ຂ່າວດີທີ່ຂຽນໂດຍມາຣະໂກ
3 ພະເຢຊູເຂົ້າໄປໃນບ່ອນປະຊຸມຂອງຄົນຢິວອີກ. ຢູ່ຫັ້ນມີຜູ້ຊາຍມືລີບເບື້ອງໜຶ່ງ.+ 2 ບາງຄົນຖ້າຈອບຈັບຜິດວ່າພະເຢຊູຈະປົວຜູ້ຊາຍຄົນນັ້ນໃນວັນຊະບາໂຕຫຼືບໍ່ ເພື່ອຈະຫາເລື່ອງເພິ່ນ. 3 ພະເຢຊູເວົ້າກັບຜູ້ຊາຍທີ່ມືລີບວ່າ: “ລຸກຂຶ້ນ ແລະມາຢືນຢູ່ທາງໜ້າພີ້.” 4 ແລ້ວພະເຢຊູຖາມຄົນທີ່ຢູ່ຫັ້ນວ່າ: “ຕາມກົດວັນຊະບາໂຕ ຄວນເຮັດດີຫຼືເຮັດຊົ່ວ ຄວນຊ່ວຍຊີວິດຫຼືທຳລາຍຊີວິດ?”+ ແຕ່ເຂົາເຈົ້າມິດຢູ່. 5 ພະເຢຊູແນມເບິ່ງເຂົາເຈົ້າແບບໃຈຮ້າຍຍ້ອນເຂົາເຈົ້າມີໃຈແຂງກະດ້າງ+ ແລ້ວເພິ່ນບອກຜູ້ຊາຍທີ່ມືລີບວ່າ: “ຢຽດມືອອກ.” ເມື່ອລາວຢຽດມືອອກ ມືທີ່ລີບກໍດີເປັນປົກກະຕິ. 6 ເມື່ອເຫັນແບບນັ້ນ ພວກຟາຣີຊາຍກໍອອກໄປປຶກສາກັບພັກພວກຂອງເຮໂຣດທັນທີ+ເພື່ອວາງແຜນຂ້າພະເຢຊູ.
7 ແຕ່ພະເຢຊູກັບພວກລູກສິດອອກຈາກບ່ອນນັ້ນແລ້ວໄປທະເລ. ມີຄົນຫຼາຍແທ້ຫຼາຍວ່າຈາກແຂວງຄາລີເລກັບແຂວງຢູດາຍຕິດຕາມເພິ່ນໄປ.+ 8 ນອກຈາກນັ້ນຍັງມີຄົນອີກບັກຫຼາຍໆມາຫາພະເຢຊູ ຍ້ອນໄດ້ຍິນເລື່ອງຕ່າງໆທີ່ເພິ່ນເຮັດ. ເຂົາເຈົ້າມາຈາກເມືອງເຢຣູຊາເລັມ ຈາກແຂວງອີດູມາຍ ຈາກທາງທິດຕາເວັນອອກຂອງແມ່ນ້ຳຈໍແດນ ແລະຈາກແຖວເມືອງຕີເຣກັບເມືອງຊີໂດນ. 9 ພະເຢຊູບອກລູກສິດໃຫ້ກຽມເຮືອນ້ອຍໄວ້ເພື່ອບໍ່ໃຫ້ຄົນມາບຽດເພິ່ນ. 10 ຍ້ອນພະເຢຊູໄດ້ປົວຄົນເຈັບປ່ວຍຈຳນວນຫຼາຍ ຄົນທີ່ເປັນພະຍາດຮ້າຍແຮງຈຶ່ງຫຸ້ມເຂົ້າມາຫາເພິ່ນເພື່ອຈະໄດ້ບາຍໂຕເພິ່ນ.+ 11 ພວກປີສາດທຸກໂຕ+ທີ່ເຫັນພະເຢຊູຈະໝູບລົງຕໍ່ໜ້າເພິ່ນແລ້ວຮ້ອງວ່າ: “ທ່ານເປັນລູກຂອງພະເຈົ້າ.”+ 12 ແຕ່ພະເຢຊູສັ່ງພວກມັນຫຼາຍເທື່ອຢ່າງໜັກແໜ້ນວ່າບໍ່ໃຫ້ບອກຄົນອື່ນວ່າເພິ່ນແມ່ນໃຜ.+
13 ພະເຢຊູຂຶ້ນໄປເທິງພູ ແລ້ວເອີ້ນລູກສິດບາງຄົນໃຫ້ມາຫາ+ ແລະເຂົາເຈົ້າກໍມາຫາເພິ່ນ.+ 14 ແລ້ວເພິ່ນໄດ້ເລືອກເອົາ* 12 ຄົນແລະເອີ້ນເຂົາເຈົ້າວ່າອັກຄະສາວົກ.* ເຂົາເຈົ້າຈະໄປກັບເພິ່ນທຸກໆບ່ອນ ແລະເພິ່ນຈະສົ່ງເຂົາເຈົ້າອອກໄປປະກາດ 15 ແລະໃຫ້ເຂົາເຈົ້າມີອຳນາດໄລ່ພວກປີສາດອອກໄດ້.+
16 ອັກຄະສາວົກ 12 ຄົນ+ທີ່ພະເຢຊູເລືອກມີ: ຊີໂມນທີ່ເພິ່ນຕັ້ງຊື່ໃຫ້ອີກຊື່ໜຶ່ງວ່າເປໂຕ+ 17 ຢາໂກໂບກັບໂຢຮັນ ສອງຄົນນີ້ເປັນລູກຊາຍຂອງເຊເບດາຍ (ພະເຢຊູຕັ້ງຊື່ໃຫ້ 2 ຄົນນີ້ນຳວ່າ ໂບອະເນເຄທີ່ແປວ່າ “ລູກຟ້າຮ້ອງ”)+ 18 ອັນເດອາ ຟີລິບ ບາຣະໂທໂລມາຍ ມັດທາຍ ໂທມາ ຢາໂກໂບລູກຊາຍຂອງອາລະຟາຍ ທາດາຍ ຊີໂມນຄົນກະຕືລືລົ້ນ 19 ແລະຢູດາອິສະກາຣີອົດທີ່ຕໍ່ມາໄດ້ທໍລະຍົດພະເຢຊູ.
ຈາກນັ້ນ ພະເຢຊູກໍເຂົ້າໄປໃນເຮືອນຫຼັງໜຶ່ງ. 20 ປະຊາຊົນຈຶ່ງພາກັນຫຸ້ມມາຫາເພິ່ນອີກ ຈົນເພິ່ນກັບພວກລູກສິດຮອດບໍ່ມີເວລາຈະກິນເຂົ້າ. 21 ແຕ່ເມື່ອຄົນໃນຄອບຄົວຂອງພະເຢຊູໄດ້ຍິນຂ່າວຈຶ່ງພາກັນມາເພື່ອຈະເອົາເພິ່ນກັບໄປ. ເຂົາເຈົ້າເວົ້າວ່າ: “ເພິ່ນເປັນບ້າແລ້ວ.”+ 22 ພວກຄູສອນສາສະໜາທີ່ມາຈາກເມືອງເຢຣູຊາເລັມກໍເວົ້າຄືກັນວ່າ: “ຜູ້ນີ້ຖືກເບເອນເຊບູນ*ເຂົ້າສິງ. ລາວໄລ່ພວກປີສາດອອກໄດ້ຍ້ອນໄດ້ອຳນາດຈາກຫົວໜ້າພວກປີສາດ.”+ 23 ພະເຢຊູຈຶ່ງເອີ້ນເຂົາເຈົ້າເຂົ້າມາ ແລ້ວຍົກຕົວຢ່າງປຽບທຽບໃຫ້ຟັງວ່າ: “ຊາຕານຈະໄລ່ຊາຕານໄດ້ແນວໃດ? 24 ຖ້າປະເທດໃດແຕກແຍກກັນ ປະເທດນັ້ນກໍຈະຫຼົ້ມຈົມ.+ 25 ຖ້າຄອບຄົວໃດແຕກແຍກກັນ ຄອບຄົວນັ້ນກໍຈະຢູ່ບໍ່ລອດ. 26 ຄັນຊັ້ນ ຖ້າຊາຕານຕໍ່ສູ້ກັບໂຕເອງ ແລະພັກພວກຂອງມັນແຕກແຍກກັນ ມັນກໍຈະຢູ່ບໍ່ລອດ ແຕ່ຈະເຖິງຈຸດຈົບ. 27 ທີ່ຈິງ ຖ້າຜູ້ໃດຢາກປຸ້ນຊັບສິນໃນເຮືອນຂອງຄົນທີ່ມີແຮງຫຼາຍ ລາວຕ້ອງຈັບເຈົ້າຂອງເຮືອນມັດໄວ້ກ່ອນ ແລ້ວຈຶ່ງຈະປຸ້ນເຮືອນນັ້ນໄດ້. 28 ຂ້ອຍຈະບອກໃຫ້ຮູ້ວ່າ ຄວາມຜິດແລະການໝິ່ນປະໝາດທຸກຢ່າງທີ່ມະນຸດເຮັດນັ້ນພະເຈົ້າຍົກໂທດໃຫ້ໄດ້. 29 ແຕ່ຖ້າຜູ້ໃດເວົ້າໝິ່ນປະໝາດພະລັງບໍລິສຸດ ພະເຈົ້າຈະບໍ່ມີວັນຍົກໂທດໃຫ້ລາວເລີຍ.+ ການເຮັດແນວນັ້ນຈະເຮັດໃຫ້ລາວມີຄວາມຜິດຕະຫຼອດໄປ.”+ 30 ພະເຢຊູເວົ້າແບບນັ້ນກໍຍ້ອນພວກຄູສອນສາສະໜາບອກວ່າ: “ລາວຖືກປີສາດເຂົ້າສິງ.”+
31 ໃນເວລານັ້ນ ແມ່ກັບພວກນ້ອງຊາຍຂອງພະເຢຊູ+ມາຫາເພິ່ນ ເຂົາເຈົ້າຢືນຖ້າຢູ່ທາງນອກແລະໃຫ້ຄົນເຂົ້າໄປເອີ້ນເພິ່ນອອກມາ.+ 32 ຕອນນັ້ນ ປະຊາຊົນນັ່ງອ້ອມພະເຢຊູຢູ່ ແລະມີຄົນມາບອກເພິ່ນວ່າ: “ແມ່ກັບພວກນ້ອງຊາຍຂອງທ່ານມາຫາ ເຂົາເຈົ້າຖ້າຢູ່ທາງນອກ.”+ 33 ແຕ່ພະເຢຊູຖາມເຂົາເຈົ້າວ່າ: “ຮູ້ບໍຜູ້ໃດເປັນແມ່ຂອງຂ້ອຍ ແລະຜູ້ໃດເປັນນ້ອງຊາຍຂອງຂ້ອຍ?” 34 ແລ້ວເພິ່ນກໍແນມເບິ່ງຄົນທີ່ນັ່ງຢູ່ອ້ອມໆເພິ່ນແລະເວົ້າວ່າ: “ນີ້ເດ້ ແມ່ແລະນ້ອງຊາຍຂອງຂ້ອຍ!+ 35 ທຸກຄົນທີ່ເຮັດຕາມສິ່ງທີ່ພະເຈົ້າຕ້ອງການ ຜູ້ນັ້ນແຫຼະເປັນອ້າຍເອື້ອຍນ້ອງແລະແມ່ຂອງຂ້ອຍ.”+