດລ້າງ ກຳຈັດ ແລະ​ຂ້າ​ຄົນ​ຢິວ​ທຸກ​ຄົນ ທັງ​ຄົນ​ໜຸ່ມ ຜູ້​ເຖົ້າ ຜູ້​ຍິງ​ແລະ​ເດັກ​ນ້ອຍ​ພາຍ​ໃນ​ມື້​ດຽວ​ເທົ່າ​ນັ້ນ​ຄື​ໃນ​ວັນ​ທີ 13 ເດືອນ​ທີ 12 ເຊິ່ງ​ແມ່ນ​ເດືອນ​ອາດາ+​ແລະ​ໃຫ້​ຍຶດ​ເອົາ​ເຄື່ອງ​ຂອງ​ທັງໝົດ​ຂອງ​ເຂົາ​ເຈົ້າ.+ 14 ມີ​ການ​ຄັດ​ລອກສິ່ງ​ທີ່​ຂຽນ​ໄວ້​ໃນ​ຈົດ​ໝາຍ​ແລະ​ອອກ​ເປັນ​ກົດ​ໝາຍ​ຂອງ​ແຕ່​ລະ​ແຂວງ ແລ້ວ​ປະກາດ​ໃຫ້​ຄົນ​ທຸກ​ຊາດ​ຮູ້​ເພື່ອ​ເຂົາ​ເຈົ້າ​ຈະ​ໄດ້​ກຽມ​ໂຕ​ສຳລັບ​ມື້​ນັ້ນ. 15 ຜູ້​ສົ່ງ​ຂ່າວ​ກໍ​ຟ້າວ​ອອກ​ໄປ+​ເຮັດ​ຕາມ​ຄຳສັ່ງ​ຂອງ​ກະສັດ. ມີການ​ອອກ​ກົດໝາຍ​ນີ້​ຢູ່​ວັງ​ໃນ​ເມືອງ​ຊູຊາ+​ນຳ. ຈາກ​ນັ້ນ ກະສັດ​ກັບ​ຮາມານ​ກໍ​ນັ່ງ​ກິນ​ເຫຼົ້າແວງ​ນຳ​ກັນ ແຕ່​ເມືອງ​ຊູຊາ​ເກີດ​ຄວາມ​ສັບ​ສົນ​ວຸ່ນ​ວາຍ​ຫຼາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌