ສຸພາສິດ
12 ຄົນທີ່ຮັກການສັ່ງສອນກໍຮັກຄວາມຮູ້+
ແຕ່ຄົນທີ່ຊັງການຕັກເຕືອນກໍເປັນຄົນທີ່ບໍ່ມີເຫດຜົນ.+
2 ຄົນດີຈະໄດ້ຮັບຄວາມພໍໃຈຈາກພະເຢໂຫວາ
ແຕ່ຄົນທີ່ວາງແຜນຮ້າຍຈະຖືກເພິ່ນລົງໂທດ.+
3 ຄົນທີ່ເຮັດຊົ່ວຈະບໍ່ສາມາດເຮັດໃຫ້ໂຕເອງປອດໄພໄດ້+
ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງເປັນຄືກັບຕົ້ນໄມ້ທີ່ຈະບໍ່ຖືກຫຼົກຖິ້ມ.
4 ເມຍທີ່ມີຄວາມສາມາດເປັນຄືກັບມົງກຸດຂອງຜົວ+
ແຕ່ເມຍທີ່ເຮັດສິ່ງທີ່ເປັນຕາອາຍເປັນຄືກັບພະຍາດທີ່ເຮັດໃຫ້ກະດູກຂອງຜົວຜ່ອຍ.+
5 ຄວາມຄິດຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍຍຸຕິທຳ
ແຕ່ຄຳແນະນຳຂອງຄົນຊົ່ວເຊື່ອຖືບໍ່ໄດ້.
6 ຄຳເວົ້າຂອງຄົນຊົ່ວເປັນຄືກັບກັບດັກທີ່ເຮັດໃຫ້ເຖິງຕາຍ+
ແຕ່ຄຳເວົ້າຂອງຄົນສັດຊື່ຊ່ວຍປົກປ້ອງຈາກອັນຕະລາຍ.+
7 ເມື່ອຄົນຊົ່ວຖືກທຳລາຍ ຄົນຊົ່ວກໍບໍ່ມີອີກຕໍ່ໄປ
ແຕ່ເຮືອນຂອງຄົນທີ່ເຮັດສິ່ງທີ່ຖືກຕ້ອງຈະຕັ້ງຢູ່ຢ່າງໝັ້ນຄົງ.+
9 ເປັນຄົນທຳມະດາທີ່ບໍ່ສຳຄັນແຕ່ມີຄົນຮັບໃຊ້
10 ຄົນທີ່ເຮັດສິ່ງທີ່ຖືກຕ້ອງເບິ່ງແຍງສັດລ້ຽງຂອງລາວ+
ແຕ່ຄວາມເມດຕາຂອງຄົນຊົ່ວກໍຍັງໂຫດຮ້າຍ.
11 ຄົນທີ່ປູກຝັງຈະມີອາຫານກິນຈົນພໍໃຈ+
ແຕ່ຄົນທີ່ແລ່ນນຳສິ່ງທີ່ບໍ່ມີຄ່າກໍເປັນຄົນບໍ່ຮູ້ຈັກຄິດ.
12 ຄົນຊົ່ວຢາກໄດ້ສັດທີ່ຄົນຊົ່ວອີກຜູ້ໜຶ່ງຈັບໄດ້
ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງເປັນຄືກັບຕົ້ນໄມ້ທີ່ມີຮາກແຂງແຮງແລະເກີດໝາກ.
13 ຄົນຊົ່ວຕິດກັບດັກຄຳເວົ້າຂອງໂຕເອງຍ້ອນລາວເວົ້າແນວຊົ່ວໆ+
ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍລອດພົ້ນຈາກຄວາມຍາກລຳບາກ.
14 ສິ່ງທີ່ຄົນໜຶ່ງເວົ້າ*ສາມາດເຮັດໃຫ້ເລື່ອງດີໆເກີດຂຶ້ນກັບລາວ+
ແລະສິ່ງທີ່ລາວເຮັດຈະເຮັດໃຫ້ລາວໄດ້ຮັບລາງວັນ.
17 ພະຍານທີ່ສັດຊື່ຈະເວົ້າຄວາມຈິງ
ແຕ່ພະຍານຕົວະຈະບໍ່ເວົ້າຄວາມຈິງ.
20 ການຫຼອກລວງຢູ່ໃນໃຈຂອງຄົນທີ່ວາງແຜນຮ້າຍ
22 ພະເຢໂຫວາຊັງຄົນທີ່ເວົ້າຕົວະ+
ແຕ່ເພິ່ນມັກຄົນທີ່ສັດຊື່.
23 ຄົນຮອບຄອບຈະບໍ່ເປີດເຜີຍສິ່ງທີ່ລາວຮູ້
ແຕ່ຄົນໂງ່ເວົ້າແຕ່ແນວໂງ່ໆອອກມາແບບບໍ່ຄິດ.+
26 ຄົນທີ່ເຮັດສິ່ງທີ່ຖືກຕ້ອງຊອກຫາທົ່ງຫຍ້າທີ່ດີທີ່ສຸດ
ແຕ່ຄົນຊົ່ວຍ່າງໄປຕາມໃຈແລະເຈີດອອກຈາກທາງ.
27 ຄົນຂີ້ຄ້ານບໍ່ແລ່ນໄລ່ເຫຍື່ອ+
ແຕ່ຄວາມດຸຫມັ່ນເປັນຊັບສົມບັດທີ່ມີຄ່າ.
28 ການເຮັດສິ່ງທີ່ຖືກຕ້ອງເປັນທາງທີ່ເຮັດໃຫ້ໄດ້ຊີວິດ+
ແລະຢູ່ຕາມທາງນັ້ນບໍ່ມີຄວາມຕາຍເລີຍ.