ລະບຽບພວກເລວີ
15 ພະເຢໂຫວາເວົ້າກັບໂມເຊແລະອາໂຣນອີກວ່າ: 2 “ໃຫ້ບອກພວກອິດສະຣາເອນວ່າ ‘ຖ້າຜູ້ຊາຍຄົນໃດເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼອອກມາຈາກອະໄວຍະວະເພດ ນ້ຳເມືອກນັ້ນຈະເຮັດໃຫ້ລາວບໍ່ສະອາດ.+ 3 ລາວຈະບໍ່ສະອາດເພາະນ້ຳເມືອກນັ້ນ ບໍ່ວ່າມັນຈະໄຫຼຕະຫຼອດຫຼືເຮັດໃຫ້ຍ່ຽວບໍ່ອອກ ກໍຈະຖືວ່າລາວບໍ່ສະອາດຄືກັນ.
4 ຖ້າຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼໄປນອນຢູ່ບ່ອນໃດ ກໍຈະຖືວ່າບ່ອນນັ້ນບໍ່ສະອາດ ແລະຖ້າລາວໄປນັ່ງຢູ່ບ່ອນໃດ ກໍຈະຖືວ່າບ່ອນນັ້ນບໍ່ສະອາດ. 5 ຖ້າຜູ້ໃດໄປຖືກຫຼືໄປບາຍບ່ອນທີ່ຜູ້ຊາຍຄົນນັ້ນນອນ ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ.+ 6 ຖ້າຜູ້ໃດໄປນັ່ງບ່ອນທີ່ຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼເຄີຍນັ່ງ ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ. 7 ຖ້າຜູ້ໃດໄປຖືກຫຼືໄປບາຍໂຕຂອງຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼ ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ. 8 ຖ້າຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼຖົ່ມນ້ຳລາຍໃສ່ຜູ້ໃດຜູ້ໜຶ່ງ* ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ. 9 ຖ້າຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼໄປນັ່ງຢູ່ອານເທິງຫຼັງສັດ ກໍຈະຖືວ່າອານນັ້ນບໍ່ສະອາດ. 10 ຖ້າຜູ້ໃດໄປຖືກຫຼືໄປບາຍສິ່ງທີ່ຜູ້ຊາຍຄົນນັ້ນນັ່ງ ກໍຈະຖືວ່າຜູ້ນັ້ນບໍ່ສະອາດຈົນຮອດຄ່ຳ ແລະຖ້າຜູ້ໃດໄປຈັບສິ່ງທີ່ລາວນັ່ງ ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ. 11 ຖ້າຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼ+ບໍ່ໄດ້ລ້າງມືແລະໄປຈັບໄປບາຍຜູ້ໃດຜູ້ໜຶ່ງ ຜູ້ທີ່ຖືກຈັບຖືກບາຍຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ. 12 ຖ້າຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼໄປຈັບເຄື່ອງໃຊ້ທີ່ເຮັດຈາກດິນ ກໍຕ້ອງທຸບເຄື່ອງໃຊ້ນັ້ນຖິ້ມ ແລະຖ້າລາວໄປຈັບເຄື່ອງໃຊ້ທີ່ເຮັດຈາກໄມ້ ກໍຕ້ອງເອົາເຄື່ອງໃຊ້ນັ້ນໄປລ້າງ.+
13 ຖ້າຜູ້ຊາຍຄົນນັ້ນເຊົາມີນ້ຳເມືອກໄຫຼອອກມາແລ້ວ ຫຼັງຈາກນັ້ນ 7 ມື້ ລາວຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະໄປອາບນ້ຳຢູ່ບ່ອນທີ່ມີນ້ຳໄຫຼ ແລ້ວຈະຖືວ່າລາວສະອາດ.+ 14 ໃນມື້ທີ 8 ລາວຕ້ອງເອົານົກເຂົາ 2 ໂຕຫຼືນົກກາງແກ 2 ໂຕ+ມາໃຫ້ປະໂລຫິດຢູ່ທາງເຂົ້າເຕັ້ນສັກສິດ*ຕໍ່ໜ້າພະເຢໂຫວາ. 15 ປະໂລຫິດຈະເອົານົກໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ ແລະເອົານົກອີກໂຕໜຶ່ງເປັນເຄື່ອງບູຊາເຜົາ ແລ້ວລາວຈະໄຖ່ຄວາມຜິດໃຫ້ຜູ້ນັ້ນຕໍ່ໜ້າພະເຢໂຫວາ ຍ້ອນຜູ້ນັ້ນເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼ.
16 ຖ້າຜູ້ຊາຍຄົນໃດມີນ້ຳອະສຸຈິໄຫຼອອກມາ ຜູ້ນັ້ນຕ້ອງອາບນ້ຳແລະຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ.+ 17 ລາວຕ້ອງຊັກເຄື່ອງນຸ່ງຂອງໂຕເອງຫຼືເຄື່ອງທີ່ເຮັດຈາກໜັງສັດທີ່ຖືກນ້ຳອະສຸຈິນັ້ນ ແລະຈະຖືວ່າເຄື່ອງນັ້ນບໍ່ສະອາດຈົນຮອດຄ່ຳ.
18 ເມື່ອຜູ້ຊາຍນອນນຳຜູ້ຍິງແລ້ວມີນ້ຳອະສຸຈິໄຫຼອອກມາ ທັງສອງຄົນຕ້ອງອາບນ້ຳ ແລະຈະຖືວ່າເຂົາເຈົ້າບໍ່ສະອາດຈົນຮອດຄ່ຳ.+
19 ຖ້າຜູ້ຍິງຄົນໃດມີເລືອດໄຫຼອອກມາຍ້ອນເປັນປະຈຳເດືອນ ຈະຖືວ່າລາວບໍ່ສະອາດ 7 ມື້.+ ຖ້າຜູ້ໃດໄປຖືກຫຼືໄປບາຍໂຕລາວ ກໍຈະຖືວ່າຜູ້ນັ້ນບໍ່ສະອາດຈົນຮອດຄ່ຳ.+ 20 ໃນໄລຍະທີ່ລາວບໍ່ສະອາດຍ້ອນເປັນປະຈຳເດືອນ ຖ້າລາວໄປນອນຢູ່ບ່ອນໃດ ກໍຈະຖືວ່າບ່ອນນັ້ນບໍ່ສະອາດ ແລະຖ້າລາວໄປນັ່ງຢູ່ບ່ອນໃດ ກໍຈະຖືວ່າບ່ອນນັ້ນບໍ່ສະອາດ.+ 21 ຖ້າຜູ້ໃດໄປຖືກຫຼືໄປບາຍບ່ອນທີ່ລາວນອນ ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ. 22 ຖ້າຜູ້ໃດໄປຖືກຫຼືໄປບາຍສິ່ງທີ່ຜູ້ຍິງຄົນນັ້ນນັ່ງ ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ. 23 ຖ້າຜູ້ຍິງຄົນນັ້ນນັ່ງເທິງບ່ອນນອນຫຼືສິ່ງອື່ນໆ ແລ້ວມີຄົນໄປຖືກຫຼືໄປບາຍສິ່ງເຫຼົ່ານັ້ນ ກໍຈະຖືວ່າຄົນນັ້ນບໍ່ສະອາດຈົນຮອດຄ່ຳ.+ 24 ຖ້າຜູ້ຊາຍນອນນຳຜູ້ຍິງ ແລ້ວຕອນນັ້ນຜູ້ຍິງເລີ່ມເປັນປະຈຳເດືອນພໍດີແລະເລືອດນັ້ນຖືກຜູ້ຊາຍ+ ກໍຈະຖືວ່າຜູ້ຊາຍຄົນນັ້ນບໍ່ສະອາດ 7 ມື້ ແລະບ່ອນທີ່ລາວນອນກໍຈະບໍ່ສະອາດ.
25 ຖ້າຜູ້ຍິງຄົນໃດມີເລືອດໄຫຼອອກມາຫຼາຍມື້+ ທັງໆທີ່ບໍ່ແມ່ນຍາມເປັນປະຈຳເດືອນ+ ຫຼືຖ້າລາວມີເລືອດໄຫຼດົນກວ່າຍາມເປັນປະຈຳເດືອນ ກໍຈະຖືວ່າລາວບໍ່ສະອາດຕະຫຼອດໄລຍະທີ່ມີເລືອດໄຫຼນັ້ນ ຄືກັບທີ່ຖືວ່າລາວບໍ່ສະອາດໃນໄລຍະເປັນປະຈຳເດືອນ. 26 ໃນໄລຍະທີ່ລາວມີເລືອດໄຫຼຢູ່ນັ້ນ ຖ້າລາວໄປນອນຢູ່ບ່ອນໃດ ກໍຈະຖືວ່າບ່ອນນັ້ນບໍ່ສະອາດ ຄືກັບທີ່ຖືວ່າບ່ອນນັ້ນບໍ່ສະອາດໃນໄລຍະທີ່ລາວເປັນປະຈຳເດືອນ+ ແລະຖ້າລາວໄປນັ່ງຢູ່ເທິງສິ່ງໃດ ກໍຈະຖືວ່າສິ່ງນັ້ນບໍ່ສະອາດ ຄືກັບທີ່ຖືວ່າສິ່ງນັ້ນບໍ່ສະອາດໃນໄລຍະທີ່ລາວເປັນປະຈຳເດືອນ. 27 ຖ້າຜູ້ໃດໄປຖືກຫຼືໄປບາຍສິ່ງເຫຼົ່ານັ້ນ ກໍຈະຖືວ່າຜູ້ນັ້ນບໍ່ສະອາດ ຜູ້ນັ້ນຈະຕ້ອງຊັກເຄື່ອງນຸ່ງຂອງໂຕເອງແລະອາບນ້ຳ ແລ້ວຈະຖືວ່າລາວບໍ່ສະອາດຈົນຮອດຄ່ຳ.+
28 ຖ້າເລືອດຂອງຜູ້ຍິງຄົນນັ້ນເຊົາໄຫຼແລ້ວ ຫຼັງຈາກນັ້ນ 7 ມື້ຈຶ່ງຈະຖືວ່າລາວສະອາດ.+ 29 ໃນມື້ທີ 8 ລາວຕ້ອງເອົານົກເຂົາ 2 ໂຕຫຼືນົກກາງແກ 2 ໂຕ+ມາໃຫ້ປະໂລຫິດຢູ່ທາງເຂົ້າເຕັ້ນສັກສິດ.+ 30 ປະໂລຫິດຈະເອົານົກໂຕໜຶ່ງເປັນເຄື່ອງບູຊາໄຖ່ບາບ ແລະເອົານົກອີກໂຕໜຶ່ງເປັນເຄື່ອງບູຊາເຜົາ. ແລ້ວລາວຈະໄຖ່ຄວາມຜິດໃຫ້ຜູ້ຍິງຄົນນັ້ນຕໍ່ໜ້າພະເຢໂຫວາ ຍ້ອນຜູ້ຍິງຄົນນັ້ນມີເລືອດໄຫຼອອກມາແລະບໍ່ສະອາດ.+
31 ພວກເຈົ້າຕ້ອງແຍກພວກອິດສະຣາເອນໄວ້ຕ່າງຫາກຈາກສິ່ງທີ່ບໍ່ສະອາດ ເພື່ອເຂົາເຈົ້າຈະບໍ່ຕາຍຍ້ອນເຮັດໃຫ້ເຕັ້ນສັກສິດຂອງເຮົາທີ່ຢູ່ນຳເຂົາເຈົ້າບໍ່ສະອາດ.+
32 ນີ້ແມ່ນກົດໝາຍກ່ຽວກັບຜູ້ຊາຍທີ່ເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼອອກມາ ຜູ້ຊາຍທີ່ບໍ່ສະອາດຍ້ອນມີນ້ຳອະສຸຈິໄຫຼອອກມາ+ 33 ຜູ້ຍິງທີ່ບໍ່ສະອາດໃນໄລຍະເປັນປະຈຳເດືອນ+ ຜູ້ຊາຍທີ່ມີນ້ຳເມືອກໄຫຼອອກມາ+ ຫຼືຜູ້ຍິງທີ່ມີເລືອດໄຫຼອອກມາ ແລະຜູ້ຊາຍທີ່ນອນນຳຜູ້ຍິງທີ່ຖືວ່າບໍ່ສະອາດ.’”