ຈົດໝາຍເຖິງຄລິດສະຕຽນໃນເມືອງໂຣມ
15 ພວກເຮົາທີ່ມີຄວາມເຊື່ອເຂັ້ມແຂງຄວນອົດທົນກັບຄົນທີ່ມີຄວາມເຊື່ອຍັງບໍ່ເຂັ້ມແຂງ+ແລະບໍ່ຄວນເຮັດຕາມໃຈໂຕເອງ.+ 2 ໃຫ້ພວກເຮົາແຕ່ລະຄົນເຮັດສິ່ງທີ່ຄົນອື່ນພໍໃຈ ແລະເຮັດສິ່ງທີ່ເປັນປະໂຫຍດຕໍ່ຜູ້ນັ້ນເພື່ອຊ່ວຍລາວໃຫ້ເຂັ້ມແຂງຂຶ້ນ.+ 3 ຂະໜາດວ່າພະຄລິດກໍບໍ່ໄດ້ເຮັດຕາມໃຈໂຕເອງ+ ແຕ່ເພິ່ນເຮັດຄືກັບທີ່ພະຄຳພີບອກໄວ້ວ່າ: “ຄຳເວົ້າຂອງຄົນທີ່ດູຖູກພະອົງກໍຕົກມາຖືກລູກຄືກັນ.”+ 4 ທຸກສິ່ງທີ່ຂຽນໄວ້ແຕ່ດົນແລ້ວໃນພະຄຳພີກໍຂຽນໄວ້ເພື່ອສອນພວກເຮົາ.+ ຍ້ອນພະຄຳພີຊ່ວຍພວກເຮົາໃຫ້ອົດທົນ+ແລະມີກຳລັງໃຈ ພວກເຮົາຈຶ່ງມີຄວາມຫວັງໄດ້.+ 5 ຂໍໃຫ້ພະເຈົ້າຊ່ວຍພວກເຈົ້າໃຫ້ອົດທົນແລະໃຫ້ມີກຳລັງໃຈແບບນັ້ນ ແລະຂໍເພິ່ນຊ່ວຍພວກເຈົ້າໃຫ້ຄິດຄືກັບພະຄລິດເຢຊູ 6 ເພື່ອພວກເຈົ້າຈະພ້ອມໃຈກັນ+ຍ້ອງຍໍສັນລະເສີນພະເຈົ້າເປັນສຽງດຽວ. ເພິ່ນເປັນພໍ່ຂອງພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາ.
7 ຂໍໃຫ້ພວກເຈົ້າຕ້ອນຮັບກັນຢ່າງອົບອຸ່ນ+ຄືກັບທີ່ພະຄລິດຕ້ອນຮັບພວກເຈົ້າ+ ເພື່ອພະເຈົ້າຈະໄດ້ຮັບການຍ້ອງຍໍສັນລະເສີນ. 8 ຂ້ອຍຂໍບອກໃຫ້ພວກເຈົ້າຮູ້ວ່າ ພະຄລິດມາເປັນຄົນຮັບໃຊ້ຂອງຄົນຢິວ*+ເພື່ອໃຫ້ເຫັນວ່າພະເຈົ້າເວົ້າຄວາມຈິງສະເໝີ ເພື່ອຢືນຢັນຄຳສັນຍາທີ່ເພິ່ນເຮັດກັບປູ່ຍ່າຕານາຍຂອງເຂົາເຈົ້າ+ 9 ແລະເພື່ອຄົນຕ່າງຊາດຈະຍ້ອງຍໍສັນລະເສີນພະເຈົ້າຍ້ອນເພິ່ນເມດຕາເຂົາເຈົ້າ.+ ພະຄຳພີບອກໄວ້ວ່າ: “ຍ້ອນແນວນີ້ ຂ້ອຍຈຶ່ງຍ້ອງຍໍສັນລະເສີນພະອົງຢ່າງເປີດເຜີຍຕໍ່ໜ້າຄົນຊາດຕ່າງໆ ແລະຂ້ອຍຈະຮ້ອງເພງສັນລະເສີນຊື່ຂອງພະອົງ.”+ 10 ພະຄຳພີຍັງບອກວ່າ: “ໃຫ້ຊາດຕ່າງໆມາດີໃຈກັບຄົນຂອງເພິ່ນເດີ້.”+ 11 ພະຄຳພີຍັງບອກອີກວ່າ: “ຊາດທັງໝົດ ໃຫ້ພວກເຈົ້າສັນລະເສີນພະເຢໂຫວາ* ແລະໃຫ້ທຸກຊາດສັນລະເສີນເພິ່ນ.”+ 12 ເອຊາຢາຍັງບອກວ່າ: “ຮາກ*ຂອງເຢຊີຈະມາ.+ ລາວຈະປົກຄອງຊາດຕ່າງໆ+ ແລະຊາດຕ່າງໆຈະຝາກຄວາມຫວັງໄວ້ກັບລາວ.”+ 13 ຂໍໃຫ້ພະເຈົ້າຜູ້ຊ່ວຍພວກເຈົ້າໃຫ້ມີຄວາມຫວັງເຮັດໃຫ້ພວກເຈົ້າມີແຕ່ຄວາມຍິນດີແລະຄວາມສະຫງົບສຸກ ຍ້ອນພວກເຈົ້າໄວ້ວາງໃຈເພິ່ນ. ຂໍໃຫ້ພວກເຈົ້າມີຄວາມຫວັງຊັດເຈນຫຼາຍຂຶ້ນໂດຍທາງພະລັງບໍລິສຸດ.+
14 ພີ່ນ້ອງເອີ້ຍ ຂ້ອຍໝັ້ນໃຈວ່າພວກເຈົ້າມີຄວາມດີຫຼາຍຢ່າງ ມີຄວາມຮູ້ທຸກຢ່າງ ແລະເຕືອນສະຕິ*ກັນແລະກັນໄດ້. 15 ແຕ່ຂ້ອຍຂຽນຫາພວກເຈົ້າແບບກົງໄປກົງມາໃນບາງເລື່ອງກໍເພື່ອເຕືອນພວກເຈົ້າອີກເທື່ອໜຶ່ງ. ຂ້ອຍເຮັດແບບນີ້ຍ້ອນຂ້ອຍໄດ້ຮັບຄວາມກະລຸນາທີ່ຍິ່ງໃຫຍ່ຈາກພະເຈົ້າ. 16 ເພິ່ນໃຫ້ຂ້ອຍເປັນຜູ້ຮັບໃຊ້ຂອງພະຄລິດເຢຊູເພື່ອປະກາດຂ່າວດີຂອງພະເຈົ້າ+ກັບຄົນຕ່າງຊາດ.+ ຂ້ອຍເຮັດວຽກທີ່ສັກສິດນີ້ເພື່ອເຂົາເຈົ້າຈະເປັນຄືກັບເຄື່ອງບູຊາທີ່ພະເຈົ້າຍອມຮັບໄດ້ ຍ້ອນເຂົາເຈົ້າຖືກເຮັດໃຫ້ສະອາດແລ້ວດ້ວຍພະລັງບໍລິສຸດ.
17 ຂ້ອຍມີຄວາມສຸກທີ່ໄດ້ເປັນລູກສິດຂອງພະຄລິດເຢຊູແລະໄດ້ຮັບໃຊ້ພະເຈົ້າ. 18 ຂ້ອຍຈະບໍ່ເວົ້າຫຍັງອີກກ່ຽວກັບສິ່ງທີ່ຂ້ອຍເຮັດ ແຕ່ຈະເວົ້າສະເພາະເລື່ອງທີ່ພະຄລິດໄດ້ເຮັດໂດຍທາງຂ້ອຍເທົ່ານັ້ນ ເພື່ອຊ່ວຍຄົນຕ່າງຊາດໃຫ້ມາເຊື່ອຟັງພະຄລິດ. ເພິ່ນຊ່ວຍເຂົາເຈົ້າໂດຍທາງຄຳເວົ້າແລະການກະທຳຂອງຂ້ອຍ 19 ໂດຍທາງການອັດສະຈັນແລະປາຕິຫານທີ່ຂ້ອຍເຮັດ+ ແລະໂດຍທາງພະລັງບໍລິສຸດທີ່ພະເຈົ້າໃຫ້ຂ້ອຍ. ຍ້ອນແນວນີ້ ຂ້ອຍຈຶ່ງປະກາດຂ່າວດີເລື່ອງພະຄລິດໄດ້ຢ່າງທົ່ວເຖິງ ຕັ້ງແຕ່ເມືອງເຢຣູຊາເລັມຈົນຮອດແຂວງອີລີຣິກົນ.+ 20 ທີ່ຈິງ ຂ້ອຍຕັ້ງໃຈວ່າຈະບໍ່ປະກາດຂ່າວດີໃນບ່ອນທີ່ຄົນໄດ້ຍິນເລື່ອງພະຄລິດແລ້ວ ເພື່ອຂ້ອຍຈະບໍ່ເຮັດວຽກຕໍ່ຈາກວຽກທີ່ຄົນອື່ນໄດ້ເລີ່ມຕົ້ນເຮັດ.* 21 ສິ່ງທີ່ຂ້ອຍເຮັດເປັນຄືກັບທີ່ພະຄຳພີບອກໄວ້ວ່າ: “ຜູ້ທີ່ບໍ່ເຄີຍມີໃຜບອກເລື່ອງຂອງເພິ່ນກໍຈະໄດ້ເຫັນ ແລະຜູ້ທີ່ບໍ່ເຄີຍໄດ້ຍິນເລື່ອງຂອງເພິ່ນກໍຈະເຂົ້າໃຈ.”+
22 ນີ້ເປັນອີກສາເຫດໜຶ່ງທີ່ເຮັດໃຫ້ຂ້ອຍໄປຫາພວກເຈົ້າບໍ່ໄດ້ທັງໆທີ່ພະຍາຍາມຫຼາຍເທື່ອແລ້ວ. 23 ແຕ່ຕອນນີ້ ຂ້ອຍປະກາດຢູ່ເຂດນີ້ທົ່ວໝົດແລ້ວ ແລະທີ່ຈິງຂ້ອຍຢາກໄປຫາພວກເຈົ້າແຕ່ຫຼາຍປີແລ້ວ. 24 ດັ່ງນັ້ນ ຕອນທີ່ເດີນທາງໄປປະເທດແອັດສະປາຍ ຂ້ອຍຫວັງວ່າຈະໄດ້ແວ່ໄປຫາພວກເຈົ້າເພື່ອພວກເຮົາຈະໄດ້ໃຊ້ເວລານຳກັນໜ້ອຍໜຶ່ງ. ຫຼັງຈາກນັ້ນ ຂ້ອຍຫວັງວ່າພວກເຈົ້າຈະໄປສົ່ງຂ້ອຍຈັກໄລຍະໜຶ່ງ. 25 ແຕ່ຕອນນີ້ ຂ້ອຍກຳລັງຈະເດີນທາງໄປເມືອງເຢຣູຊາເລັມເພື່ອຊ່ວຍ*ພວກພີ່ນ້ອງ*ທີ່ຢູ່ຫັ້ນ.+ 26 ພີ່ນ້ອງໃນແຂວງມາເກໂດເນຍແລະແຂວງອະຂາຢາເຕັມໃຈແບ່ງປັນແລະບໍລິຈາກສິ່ງຂອງໃຫ້ພວກພີ່ນ້ອງທີ່ທຸກຍາກໃນເມືອງເຢຣູຊາເລັມ.+ 27 ເຂົາເຈົ້າເຕັມໃຈເຮັດແບບນັ້ນ ຍ້ອນເຂົາເຈົ້າເປັນໜີ້ບຸນຄຸນພີ່ນ້ອງໃນເມືອງເຢຣູຊາເລັມ. ກ່ອນໜ້ານີ້ພີ່ນ້ອງໃນເມືອງເຢຣູຊາເລັມໄດ້ແບ່ງປັນສິ່ງດີໆທີ່ໄດ້ຮັບຈາກພະເຈົ້າໃຫ້ເຂົາເຈົ້າ. ບັດນີ້ ເຂົາເຈົ້າຈຶ່ງຢາກຊ່ວຍພີ່ນ້ອງໃນເມືອງເຢຣູຊາເລັມດ້ວຍວັດຖຸສິ່ງຂອງ.+ 28 ຕອນນີ້ ຂ້ອຍກຳລັງໄປເມືອງເຢຣູຊາເລັມເພື່ອເອົາເຄື່ອງບໍລິຈາກໄປໃຫ້ພວກພີ່ນ້ອງທີ່ຢູ່ຫັ້ນ. ຫຼັງຈາກເຮັດວຽກນີ້ແລ້ວ ຂ້ອຍຈະແວ່ໄປຫາພວກເຈົ້າຕອນທີ່ເດີນທາງໄປປະເທດແອັດສະປາຍ. 29 ຂ້ອຍຮູ້ວ່າເມື່ອຂ້ອຍໄປຫາພວກເຈົ້າ ຂ້ອຍຈະໄດ້ແບ່ງປັນສິ່ງດີໆຫຼາຍຢ່າງຈາກພະຄລິດໃຫ້ພວກເຈົ້ານຳ.
30 ພີ່ນ້ອງເອີ້ຍ ຂ້ອຍຂໍຮ້ອງພວກເຈົ້າໃນນາມພະເຢຊູຄລິດຜູ້ເປັນນາຍຂອງພວກເຮົາແລະດ້ວຍຄວາມຮັກທີ່ເກີດຈາກພະລັງຂອງພະເຈົ້າ ຂໍໃຫ້ອະທິດຖານເຖິງພະເຈົ້າຢ່າງຈິງຈັງເພື່ອຂ້ອຍແດ່ ຄືກັບທີ່ຂ້ອຍເອງກໍເຮັດຢູ່.+ 31 ຂໍໃຫ້ອະທິດຖານເພື່ອໃຫ້ຂ້ອຍປອດໄພ+ຈາກຄົນທີ່ບໍ່ມີຄວາມເຊື່ອໃນແຂວງຢູດາຍ ແລ້ວພວກພີ່ນ້ອງໃນເມືອງເຢຣູຊາເລັມຈະໄດ້ດີໃຈເມື່ອໄດ້ຮັບຄວາມຊ່ວຍເຫຼືອທີ່ຂ້ອຍເອົາໄປໃຫ້.+ 32 ຖ້າພະເຈົ້າຕ້ອງການ ຂ້ອຍຈະໄດ້ເຈິກັບພວກເຈົ້າແລະຂ້ອຍຈະມີຄວາມສຸກຫຼາຍ ແລ້ວພວກເຮົາທຸກຄົນຈະໄດ້ຮັບກຳລັງໃຈ. 33 ຂໍໃຫ້ພະເຈົ້າຜູ້ໃຫ້ສັນຕິສຸກຢູ່ນຳພວກເຈົ້າທຸກຄົນ.+ ອາແມນ.*