ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 25
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ພະ​ເຢໂຫວາ​ມີ​ຄະດີ​ກັບ​ຊາດ​ຕ່າງ​ໆ (1-38)

        • ຊາດ​ຕ່າງ​ໆ​ຈະ​ຮັບ​ໃຊ້​ບາບີໂລນ 70 ປີ (11)

        • ຈອກ​ເຫຼົ້າແວງ​ຂອງ​ຄວາມ​ໃຈ​ຮ້າຍ​ຈາກ​ພະເຈົ້າ (15)

        • ຄວາມ​ຈິບຫາຍ​ແພ່​ກະຈາຍ​ຈາກ​ຊາດ​ໜຶ່ງ​ໄປ​ອີກ​ຊາດ​ໜຶ່ງ (32)

        • ຄົນ​ທີ່​ຖືກ​ພະ​ເຢໂຫວາ​ຂ້າ (33)

ເຢເຣມີຢາ 25:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 24:1; ຢຣມ 36:1; 46:2; ດນອ 1:1

ເຢເຣມີຢາ 25:2

ໄຂເງື່ອນ

  • *

    ຫຼື “ເວົ້າ​ກັບ”

ເຢເຣມີຢາ 25:3

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕື່ນ​ແຕ່​ເຊົ້າ​ແລະ​ເວົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:2
  • +ຢຣມ 7:13; 13:10

ເຢເຣມີຢາ 25:4

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຕື່ນ​ແຕ່​ເຊົ້າ​ແລະ​ສົ່ງ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 29:19

ເຢເຣມີຢາ 25:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 17:13; ອຊຢ 55:7; ຢຣມ 18:11; 35:15; ອຊກ 18:30; 33:11

ເຢເຣມີຢາ 25:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 32:21; ນຮຢ 9:26

ເຢເຣມີຢາ 25:9

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຜິວ​ປາກ​ໃສ່.” ການ​ເຮັດ​ແບບ​ນີ້​ໝາຍເຖິງ​ອາການ​ຕົກໃຈ​ຫຼື​ເປັນ​ການ​ດູຖູກ.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 26:25; ອຊຢ 5:26; ຢຣມ 1:15
  • +ຢຣມ 27:6; 43:10
  • +ພບຍ 28:49, 50; ຢຣມ 5:15; ອຊກ 7:24
  • +ອຊກ 26:7; 29:19; ຮບກ 1:6

ເຢເຣມີຢາ 25:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 24:7; ອຊກ 26:13
  • +ຢຣມ 7:34

ເຢເຣມີຢາ 25:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:20, 21; ດນອ 9:2; ຊຄຢ 1:12; 7:5

ເຢເຣມີຢາ 25:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 30:3; ອຊຣ 1:1, 2; ຢຣມ 29:10
  • +ອຊຢ 47:1; ຢຣມ 51:1; ດນອ 5:26, 30
  • +ອຊຢ 13:1, 19; 14:4, 23

ເຢເຣມີຢາ 25:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 50:9; 51:27
  • +ອຊຢ 14:2; ຮບກ 2:8
  • +ພສ 137:8; ຢຣມ 50:29; 51:6, 24; ພນມ 18:6

ເຢເຣມີຢາ 25:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:7; ສສ 4:21; ອຊກ 23:32-34; ນຮ 3:7, 11

ເຢເຣມີຢາ 25:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 1:10

ເຢເຣມີຢາ 25:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 51:17
  • +ຢຣມ 24:9

ເຢເຣມີຢາ 25:19

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ຟາໂຣ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 46:2

ເຢເຣມີຢາ 25:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 47:1
  • +ຢຣມ 47:5

ເຢເຣມີຢາ 25:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:17; ສສ 4:21
  • +ຢຣມ 48:1
  • +ຢຣມ 49:1

ເຢເຣມີຢາ 25:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 27:2, 3; 47:4

ເຢເຣມີຢາ 25:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:8
  • +ຢຣມ 9:25, 26; 49:32

ເຢເຣມີຢາ 25:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:31, 32

ເຢເຣມີຢາ 25:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 49:34
  • +ຢຣມ 51:11

ເຢເຣມີຢາ 25:26

ໄຂເງື່ອນ

  • *

    ເບິ່ງ​ຄື​ວ່າ​ຄຳ​ນີ້​ເປັນ​ລະຫັດ​ລັບ​ທີ່​ໝາຍເຖິງ​ບາບີໂລນ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 51:41

ເຢເຣມີຢາ 25:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 63:6; ຮບກ 2:16

ເຢເຣມີຢາ 25:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 9:7; ຢຣມ 7:12, 14; ດນອ 9:18; ຮຊອ 12:2; ມກ 6:2
  • +ຢຣມ 49:12; ອບດ 16

ເຢເຣມີຢາ 25:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢອ 3:2

ເຢເຣມີຢາ 25:32

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 34:2, 3; ຢຣມ 25:17
  • +ຊຟຢ 3:8

ເຢເຣມີຢາ 25:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຊອ 5:14

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 25:12ກສ 24:1; ຢຣມ 36:1; 46:2; ດນອ 1:1
ຢຣມ. 25:3ຢຣມ 1:2
ຢຣມ. 25:3ຢຣມ 7:13; 13:10
ຢຣມ. 25:4ຢຣມ 29:19
ຢຣມ. 25:52ກສ 17:13; ອຊຢ 55:7; ຢຣມ 18:11; 35:15; ອຊກ 18:30; 33:11
ຢຣມ. 25:7ພບຍ 32:21; ນຮຢ 9:26
ຢຣມ. 25:9ລລວ 26:25; ອຊຢ 5:26; ຢຣມ 1:15
ຢຣມ. 25:9ຢຣມ 27:6; 43:10
ຢຣມ. 25:9ພບຍ 28:49, 50; ຢຣມ 5:15; ອຊກ 7:24
ຢຣມ. 25:9ອຊກ 26:7; 29:19; ຮບກ 1:6
ຢຣມ. 25:10ອຊຢ 24:7; ອຊກ 26:13
ຢຣມ. 25:10ຢຣມ 7:34
ຢຣມ. 25:112ຂຄ 36:20, 21; ດນອ 9:2; ຊຄຢ 1:12; 7:5
ຢຣມ. 25:12ພບຍ 30:3; ອຊຣ 1:1, 2; ຢຣມ 29:10
ຢຣມ. 25:12ອຊຢ 47:1; ຢຣມ 51:1; ດນອ 5:26, 30
ຢຣມ. 25:12ອຊຢ 13:1, 19; 14:4, 23
ຢຣມ. 25:14ຢຣມ 50:9; 51:27
ຢຣມ. 25:14ອຊຢ 14:2; ຮບກ 2:8
ຢຣມ. 25:14ພສ 137:8; ຢຣມ 50:29; 51:6, 24; ພນມ 18:6
ຢຣມ. 25:16ຢຣມ 51:7; ສສ 4:21; ອຊກ 23:32-34; ນຮ 3:7, 11
ຢຣມ. 25:17ຢຣມ 1:10
ຢຣມ. 25:18ອຊຢ 51:17
ຢຣມ. 25:18ຢຣມ 24:9
ຢຣມ. 25:19ຢຣມ 46:2
ຢຣມ. 25:20ຢຣມ 47:1
ຢຣມ. 25:20ຢຣມ 47:5
ຢຣມ. 25:21ຢຣມ 49:17; ສສ 4:21
ຢຣມ. 25:21ຢຣມ 48:1
ຢຣມ. 25:21ຢຣມ 49:1
ຢຣມ. 25:22ຢຣມ 27:2, 3; 47:4
ຢຣມ. 25:23ຢຣມ 49:8
ຢຣມ. 25:23ຢຣມ 9:25, 26; 49:32
ຢຣມ. 25:24ຢຣມ 49:31, 32
ຢຣມ. 25:25ຢຣມ 49:34
ຢຣມ. 25:25ຢຣມ 51:11
ຢຣມ. 25:26ຢຣມ 51:41
ຢຣມ. 25:27ອຊຢ 63:6; ຮບກ 2:16
ຢຣມ. 25:291ກສ 9:7; ຢຣມ 7:12, 14; ດນອ 9:18; ຮຊອ 12:2; ມກ 6:2
ຢຣມ. 25:29ຢຣມ 49:12; ອບດ 16
ຢຣມ. 25:31ຢອ 3:2
ຢຣມ. 25:32ອຊຢ 34:2, 3; ຢຣມ 25:17
ຢຣມ. 25:32ຊຟຢ 3:8
ຢຣມ. 25:38ຮຊອ 5:14
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 25:1-38

ເຢເຣມີຢາ

25 ນີ້​ແມ່ນ​ຄຳ​ເວົ້າ​ທີ່​ພະເຈົ້າ​ເວົ້າ​ກັບ​ເຢເຣມີຢາ​ກ່ຽວ​ກັບ​ຄົນ​ຢູດາ​ໃນ​ປີ​ທີ 4 ທີ່​ກະສັດ​ເຢໂຮຢາກີມ+​ລູກ​ຊາຍ​ຂອງ​ໂຢ​ສີ​ຢາ​ປົກຄອງ​ຢູດາ ເຊິ່ງ​ເປັນ​ປີ​ທີ 1 ທີ່​ກະສັດ​ເນບູກາດເນັດຊາ*​ປົກຄອງ​ບາບີໂລນ. 2 ນີ້​ແມ່ນ​ສິ່ງ​ທີ່​ຜູ້​ພະຍາກອນ​ເຢເຣມີຢາ​ເວົ້າ​ກ່ຽວ​ກັບ*​ຄົນ​ຢູດາ​ແລະ​ຄົນ​ທີ່​ຢູ່​ໃນ​ເມືອງ​ເຢຣູຊາເລັມ​ທັງໝົດ. ລາວ​ເວົ້າ​ວ່າ:

3 “ຕັ້ງແຕ່​ປີ​ທີ 13 ທີ່​ກະສັດ​ໂຢ​ສີ​ຢາ+​ລູກ​ຊາຍ​ຂອງ​ອາໂມນ​ປົກຄອງ​ຢູດາ​ຈົນ​ຮອດ​ທຸກ​ມື້​ນີ້​ກໍ​ໄດ້ 23 ປີ​ແລ້ວ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຂ້ອຍ​ຕະຫຼອດ ແລະ​ຂ້ອຍ​ກໍ​ເວົ້າ​ກັບ​ພວກ​ເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ* ແຕ່​ພວກ​ເຈົ້າ​ກໍ​ບໍ່​ຍອມ​ຟັງ.+ 4 ພະ​ເຢໂຫວາ​ໄດ້​ສົ່ງ​ພວກ​ຜູ້​ພະຍາກອນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເພິ່ນ​ມາ​ຫາ​ພວກ​ເຈົ້າ​ຫຼາຍ​ເທື່ອ​ແລ້ວ* ແຕ່​ພວກ​ເຈົ້າ​ກໍ​ບໍ່​ສົນໃຈ​ແລະ​ບໍ່​ຍອມ​ຟັງ​ເລີຍ.+ 5 ພວກ​ຜູ້​ພະຍາກອນ​ບອກ​ພວກ​ເຈົ້າ​ວ່າ ‘ຂໍ​ໃຫ້​ພວກ​ເຈົ້າ​ກັບໃຈ​ແລະ​ເຊົາ​ເຮັດ​ຊົ່ວ+​ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຢູ່​ດີ​ມີ​ແຮງ​ແລະ​ໄດ້​ເຂົ້າ​ໄປ​ໃນ​ແຜ່ນດິນ​ທີ່​ພະ​ເຢໂຫວາ​ເອົາ​ໃຫ້​ພວກ​ເຈົ້າ​ແລະ​ປູ່ຍ່າຕານາຍ​ຂອງ​ພວກ​ເຈົ້າ​ຕັ້ງແຕ່​ດົນ​ນານ​ມາ​ແລ້ວ. 6 ຢ່າ​ໄປ​ຕິດຕາມ ຮັບ​ໃຊ້ ຫຼື​ກົ້ມ​ກາບ​ພະເຈົ້າ​ອື່ນ ແລະ​ຢ່າ​ເຮັດ​ໃຫ້​ເພິ່ນ​ບໍ່​ພໍໃຈ​ໂດຍ​ເຮັດ​ຮູບ​ບູຊາ​ຂຶ້ນ​ມາ. ຄັນ​ບໍ່​ຊັ້ນ ເພິ່ນ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ຈິບຫາຍ.’

7 ພະ​ເຢໂຫວາ​ເວົ້າ​ວ່າ ‘ແຕ່​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ​ແລະ​ເຮັດ​ໃຫ້​ເຮົາ​ບໍ່​ພໍໃຈ​ໂດຍ​ເຮັດ​ຮູບ​ບູຊາ​ຂຶ້ນ​ມາ​ຈົນ​ເຮັດ​ໃຫ້​ໂຕເອງ​ເຈິ​ຄວາມ​ຈິບຫາຍ.’+

8 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ຈຶ່ງ​ເວົ້າ​ວ່າ ‘“ຍ້ອນ​ພວກ​ເຈົ້າ​ບໍ່​ເຊື່ອຟັງ​ເຮົາ” 9 ພະ​ເຢໂຫວາ​ບອກ​ວ່າ “ເຮົາ​ຈະ​ເອີ້ນ​ທຸກ​ຄອບຄົວ​ຂອງ​ປະເທດ​ຕ່າງ​ໆ​ທີ່​ຢູ່​ທາງ​ເໜືອ+​ແລະ​ເອີ້ນ​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ທີ່​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ມາ.+ ເຮົາ​ຈະ​ໃຫ້​ເຂົາ​ເຈົ້າ​ມາ​ຕໍ່ສູ້​ແຜ່ນດິນ​ນີ້+ ຄົນ​ທີ່​ຢູ່​ແຜ່ນດິນ​ນີ້ ແລະ​ຊາດ​ຕ່າງ​ໆ​ທີ່​ຢູ່​ອ້ອມ​ຂ້າງ​ແຜ່ນດິນ​ນີ້.+ ເຮົາ​ຈະ​ທຳລາຍ​ພວກ​ເຈົ້າ​ແລະ​ຊາດ​ເຫຼົ່າ​ນີ້. ຜູ້​ຄົນ​ຈະ​ຕົກ​ໃຈ​ແລະ​ເຍາະເຍີ້ຍ*​ເມື່ອ​ເຫັນ​ພວກ​ເຈົ້າ ແລະ​ແຜ່ນດິນ​ນີ້​ຈະ​ກາຍ​ເປັນ​ຊາກ​ຫັກ​ພັງ​ຕະຫຼອດ​ໄປ. 10 ເຮົາ​ຈະ​ເຮັດ​ໃຫ້​ສຽງ​ຂອງ​ຄວາມ​ຍິນດີ​ແລະ​ຄວາມ​ສຸກ+ ສຽງ​ຂອງ​ເຈົ້າ​ບ່າວ​ແລະ​ເຈົ້າ​ສາວ+ ແລະ​ສຽງ​ບົດ​ແປ້ງ​ບໍ່​ມີ​ອີກ​ຕໍ່​ໄປ. ແສງ​ຈາກ​ຕະກຽງ​ກໍ​ຈະ​ບໍ່​ມີ​ຄື​ກັນ. 11 ແຜ່ນດິນ​ທັງໝົດ​ນີ້​ຈະ​ກາຍ​ເປັນ​ຊາກຫັກພັງ​ແລະ​ກາຍ​ເປັນ​ບ່ອນ​ທີ່​ເປັນ​ຕາ​ຢ້ານ ແລະ​ຊາດ​ເຫຼົ່າ​ນີ້​ຈະ​ຕ້ອງ​ຮັບ​ໃຊ້​ກະສັດ​ບາບີໂລນ 70 ປີ.”’+

12 ພະ​ເຢໂຫວາ​ເວົ້າ​ວ່າ ‘ແຕ່​ເມື່ອ​ຄົບ 70 ປີ​ແລ້ວ+ ເຮົາ​ຈະ​ລົງໂທດ​ກະສັດ​ບາບີໂລນ​ແລະ​ຊາດ​ຂອງ​ລາວ​ສຳລັບ​ຄວາມ​ຜິດ​ຂອງ​ເຂົາ​ເຈົ້າ+ ແລະ​ເຮົາ​ຈະ​ເຮັດ​ໃຫ້​ແຜ່ນດິນ​ຂອງ​ພວກ​ການເດອາ​ຮ້າງ​ເປົ່າ​ຕະຫຼອດ​ໄປ.+ 13 ເຮົາ​ຈະ​ເຮັດ​ໃຫ້​ຊາດ​ນັ້ນ​ເຈິ​ຄວາມ​ຈິບຫາຍ​ທຸກ​ຢ່າງ​ທີ່​ເຮົາ​ເຄີຍ​ເວົ້າ​ໄວ້​ກ່ຽວ​ກັບ​ຊາດ​ນັ້ນ ລວມ​ທັງ​ຄວາມ​ຈິບຫາຍ​ທີ່​ເຢເຣມີຢາ​ໄດ້​ພະຍາກອນ​ແລະ​ຂຽນ​ໄວ້​ໃນ​ປຶ້ມ​ນີ້​ກ່ຽວ​ກັບ​ຊາດ​ຕ່າງ​ໆ​. 14 ຊາດ​ຕ່າງ​ໆ​ແລະ​ພວກ​ກະສັດ​ທີ່​ຍິ່ງໃຫຍ່+​ຈະ​ບັງຄັບ​ເຂົາ​ເຈົ້າ​ໃຫ້​ເປັນ​ທາດ+​ແລະ​ເຮົາ​ຈະ​ລົງໂທດ​ເຂົາ​ເຈົ້າ​ຕາມ​ສິ່ງ​ທີ່​ເຂົາ​ເຈົ້າ​ເຮັດ.’”+

15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ເວົ້າ​ກັບ​ຂ້ອຍ​ວ່າ: “ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ຊາດ​ຕ່າງ​ໆ​. ໃຫ້​ເຈົ້າ​ເອົາ​ຈອກ​ເຫຼົ້າແວງ​ຂອງ​ຄວາມ​ໃຈ​ຮ້າຍ​ຈາກ​ມື​ຂອງ​ເຮົາ​ໄປ​ໃຫ້​ເຂົາ​ເຈົ້າ​ກິນ. 16 ເຂົາ​ເຈົ້າ​ຈະ​ກິນ​ເຫຼົ້າແວງ ຍ່າງ​ເຊ​ໄປ​ເຊມາ ແລະ​ເຮັດ​ຄື​ກັບ​ຄົນ​ຜີ​ບ້າ​ເມື່ອ​ເຮົາ​ສົ່ງ​ສັດຕູ​ໄປ​ເຮັດ​ສົງຄາມ​ກັບ​ເຂົາ​ເຈົ້າ.”+

17 ຂ້ອຍ​ຈຶ່ງ​ໄປ​ຫາ​ທຸກ​ຊາດ​ທີ່​ພະ​ເຢໂຫວາ​ສົ່ງ​ຂ້ອຍ​ໄປ ແລ້ວ​ເອົາ​ຈອກ​ນັ້ນ​ຈາກ​ມື​ຂອງ​ພະ​ເຢໂຫວາ​ໃຫ້​ເຂົາ​ເຈົ້າ​ກິນ.+ 18 ເລີ່ມ​ຈາກ​ເມືອງ​ເຢຣູຊາເລັມ​ແລະ​ເມືອງ​ຕ່າງ​ໆ​ຂອງ​ຢູດາ+ ພວກ​ກະສັດ​ແລະ​ພວກ​ເຈົ້າ​ນາຍ​ຂອງ​ເມືອງ​ເຫຼົ່າ​ນັ້ນ ເພື່ອ​ຈະ​ທຳລາຍ​ເຂົາ​ເຈົ້າ​ແລະ​ເຮັດ​ໃຫ້​ຄົນ​ອື່ນ​ທີ່​ເຫັນ​ເຂົາ​ເຈົ້າ​ຢ້ານ ເຍາະເຍີ້ຍ ແລະ​ສາບແຊ່ງ+​ເຂົາ​ເຈົ້າ​ຄື​ກັບ​ທີ່​ເປັນ​ຢູ່​ໃນ​ທຸກ​ມື້​ນີ້. 19 ແລ້ວ​ກໍ​ເອົາ​ໄປ​ໃຫ້​ກະສັດ​ຂອງ​ເອຢິບ* ພວກ​ຄົນ​ຮັບ​ໃຊ້​ຂອງ​ລາວ ພວກ​ເຈົ້າ​ນາຍ​ຂອງ​ລາວ ປະຊາຊົນ​ທັງໝົດ​ຂອງ​ລາວ+ 20 ຄົນ​ຕ່າງ​ຊາດ​ທັງໝົດ​ທີ່​ຢູ່​ໃນ​ເອຢິບ ກະສັດ​ທັງໝົດ​ຂອງ​ແຜ່ນດິນ​ອູເຊ ກະສັດ​ທັງໝົດ​ຂອງ​ແຜ່ນດິນ​ຟີລິດສະຕີນ+ ອາຊະກາໂລນ+ ຄາຊາ ເອັກໂຣນ ຄົນ​ອາຊະໂດດ​ທີ່​ຍັງ​ເຫຼືອ​ຢູ່ 21 ຄົນ​ເອໂດມ+ ຄົນ​ໂມອາບ+ ຄົນ​ອຳໂມນ+ 22 ກະສັດ​ທັງໝົດ​ຂອງ​ຕີເຣ ກະສັດ​ທັງໝົດ​ຂອງ​ຊີໂດນ+ ກະສັດ​ທັງໝົດ​ຂອງ​ເກາະ​ທີ່​ຢູ່​ໃນ​ທະເລ 23 ເດດານ+ ເຕມາ ບູເຊ ທຸກ​ຄົນ​ທີ່​ໄດ້​ແຖ​ຜົມ​ຂ້າງ​ຫູ​ອອກ+ 24 ກະສັດ​ທັງໝົດ​ຂອງ​ຄົນ​ອາຣັບ+ ກະສັດ​ທັງໝົດ​ຂອງ​ຄົນ​ຕ່າງ​ຊາດ​ທີ່​ຢູ່​ໃນ​ບ່ອນ​ກັນດານ 25 ກະສັດ​ທັງໝົດ​ຂອງ​ຊິມຣີ ກະສັດ​ທັງໝົດ​ຂອງ​ເອລາມ+ ກະສັດ​ທັງໝົດ​ຂອງ​ເມເດຍ+ 26 ແລະ​ກະສັດ​ທັງໝົດ​ຈາກ​ທາງ​ເໜືອ​ທີ່​ຢູ່​ໃກ້​ແລະ​ໄກ. ຂ້ອຍ​ເອົາ​ຈອກ​ນັ້ນ​ໄປ​ໃຫ້​ກະສັດ​ເທື່ອ​ລະ​ອົງ​ແລະ​ເອົາ​ໄປ​ໃຫ້​ປະເທດ​ອື່ນ​ໆ​ທັງໝົດ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ. ກະສັດ​ຂອງ​ເຊ​ຊັກ*+​ກໍ​ຈະ​ກິນ​ຈາກ​ຈອກ​ນັ້ນ​ຄື​ກັນ.

27 “ເຈົ້າ​ຕ້ອງ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ “ໃຫ້​ກິນ​ຈົນ​ເມົາ ກິນ​ຈົນ​ຮາກ​ແລະ​ລົ້ມ​ລົງ​ຈົນ​ລຸກ​ຂຶ້ນ​ບໍ່​ໄດ້​ອີກ+ ຍ້ອນ​ເຮົາ​ຈະ​ສົ່ງ​ສັດຕູ​ໄປ​ເຮັດ​ສົງຄາມ​ກັບ​ພວກ​ເຈົ້າ.”’ 28 ຖ້າ​ເຂົາ​ເຈົ້າ​ບໍ່​ຍອມ​ເອົາ​ຈອກ​ຈາກ​ມື​ຂອງ​ເຈົ້າ​ໄປ​ກິນ ໃຫ້​ເຈົ້າ​ບອກ​ເຂົາ​ເຈົ້າ​ວ່າ ‘ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ “ເຈົ້າ​ຕ້ອງ​ກິນ! 29 ຖ້າ​ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ​ເຈິ​ຄວາມ​ຈິບຫາຍ+ ເຈົ້າ​ຄິດ​ວ່າ​ເຈົ້າ​ຊິ​ລອດ​ບໍ?”+

ເຈົ້າ​ຈະ​ຖືກ​ລົງໂທດ​ແນ່ນອນ ຍ້ອນ​ເຮົາ​ກຳລັງ​ສົ່ງ​ສັດຕູ​ໄປ​ເຮັດ​ສົງຄາມ​ກັບ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ.’ ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ເວົ້າ​ໄວ້​ແນວ​ນີ້.

30 ເຈົ້າ​ຕ້ອງ​ພະຍາກອນ​ເລື່ອງ​ທັງໝົດ​ນີ້​ໃຫ້​ເຂົາ​ເຈົ້າ​ຟັງ​ແລະ​ບອກ​ເຂົາ​ເຈົ້າ​ວ່າ

‘ພະ​ເຢໂຫວາ​ຜູ້​ທີ່​ຢູ່​ບ່ອນ​ສູງ​ຈະ​ແຜດ​ສຽງ​ຮ້ອງ.

ເພິ່ນ​ຈະ​ເຮັດ​ໃຫ້​ຄົນ​ໄດ້​ຍິນ​ສຽງ​ຂອງ​ເພິ່ນ​ຈາກ​ບ່ອນ​ບໍລິສຸດ​ຂອງ​ເພິ່ນ.

ເພິ່ນ​ຈະ​ແຜດ​ສຽງ​ດັງ​ໆ​ໃສ່​ບ່ອນ​ຢູ່​ຂອງ​ເພິ່ນ​ທີ່​ຢູ່​ເທິງ​ໂລກ.

ເພິ່ນ​ຈະ​ຮ້ອງ​ດ້ວຍ​ຄວາມ​ດີໃຈ​ຄື​ກັບ​ຄົນ​ທີ່​ຢຽບ​ໝາກ​ລະແຊັງ​ຢູ່​ໃນ​ອ່າງ.

ເພິ່ນ​ຈະ​ຮ້ອງ​ເພງ​ແຫ່ງ​ໄຊ​ຊະນະ​ໃສ່​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້.’

31 ພະ​ເຢໂຫວາ​ເວົ້າ​ວ່າ ‘ສຽງ​ຈະ​ດັງ​ກ້ອງ​ໄປ​ຈົນ​ສຸດ​ຂອບ​ໂລກ

ຍ້ອນ​ພະ​ເຢໂຫວາ​ມີ​ຄະດີ​ກັບ​ຊາດ​ຕ່າງ​ໆ​.

ເພິ່ນ​ຈະ​ຕັດສິນ​ມະນຸດ​ທຸກ​ຄົນ​ດ້ວຍ​ໂຕ​ເພິ່ນ​ເອງ+

ແລະ​ເພິ່ນ​ຈະ​ເຮັດ​ໃຫ້​ຄົນ​ຊົ່ວ​ຖືກ​ຂ້າ​ຕາຍ​ດ້ວຍ​ດາບ.’

32 ພະ​ເຢໂຫວາ​ຜູ້ບັນຊາການ​ກອງທັບ​ບອກ​ວ່າ

‘ເບິ່ງ​ແມ້! ຄວາມ​ຈິບຫາຍ​ກຳລັງ​ແພ່​ກະຈາຍ​ຈາກ​ຊາດ​ໜຶ່ງ​ໄປ​ອີກ​ຊາດ​ໜຶ່ງ+

ແລະ​ພາຍຸ​ໃຫຍ່​ຈະ​ຖືກ​ປ່ອຍ​ມາ​ຈາກ​ບ່ອນ​ທີ່​ຢູ່​ໄກ​ໆ​ຂອງ​ໂລກ.+

33 ຄົນ​ທີ່​ຖືກ​ພະ​ເຢໂຫວາ​ຂ້າ​ໃນ​ມື້​ນັ້ນ​ຈະ​ມີ​ຕັ້ງແຕ່​ສຸດ​ຂອບ​ໂລກ​ຟາກ​ນີ້​ໄປ​ຈົນ​ຮອດ​ສຸດ​ຂອບ​ໂລກ​ຟາກ​ນັ້ນ. ຈະ​ບໍ່​ມີ​ໃຜ​ໄວ້ທຸກ​ໃຫ້​ເຂົາ​ເຈົ້າ​ແລະ​ຈະ​ບໍ່​ມີ​ໃຜ​ເອົາ​ສົບ​ເຂົາ​ເຈົ້າ​ໄປ​ຝັງ. ສົບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ຄື​ກັບ​ຂີ້​ສັດ​ຢູ່​ດິນ.’

34 ພວກ​ເຈົ້າ​ທີ່​ເປັນ​ຄົນ​ລ້ຽງ​ແກະ​ເອີ້ຍ ໃຫ້​ຮ້ອງໄຫ້​ອອກ​ມາ​ດັງ​ໆ​ແມ້!

ພວກ​ເຈົ້າ​ທີ່​ເປັນ​ແກະ​ໂຕ​ສຳຄັນ​ໃນ​ຝູງ ໃຫ້​ນອນ​ກິ້ງ​ເກືອກ​ຢູ່​ດິນ​ແມ້!

ຍ້ອນ​ເວລາ​ທີ່​ພວກ​ເຈົ້າ​ຈະ​ຖືກ​ເຮັດ​ໃຫ້​ກະຈັດກະຈາຍ​ໄປ​ແລະ​ຖືກ​ຂ້າ​ມາ​ຮອດ​ແລ້ວ.

ພວກ​ເຈົ້າ​ເປັນ​ຄື​ກັບ​ໝໍ້​ດິນ​ລາຄາ​ແພງ​ທີ່​ຕົກ​ແຕກ!

35 ພວກ​ຜູ້​ລ້ຽງ​ແກະ​ບໍ່​ມີ​ບ່ອນ​ໜີ

ແລະ​ພວກ​ແກະ​ໂຕ​ສຳຄັນ​ໃນ​ຝູງ​ກໍ​ໜີ​ໄປ​ໃສ​ບໍ່​ໄດ້.

36 ຟັງ​ແມ້! ຟັງ​ສຽງ​ຮ້ອງ​ຂອງ​ຄົນ​ລ້ຽງ​ແກະ

ແລະ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ພວກ​ແກະ​ໂຕ​ສຳຄັນ​ໃນ​ຝູງ

ຍ້ອນ​ພະ​ເຢໂຫວາ​ໄດ້​ທຳລາຍ​ທົ່ງ​ຫຍ້າ​ຂອງ​ເຂົາ​ເຈົ້າ​ແລ້ວ.

37 ບ່ອນ​ຢູ່​ທີ່​ສະຫງົບ​ສຸກ​ກໍ​ບໍ່​ມີ​ສິ່ງ​ທີ່​ມີ​ຊີວິດ​ເຫຼືອ​ຢູ່​ເລີຍ

ຍ້ອນ​ຄວາມ​ໃຈ​ຮ້າຍ​ແຮງ​ຂອງ​ພະ​ເຢໂຫວາ.

38 ຄື​ກັບ​ໂຕ​ສິງ​ໃຈ​ຮ້າຍ​ທີ່​ອອກ​ມາ​ຈາກ​ຖ້ຳ ເພິ່ນ​ກໍ​ໄດ້​ອອກ​ມາ​ຈາກ​ບ່ອນ​ຢູ່​ຂອງ​ເພິ່ນ.+

ຜູ້​ຄົນ​ກໍ​ຮູ້ສຶກ​ຢ້ານ​ເມື່ອ​ເຫັນ​ແຜ່ນດິນ​ຂອງ​ເຂົາ​ເຈົ້າ

ຍ້ອນ​ເພິ່ນ​ໄດ້​ໃຊ້​ດາບ​ຂ້າ​ໂດຍ​ບໍ່​ອີ່ຕົນ

ແລະ​ຍ້ອນ​ເພິ່ນ​ໃຈ​ຮ້າຍ​ແຮງ.”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌