ຂ່າວດີທີ່ຂຽນໂດຍໂຢຮັນ
20 ໃນຕອນເຊົ້າໆຂອງມື້ທຳອິດຂອງອາທິດ ມາຣິອາຄົນມັກດາເລນໄປບ່ອນຝັງສົບຂອງພະເຢຊູ+ແລະເຫັນວ່າຫີນທີ່ອັດທາງເຂົ້າບ່ອນຝັງສົບຖືກກິ້ງອອກໄປແລ້ວ.+ 2 ມາຣິອາຈຶ່ງແລ່ນໄປຫາຊີໂມນເປໂຕກັບລູກສິດຜູ້ທີ່ພະເຢຊູຮັກ+ແລະບອກວ່າ: “ມີຄົນເອົາສົບນາຍຂອງພວກເຮົາໄປຈາກບ່ອນຝັງສົບແລ້ວ+ ແລະບໍ່ຮູ້ວ່າເຂົາເຈົ້າເອົາເພິ່ນໄປໄວ້ຢູ່ໃສ.”
3 ເປໂຕກັບລູກສິດຜູ້ນັ້ນຈຶ່ງໄປບ່ອນຝັງສົບ. 4 ທັງສອງຄົນແລ່ນໄປ ແຕ່ລູກສິດຜູ້ນັ້ນແລ່ນໄວກວ່າເປໂຕ ລາວຈຶ່ງໄປຮອດບ່ອນຝັງສົບກ່ອນ. 5 ຕອນທີ່ຍັງບໍ່ໄດ້ເຂົ້າໄປທາງໃນ ລາວກົ້ມລົງແລະແນມເຂົ້າໄປ ແລ້ວກໍເຫັນຜ້າລີນິນທີ່ໃຊ້ພັນສົບວາງຢູ່.+ 6 ເມື່ອຊີໂມນເປໂຕແລ່ນມາຮອດ ລາວກໍເຂົ້າໄປໃນບ່ອນຝັງສົບແລະເຫັນຜ້າລີນິນວາງຢູ່ຄືກັນ. 7 ແຕ່ຜ້າທີ່ໃຊ້ພັນຫົວເພິ່ນຖືກມ້ວນວາງໄວ້ຕ່າງຫາກ ບໍ່ໄດ້ວາງຢູ່ກັບຜ້າພັນສົບສ່ວນອື່ນໆ. 8 ແລ້ວລູກສິດຜູ້ທີ່ມາຮອດບ່ອນຝັງສົບກ່ອນກໍນຳຫຼັງເຂົ້າໄປ ລາວຈຶ່ງເຫັນແລະເຊື່ອ. 9 ແຕ່ເຂົາເຈົ້າຍັງບໍ່ເຂົ້າໃຈຂໍ້ພະຄຳພີທີ່ບອກວ່າ ພະເຢຊູຈະຕ້ອງຟື້ນຄືນມາຈາກຕາຍ.+ 10 ແລ້ວລູກສິດທັງສອງຄົນກໍພາກັນກັບເມືອເຮືອນ.
11 ແຕ່ມາຣິອາຍັງຢືນຮ້ອງໄຫ້ຢູ່ທາງນອກໃກ້ໆກັບບ່ອນຝັງສົບ. ຕອນທີ່ຮ້ອງໄຫ້ຢູ່ນັ້ນ ລາວກໍກົ້ມລົງແລະແນມເຂົ້າໄປໃນບ່ອນຝັງສົບ 12 ແລະເຫັນທູດສະຫວັນ 2 ອົງ+ໃສ່ຊຸດຂາວນັ່ງຢູ່ບ່ອນທີ່ສົບຂອງພະເຢຊູເຄີຍຖືກວາງໄວ້. ອົງໜຶ່ງນັ່ງຢູ່ທາງຫົວ ແລະອີກອົງໜຶ່ງນັ່ງຢູ່ທາງຕີນ. 13 ທູດສະຫວັນຖາມມາຣິອາວ່າ: “ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້?” ລາວຕອບວ່າ: “ມີຄົນເອົາສົບນາຍຂອງຂ້ອຍໄປ. ຂ້ອຍບໍ່ຮູ້ວ່າເຂົາເຈົ້າເອົາເພິ່ນໄປໄວ້ຢູ່ໃສ.” 14 ເມື່ອເວົ້າຈົບ ມາຣິອາກໍຫຼຽວຫຼັງມາແລະເຫັນພະເຢຊູຢືນຢູ່ ແຕ່ລາວບໍ່ຮູ້ວ່າແມ່ນເພິ່ນ.+ 15 ພະເຢຊູຖາມລາວວ່າ: “ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເຈົ້າກຳລັງຊອກຫາໃຜ?” ມາຣິອາຄິດວ່າພະເຢຊູເປັນຄົນເຝົ້າສວນຈຶ່ງເວົ້າວ່າ: “ທ່ານເອີ້ຍ ຖ້າທ່ານເອົາສົບເພິ່ນໄປ ບອກຂ້ອຍແດ່ວ່າທ່ານເອົາເພິ່ນໄປໄວ້ຢູ່ໃສ. ຂ້ອຍຈະໄປເອົາສົບມາ.” 16 ພະເຢຊູເວົ້າກັບລາວວ່າ: “ມາຣິອາເອີ້ຍ!” ລາວກໍປິ່ນມາຫາພະເຢຊູແລະອຸທານເປັນພາສາເຮັບເຣີວ່າ: “ຣັບໂບນີ!” (ແປວ່າ “ອາຈານ!”) 17 ພະເຢຊູບອກລາວວ່າ: “ຢ່າຖ່ວງຂ້ອຍໄວ້ ຂ້ອຍຍັງບໍ່ໄດ້ຂຶ້ນໄປຫາພໍ່ຂອງຂ້ອຍ. ໄປບອກພວກພີ່ນ້ອງຂອງຂ້ອຍ+ວ່າ ‘ຂ້ອຍກຳລັງຈະຂຶ້ນໄປຫາພໍ່ຂອງຂ້ອຍ+ທີ່ເປັນພໍ່ຂອງພວກເຈົ້າ ແລະໄປຫາພະເຈົ້າຂອງຂ້ອຍ+ທີ່ເປັນພະເຈົ້າຂອງພວກເຈົ້າ.’” 18 ແລ້ວມາຣິອາຄົນມັກດາເລນກໍໄປຫາພວກລູກສິດແລະບອກວ່າ: “ຂ້ອຍເຫັນນາຍຂອງພວກເຮົາແລ້ວ!” ແລະເລົ່າວ່າພະເຢຊູສັ່ງຫຍັງລາວແດ່.+
19 ຕອນແລງມື້ນັ້ນເຊິ່ງເປັນມື້ທຳອິດຂອງອາທິດ ພວກລູກສິດມາລວມກັນຢູ່ເຮືອນຫຼັງໜຶ່ງແລະລ໋ອກປະຕູໄວ້ຢ່າງດີຍ້ອນຢ້ານພວກຢິວ ແລ້ວພະເຢຊູກໍມາຢືນຢູ່ນຳເຂົາເຈົ້າແລະເວົ້າວ່າ: “ສະບາຍດີທຸກຄົນ.”*+ 20 ເມື່ອເວົ້າຈົບ ພະເຢຊູກໍໃຫ້ເຂົາເຈົ້າເບິ່ງມືແລະທາງຂ້າງຂອງເພິ່ນ.+ ພວກລູກສິດດີໃຈຫຼາຍທີ່ໄດ້ເຫັນຜູ້ເປັນນາຍ.+ 21 ພະເຢຊູເວົ້າກັບເຂົາເຈົ້າອີກວ່າ: “ຂໍໃຫ້ພວກເຈົ້າມີຄວາມສະຫງົບສຸກ.+ ຂ້ອຍຈະໃຊ້ພວກເຈົ້າໄປ+ຄືກັບທີ່ພໍ່ຂອງຂ້ອຍໄດ້ໃຊ້ຂ້ອຍມາ.”+ 22 ເມື່ອເວົ້າຈົບ ພະເຢຊູກໍເປົ່າລົມໃສ່ເຂົາເຈົ້າແລະບອກວ່າ: “ຮັບເອົາພະລັງບໍລິສຸດ.+ 23 ຖ້າພວກເຈົ້າຍົກໂທດໃຫ້ຜູ້ໃດ ຄວາມຜິດຂອງຜູ້ນັ້ນກໍຈະໄດ້ຮັບການຍົກໂທດ ແຕ່ຖ້າພວກເຈົ້າບໍ່ຍົກໂທດໃຫ້ຜູ້ໃດ ຄວາມຜິດຂອງຜູ້ນັ້ນກໍຈະບໍ່ໄດ້ຮັບການຍົກໂທດ.”
24 ແຕ່ໂທມາ+ທີ່ຄົນເອີ້ນວ່າຝາແຝດ*ທີ່ເປັນຜູ້ໜຶ່ງໃນອັກຄະສາວົກ* 12 ຄົນ ລາວບໍ່ໄດ້ຢູ່ນຳຕອນທີ່ພະເຢຊູມາຫາ. 25 ເມື່ອລູກສິດຄົນອື່ນໆບອກລາວວ່າ: “ພວກເຮົາໄດ້ເຫັນນາຍຂອງພວກເຮົາແລ້ວ!” ໂທມາເວົ້າວ່າ: “ຂ້ອຍບໍ່ເຊື່ອເດັດຂາດຈົນກວ່າຈະໄດ້ເຫັນແລະເອົານິ້ວມືແຍ່ເຂົ້າຮູຕະປູທີ່ຢູ່ມືຂອງເພິ່ນ ແລະເອົາມືແຍ່ທາງຂ້າງຂອງເພິ່ນ.”+
26 ແປດມື້ຕໍ່ມາ ລູກສິດຂອງພະເຢຊູຢູ່ໃນເຮືອນນຳກັນອີກເທື່ອໜຶ່ງແລະໂທມາກໍຢູ່ນຳ. ທັງໆທີ່ລ໋ອກປະຕູໄວ້ຢ່າງດີ ພະເຢຊູໄດ້ເຂົ້າມາຢືນຢູ່ນຳເຂົາເຈົ້າແລະເວົ້າວ່າ: “ສະບາຍດີທຸກຄົນ.”+ 27 ແລ້ວເພິ່ນກໍເວົ້າກັບໂທມາວ່າ: “ເອົານິ້ວມືມາແຍ່ໃສ່ມືຂ້ອຍແມ້ ແລະເອົາມືມາແຍ່ໃສ່ທາງຂ້າງຂອງຂ້ອຍເບິ່ງ. ໃຫ້ເຈົ້າເຊື່ອແລະເຊົາສົງໄສ.” 28 ໂທມາອຸທານວ່າ: “ນາຍຂອງຂ້ອຍ ແລະພະເຈົ້າຂອງຂ້ອຍ!”* 29 ພະເຢຊູຖາມລາວວ່າ: “ເຈົ້າເຊື່ອຍ້ອນໄດ້ເຫັນຂ້ອຍບໍ? ຄົນທີ່ເຊື່ອທັງໆທີ່ບໍ່ໄດ້ເຫັນກໍມີຄວາມສຸກ.”
30 ທີ່ຈິງແລ້ວ ພະເຢຊູເຮັດການອັດສະຈັນອີກຫຼາຍຢ່າງໃຫ້ພວກລູກສິດເຫັນ ແຕ່ບໍ່ໄດ້ຂຽນໄວ້ໃນມ້ວນໜັງສືນີ້.+ 31 ສ່ວນເລື່ອງທີ່ຂຽນໄວ້ນີ້ກໍເພື່ອພວກເຈົ້າຈະໄດ້ເຊື່ອວ່າພະເຢຊູເປັນພະຄລິດລູກຂອງພະເຈົ້າ ແລະຖ້າພວກເຈົ້າເຊື່ອ ພວກເຈົ້າຈະໄດ້ຊີວິດຍ້ອນຊື່ຂອງພະເຢຊູ.+